ການຊ່ອຍເຫຼືອເຂດນໍ້າຖ້ວມ ບາງບ່ອນ ຍັງລໍາບາກ

ການຊ່ອຍເຫລືອ ຜູ້ປະສົພພັຍ ນໍ້າຖ້ວມ ໃນບາງເມືອງ ຢູ່ ແຂວງສວັນນະເຂດ ມີ ຄວາມຫຍຸ້ງຍາກ.

ປະຊາຊົນພາກັນ ເກັບເຄື່ອງຂອງໃຊ້ ເພື່ອໜີນໍ້າ ສິ່ງໃດທີ່ພໍເອົາໄປນໍາໄດ້ RFA/BM

ປັຈຈຸບັນ ການລົງພຶ້ນທີ່ຊ່ອຍເຫລືອປະຊາຊົນ 2,000 ປາຍ ຄອບຄົວ ທີ່ຖືກນໍ້າຖ້ວມເຮືອນ ຢູ່ແຂວງສວັນນະເຂດ ປະສົບຄວາມຫຍຸ້ງຍາກ, ຍ້ອນວ່າໃນຫລາຍເມືອງ ການເຂົ້າເຖິງ ເປັນໄປຢ່າງລໍາບາກ ຍ້ອນເສັ້ນທາງສ່ວນໃຫຍ່ ຖືກນໍ້າຖ້ວມ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງຈໍາພອນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່10 ກັນຍາ ນີ້ວ່າ:

"ຫຍຸ້ງຍາກຫັ້ນແຫຼະ ເພາະວ່າເສັ້ນທາງ ນາຄູນີ້ ຣົຖໃຫຍ່ມາບໍ່ໄດ້ແລ້ວ ນໍ້າຖ້ວມທາງເສັ້ນທາງແຕ່ລະເສັ້ນ ກໍເປັນໂຄກເປັນຂຸມ ໄປກໍຍາກ ຄັນວ່າສິໄປຫລາຍບ່ອນ ເຮົາກໍໄປບໍ່ໄດ້ເນາະ.”

ທ່ານກ່າວຕື່ມວ່າ ສະຖານະການຫລ້າສຸດ ຢູ່ເມືອງຈໍາພອນ ມີນໍ້າຖ້ວມ 25 ບ້ານໃນນັ້ນ 12 ບ້ານ ເສັ້ນທາງຖືກຕັດຂາດ ຊຶ່ງດຽວນີ້ ທາງ ເຈົ້າໜ້າທີ່ ກໍາລັງວາງແຜນ ໄປຊ່ວຍປະຊາຊົນ ຜູ້ປະສົພພັຍ ໂດຍທາງເຮືອ. ສ່ວນຜົນເສັຍຫາຍ ນັ້ນ ເນື້ອທີ່ການຜລິດ ຂອງປະຊາຊົນ ຫຼາຍກ່ວາ 13,000 ເຮັກຕາຣ໌ ຖືກນໍ້າຖ້ວມ, ແລະ ໂຮງຮຽນ 15 ແຫ່ງ ຕ້ອງຢຸດການຮຽນການສອນ.

ປະຊາຊົນ ເມືອງຈໍາພອນ ຜູ້ນຶ່ງທີ່ປະສົພພັຍນໍ້າຖ້ວມ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ ປັຈຈຸບັນ ຣະດັບນໍ້າ ຍັງສູງຂຶ້ນເລື່ອຍໆ ເຮັດໃຫ້ເຮືອນ ຂອງຕົນ ຖືກນໍ້າຖ້ວມ ຈົນຢູ່ບໍ່ໄດ້ ຕ້ອງຍ້າຍໄປຢູ່ບ້ານ ພິ່ນ້ອງຊົ່ວຄາວ:

“ຖ້ວມບ້ານຖ້ວມເມືອງ ໝົດແລ້ວ ຈົນບໍ່ມີບ່ອນຢູ່ ປະມານ 3-4-5 ແມັດພຸ້ນລະ ກໍຍ້າຍອອກມາຢູ່ ເຮືອນພີ່ນ້ອງ.”

ໃນຂນະດຽວກັນ ການຊ່ວຍເຫລືອ ຜູ້ປະສົພພັຍ ຢູ່ ເມືອງສອງຄອນ ກໍປະເຊິນ ກັບຄວາມຫຍຸ້ງຍາກເຊັ່ນກັນ ຍ້ອນຣະດັບນໍ້າສູງຂຶ້ນເລື້ອຍໆ ແລະ ເຮືອກໍມີນ້ອຍ ບໍ່ພຽງພໍກັບຄວາມຕ້ອງການ, ດັ່ງເຈົ້າໜ້າທີ່ ຫ້ອງການ ເມືອງສອງຄອນ ກ່າວວ່າ:

“ດຽວນີ້ນໍ້າຖ້ວມ 36 ບ້ານ ປະຊາຊົນ ພວກເຮົາທີ່ຢູ່ແຕ່ລະບ່ອນ ທີ່ຖືກຕັດຂາດມີຢູ່ 9 ບ້ານ ຢູ່ສອງຄອນ ພວກເຮົາ ວັດແທກສູງສຸດ ແມ່ນ 18 ແມັດ ແຕ່ວ່າມັນກາຍຂຶ້ນເມືອແລ້ວ.”  

ຢ່າງໃດກໍຕາມ ທ່ານກ່າວ ຕື່ມວ່າ ປັຈຈຸບັນ ທາງເຈົ້າໜ້າທີ່ ກໍສາມາດໄປຊ່ວຍເຫລືອ ປະຊາຊົນ ໄດ້ແລ້ວສ່ວນນຶ່ງ ໃນພື້ນທີ່ ນໍ້າບໍ່ຖ້ວມສູງ ແລະ ໄດ້ແຈກຢາຍ ອາຫານ ນໍ້າດື່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອບັນເທົາທຸກແກ່ ເຂົາເຈົ້າແລ້ວ ພ້ອມດຽວກັນນັ້ນ ກໍກໍາລັງວາງແຜນ ຈະນໍາເຄື່ອງຂອງ ໄປຊ່ວເຫລືອ ປະຊາຊົນ ໃນພື້ນທີ່ ທີ່ເສັ້ນທາງຖືກຕັດຂາດ ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org