ມ.ຫີນເຫີບ ສວນກ້ວຍຈີນ ສົ່ງກິ່ນ ລົບກວນຊາວບ້ານ

ໄຊຍາ
2019.08.27
f-hinheub ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ສວນກ້ວຍຈີນຂອງບໍຣິສັດຜາລີ ຢູໄຊເຄີ ຢູ່ເມືອງຫີນເຫີບແຂວງວຽງຈັນ ໄດ້ສົ່ງກິ່ນເໝັນຂີວອອກມາແຮງຕື່ມອີກ. ກ່ອນໜ້ານີ້ ເຈົ້າໜ້າທີ່ ໄດ້ລົງໄປກວດກາ ກໍເຫັນວ່າກິ່ນເໝັນຂີວ ດັ່ງກ່າວບັນເທົາລົງ ແຕ່ໃນປັດຈຸບັນກິ່ນເໝັນຂີວ ຈາກສວນກ້ວຍໃນເຂດ ດັ່ງກ່າວກັບມາສົ່ງກິ່ນ ເໝັນຂີວ ໃສ່ປະຊາຊົນ ຢູ່ເຂດໃກ້ຄຽງນັ້ນອີກ. ດັ່ງເຈົ້າໜ້າທີ່ກວດກາສວນກ້ວຍ ໄດ້ກ່າວຕໍ່ RFA ໃນວັນທີ 26 ສິງຫາ ວ່າ:

"ມາຮອດປັດຈຸບັນນີ້ກາເໝັນຕື່ມ ຄືເກົ່າຫັ້ນແຫຼະ ຄືສິບໍ່ປະຕິບັດຕາມໄດ້ໝົດ ຂ້ອຍເບິ່ງຫັ້ນນ່າ ເວົ້າແຕ່ປາກຫັ້ນແຫຼະ ສ່ວນໃຫຍ່ ຈັກເຂົາເຮັດ ຈັ່ງໃດນ່າ ເອົາປຸຍໄປກອງຢາຍໄວ້ແລ້ວ ແລ້ວບາດນີ້ມັນຝົນຕົກໃສ່ ກີ່ນອາຍຂອງປຸຍມັນຂຶ້ນເດ້ ບາດນີ້ເໝັນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ໃນຕອນເຊົ້າຫາຕອນທ່ຽງກິ່ນເໝັນຂີວ ຂອງສວນກ້ວຍ ຢູ່ໃນຣະດັບປົກກະຕິ ແຕ່ຕອນບ່າຍໄປຮອດກາງຄືນກິ່ນເໝັນ ໄດ້ເພີ່ມຫຼາຍຂຶ້ນ, ໃນຂນະທີ່ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍພາກສ່ວນກະກຽມ ທີ່ຈະລົງໄປກວດສວນກ້ວຍ ທີ່ສ້າງ ຜົລກະທົບ ໃຫ້ກັບປະຊາຊົນ ໃນໄວໆນີ້ ເຊີ່ງປັດຈຸບັນ ກຳລັງຫາລືກັນ ວ່າຈະມີມາຕການແນວໃດ ລົງໂທດແນວໃດ ຖ້າເກີດບັນຫານີ້ຊ້ຳອີກ.

ຕໍ່ບັນຫາດັ່ງກ່າວ ທີ່ ປະຊາຊົນສ່ວນນຶ່ງ ເປັນກັງວົນເພາະສວນກ້ວຍຂອງຈີນ ຕັ້ງຢູ່ໃກ້ກັບແມ່ນ້ຳລີກ ທີ່ເປັນແມ່ນ້ຳທີ່ ປະຊາຊົນທຳມາຫາກິນ ລ້ຽງຊີບ ນັ້ນເກີດມີການປ່ອຍສານເຄມີ ລົງແມ່ນ້ຳດັ່ງກ່າວ ອັນຈະສ້າງຜົນກະທົບ ໃນອະນາຄົດ.

"ຫຼາຍແທ້ ຢູ່ຕໍ່ໜ້າບ້ານເຮົານີ້ ມັນມີນ້ຳລີກ ຊັ້ນນ່າ ຕໍ່ບ້ານໄປພຸ້ນ ຢ້ານມີຜົນກະທົບຫຼາຍອັນເນາະ ກ່ຽວກັບເຣື່ອງນ້ຳ ເຣື່ອງໃນເຣື່ອງສັດລ້ຽງ ເຣື່ອງສິ່ງເຣື່ອງຄົນນີ້ແຫຼະ."

ສວນກ້ວຍຂອງບໍຣິສັດ ຜາລີ ຢູໄຊເຄີ ມີເນື້ອທີ່ 500 ເຮັກຕ້າ ໂດຍເຊົ່າດິນປະຊາຊົນ ຢູ່ເຂດບ້ານມຸກ, ບ້ານນາຊຳ, ບ້ານຫີນເຫີບເໜືອ ແລະບ້ານສວນມອນ. ສວນກ້ວຍຈີນແຫ່ງນີ້ ໄດ້ຮັບອະນຸຍາດຈາກຣັຖບານໂດຍກົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.