ອອສເຕຣເລັຽ ຊ່ວຍຂຽນຫຼັກສູຕ ດ້ານສິ່ງແວດລ້ອມ ຊັ້ນປຖົມ

ນັກຮຽນຊັ້ນປະຖົມ ໃນເຂດຊົນນະບົດ ຢູ່ ສປປ ລາວ
ນັກຮຽນຊັ້ນປະຖົມ ໃນເຂດຊົນນະບົດ ຢູ່ ສປປ ລາວ (ນັກຂ່າວ ພົລເມືອງ)

0:00 / 0:00

ກະ​ຊວງ ​ສຶກ​ສາ​ທິ​ການ ແລະ ກິ​ລາ ຮ່ວມ​ກັບ​ ຣັ​ຖ​ບານ ອອ​ສ​ເຕຣ​ເລັຽ ຈັດ​ສັມ​ນາ ໃຫ້​ແກ່​ຜູ້​ຂຽນ​ຫຼັກ​ສູຕວິ​ທ​ຍາ​ສາ​ຕ ແລະ ສິ່ງ​ແວ​ດ​ລ້ອມ ສະ​ບັບ​ປັບ​ປຸງ​ໃໝ່ ຊັ້ນປະ​ຖົມ ປ.5. ຫຼັກ​ສູຕດັ່ງ​ກ່າວ ໄດ້​ເນັ້ນ​ໃສ່ການ​ຮຽນ​ຮູ້​ດ້ວຍ​ການ​ປະ​ຕິ​ບັດ​ໂຕ​ຈິງ ຜ່ານ​ການ​ທົດ​ລອງ ​ທີ່​ຊ່ວຍ​ໃຫ້​ນັກ​ຮຽນ​ສາ​ມາດ ​ໃຊ້​ວິ​ທ​ຍາ​ສາ​ຕ ໃນ​ຊີ​ວິຕປະ​ຈຳ​ວັນ ແລະ ໃນ​ສະ​ພາບ​ແວດ​ລ້ອມ ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ໂດຍຈະ​ເນັ້ນ​ໃຫ້​ນັກ​ຮຽນ ​ຮັກ​ສາ​ແຫຼ່ງ​ນ້ຳ ແລະ ການ​ປູກ​ພືດ​ເປັນ​ຫຼັກ. ຫຼັກ​ສູຕນີ້ ຈະສອນ​ໃຫ້​ນັກ​ຮຽນ ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ລົງ​ແມ່​ນ້ຳ, ຮູ້​ຈັກ​ປະ​ຢັດ​ນ້ຳ, ບໍ່ຕັດ​ໄມ້ ທຳ​ລາຍ​ປ່າ ແລະ ປູກ​ພືດ​ເພື່ອ​ຫຼຸດ​ຜ່ອນ​ກາສ ຄາຣ໌​ບອນ​ໄດ໋ອ໊ອກ​ໄຊດ໌ (Carbon dioxide) ໃນ​ອາ​ກາດ ຫຼັງ​ຈາກ ພຶດ​ຕິ​ກັມມະ​ນຸ​ສ ເຮັດ​ໃຫ້​ໂລກ​ຮ້ອນຂຶ້ນ.

ເຈົ້າ​ໜ້າ​ທີ່ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກະ​ລາ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ສ່ວນ ຫຼາຍ ເຮົາ ຈະ ເນັ້ນ ຮັກ ສາ ແຫຼ່ງ ນ້ຳ ບໍ ໃຫ້ ຖິ້ມ ອັນ ນັ້ນ ອັນ ນີ້ ຫັ້ນ ນ່າ ແລະ ໃຫ້ ປູກ ພືດຫຼາຍໆ ເພື່ອ ຮັກ ສາ ແຫຼ່ງ ນ້ຳ. ມັນ ຈະ ມີ ບົດ Global Warming ຄື ພືດ ຈັ່ງ ຊີ້ ເດ້. ມັນ ດູດເອົາ ຄາຣ໌ ບອນ ໄດ໋ອ໊ອກ ໄຊດ໌ ຄື ປັດ ຈຸ ບັນ. ຄືໂລກ ເຮົາ ນີ້ ມັນ ຮ້ອນ ຍ້ອນ ຫຍັງ ເຮົາ ນີ້ ສ້າງ ຄາຣ໌ ບອນ ໄດ໋ອ໊ອກ ໄຊດ໌ ໄປ ຫຼາຍ ສະ ນັ້ນ ເຮົາ ຕ້ອງວ່າ ປູກ ພືດ ທົດ ແທນ ເພື່ອ ໃຫ້ ພືດ ມັນ ດູດ ເອົາ ຄາຣ໌ບ ອນ ຫັ້ນ ນ່າ ບໍ່ ໃຫ້ ທຳ ລາຍລະ ບົນ້ຳ. ຄືເດັກ ນ້ອຍ ເຂົາ ເຈົ້າ ຈະ ມັກ ຫຼິ້ນ ນ້ຳ ຫຼິ້ນ ຫຍັງ ຄື ໃຊ້ ໃຊ້ ແບບ ຄິດ ວິ ເຄາະ ຫັ້ນ ນ່າ ນ້ຳ ລ້າງ ຖ້ວຍ ລ້າງ ບ່ວງ ເຮົາ ເຫຼືອ ເດ້ ເອົາ ເຮັດ ຫຍັງ ເອົາ ໄປ ຖິ້ມ ເລີຍບໍ່. ເຮົາ ກໍ ຕ້ອງ ເອົາ ໄປ ຫົດ ຕົ້ນ ໄມ້ ຄື ອາບ ນ້ຳ ຈັ່ງ ຊີ້ ເອົາ ຖິ້ມ ເລີຍບໍ່ ເຮົາ ກໍ ຕ້ອງ ເປີດ ສະ ເພາະ ຕອນ ທີ່ ເຮົາ ຈະ ໃຊ້ ."

ຍາ​ນາງ ກ່າວ​ຕື່ມ​ວ່າ ຫຼັກ​ສູຕ​ເກົ່າ ໄດ້​ນຳ​ໃຊ້​ຫຼາຍ​ປີ​ແລ້ວ ຈຶ່ງ​ໄດ້​ມີ​ການ​ປັບ​ປຸງ ຫຼັກ​ສູດ ໃຫ້​ທັນ​ກັບ​ສະ​ພາບ​ການ​ໃນ​ຍຸກ​ປັດ​ຈຸ​ບັນ ທີ່​ກະ​ແສ​ໂລກ​ຮ້ອນ​ກຳ​ລັງ​ມາ ໃນ​ຂ​ະ​ນະ​ທີ່​ຫຼັກ​ສູຕ​ເກົ່າ ​ຈະ​ເນັ້ນ​ເຣື່ອງ​ທິ​ສ​ດີ ແຕ່ບໍ່​ໄດ້​ເນັ້ນ​ປະ​ຕິ​ບັດ​ໂຕ​ຈິງ ແລະ ກຸ່ມ​ເປົ້າ​ໝາຍ ຄື ນັກ​ຮຽນ​ຊັ້ນ ປ.5 ຍ້ອນ​ວ່າ ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຄິດ​ວິ​ເຄາະ​ໄດ້​ດີ​ຂຶ້ນ.

ນອກ​ຈາກນີ້ ຫຼັກ​ສູຕ ສະ​ບັບ​ປັບ​ປຸງ ຍັງ​ລວມ​ເອົາການ​ປະ​ຕິ​ບັດ​ທີ່​ດີ ເພື່ອ​ສຸ​ຂ​ອະ​ນາ​ໄມ ເຊັ່ນ ການ​ດື່ມ​ນ້ຳ​ຈາກຕຸກ ​ທີ່​ມີ​ກາ​ຜ​ລິຕ​ພັນ ຫຼື ນ້ຳ​ທີ່​ຕົ້ມ​ສຸກ ຫຼື ຖືກ​ກັ່ນ​ຕອງ​ແລ້ວ ເຊິ່ງ​ຫຼັກ​ສູ​ດນີ້ ຈະ​ຊ່ວຍ​ໃຫ້​ນັກ​ຮຽນ ​ເອົາ​ໃຈ​ໃສ່​ສຸ​ຂ​ພາບ​ໂຕ​ເອງ ໂດຍ​ສ​ເພາະ ນັກ​ຮຽນ​ຊົນ​ເຜົ່າ ທີ່ບໍ່​ມີ​ນ້ຳ​ດື່ມ​ທີ່ບັນ​ຈຸ​ໃນ​ຕຸກ ຫຼື ນ້ຳ​ທີ່​ຜ່ານ​ການ​ກັ່ນ​ຕອງ ຄືກັບນັກ​ຮຽນ​ໃນ​ເມືອງ.

ເຈົ້າ​ໜ້າ​ທີ່ ຜ​ແນກ​ສຶກ​ສາ ແລະ ກິ​ລາ ແຂວງ​ຫົວ​ພັນ ໄດ້​ກ່າວ​ໃນ​ວັນ​ທີ 2 ກັນ​ຍາ ວ່າ:

" ສ່ວນ ຫຼາຍ ເຂົາ ກໍ ຕົ້ມ ຈຸ ນຶ່ງ ເຂົາ ກໍ ບໍ່ ຕົ້ມ ເດ້ ຄັນ ເຮົາ ໄປ ໃສ່ ໃນ ຫຼັກ ສູຕ ກໍ ຊິ ເປັນ ການ ດີ ໄດ້ ສຸ ພາບ ດີ ກິນ ນ້ຳ ຕົ້ມ ດີ ແທ້ ເພາະ ວ່າ ແຂວງ ຫົວ ພັນ ເຮົາ ກໍ ຖາງ ປ່າ ເຮັດ ໄຮ່ ຫຼາຍ ເພາະ ຖາງ ປ່າ ຫັ້ນ ເຮັດ ໃຫ້ ນ້ຳ ຊຸ ເຂົາ ກໍ ຊິ ເຂົາ ກໍ ເຂົ້າ ໃຈ ເພາ ວ່າ ເດັກ ນ້ອຍ ຊົນ ເຜົ່າ ບ້ານນອກ ທຳ ອິດ ພາ ສາ ກໍ ບໍ່ ຮູ້ ແຈ້ງ ແລ້ວເນາະ ເຮົາ ໄປ ເຮັດ ປັບ ປຸງ ໄປ ຮຽນ ໃຫ້ ເຂົາ ຕື່ມ ເຂົາ ກະ ຊິ ຮູ້ ຕື່ມ ລະ ບໍ ."

ຫຼັກ​ສູຕ​ດັ່ງ​ກ່າວ ເປັນ​ການ​ປູກ​ຈິດ​ສຳ​ນຶກ​ໃຫ້ນັກ​ຮຽນ ແຕ່​ຍັງ​ນ້ອຍ, ຄ​ຣູ​ໂຮງ​ຮຽນ​ປະ​ຖົມ ​ບ້ານ​ນາ​ຖົ່ມ ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

" ຖ້າ ວ່າ ເຮົາ ສອນ ເຂົາ ເຈົ້າ ເລື້ ອຍ ຄິດ ວ່າ ມັນ ຈະ ເປັນ ການ ປູກ ຈິຕ ສຳ ນຶກ ຂອງ ເຂົາ ເຈົ້າ ປູກ ຈິຕ ສຳ ນຶກ ຕັ້ງ ແຕ່ ຍັງ ນ້ອຍ ອັນ ຮອດ ຂັ້ນ ຊັ້ນ .5 ແລ້ວ ຖື ວ່າ ມັນ ຊິ ກ້າວ ໄປ ຫ້ອງ ໃຫຍ່ ຖ້າ ໄປ ຫ້ອງ ໃຫຍ່ ແລ້ວ ມັນ ຈະ ມີ ການ ພັ ນາ ໄປ ເລື້ອຍໆ ຫັ້ນ ນ່າ ."

​ເນື້ອ​ໃນ​ຂອງຫຼັກ​ສູຕ​ ຈະ​ເຮັດ​ໃຫ້ ເດັກ​ນ້ອຍ​ນັກ​ຮຽນ ເຂົ້າ​ໃຈ​ພາ​ວະ​ໂລກ​ຮ້ອນ​ຫຼາຍ​ຂຶ້ນ ແລະ ສາ​ເຫດ​ຂອງ​ພາ​ວະ​ໂລກ​ຮ້ອນ.

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ທີ່​ເຮັດ​ວຽກ​ກັບ​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ ໄດ້​ກ່າວ​ວ່າ:

" ຖ້າ ຫາກວ່າ ເພິ່ນ ນ່າ ມີ ທຶນ ໂຕນີ້ ໃນ ການ ປັບ ປຸງ ກໍ ຍິ່ງ ຈະ ເຮັດ ໃຫ້ ວຽກ ງານ ຊັ ຍາ ກອນ ທັມ ຊາຕ ແລະ ສິ່ງ ແວດ ລ້ອມ ນີ້ ນ່າ ມັນ ຈະ ໄປ ໄວ ແລະ ຈະ ເຂົ້າ ເຖິງ ກຸ່ມເປົ້າ ໝາຍ ເປັນ ເຍົາ ວະ ຊົນຫຼາຍ ຂຶ້ນເນາະ ບັນ ຫາ ໂລກ ຮ້ອນນີ້ ເປັນ ບັນ ຫາ ທີ່ ປາຍ ເຫດເນາະ ຈາກ ການ ຕັດ ໄມ້ ຈາກ ການ ທີ່ ນຳ ໃຊ້ ດິນບໍ່ ນຳ ໃຊ້ ລາ ຕິກ ເດັກ .5 ເດັກ ມັ ທະ ຍົມ ເຂົາ ຈະ ສົນ ໃຈ ຫຼາຍ ເດ້ ຈະ ສາ ມາດ ນຳ ບົດ ຮຽນ ໄປ ສູ່ງ ຜູ້ ປົກ ຄອ ເຂົາ ເຈົ້າ ໄດ້ ."

ຜູ້​ປົກ​ຄອງ​ນັກ​ຮຽນ ກໍ​ເຫັນ​ວ່າ ເປັນ​ການ​ປູກ​ຈິຕ​ສຳ​ນຶກ​ ໃຫ້​ນັກ​ຮຽນ​ແຕ່​ຍັງ​ນ້ອຍ:

" ເພິ່ນ ວ່າງ ອອກ ມາ ແນວ ທິດ ທາງ ຂອງ ຂັ້ນ ເທິງ ກໍ ລະ ອຽດ ຫັ້ນ ແລ້ວ ຍົກ ໂຕ ຢ່າງ ລະ ດົມ ປູກ ຕົ້ນ ໄມ້ຕົ້ນ ນຶ່ງ ທົດ ແທນ ໃຫ້ ລູກ ໃຫ້ ຫຼາຍຕໍ່ ໜ້າ ມັນ ກໍ ດີ ຕັດ ໄມ້ ທຳ ລາຍ ປ່າ ໝົດ ມັນ ກໍ ບໍ່ ດີ ແລ້ວ ຄຸນ ຄ່າ ບາດນີ້ ມັນ ກໍ ໝົດ ໄປໃນ ໂຕ ຄັນ ເຮົາ ບໍ່ ທົດ ແທນໄວ້ ສອນ ໃຫ້ ລູກ ໃຫ້ ຫຼານ ຮູ້ ນຳ ເດ້ ຢູ່ ໂຮງ ຮຽນ ເນາະ ຮູ້ ຈັກ ຄວາມ ແຕ່ ນ້ອຍ ຂຶ້ນ ມາ ກໍ ດີ ."

ຫຼັກ​ສູດ​ວິ​ທ​ຍາ​ສາ​ຕ ແລະ ສິ່ງ​ແວດ​ລ້ອມ ຊັ້ນ ປ.5 ສະ​ບັບ​ປັບ​ປຸງ​ໃໝ່​ນີ້ ຈະ​ຖືກ​ຈັດ​ພິມ ແລະ ແຈກ​ຢາຍ​ຢູ່​ໃນ​ໂຮງ​ຮຽນ ພ້ອມ​ທັງ​ການ​ຝຶກ​ອົບ​ຮົມ​ ໃຫ້​ຄ​ຣູໃນ​ທົ່ວ​ປະ​ເທດ ໂດຍເຣີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ໃນ​ເດືອນ​ກັນ​ຍາ 2022 ຕາມ​ແຜນ​ການ​ ຂອງ​ຣັ​ຖ​ບານ. ປັດ​ຈຸ​ບັນ ການ​ຂຽນ​ຫຼັກ​ສູຕ​ດັ່ງ​ກ່າວ ມີ​ຄວາມ​ຄືບ​ໜ້າ ປະ​ມານ 60 ເປີ​ເຊັນ​ແລ້ວ.