ນັກວິຊາການໃຫ້ທັສນະ ເຂື່ອນ ແຕກ

ຄວາມຄຶດເຫັນ ຈາກ ນັກວິຊາການ ດ້ານ ການສ້າງເຂື່ອນ ແລະ ນັກເຄື່ອນໄຫວ ພາກ ປະຊາສັງຄົມ ພາຍຫຼັງ ທີ່ ຮອງນາຍົກລາວ ເປີດເຜີຍຂໍ້ມູນ ເບື້ອງຕົ້ນ ສາເຫຕ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ.

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ Public Domain

ເມື່ອຕົ້ນເດືອນມິນານີ້, ທ່ານ ບຸນທອງ ຈິຕມະນີ, ສະມາຊິກຄນະກັມມະການກົມການເມືອງ ສູນກາງພັກ, ຮອງນາຍົກຣັຖມົນຕຣີລາວ ແລະ ທັງເປັນປະທານ ຄນະຮັບຜິດຊອບ ສືບສວນສອບສວນສາເຫຕ ຂອງຄູກັນນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງ ໄດ້ເປີດເຜີຍຄວາມຄືບໜ້າ ຫຼ້າສຸດ ຂອງການສືບສວນສອບສວນຫາສາເຫຕຄູກັນນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງ ຕໍ່ກອງປະຊຸມວຽກງານ ສິ່ງແວດລ້ອມ ໃນນະ ຄອນຫຼວງວຽງຈັນ ທີ່ເຜີຍແຜ່ຜ່ານສື່ມວນຊົນ ທ້ອງຖິ່ນວ່າ ສາມາດຊອກເຫັນ ສາເຫຕ ໃນເບື້ອງຕົ້ນຂອງເຂື່ອນແຕກ ຍ້ອນບັນຫາສະພາບ ແວດລ້ອມ ແລະ ການວິຈັຍດິນ ໃນບໍຣິເວນທີ່ເຂື່ອນຖືກສ້າງຂຶ້ນ ບໍ່ເລິກເຊິ່ງຮອບດ້ານພຽງພໍ. ດັ່ງທ່ານໄດ້ກ່າວວ່າ:

“ສະນັ້ນມາດຽວນີ້, ເຣື້ອງການແຕກພັງຄູກັນນ້ຳ D ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ເວົ້າກັນບໍ່ຕົກບໍ່ແຕກກັນ, ຝ່າຍບໍຣິສັດກັບຝ່າຍຊ່ຽວຊານ ເອກກະຣາສ ເວົ້າກັນ, ຕ່າງຝ່າຍກະຕ່າງມີທິສດີ ຕ່າງຝ່າຍກະຕ່າງມີເຫຕມີຜົລ. ແຕ່ວ່າສລຸບແລ້ວ, ລະແມ່ນວ່າ ມັນແມ່ນບັນຫາເຣື່ອງການ ກວດກາວິຈັຍ ກ່ຽວກັບທີ່ດິນ ສະພາບແວດລ້ອມຂອງທີ່ດິນໃນເມື່ອກ່ອນຫັ້ນ ຄືແນວໃດ ມັນບໍ່ເລິກ.”

ທ່ານຮອງນາຍົກກ່າວຕື່ມອີກວ່າ ສະເພາະເຂື່ອນເຊປຽນ-ເຊນ້ຳນ້ອຍແລ້ວ, ຜ່ານການກວດກາພົບວ່າໄດ້ເຈາະພຽງ 3 ຮູ ແລະບໍ່ເຖິງມາຕຖານ ກຳນົດໄວ້ ຈຶ່ງຖືວ່າການອອກແບບບໍ່ຖືກຕ້ອງ. ຕໍ່ຄວາມເວົ້າດັ່ງກ່າວ, ອະດີດອາຈານສອນ ທີ່ມະຫາວິທຍາລັຍ Stanford, ທ່ານ Richard L. Meehan (ຣິຊາດ ເອລ ມີຮານ) ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 20 ມີນາ ນີ້ວ່າ ການທີ່ຮອງນາຍົກຂອງລາວ ໄດ້ເປີດ ເຜີຍຂໍ້ມູນເບື້ອງຕົ້ນ ເຖິງຄວາມຄືບໜ້າ ໃນການຊອກຫາສາເຫຕເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກເມື່ອປີກາຍ, ບໍ່ແມ່ນເຣື້ອງທີ່ທ່ານແປກໃຈ ເລີຍ, ເພາະສິ່ງທີ່ທ່ານຮອງນາຍົກໄດ້ກ່າວ ແມ່ນກົງກັບສິ່ງທີ່ທ່ານໄດ້ສຶກສາ ແລະ ເຜີຍແຜ່ຜ່ານມາ ກ່ອນໜ້ານີ້ແລ້ວ.

ຮອງນາຍົກເວົ້າວ່າ: "ເຂື່ອນແຕກພັງລົງ ຍ້ອນສະພາບຂອງດິນບໍ່ມີຄວາມຄົງທີ່ ຢູ່ບ່ອນສ້າງເຂື່ອນນັ້ນ. ຮອງນາຍົກຍັງເວົ້າຕື່ມອີກວ່າ, ຖ້າ ຫາກມີການກວດສອບ ສະພາບທາງພູມສັນຖານ ແລະ ດິນຢ່າງເໝາະສົມກ່ອນສ້າງເຂື່ອນ, ມັນຄົງເປັນສິ່ງທີ່ສາມາດຮັບຮູ້ໄດ້ຢ່າງຈະແຈ້ງ ວ່າການອອກແບບສັນເຂື່ອນ ມີບັນຫາ ແລະ ຈະບໍ່ປອດພັຍ. ສະນັ້ນ, ນີ້ແມ່ນບົດສລຸບຄືກັນ ກັບສິ່ງທີ່ຂ້າພະເຈົ້າໄດ້ຂຽນ ເມື່ອປີກາຍນີ້ ຫຼື ໃນເວລາທີ່ຂ້າພະເຈົ້າ ສຶກສາຂໍ້ມູນຈາກຮູບຖ່າຍ ທາງດາວທຽມ ເພາະວ່າຂໍ້ມູນຈາກຮູບຖ່າຍທາງ ດາວທຽມ ມັນໄດ້ບົ່ງບອກຕໍ່ ຂ້າພະເຈົ້າ ແນວນັ້ນ." ນັ້ນແມ່ນຄວາມເວົ້າຂອງທ່ານ Richard L. Meehan (ຣິຊາດ ເອລ ມີຮານ).

ນອກຈາກນີ້, ໃນວັນທີ 20 ມີນາ ທີ່ຜ່າມາ ເຄືອຂ່າຍພາກປະຊາສັງຄົມເກົາຫຼີໃຕ້ ທີ່ນະຄອນຫຼວງໂຊລ ໄດ້ອອກຖແລງການ ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ທັງຣັຖບານເກົາຫຼີໃຕ້ ແລະ ຜູ້ພັທນາເຂື່ອນ ເຊປຽນ-ເຊນ້ຳນ້ອຍ ສະແດງຄວາມຮັບຜິດຊອບ ໃຫ້ຫຼາຍກວ່ານີ້, ທີ່ທາງ ກຸ່ມເຄືອຂ່າຍ ພາກປະຊາສັງຄົມເກົາຫຼີໃຕ້ ໄດ້ຕີຣາຄາວ່າ ມີຄວາມເປັນໄປໄດ້ວ່າ ເຫຕການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອາຈເກີດຈາກ ຝີມືມະນຸສ ຫຼາຍກວ່າຈະເປັນພັຍທຳມະຊາດ.

ຍານາງວ່າ: "ແມ່ນແລ້ວ, ພວກເຮົາອອກຖແລງການຮຽກຮ້ອງໃຫ້ຜູ້ພັທນາໂຄງການ ແລະ ຣັຖບານເກົາຫຼີໃຕ້ ສະແດງຄວາມຮັບຜິດຊອບ ໃຫ້ຫຼາຍກວ່ານີ້ ຕໍ່ຂະບວນການສືບສວນສອບສວນ. ເພື່ອໃຫ້ພວກເຮົາຮັບຮູ້ ເຖິງຂະບວນການສືບສວນສອບສວນ ແລະ ພວກເຮົາກໍຕິດຕາມ ຢ່າງໃກ້ຊິດວ່າ ການຄົ້ນຄວ້າຂອງການສືບສວນສອບສວນ ຈະຖືກເຜີຍແຜ່ຕໍ່ ສາທາຣະນະ."

ຍານາງກ່າວຕື່ມວ່າ ໃນໄລຍະຜ່ານມາ ບໍຣິສັດ SK E&C ມັກຈະເວົ້າສເມີວ່າ ເຫຕການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເປັນພັຍທຳມະຊາດ ທັງບໍ່ຍອມຮັບການຮ້ອງຂໍ ຂອງກຸ່ມພວກຕົນ ທີ່ຈະເຂົ້າຮ່ວມກອງປະຊຸມຕ່າງໆ ແລະ ບໍຣິສັດ SK E&C ກໍມັກເວົ້າວ່າ ພວກເຂົາບໍ່ມີຫຍັງ ຈະເວົ້າ ຍ້ອນຜົລຂອງການສືບສວນສອບສວນ ຢ່າງເປັນທາງການ ຍັງບໍ່ອອກມາເທື່ອ.

ຕໍ່ການເປີດເຜີຍຂໍ້ມູນຈາກຮອງນາຍົກລາວເທື່ອນີ້, ທ່ານ ດຣ. ອ່ຽນ ແບ່, ສາສດາຈານປະຈຳມຫາວິທຍາລັຍ ວິສຄອນຊິ້ນ ເມດິສັນ ແລະ ທັງເປັນນັກຊ່ຽວຊານ ດ້ານການສ້າງເຂື່ອນ, ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 20 ມິນາ ຜ່ານມາ ໂດຍໄດ້ ຕັ້ງຂໍ້ສັງເກດວ່າ ເຫຕການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຖືເປັນເຣື້ອງທີ່ບໍ່ເກີນຄວາມຄາດໝາຍ ຂອງຫຼາຍຝ່າຍ.

“ເບິ່ງຄືວ່າເຂົາຢາກປະຢັດເງິນນີ້ນ່າ, ເຂົາຢາກຈ່າຍເງິນໜ້ອຍທີ່ສຸດນີ້ນ່າ ເຂົາກະເລີຍມີການເກັບຂໍ້ມູນບໍ່ຄົບນີ້ນ່າ. ລະກະນອກຈາກນັ້ນນີ້, ເຮົາກະຍັງຮູ້ກ່ອນໜ້ານັ້ນແລ້ວ ວ່າຂະເຈົ້າປ່ຽນແຜນ ເພື່ອໃຫ້ເຂື່ອນມັນຕ່ຳລົງເນາະ ເພື່ອປະຢັດເງິນອີກນີ້ນ່າ. ອັນນີ້ການທີ່ວ່າຂະເຈົ້າ ບໍ່ກວດດິນພຽງພໍນີ້ນ່າ ເພື່ອຊິຮູ້ນີ້ນ່າວ່າມັນເປັນຄືແນວໃດ ສະແດງວ່າຂະເຈົ້າກະພຍາຍາມປະຢັດເງິນອີກ ແບບບໍ່ລອບຄອບນີ້ນ່າ. ອັນນີ້ ບັນຫາໂຕນີ້ມັນເປັນອັນຕະຣາຍ ຕໍ່ຄົນລາວນີ້ເນາະ ເພາະວ່າໃນ 2 ເຣື້ອງເນາະ. ໃນເຣື້ອງນຶ່ງເນາະ ຄືເຮົາເຫັນແລ້ວເນາະ ເຂື່ອນມັນແຕກ ແລ້ວ, ແລ້ວຖ້າດິນມັນບໍ່ເໝາະສົມ ສ້າງເຂື່ອນຢູ່ແລ້ວ, ແລ້ວດຽວນີ້ເຂົາຍັງຊິສ້ອມແປງ ຍັງຊິເຮັດເຂື່ອນຕໍ່ໄປອີກນ່າ, ລະກະບໍ່ແນ່ໃຈເນາະວ່າ ມັນຊິປອດພັຍບໍ? ມັນຊິບໍ່ມີໂອກາດ ວ່າມັນຊິບໍ່ແຕກ ອີກບໍ?”

ດຣ. ອ່ຽນ ແບ່ ຍັງກ່າວຕື່ມອີກວ່າ ເຖິງເວລາແລ້ວ ທີ່ທາງການລາວ ຕ້ອງເບິ່ງຄືນເຣື້ອງການຕິດຕາມ ແລະ ກວດກາການສ້າງເຂື່ອນ ຢ່າງເປັນຣະບົບ ທັງກ່ອນສ້າງ, ໄລຍະກຳລັງສ້າງ ແລະ ຫຼັງຈາກສ້າງເຂື່ອນແລ້ວ.

“ຈັ່ງຊັ້ນແລ້ວບັນຫາ ຣະບົບການກວດກາ ຕ້ອງໄດ້ທວນຄືນ ອັນນີ້ມັນເປັນບັນຫາ ສຳຄັນນີ້ນ່າ ເພາະວ່າຜ່ານມານີ້ນ່າ ຕາມຂ້າພະເຈົ້າ ເຄີຍເວົ້າກັບວິຊາການ. ບາງທີຂະເຈົ້າໄປເຫັນບັນຫາ, ແຕ່ວ່າຂະເຈົ້າຫານເວົ້າ. ເວົ້າແລ້ວຢ້ານວ່າ ໂອ້ອັນນີ້ແມ່ນໂຄງການ ມີຣັຖມົນຕຣີ ຜູ້ນັ້ນ ມີຜູ້ນີ້ຜູ້ນັ້ນ ທີ່ວ່າຂະເຈົ້າສນັບສນູນ ໂຄງການນັ້ນ, ແລ້ວເຂົາບໍ່ຫານຂັດຂວາງເພິ່ນ. ນີ້ແຫຼະບັນຫານີ້ນ່າ.”

ນັບເປັນເວລາ 8 ເດືອນປາຍແລ້ວ ພາຍຫຼັງທີ່ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍຣະກະດາ ເມື່ອປີກາຍນີ້ ຈົນເຮັດໃຫ້ມີຜູ້ ເສັຽຊີວິຕ ເກີນ 40 ສົພ, ຍັງຫາຍສາບສູນຈຳນວນຫຼາຍສິບຄົນ ແລະ ມີຜູ້ໄຮ້ທີ່ຢູ່ອາໃສເກີນ 6,000 ຄົນ.

ມາຮອດປະຈຸບັນ, ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ອີກດົນປານໃດ ທາງການລາວ ຈຶ່ງຈະມີການສລຸບ ແລະ ເປີດເຜີຍຜົລຂອງການສືບສວນ ສອບສວນ ເພື່ອໃຫ້ສາທາຣະນະໄດ້ຮັບຮູ້ເຖິງສາເຫຕອັນແທ້ຈິງ ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກເມື່ອປີກາຍ ນີ້ວ່າ ແມ່ນເກີດຈາກ ອັນໃດແທ້?

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org