ຖນົນເປ່ເພຢູ່ບ້ານມອມ ມ.ສິງ
ປະຊາຊົນ 20 ປາຍບ້ານ ທີ່ເມືອງສີງ ແຂວງຫລວງນ້ຳທາ ໄດ້ຮັບຄວາມ ລຳບາກ ຍ້ອນຖນົນ ເປ່ເພ.
-
ສິດນີ
2017-08-16 -
-
-
Your browser doesn’t support HTML5 audio
ຫົນທາງຈາກເມືອງສິງ ໄປຫາບ້ານມອມ ແຂວງຫລວງນ້ຳທາ ມີໄລຍະທາງປະມານ 22 ຫລັກ ເປ່ເພຢ່າງຫນັກ ໃນຍາມຝົນ ເຮັດໃຫ້ ປະຊາຊົນ 20 ປາຍບ້ານ ລຳບາກໃນການ ໄປມາຫາສູ່ກັນ ຮວມທັງການຂົນສົ່ງ ສິນຄ້າເຂົ້າ-ອອກກໍມີບັນຫາ, ຊາວບ້ານ ຕ້ອງໄດ້ລໍຖ້າ ຫລາຍຊົ່ວໂມງ ທີ່ດ່ານບ້ານມອມ ຍ້ອນຫົນທາງເປັນຕົມ. ດັ່ງເຈົ້າຫນ້າທີ່ ເມືອງສິງ ກ່າວວ່າ:
"ມັນບໍ່ຄ່ອນດີປານໃດ ເພາະວ່າຊ້ວງນີ້ ກໍຝົນຕົກຫນັກແນ່ເນາະ ຝົນຕົກຫນັກ ແລະກໍເຮັດໃຫ້ ທາງມັນເຫລະ ລຳບາກເຕີບ ຖືວ່າຣົດໃຫຍ່ ເປັນທາງມັນ ເປັນດິນແດງເນາະ ທາງໂຕນີ້ ກໍໄດ້ສ້າງມາຫຼາຍປີແລ້ວ ໄດ້ 5-6 ປີແລ້ວ ບາດນີ້ຣົດທຽວຫລາຍ ຣົດໃຫຍ່ມາ ມັນຄາຕັນ ທາງ ຢູ່ດຽວນີ້ ແລະ ຈາກນີ້ໄທເຮົາ ກະມີຣົດຕັກ ເກີດສຸຂເສີນ ແຕ່ມັນຕັກ ບໍ່ໄດ້ມັນມື່ນ ຝົນຕົກຫລາຍ ແລະ ລົດທຽວຫລາຍ".
ທ່ານວ່າທາງເສັ້ນນີ້ ເປັນເສັ້ນທາງໃຊ້ໃນການ ຂົນສົ່ງສິນຄ້າໄປຈີນ ເປັນທາງດິນແດງ ສ້າງມາໄດ້ 5 ປີແລ້ວມີປະຊາຊົນ ເດີນທາງໄປມາ ທຸກມື້ ແລະຣົດບັນທຸກສິນຄ້າຂນາດ ກາງຂນາດໃຫຍ່ ກໍຜ່ານເສັ້ນທາງສາຍນີ້ ໃນການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານບ້ານມອມຢ່າງ ນ້ອຍມື້ລະ 20-30 ຄັນໃນຣະດູຝົນ ເສັ້ນທາງສາຍນີ້ມື່ນ ມີຂີ້ຕົມລຳບາກ ໃນການເດີນທາງ ຣົດຫຼາຍຄັນກໍຕິດຕົມ ແລະໃຊ້ການລາກແກ່ ຊ່ອຍກັນ ໃຫ້ພົ້ນເຂດ ດັ່ງກ່າວ.
ໃນເດືອນຜ່ານມາ ເຈົ້າຫນ້າທີ່ ຜແນກໂຍທາທິການແລະຂົນສົ່ງ ທີ່ເມືອງສິງ ກໍໄດ້ລາຍງານ ກ່ຽວກັບ ເຣື້ອງນີ້ໄປຍັງ ແຂວງຫຼວງນ້ຳທາ ໃຫ້ພາກສ່ວນ ກ່ຽວຂ້ອງ ລົງມາກວດກາ ສະພາບຂອງຫົນທາງ ເພື່ອສ້ອມແປງ ແຕ່ຈົນຮອດ ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ເຂົ້າມາ ສ້ອມແປງເລີຍ.