ເຈົ້າໜ້າທີ່ວາງແຜນ ຫຼຸດຜ່ອນ ອຸບັດຕິເຫດ
2021.04.06

ປັດຈຸບັນ ຫລາຍໜ່ວຍງານ ກໍາລັງຕຽມແຜນປ້ອງກັນ ອຸບັດຕິເຫດຕາມທ້ອງຖນົນ ໃນໄລຍະບຸນປີໃໝ່ລາວ ພສ 2564, ເປັນຕົ້ນ ກໍແມ່ນຕຽມກໍາລັງ ຕໍາຣວດຈະຣາຈອນ ແລະຈັດຈຸດ ປະຈໍາການຂອງເຈົ້າໜ້າທີ່ ດັ່ງເຈົ້າໜ້າທີ່ໜ່ວຍກູ້ພັຍ ຢູ່ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ເມສາ ນີ້ວ່າ:
“ທຸກໆປີ ຕ້ອງໄດ້ປະຊຸມກັນ ຕຽມຄວາມພ້ອມ ວາງແຜນຮັບມືເຣື່ອງ ອຸບັດຕິເຫດ ກູ້ພັຍເຮົາໄດ້ ສະແຕນບາຍຫຼາຍຈຸດເບື້ອງຕົ້ນ ໃຫ້ຮູ້ໄວ້ວ່າ ຕ້ອງໄດ້ສະແຕນບາຍ ທັງວັນທັງຄືນ ເລີຍ.”
ທ່ານກ່າວຕື່ມວ່າ ສິ່ງທີ່ກັງວົນແທ້ໆໃນປີນີ້ ຄືຜູ້ຂັບຂີ່ຣົດໄປທ່ຽວຕ່າງເມືອງ ຕ່າງແຂວງ ເປັນໄລຍະທາງໄກ ອາຈເຮັດໃຫ້ເກີດ ອຸບັດຕິເຫດຫຼາຍກວ່າຜູ້ດື່ມ ຫລື ເສບສິ່ງມືນເມົາແລ້ວ ຂັບຣົດ ຍ້ອນບຸນປີໃໝ່ລາວ ປີນີ້ ຈະບໍ່ໄດ້ຈັດໃຫຍ່ ຄືກັນກັບປີ 2019 ທີ່ ຜ່ານມາ.
ຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ກູ້ພັຍທ່ານນຶ່ງເວົ້າວ່າ ມີການກະຕຽມຄວາມພ້ອມ ຄືທຸກປີຢູ່ແລ້ວ ເປັນຕົ້ນແມ່ນການແບ່ງ ເຈົ້າໜ້າທີ່ ໄປປະຈໍາການຕາມຈຸດຕ່າງໆ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ມີການຕຽມຄວາມພ້ອມ ທຸກປີຢູ່ແລ້ວຕລອດ ເພິ່ນກໍສິວາງແຜນ ຄືແບ່ງເຂດກັນ ສົມມຸດທິດນີ້ ທິດປີໃໝ່ເນາະ ເພິ່ນຈະຕັ້ງເປັນ 7 ວັນ ອັນຕະຣາຍ ເຮົາກໍຈະຕຽມໜ່ວຍປະຈຳການ ແຕ່ລະຈຸດໆ.”
ຢູ່ແຂວງວຽງຈັນ ເຈົ້າໜ້າທີ່ກູ້ພັຍທ່ານນຶ່ງ ເວົ້າວ່າ ສໍາລັບປີນີ້ ກໍມີການກະຕຽມຊ່ວຍເຫລືອ ຜູ້ປະສົບອຸບັດຕິເຫດ ຄືກັນກັບທຸກໆ ປີຢູ່ແລ້ວ ເປັນຕົ້ນເຣື່ອງອຸປກອນກູ້ພັຍ ແລະ ຍານພາຫະນະ ຢູ່ຕລອດ 24 ຊົ່ວໂມງ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ເມສາ ນີ້ວ່າ:
“ມີຢູ່ແລ້ວ ມີແຜນປະຈຳຢູ່ແລ້ວ ປີນີ້ ເພິ່ນກໍມີມາຕການປ້ອງກັນ ແຜນປ້ອງກັນ ອຸບັດຕິເຫດ ຕຽມຍານພາຫານະຕຽມອຸປກອນ ຕ່າງໆພ້ອມເຕັມຮູບແບບ 24 ຊົ່ວໂມງຢູ່ແລ້ວ.”
ຢູ່ແຂວງຫລວງພຣະບາງ ເຈົ້າໜ້າທີ່ກູ້ພັຍ ທ່ານນຶ່ງກ່າວວ່າ ໄດ້ກຽມຄວາມພ້ອມ ໃນການຊ່ອຍເຫລືອ ຜູ້ປະສົບອຸບັດຕິເຫດ ໄວ້ແລ້ວ ເປັນຕົ້ນໄດ້ລະດົມ ເຈົ້າໜ້າທີ່ກູ້ພັຍ ທີ່ສາມາດ ມາຊ່ອຍໄດ້ໃຫ້ມາຊ່ອຍ ແລະຕຽມອຸປກອນ ທີ່ຈໍາເປັນ ແລະ ຍານພະຫະນະ ໄວ້ຮຽບຮ້ອຍແລ້ວ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ຄວາມພ້ອມຄື ໜ່ວຍກູ້ພັຍ ຂອງເຮົາກໍໄດ້ຕຽມການ ຄືໄດ້ໄປຣະດົມເອົາອາສາ ທີ່ຍັງສາມາດ ມາຊ່ວຍໄດ້ ກໍເວົ້າຂະເຈົ້າ ມາຊ່ວຍເຕັມທີ່ ເຕັມກຳລັງພຽງພໍ ຕໍ່ຄວາມຕ້ອງການ ຂອງປະຊາຊົນ ຄື 1. ອາສາ ກໍມີຄົບ 2. ລະກະຣົດ ຍານພາຫານະ ຕ້ອງມີມາພ້ອມ.”
ເພື່ອຂໍຮູ້ລາຍຣະອຽດ ກ່ຽວກັບການກະຕຽມ ແຜນປ້ອງກັນອຸບັດຕິເຫດ ຕາມທ້ອງຖນົນ ໃນໄລຍະບຸນປີໃໝ່ລາວປີນີ້ ວິທຍຸເອເຊັຍ ເສຣີໄດ້ຕິດຕໍ່ໄປຍັງກົມຕໍາຣວດ ຈະຣາຈອນ ທີ່ນະຄອນຫລວງວຽງຈັນ, ແຕ່ເຈົ້າໜ້າທີ່ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ເຈົ້າໜ້າທີ່ຕໍາຣວດຈະຣາຈອນ ແຂວງຫຼວງນໍ້າທາ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ມີແຈ້ງການຈາກ ສໍານັກງານນາຍົກຣັຖມົນຕຣີ ກ່ຽວກັບເຣື່ອງການປ້ອງກັນ ອຸບັດຕິເຫດ ໃນໄລຍະ ບຸນປີໃໝ່ລາວ ປີນີ້ ແລະໃຫ້ທຸກແຂວງປະຕິບັດ ເປັນແນວດຽວກັນໝົດ ເປັນຕົ້ນເຣື່ອງການຕັ້ງດ່ານ, ການກວດກາຄົນດື່ມເຫລົ້າ ຫລື ເສບສິ່ງມືນເມົາ ແລ້ວຂັບຣົດ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ເມສາ ນີ້ວ່າ:
“ມີທຸກແຂວງມີຄືກັນ ມີແຈ້ງການຂອງທ່ານນາຍົກ ສົ່ງມາເລີຍ ສ່ວນຫຼາຍເຂົາຈະປ້ອງກັນ ກ່ຽວກັບພວກທີ່ວ່າ ດື່ມເຫຼົ້າແລ້ວຂັບ ການຂີ່ຣົດແປງສະພາບເທັກນິກບໍ໋ ໃຊ້ສຽງດັງເກີນບໍ໋ ຈະກັກບໍ່ໃຫ້ຂີ່ເລີຍ ແລ້ວແຕ່ລະແຂວງ ຈະມີຈຸດກວດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດຈະຣາຈອນ ແຂວງຈໍາປາສັກ ກ່າວວ່າປີນີ້ ກໍມີມາຕການປ້ອງກັນ ອຸບັດຕິເຫດຄືກັນກັບ ທຸກປີຜ່ານມາ ເປັນຕົ້ນເຣື່ອງການກວດຈັບຄວາມໄວ, ພວກດື່ມເຫຼົ້າ ຫຼືເສບສິ່ງມຶນເມົາ ແລ້ວຂັບຣົດ ຮວມທັງການໂຄສະນາ ໃຫ້ທຸກຄົນລະມັດລະວັງ ເພື່ອຄວາມປອດພັຍ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ກໍມີການກວດກາ ຄືເກົ່າຫັ້ນແຫຼະ ຈັບຄວາມວັຍອິຫຍັງຫັ້ນແຫຼະ ພວກຂີ່ຣົດຂີ່ລາງ ດື່ມເຫຼົ້າມາ ຄືເຮົາກໍຕັ້ງຈຸດກວດກໍໄດ້ເຮັດ ວຽກງານໂຄສະນາ ກວດກາ ເຮັດວຽກງານໂຄສະນາ ຕຽມພ້ອມໝົດແລ້ວ.”
ອີງຕາມການລາຍງານ ຂອງສື່ທ້ອງຖິ່ນໃນລາວ ວັນທີ 1 ເມສາ ນີ້, ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງ ການກ່ຽວກັບການປ້ອງກັນ ສະກັດກັ້ນອຸບັດຕິເຫດ ຕາມທ້ອງຖນົນ ໃນໄລຍະບຸນປີໃໝ່ລາວ ພສ. 2564 ນີ້ ເປັນຕົ້ນກໍແມ່ນໃຫ້ ຜູ້ຂັບຂີ່ຍວດຍານ ພາຫານະ ຕ້ອງປະຕິບັດ ຕາມກົດຈະຣາຈອນ ຢ່າງເຂັ້ມງວດ, ຫ້າມຜູ້ຂັບຣົດດື່ມ ສິ່ງ ມືນເມົາ ຫຼືເມົາແລ້ວຫ້າມ ຂັບຣົດ, ຫ້າມຂັບຣົດໄວເກີນກໍານົດ, ຜູ້ຂັບຂີ່ຣົດຈັກ ແລະ ຜູ້ຊ້ອນທ້າຍ ຕ້ອງໃສ່ໝວກກັນກະທົບ. ຜູ້ໃດຟ່າຝືນ ຈະຖືກປັບໃໝ ແລະ ຖືກສຶກສາອົບຮົມ.
ໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 13 ຫາວັນທີ 16 ເມສາ, ປີ 2019 ມີອຸບັດຕິເຫດ ທັງໝົດ 198 ກໍຣະນີ, ເສັຍຊີວິດ 28 ຄົນ, ປີ 2020 ມີ 63 ກໍຣະນີ, ເສັຍຊີວິດ 15 ຄົນ ຄືຈໍານວນ ຫລຸດລົງ ຍ້ອນມີການຣະບາດ ຂອງໂຄວິດ-19.