ຍັງບໍ່ມີການກວດສອບ ເຂື່ອນມີສ່ວນ ນໍ້າຖ້ວມ

ຈໍາປາທອງ
2021.06.17
ຍັງບໍ່ມີການກວດສອບ ເຂື່ອນມີສ່ວນ ນໍ້າຖ້ວມ ເຂື່ອນນໍ້າຮຸ່ງ 1 ຕັ້ງຢູ່ ທິດຕາເວັນອອກສຽງໃຕ້ ຂອງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຫ່າງຈາກຕົວເມືອງປະມານ 30 ກິໂລແມັດ ແລະ ຫ່າງຈາກ ແມ່ນໍ້າຂອງ 5 ກິໂລແມັດ
ນັກຂ່າວພົລເມືອງ

ມາຮອດມື້ນີ້ ຜແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູຣີ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ກວດສອບວ່າ ເຂື່ອນນໍ້າຮຸ່ງ 1 ມີສ່ວນເຮັດໃຫ້ເກີດພັຍ ນໍ້າຖ້ວມກະທັນຫັນ ຢ່າງໜັກໜ່ວງຢູ່ ແຂວງໄຊຍະບູຣີ ນັ້ນຫລືບໍ່, ແຕ່ໃນເບື້ອງຕົ້ນຮູ້ວ່າ ເຂື່ອນດັ່ງກ່າວ ຍັງບໍ່ທັນໄດ້ຕັນນໍ້າ ແລະ ບໍ່ປ່ອຍໃຫ້ນໍ້າໄຫລຕາມທັມຊາດຢູ່ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມິຖຸນາ ນີ້ວ່າ:

“ເຂື່ອນນໍ້າຮຸ່ງ ແມ່ນເຫດຜົລບໍ່ ຍັງບໍ່ທັນເວົ້າໄດ້ເທື່ອດອກ ເພາະວ່າ ຍັງບໍ່ໄດ້ວິເຄາະເທື່ອ ທາງການຍັງບໍ່ໄດ້ປະເມີນເທື່ອ ເຂື່ອນເຂົາ ກະບໍ່ໄດ້ຕັນນ່າ ເຂົາກະປ່ອຍແບບທັມຊາດ ທີ່ເຂົາຍົກໃນຣະດັບ 2-5-8.“

ທ່ານກ່າວຕື່ມວ່າ ໂຄງການສ້າງເຂື່ອນນໍ້າຮຸ່ງ 1 ຂນາດ 15 ເມກາວັດ ຂອງບໍຣິສັດ ໄຮໂດຣພາວເວີຈໍາກັດ ຂອງຈີນ ຢູ່ຫ່າງຈາກຈຸດ ນໍ້າຖ້ວມໃນເມືອງໄຊຍະບູຣີ ປະມານ 30 ກິໂລແມັດ. ການກໍ່ສ້າງເຂື່ອນດັ່ງກ່າວ ມີຄວາມຄືບໜ້າໄປແລ້ວ 80.96% ແລະ ຄາດວ່າ ຈະສໍາເຣັດໃນເດືອນ ທັນວາ 2021 ນີ້. ຂນະນີ້ ຢູ່ໃນເຂດກໍ່ສ້າງເຂື່ອນນໍ້າຮຸ່ງ 1 ຍັງມີນໍ້າ ໄຫລແຮງ ແລະ ມີຂີ້ເຫຍື້ອຫຼາຍ, ແຕ່ຈະ ບໍ່ສົ່ງຜົລກະທົບ ຕໍ່ການກໍ່ສ້າງແຕ່ຢ່າງໃດ.

ເຖິງຢ່າງໃດກໍຕາມ ຊາວບ້ານທີ່ຢູ່ໃກ້ກັບເຂດກໍ່ສ້າງ ເຂື່ອນນັ້ນ ກໍເວົ້າຜ່ານສື່ສັງຄົມອອນລາຍວ່າ ເຫດການນໍ້າຖ້ວມເທື່ອນີ້ ໄດ້ເຮັດ ໃຫ້ສິ່ງກໍ່ສ້າງຂອງໂຄງການເຂື່ອນ ຈໍານວນນຶ່ງ ໄດ້ຮັບຄວາມເສັຽຫາຍ ເປັນຕົ້ນ camp ຄົນງານ ຖືກນໍ້າຖ້ວມ ແລະ ອາຄານທີ່ຢູ່ ໃກ້ກັບເຂື່ອນ ກໍຖືກນໍ້າພັດເສັຍຫາຍຈໍານວນນຶ່ງ.

ເຂື່ອນນໍ້າຮຸ່ງ1.jpg

ຊາວບ້ານຢູ່ເມືອງໄຊຍະບູຣີ ນາງນຶ່ງ ເວົ້າວ່າ ຕົນໄດ້ຍິນຊາວບ້ານຫລາຍຄົນເວົ້າວ່າ ໂຄງການກໍ່ສ້າງເຂື່ອນນໍ້າຮຸ່ງ 1 ອາດມີສ່ວນ ເຮັດໃຫ້ເກີດພັຍນໍ້າຖ້ວມກະທັນຫັນ ແລະ ໜັກໜ່ວງ ທີ່ສຸດໃນຮອບຫລາຍປີ, ແຕ່ສໍາລັບຕົນເອງ ຍັງບໍ່ສາມາດເວົ້າໄດ້ວ່າ ເຂື່ອນ ດັ່ງກ່າວ ມີສ່ວນເຮັດໃຫ້ນໍ້າຖ້ວມແທ້ ຫລືບໍ່ ຍ້ອນບໍ່ມີຫລັກຖານຄັກແນ່:

“ຄົນກະເວົ້າວ່າ ມານໍາເຂື່ອນແດ່ແລ້ວ ມານໍານໍ້າຫ້ວຍແດ່ຊີ້ນ່າ ມັນມາພ້ອມກັນແດ່ ນໍ້າຮຸ່ງມາ ເຮົາບໍ່ຮູ້ວ່າມັນເປັນສາເຫດແນວໃດ ເນາະ ມັນຝົນຕົກບາດດຽວນຶ່ງເດ໋ ແລ້ວມັນກະຖ້ວມ ເຮົາກະບໍ່ຮູ້ວ່າ ມັນເປັນນໍ ຊາຫຍັງເນາະ ບໍ່ລະອຽດ ບໍ່ຊັດເຈນເທື່ອ.”

ແຕ່ກໍມີຊາວບ້ານຈໍານວນນຶ່ງເຊື່ອວ່າ ເຫດການນໍ້າຖ້ວມຮຸ້ນແຮງ ໃນເທື່ອນີ້ ເກີດຍ້ອນພັຍພິບັດທາງທັມຊາດ ບໍ່ໄດ້ກ່ຽວຂ້ອງກັບການ ກໍ່ສ້າງເຂື່ອນນໍ້າຮຸ່ງ 1 ແຕ່ຢ່າງໃດ ດັ່ງຊາວບ້ານ ຢູ່ ເມືອງຫົງສາທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ມັນບໍ່ແມ່ນຍ້ອນເຄື່ອນດອກ ນໍ້າ ມັນເປັນນໍ້າປ່າໄຫຼຫຼາກ ນໍ້າທັມດານໍ້າຈາກບ້ານຈາກເມືອງລົງຊື່ື້ ຊຸດນີ້ ຍ້ອນທັມຊາດແບບຫັ້ນຊື່ໆ.”

ປະຊາຊົນຫລາຍບ້ານ ຢູ່ເຂດເມືອງໄຊຍະບູຣີ ທີ່ໄດ້ປະສົບກັບບັນຫາ ບໍ່ມີໄຟຟ້າ ແລະນໍ້າປະປາໃຊ້ ໃນໄລຍະທໍາອິດຂອງການເກີດ ນໍ້າຖ້ວມນັ້ນ ມາຮອດດຽວນີ້ ຢູ່ຫລາຍບ້ານ ມີທັງໄຟຟ້າ ແລະນໍ້າປະປາ ໃຊ້ຕາມປົກຕິແລ້ວ ພາຍຫຼັງພາກສ່ວນທີ່ກ່ຽວຂ້ອງໄດ້ແກ້ ໄຂໃຫ້ ດັ່ງຊາວບ້ານຢູ່ເຂດພັຍນໍ້າຖ້ວມ ນາງນຶ່ງເວົ້າວ່າ:

“ໄຟຟ້າຫຼາຍເຂດ ກໍໃຊ້ຫຼາຍເຂດກໍຍັງບໍ່ທັນໃຊ້ ຖ້ວມຫຼາຍຢູ່ ເຂດໃດຕໍ່າກະຖ້ວມເກືອບທົ່ວເທສບານ ພຸ້ນແຫຼະ ດຽວນີ້ແຫ້ງແລ້ວ.”

ໃນຂນະດຽວກັນ ຊາວບ້ານຜູ້ປະສົບພັຍອີກທ່ານນຶ່ງ ກໍເວົ້າຄືກັນວ່າ ດຽວນີ້ ສາມາດໃຊ້ທັງໄຟຟ້າ ແລະນໍ້າປະປາໄດ້ຕາມປົກຕິແລ້ວ, ແຕ່ກໍຍັງສືບຕໍ່ ອະນາມັຍບ້ານເຮືອນທີ່ຖືກ ນໍ້າຖ້ວມນັ້ນ. ສ່ວນເຣື່ອງການຊ່ອຍເຫລືອຈາກທາງການ ແມ່ນຍັງບໍ່ທັນໄດ້ຮັບຫຍັງເທື່ອ ດັ່ງທີ່ທ່ານກ່າວວ່າ:

“ນໍ້າ ໄຟ ໄດ້ໝົດແລ້ວ ເຂົ້າເຖິງໝົດແລ້ວ. ໄຟຟ້າມີແຕ່ດັບມື້ທໍາອິດຫັ້ນ ເພາະວ່າມັນຂຶ້ນສູງແລ້ວເພິ່ນຕັດ ແຖວຢູ່ແຄມພຸ້ນ ຍັງໜັກຢູ່ ກໍາລັງອະນາມັຍກັນຢູ່.”

ເຈົ້າໜ້າທີ່ປະຈໍາສູນບໍຣິຈາກ ຊ່ວຍເຫລືອຜູ້ປະສົບພັຍນໍ້າຖ້ວມ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມິຖຸນາ ນີ້ວ່າມາຮອດມື້ນີ້ ກໍຍັງມີຜູ້ໃຈບຸນຫຼາຍຄົນ ພາກັນນໍາເຄື່ອງຂອງ ແລະອາຫານມາບໍຣິຈາກ ພ້ອມທັງໂອນເງິນບໍຣິຈາກ ເຂົ້າບັນຊີກອງທຶນຄຸ້ມຄອງ ພັຍພິບັດຂອງແຂວງໄຊຍະບູຣີ ຢ່າງຕໍ່ເນື່ອງ, ແຕ່ກໍຍັງມີຄວາມຕ້ອງການ ການບໍຣິຈາກອີກຫລາຍ ຍ້ອນນໍ້າຖ້ວມເທື່ອນີ້ ແມ່ນຖ້ວມໃຫຍ່ທີ່ສຸດ ໃນຮອບຫລາຍປີ ດັ່ງທີ່ທ່ານກ່າວວ່າ:

“ເຣື່ອງການຊ່ວຍເຫຼືອ ດຽວນີ້ປະຊາຊົນພວກເຮົາ ຖືວ່າໄດ້ຮັບຜົລກະທົບ ທີ່ວ່າໜັກກວ່າຊຸດທີ່ເກີດຂຶ້ນ ຢູ່ເທສບານແຂວງໄຊຍະບູຣີ ນີ້ຕ້ອງການທັງອາຫານ ເຂົ້າສານ ເຄື່ອງຄົວ-ນອນແມ່ນຫຍັງຕ່າງໆ ຖືວ່າປະຊາຊົນນີ້ ຍັງຈໍານວນຫລາຍກະບໍ່ສາມາດ ເຂົ້ານອນ ເຮືອນໂຕເອງໄດ້.”

ທ່ານກ່າວຕື່ມວ່າ ສໍາລັບຊາວບ້ານທີ່ຍັງບໍ່ສາມາດ ກັບເຂົ້າໄປຢູ່ເຮືອນຂອງຕົນໄດ້ນັ້ນ ຈໍານວນນຶ່ງກໍໄດ້ຮັບການຈັດສັນບ່ອນພັກເຊົາ ຊົ່ວຄາວຈາກທາງການ ແລະອີກຈໍານວນນຶ່ງ ກໍໄປອາສັຍຢູ່ນໍາເຮືອນ ຍາດພີ່ນ້ອງ ແລະ ພັກເຊົາຢູ່ຕາມບ້ານພັກບາງແຫ່ງ ທີ່ເປີດ ໃຫ້ຜູ້ປະສົບພັຍ ເຂົ້າພັກຊົ່ວຄາວ ໂດຍບໍ່ໄດ້ເສັຽຄ່າ.

ນໍ້າຖ້ວມກະທັນຫັນ ຢູ່ທົ່ວແຂວງໄຊຍະບູຣີ ແມ່ນເກີດຈາກພາຍຸໂຄກູມະ ທີ່ເຮັດໃຫ້ເກີດຄວາມເສັຍຫາຍ ເປັນມູລຄ່າທັງໝົດ 94 ຕື້ກີບ. ນໍ້າຖ້ວມທັງໝົດ 56 ບ້ານ ຢູ່ເຂດເມືອງ ໄຊຍະບູຣີ, ເມືອງພຽງ, ເມືອງຄອບ, ເມືອງຊຽງຮ່ອນ, ເມືອງໄຊສະຖານ ແລະ ເມືອງຫົງສາ. 5,248 ຄອບຄົວ - 20,992 ຄົນ ໄດ້ຮັບຜົລກະທົບ, ເຮືອນໄດ້ຮັບຄວາມເສັຍຫາຍ 4,221 ຫລັງ ຊຶ່ງໃນນັ້ນ 19 ຫລັງ ຖືກນໍ້າພັດໄປໝົດ. ນອກຈາກນັ້ນ ກໍຍັງມີຄວາມເສັຍຫາຍອີກຫລາຍຢ່າງ, ອີງຕາມແຈ້ງການຂອງຄະນະກັມການ ຄຸ້ມຄອງ ພັຍພິບັດແຂວງໄຊຍະບູຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.