ຍັງຖ້າ ດິນປູກຝັງ ຈາກເຂື່ອນນໍ້າຄານ 2
2018.05.25

ຄະນະຈັດສັນທີ່ດິນ ເຂື່ອນນໍ້າຄານ 2 ເມືອງຊຽງເງິນ ແຂວງ ຫລວງພຣະບາງ ລົງພື້ນທີ່ ຈັດສັນດິນທຳການຜລິດ ໃຫ້ປະຊາຊົນ 400 ຄອບຄົວ ທີ່ໂຍກຍ້າຍ ມາຢູ່ບ້ານຈັດສັນ ພູຊ້າງ ຕັ້ງແຕ່ ປີ 2010, ຊຶ່ງປັດຈຸບັນ ຍັງບໍ່ມີດິນທຳການຜລິດ. ກ່ຽວກັບ ການຈັດສັນພື້ນທີ່ດິນທຳການຜລິດນີ້, ເຈົ້າໜ້າທີ່ ເມືອງຊຽງເງິນ ທ່ານນຶ່ງ ເວົ້າວ່າ:
"ໂອໂຕນີ້ ເພີ່ນກໍຂຶ້ນໄປ ຈັດສັນຢູ່ໃດ ຫາເລີ້ມໄປອາທິດນີ້ ບ້ານພູຊ້າງ ປັດຈຸບັນນີ້ ກຳລັງຂຶ້ນໄປເຮັດ ໃບຕາດິນ ໃຫ້ປະຊາຊົນ ຈັດສັນທີ່ດິນ ທຳການຜລິດ ເພາະວ່າ ເພິ່ນຂຶ້ນໄປເທື່ອນຶ່ງແລ້ວ ໄປແບບປະຊາສັມພັນ ຫ້ອງການຊັພຍາກອນ ເພິ່ນຂຶ້ນໄປນະ ປະຊາສັມພັນ ໂຄສະນາ ອອກໃບຕາດິນ ປະຊາສັມພັນ ພິສູດຫລັກຖານ ອອກໃບຕາດິນນະອ້າຍ ກຳລັງເຮັດນະ."
ເຈົ້າໜ້າທີ່ ກ່າວຕື່ມວ່າ ການຈັດສັນທີ່ດິນນັ້ນ ປັດຈຸບັນ ຍັງຢູ່ໃນຂັ້ນຕອນ ການເອີ້ນປະຊາຊົນ ໃນເຂດບ້ານຈັດສັນພູຊ້າງ ເອົາຫລັກຖານຊັບສິນ ແລະ ທີ່ດິນບ້ານເດີມ ມາໃຫ້ທາງການ ພິຈາຣະນາວ່າ ຈະຊົດເຊີຍ ໃຫ້ຄອບຄົວລະເທົ່າໃດ ເຊິ່ງຈະຕ້ອງໄດ້ໃຊ້ເວລາ ຫລາຍເດືອນ ກ່ອນຈະ ມີການຈັດສັນທີ່ດິນ ໃຫ້ສຳເລັດທັງໝົດ.
ໃນການຈັດສັນທີ່ດິນ ບໍ່ໄດ້ຈັດສັນໃຫ້ແຕ່ ບ້ານພູຊ້າງ ແຕ່ຍັງຈະຈັດສັນ ໃຫ້ປະຊາຊົນ ທີ່ຖືກຜົລກະທົບ ຈາກເຂື່ອນອື່ນໆ ໃນເຂດ ເມືອງ ຊຽງເງິນ ເຊິ່ງກໍມີບ້ານ ສາມັກຄີໄຊ ຫຼາຍກ່ວາ 200 ຄອບຄົວ ທີ່ຖືກໂຍກຍ້າຍ ມາເຕົ້າໂຮມກັນ ຍ້ອນຖືກຜົລກະທົບ ຈາກເຂື່ອນນໍ້າຄານ 3 ການບໍ່ມີທີ່ດິນ ທຳການຜລິດ ແມ່ນສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ໃນເຂດບ້ານ ພູຊ້າງ ປະຊາຊົນ ບໍ່ມີຣາຍຮັບ, ບໍ່ມີອາຊີບ ຕ້ອງປູກເຂົ້າຕາມພູ ຫລື ດິນບໍ່ມີເຈົ້າຂອງ, ດັ່ງເຈົ້າໜ້າທີ່ ທ່ານນຶ່ງກ່າວວ່າ:
"ກໍມີເຮືອນແລ້ວ ມີເຮືອນໃຫ້ແລ້ວ ເວົ້າແລ້ວກໍບໍ່ຢາກດີຂຶ້ນແຫລະນໍ ເນື້ອທີ່ທຳການຜລິດ ກໍບໍ່ຢາກມີປານໃດ ບາດນີ້ເຮົາ ບ້ານຫລາຍບ້ານ ມາໂຮມເປັນບ້ານດຽວ ຂໍງົບປະມານ ຈາກໂຄງການໄປ ເພິ່ນກໍ່ບໍ່ທັນສນອງໃຫ້ ໄປຈັດສັນຕອນດິນໃຫ້ເຂົາເຈົ້າ ກໍຖືວ່າ 300 ປາຍຄອບຄົວຫັ້ນແຫລະ ຍັງບໍ່ທັນ ໄດ້ຈັດສັນເທື່ອເນາະ."
ເຖິງຢ່າງໃດກໍຕາມ, ປະຊາຊົນທີ່ຖືກຜົລກະທົບ ຈາກການສ້າງເຂື່ອນ ກໍຍັງລໍຖ້າ ເພື່ອໃຫ້ທາງການ ຈັດສັນທີ່ດິນທຳການຜລິດໃຫ້ໂດຍໄວ ເຖິງແມ່ນວ່າ ຈະຈັດສັນທີ່ຢູ່ອາສັຍ ໃຫ້ແລ້ວກໍຕາມ ແຕ່ປັດໃຈ ທີ່ສຳຄັນ ທີ່ປະຊາຊົນຕ້ອງການ ກໍຄືທີ່ດິນທຳການຜລິດ ເພື່ອລ້ຽງຊີບ.