ເຈົ້າໜ້າທີ່ບໍ່ນໍາໃຊ້ ກົດໝາຍ ຫ້າມລ່າສັດປ່າ

ສຸພັດຕາ
2020.12.01
ເຈົ້າໜ້າທີ່ບໍ່ນໍາໃຊ້ ກົດໝາຍ ຫ້າມລ່າສັດປ່າ ສັດປ່າ ແລະ ຊິ້ນສ່ວນຂອງສັດປ່າ ທີ່ ທາງການຍຶດມາໄດ້ ຈາກຊາວບ້ານ ແລ້ວນໍາໄປຝັງດິນ
ນັກຂ່າວພົລເມືອງ

ໃນປັດຈຸບັນ ແຂວງຫຼວງນໍ້າທາ ກໍເປັນແຂວງນຶ່ງ ທີ່ຍັງມີຊາວບ້ານ ບາງກຸ່ມ ລັກລ່າ ສັດປ່າໄປຂາຍ ເພື່ອຫາຣາຍໄດ້ມາລ້ຽງຄອບຄົວ ຍ້ອນບໍ່ມີວຽກເຮັດງານທໍາ ແລະ ສ່ວນນຶ່ງ ເຈົ້າໜ້າທີ່ ກໍບໍ່ໄດ້ໃຊ້ກົດໝາຍ ຫ້້າມລ່າສັດປ່າຢ່າງເຂັ້ມງວດ, ດັ່ງຊາວບ້ານ ໃນແຂວງຫຼວງນໍ້າທາ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ທັນວາ ນີ້ວ່າ:

“ແມ່ນແຫຼະ ລ່າກະຫາກລ່າ ເຈົ້າໜ້າທີ່ກະບໍ່ຈັບໄດ້ ຄັນເຂົາບໍ່ເຮັດແນວນັ້ນ ກະບໍ່ມີ ອັນກິນເດ້ ເອີ່ໄດ້ມີກະມາກິນ ກັບຄອບຄົວແດ່ ໄດ້ຫຼາຍກະຂາຍແດ່ຫັ້ນນ່າ ເຈົ້າໜ້າທີ່ ເພິ່ນກະບໍ່ໄດ້ ກໍານົດ ກົດຣະບຽບໄດ້ ເພິ່ນກະນໍາໃຊ້ແດ່ ບໍ່ນໍາໃຊ້ແດ່ ພໍ່ແມ່ປະຊາຊົນ ກະທຸກຍາກ ຄັນຊິວ່າ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ຊາວບ້ານ ຢູ່ຕາມເຂດຊົນນະບົດສ່ວນໃຫຍ່ ບໍ່ມີວຽກເຮັດ ງານທໍາ ທີ່ຈະຫາຣາຍໄດ້ມາລ້ຽງຄອບຄົວ ພາຍຫຼັງທີ່ວ່າງ ຈາກການເຮັດໄຮ່ ເຮັດສວນແລ້ວ ຫາກບໍ່ເຂົ້າປ່າ ໄປຊອກຫາເຄື່ອງປ່າຂອງດົງ ກໍບໍ່ມີແນວມາ ສູ່ລູກສູ່ເມັຍກິນ.

ຊາວບ້ານ ໃນແຂວງຫຼວງນໍ້າທາ ອີກຄົນນຶ່ງ ເວົ້າວ່າປັດຈຸບັນ ກໍຍັງມີບາງກຸ່ມເທົ່ານັ້ນ ທີ່ຍັງລ່າ ສັດປ່າ ເພື່ອລ້ຽງຄອບຄົວ ຜ່ານມາກໍເຫັນເຈົ້າໜ້າທີ່ ມາໃຫ້ຂໍ້ມູນຂ່າວສານ ກ່ຽວກັບການ ຫ້າມລ່າສັດປ່າຢູ່ ແຕ່ບໍ່ໄດ້ລົງມາເຜີຍແຜ່ ເປັນປະຈໍາ ໂດຍສະເພາະ ເຂດຫ່າງໄກສອກຫຼີກ ຊາວບ້ານເຂດດັ່ງກ່າວ ກໍບໍ່ສາມາດຫຼີກລ້ຽງໄດ້ ເພາະຢູ່ເຂດນອກ ຍາມໄປນອນໄຮ່ ນອນສວນ ກໍຕ້ອງໄປລ່າສັດ ເປັນທັມມະດາ ຢູ່ແລ້ວ:

“ມີຢູ່ ແບບໄປໄຮ່ ໄປສວນກະເລີຍລ່າເລີຍເນາະ ນອນໄລ່ນອນສວນຫັ່ນນ່າ ຄືວ່າແຫຼ້ວ ເຂດນອກຊົນນະບົດ ກະບໍ່ຊ່າງວ່າເນາະ ກະເລັກໆໜ້ອຍໆ.”

ເມື່ອວັນທີ 26 ພຶສຈິກາ ຜ່ານມານີ້ ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ໄດ້ທໍາລາຍສັດປ່າ ທີ່ຍຶດມາໄດ້ທັງໝົດ 102 ກິໂລ ເປັນຕົ້ນ: ໂຕເຫງັນ, ນົກຂວາ, ນົກຫອນ ແລະ ໝູປ່າ ສັດປ່າດັ່ງກ່າວ ເຈົ້າໜ້າທີ່ຍຶດມາໄດ້ ຈາກຊາວບ້ານ ທີ່ນໍາໄປຂາຍຢູ່ຕາມຕລາດ, ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ມັນມີບາງຄົນເນາະ ພວກຕິດຢາຕິດຫຍັງນີ້ແດ່ ເຂົາໄປລ່າຕອນກາງຄືນ ນີ້ນ່າ ແລະ ເຂົາກະບໍ່ມາຂາຍເອງ ໃຫ້ລູກໃຫ້ເມັຽເອົາມາຂາຍເນາະ ເຮົາກະໄດ້ເຮັດບົດບັນທຶກ ຖ້າພົບອີກ ກະບໍ່ໃຫ້ມາຂາຍ ຢູ່ຕລາດເລີຍ ສ່ວນຫຼາຍ ກະເຜົ່າອາຂ່ານີ້ແຫຼະ.”

ທ່ານກ່າວຕື່ມວ່າ ເດືອນນຶ່ງ ເຈົ້າໜ້າທີ່ຈະລົງໄປກວດກາ ແລະລົງໄປໂຄສະນາເທື່ອນຶ່ງ ຢູ່ຕາມເຂດຫ່າງໄກສອກຫຼີກ ຊົນເຜົ່າທີ່ມັກລ່າສັດປ່າ ມາກິນ ແລະມາຂາຍນັ້ນ ສ່ວນໃຫຍ່ແມ່ນ ຊົນເຜົ່າອາຂ່າ ຜ່ານມາເຈົ້າໜ້າທີ່ ກໍຈັບໄດ້ຢູ່ ສັດປ່າ ທີ່ຊາວບ້ານໄດ້ມານັ້ນ ເປັນຈໍານວນໜ້ອຍ ແລະ ກໍຍຶດໄວ້ເປັນຂອງກາງ ຈາກນັ້ນ ກໍຕັກເຕືອນເຮັດບົດບັນທຶກໄວ້ ແຕ່ບໍ່ໄດ້ມີ ການປັບໃໝ ແຕ່ຢ່າງໃດ.

ໃນຂນະດຽວກັນ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ອີກທ່ານນຶ່ງ ກໍກ່າວວ່າ ຢູ່ຕາມເຂດ ຫ່າງໄກສອກຫຼີກ ຄິດວ່າຊາວບ້ານ ຕ້ອງໄປລ່າສັດປ່າ ຢູ່ແລ້ວ ຍ້ອນສ່ວນໃຫຍ່ ເຂົາເຈົ້າ ທໍາມາ ຫາກິນຕາມປ່າຕາມດົງ ເຊິ່ງທາງການ ກໍມີການລົງເຜີຍແຜ່ ກົດໝາຍ ກ່ຽວກັບ ການຫ້າມລ່າສັດປ່າ ໃຫ້ຊາວບ້ານຮັບຮູ້ ຢູ່, ດັ່ງທີ່ທ່ານກ່າວວ່າ:

“ການລ່າສັດປ່າ ໂຕນີ້ ເຮົາກະບໍ່ຮູ້ເດີ້ ຊາວບ້ານຈະໄປຫາຢູ່ໃດ໋ ກະບໍ່ຮູ້ລະ ຈັ່ງວ່າ ມັນກະບໍ່ມີແລ້ວແຫຼະ ເຂດທີ່ວ່າຫວງຫ້າມ ສັດປ່າສງວນ ເຂົາກະບໍ່ໃຫ້ ບຸກລຸກຢູ່.”

ອີງຕາມການຣາຍງານຂອງ ທ່ານ ໂພທິສັກ ພາພວມແພງ ຮອງຫົວໜ້າ ກອງກວດກາ ປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ໃນວັນທີ 26 ພຶສຈິກາ 2020 ວ່າ ໄດ້ນໍາສັດປ່າ ທີ່ ຍຶດໄດ້ 102 ກິໂລ ມູນຄ່າ 6 ລ້ານປາຍກີບ ເປັນຕົ້ນ ໂຕເຫງັນ 2 ໂຕ ນໍ້າໜັກ 13 ກິໂລ, ນົກຂວາ ແລະ ນົກຫອນ 16 ກິໂລ, ໝູປ່າ 22 ກິໂລ, ຊິ້ນສ່ວນ ສັດປ່າແຫ້ງ 49 ກິໂລ, ຈັກສະຕິ້ນຕັດໄມ້ 35 ໜ່ວຍ, ອາວຸດລ່າເນື້ອ (ປືນແກ໊ບ) 19 ກະບອກ ໄດ້ນໍາມາທໍາລາຍຖິ້ມ ໂດຍການເຜົາໄຟ ແລະ ຍັງຮຽກຮ້ອງໄປຍັງ ພະນັກງານ ທະຫານ ຕໍາຣວດ ປະຊາຊົນ ບັນດາເຜົ່າ ຊ່ວຍກັນສະກັດກັ້ນ ຢຸດເຊົາ ການບຸກລຸກ ທໍາລາຍປ່າໄມ້, ທີ່ດິນປ່າໄມ້, ຢຸດການລ່າ ການຊື້-ຂາຍສັດປ່າ ຊິ້ນສ່ວນສັດປ່າ ທີ່ຜິດຕໍ່ຣະບຽບກົດໝາຍ ແລະນໍາເອົາ ຣະບຽບກົດໝາຍ ໄປເຜີຍແຜ່ໃຫ້ລູກຫຼານ ແລະ ພີ່ນ້ອງທຸກຄົນໄດ້ຮັບຮູ້ ແລະເຂົ້າໃຈຕໍ່ຣະບຽບກົດໝາຍ.

ປັດຈຸບັນ ຣັຖບານລາວ ມີກົດໝາຍວ່າດ້ວຍ ສັດນໍ້າ-ສັດປ່າ ເພື່ອໃຊ້ສໍາລັບລົງໂທດ ຜູ້ກະທໍາຜິດ ເຊິ່ງຢູ່ໃນມາດຕາ 71 ຂອງກົດໝາຍ ວ່າດ້ວຍບຸກຄົນໃດ ມີຄວາມຜິດ ທາງອາຍາ ກ່ຽວກັບການ ລ່າສັດນໍ້າ-ສັດປ່າ ຈະຖືກດໍາເນີນ ຄະດີອາຍາ ມີໂທດຈໍາຄຸກ ຕັ້ງແຕ່ 3 ເດືອນ ຫາ 5 ປີ ຂຶ້ນຢູ່ກັບແຕ່ຣະກໍຣະນີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.