ມ.ນ້ຳບາກ ໃຫ້ຜູ້ລະເບີດຫິນ ຈ່າຍຊົດເຊີຍ ເດືອນນີ້

ຈໍາປາທອງ
2019.11.08
F-blast4 ສະພາບບ້ານເຮືອນ ຂອງປະຊາຊົນ ບ້ານໂພນມະນີເມືອງນໍ້າບາກ ຢູ່ຫ່າງຈາກບ່ອນລະເບີດຜາຫິນ ປະມານ 1 ກິໂລແມັດ (ຮູບຖ່າຍ 05 ຕຸລາ 2019)
ຮູບຈາກ : ນັກຂ່າວພົລເມືອງ

ທາງການເມືອງນ້ຳບາກ ແຂວງຫຼວງພຣະບາງ ກຳນົດໃຫ້ທ້າວ ລາວເຈົ່າ ຄົນຈີນ ທີ່ເປັນຜູ້ລະເບີດຫິນພູ ຢູ່ບ້ານໂພນມະນີ ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຄວາມເສັຽຫາຍ ເມື່ອວັນທີ 5 ຕຸລາ ຜ່ານມານັ້ນແລ້ວ ພາຍໃນເດືອນ ພຶສຈິກາ ນີ້ ຊຶ່ງປັດຈຸບັນ ຍັງເຫລືອຢູ່ 35 ຄອບຄົວ ແລະຊາວບ້ານ ທີ່ບາດເຈັບອີກ 23 ຄົນ ລໍຖ້າຄ່າຊົດເຊີຍຢູ່, ດັ່ງເຈົ້າໜ້າທີ່ ເມືອງນ້ຳບາກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ພຶສຈິກາ ນີ້ວ່າ:

"ທາງການລາວ ພວກເຮົາກະຄົ້ນຄວ້າກັນແລ້ວ ໃຫ້ຜູ້ກະທຳຫັ້ນນໍ ຕ້ອງມາຊົດເຊີຍໃຫ້ປະຊາຊົນ ເພາະວ່າຕອນນີ້ ມໍ່ຈະຮອດບຸນປີໃໝ່ແດ່ ເລັ່ງທີ່ສຸດແຫລະ ແຜນນີ້ຢາກໃຫ້ແລ້ວເດືອນສິບເອັດນີ້ແລ້ວ."

ທ່ານກ່າວວ່າ ສາເຫດທີ່ເຮັດໃຫ້ທາງການຕ້ອງໄດ້ຊຸກຍູ້ ໃຫ້ຜູ້ກໍ່ເຫດຊົດເຊີຍຄ່າເສັຽຫາຍ ຂອງປະຊາຊົນໄວນັ້ນ ແມ່ນຍ້ອນວ່າບໍ່ຢາກປະປ່ອຍ ໃຫ້ມັນແກ່ຍາວ ຊຶ່ງອາດຈະເກີດຄວາມຫຍຸ້ງຍາກຕ່າງໆຕາມມາ ແລະ ໃນຂນະດຽວກັນ ຊາວບ້ານ ທີ່ໄດ້ຮັບຄວາມ ເສັຽຫາຍ ຊຶ່ງຍັງບໍ່ທັນ ໄດ້ຮັບຄ່າຊົດເຊີຍນັ້ນ ກໍມາຕິດຕໍ່ພົວພັນ ກັບເຈົ້າໜ້າທີ່ເມືອງ ຢູ່ທຸກມື້ ເພື່ອທວງຖາມເອົາຄ່າຊົດເຊີຍ ທີ່ພວກເຂົາເຈົ້າຈະໄດ້ຮັບ ແລະທັງວ່າ ເດັກນ້ອຍ 2 ຄົນ ທີ່ແມ່ເສັຽຊີວິດຍ້ອນ ການລະເບີດຫິນນັ້ນ ກໍຍັງລໍຖ້າການເບິ່ງແຍງ ຈາກ ຜູ້ຮັບຜິດຊອບຢູ່.

ທ່ານເວົ້າຕື່ມອີກວ່າ ປັດຈຸບັນ ເມັຽຂອງທ້າວ ລາວເຈົ່າ ຖອນເງິນອອກຈາກທະນາຄານ ຢູ່ເລື້ອຍໆ ສຳລັບຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ຊຶ່ງມາເຖິງຂນະນີ້ ໄດ້ຈ່າຍເງິນໃຫ້ຄອບຄົວ ທີ່ຖືກຫິນຟົ້ງໃສ່ນັ້ນ ໄປແລ້ວ 58 ຄອບຄົວ. ສ່ວນຣາຍລະອຽດກ່ຽວກັບວ່າ ແຕ່ລະຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈຳນວນເທົ່າໃດນັ້ນ ຍັງບໍ່ສາມາດຮູ້ໄດ້.

ສຳລັບໂຮງງານຜລິດຊີເມັນຂອງຈີນ ທີ່ໄດ້ຮັບຄວາມເສັຽຫາຍ ຈາກການລະເບີດຫິນນັ້ນ ກໍຍັງປິດຢູ່ ຊຶ່ງຄາດວ່າເຈົ້າຂອງໂຮງງານຈະສ້ອມ ແປງ ແລະເລິ່ມທຳການຜລິດຊີເມັນ ໃນປີໜ້າ.

ພ້ອມກັນນັ້ນ ທາງໂຮງງານກໍຈະຊ່ວຍຟື້ນຟູ ສະພາບຄວາມເສັຽຫາຍ ຂອງບ້ານໂພນມະນີຕໍ່ໄປ, ເມື່ອທ້າວ ລາວເຈົ່າ ໄດ້ຊົດເຊີຍຄ່າເສັຽຫາຍ ສຳເຣັດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.