ຜູ້ຮັບເຄາະເຂື່ອນແຕກ ໄດ້ເຂົ້າສານ ແຂງ-ແຫ້ງ

ສຸພັດຕາ
2020.01.10
F-Rice ໂຕຢ່າງເຂົ້າສານ ທີ່ທາງການແຈກຢາຍ ໃຫ້ຜູ້ປະສົບພັຍນໍ້າຖ້ວມ ຍ້ອນເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື
ຮູບຈາກ : ນັກຂ່າວພົລເມືອງ

ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຮຽກຮ້ອງໃຫ້ທາງການ ປ່ຽນເຂົ້າສານໃຫ້ໃໝ່ ຍ້ອນວ່າ ເຂົ້າທີ່ໄດ້ຮັບໃນແຕ່ລະ ເດືອນນັ້ນ ແຂງ ກິນບໍ່ໄດ້ ແມ້ແຕ່ເອົາເກືອໄກ່ ໄກ່ກໍຍັງບໍ່ກິນ, ດັ່ງປະຊາຊົນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວຜູ້ນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 7 ມົກກະຣາ ນີ້ວ່າ:

“ເວົ້າເລື່ອງແນວສັບສົນ ກະສັບສົນ ຄືເຂົ້າກິນນີ້ແຫຼ້ວ ເບິດຄູ່ບ້ານ ເຂົ້າກິນນີ້ແຫຼ້ວ ມັນບໍ່ເປັນຕາກິນ ແນວອື່ນກະພໍຢູ່ຢູ່ ໃນການຢູ່ເຮືອນ ຢູ່ຊານ ຮ້ອນຮົນກະພໍຢູ່ ລະອຶກລະແອກະພໍຢູ່ໄດ້ ແຕ່ເຂົ້າກິນຫັ້ນແຫຼະ ເຂົ້າຫັ້ນແຂງ ເກືອໄກ່ຍັງບໍ່ກິນເຂົ້າຫັ້ນ ເກືອໝູ ກະບໍ່ກິນ ສເນີຢູ່ ຫາກແຕ່ວ່າ ຄືບໍ່ຫັນວ່າແນວໃດ ສເນີຫຼາຍເດືອນລະເດ້ ເປັນທໍ່ໃດເດືອນລະໃດ໋ ບໍ່ແມ່ນແຕ່ວ່າສເນີດຽວນີ້ ຫຼາຍເດືອນເມືອຫຼັງລະ ຍັງບໍ່ໄດ້ ຍິນວ່າ ຊິເອົາໂຕໃດມາ ຍັງບໍ່ໄດ້ຍິນຢູ່ ຈັກຊິເອົາໂຕໃດມາ ຍັງບໍ່ເຫັນວ່າແນວໃດ.”

ໃນຂນະດຽວກັນ ຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງ ທີ່ມີບັນຫາດຽວກັນນັ້ນ ເວົ້າວ່າ ບໍ່ເຂົ້າໃຈຄືກັນ ວ່າທາງການ ເອົາເຂົ້າຈາກໃສມາ ໃຫ້ກິນ ມີແຕ່ໂຕມອດແຕ່ແມງ ແລະກໍເປັນເຂົ້າແຂງກິນກໍບໍ່ໄດ້ເລີຍ ຕ້ອງຂາຍອອກໃນຣາຄາຖືກ ແລ້ວຊື້ເຂົ້າໃໝ່ມາກິນ:

“ເຂົ້າຫັ້ນມັນກະບໍ່ເປັນຕາກິນເຂົ້າຫັ້ນ ເອົາມາໃຫ້ ໃຫ້ລະກະຂາຍເຂົ້າຫັ້ນ ສອບນຶ່ງ 150,000 ກະຍັງບໍ່ມີຜູ້ຊື້ ມາຊື້ເຂົ້າໂຕກິນ ຊື້ເຂົ້າອັນນີ້ ກິນມັນກະສອບນຶ່ງ ຕົກຢູ່ 380,000 ເຂົ້າຈັກມັນເຮັດຈັ່ງໃດ ຈັກວ່າມັນເປັນຢູ່ບ່ອນໃດ ຈັກມັນຮົ່ວທາງການບໍ ຫຼືວ່າມັນເປັນມາ ຕັ້ງແຕ່ພຸ້ນ ກະຍັງບໍ່ເຂົ້າໃຈເຂົ້າ ລາງຄົນມັນກະວ່າ ມັນມາປ່ຽນເອົາ ແຕ່ເຂົ້າມາແຕ່ພຸ້ນ ກະຊິດີຢູ່ເບາະ ກະບໍ່ເຂົ້າໃຈ.”

ກ່ຽວກັບເຣື້ອງເຂົ້າກິນແຂງນີ້ ວິທຍຸ ເອເຊັຽເສຣີ ໄດ້ໂທຣະສັບ ສອບຖາມ ໄປຍັງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສນາມໄຊ ທ່ານກ່າວ ກ່ຽວກັບເຣື້ອງນີ້ວ່າ:

“ກະແນ່ນອນແຫຼະ ເພາະວ່າອັນນີ້ ແມ່ນເຂົ້າຂອງປີ 2019 ເນາະ 2020 ພວກເຮົາກະຕ້ອງຄົ້ນຄວ້າໃໝ່ ນະໂຍບາຍຕື່ມ ວ່າຊັ້ນຊະ ສະນັ້ນ ຕໍ່ໄປກະແນ່ນອນແຫຼະ ກະຕ້ອງຄົ້ນຄວ້າ ອັນໃດມັນຊິດີກວ່າເກົ່າ ພວກເຮົາກະຕ້ອງໄດ້ຄົ້ນຄວ້າ ພຍາຍາມຫາ ທາງເລືອກທີ່ດີຫັ້ນແຫຼະ ໃຫ້ ປະຊາຊົນນໍ້.”

ທ່ານ ບຸນໂຮມ ກ່າວຕື່ມວ່າ ເມື່ອເດືອນ ກໍຣະກະດາ ປີ 2019 ຜ່ານມາ ທາງການ ກໍໄດ້ຈ່າຍເງິນ ຄ່າເຄື່ອງໃຊ້ໃນຄົວເຮືອນ ໃຫ້ແກ່ປະຊົນ ທີ່ໄດ້ຮັບ ຜົນກະທົບ ໄປແລ້ວ 50% ແລະ ສ່ວນຍັງເຫຼືອ ອີກ 50% ແມ່ນຈະກວດກາຂໍ້ມູນ ໃຫ້ຣະອຽດຄືນກ່ອນ ຈຶ່ງຈະຊົດເຊີຍ ຄາດວ່າ ຈະເຣີ່ມຈ່າຍໃນທ້າຍເດືອນ ມົກກະຣາ ນີ້. ສໍາລັບເຣື້ອງການຊົດເຊີຍ ຄ່າຊັບສິນຄົງທີ່ ເຮືອນຊານບ້ານຊ່ອງ, ດິນໄຮ່-ດິນນາ ນັ້ນ ຍັງບໍ່ທັນ ຊົດເຊີຍ ແລະ ເຣື້ອງເຮືອນຢູ່ຖາວອນ ກໍຍັງບໍ່ທັນໄດ້ສ້າງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.