ພົບຊາກໂຄງກະດູກມະນຸດ ເກົ່າແກ່

ມະນີຈັນ
2015.04.13
F-Phaling ນັກວິທຍາສາດ ຊາວ ອະເມຣິກັນ ໄດ້ປະກາດ ຜ່ານເວັບໄຊ LiveScience.com ວ່າມີມະນຸດເຄີຍ ອາໄສຢູ່ ໃນເຂດອາຊີ ມາກວ່າ 60 ພັນ ປີແລ້ວ ໂດຍສະເພາະ ຢູ່ພາກເໜືອ ຂອງລາວ.
Courtesy of LiveScience

ນັກ ວິທຍາສາດ ຄົ້ນພົບ ສອງ ຊາກ ໂຄງ ກະດູກ ມະນຸດ ຢູ່ ຖໍ້າຜາລີງ ແຂວງ ຫົວພັນ ຂອງ ລາວ ທີ່ ຢູ່ໃກ້ ກັບ ສາຍພູ ວຽດນາມ, ຊາກໂຄງ ກະດູກ ທີ່ ຄົ້ນພົບ ນັ້ນ ມີ ລັກສນະ ຕ່າງ ກັນ ແລະ ຢູ່ ຫ່າງກັນ ບໍ່ ເທົ່າໃດ ແມັຕ ຊຶ່ງ ເປັນ ຊາກ ກະໂຫຼກ ຫົວ ຂອງ ມະນຸດ ເກົ່າແກ່ ທີ່ສຸດ ທີ່ ບໍ່ເຄີຍ ຄົ້ນພົບ ມາ ກ່ອນ ໃນ ພາກພື້ນ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້. ກະໂຫຼກຫົວ ຄົ້ນພົບ ຢູ່ຖໍ້າ ໃນ ປະເທດ ລາວ ເມື່ອປີ 2009 ແລະ ຊາກ ກະດູກ ຄາງກະໄຕ ທີ່ຢູ່ໃກ້ ກັນນັ້ນ ໄດ້ ພົບເຫັນ ເມື່ອ ປີ 2010.

ດຣ. Laura Shackleford ສາສຕຣາຈານ ຝ່າຍ ມະນຸດສາດ ມະຫາວິທຍາລັຍ Illinois ສະຫະຣັຖ ອະເມຣິກາ ກ່າວ ຕໍ່ຂ່າວ red Orbit ຜ່ານທາງ ອີແມວລ ວ່າ ການ ຄົ້ນພົບ ຊາກ ກະໂຫຼກ ມະນຸດ ຢູ່ເຂດ ຖໍ້າຜາລີງ ຊ່ວຍໃຫ້ ເຂົ້າໃຈ ເຖິງ ການ ອົພຍົບ ຂອງ ມະນຸດ ເຂົ້າມາ ເອເຊັຽ ຕາເວັນອອກ ແຕ່ ສມັຍ ກ່ອນໆ ນັ້ນ. ແລະວ່າ ເຂດນີ້ ເປັນ ເສັ້ນທາງ ຜ່ານ ສາຍ ສໍາຄັນ ສໍາລັບ ຄົນ ສມັຍກ່ອນ ທີ່ ອົພຍົບ ມາຢູ່ ເອເຊັຽ ຕາເວັນ ອອກ ຫລື ໄປຢູ່ Australia ເຂດ ທີ່ ມີການ ບຸກເບີກ ແລະ ຫາກໍ່ ມີການ ຄົ້ນພົບ ຂໍ້ມູນ ເມື່ອ ບໍ່ນານ ມານີ້.

ດຣ. Shackleford ກ່າວ ຕື່ມວ່າ ຊາກ ກະໂຫຼກ ຫົວ ທີ່ ພົບຢູ່ ຖໍ້າຜາລີງ ຂອງລາວ ເປັນ ຊາກ ທີ່ ເກົ່າແກ່ ທີ່ສຸດ ຈາກ ແຜ່ນດິນ ໃຫຍ່ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ແລະ ໃນຕົວຈິງ ກໍຢູ່ນອກ ອາຟຣິກກາ ຫລື ແລວ Levantine ແລະ ບົ່ງບອກ ເຖິງ ຍຸກສມັຍ ແລະ ຄວາມ ຫຼາກຫຼາຍ ທີ່ ໜ້າສົນໃຈ ກ່ຽວກັບ ມະນຸດ ສມັຍ ກ່ອນ.

ໃນຂນະ ດຽວກັນ ຂ່າວ ຈາກເມືອງ Tripoli ກໍຣາຍງານ ຄ້າຍ ຄືກັນວ່າ ຊາກ ຫົວ ກະໂຫຼກ ທີ່ ຖືກ ຄົ້ນພົບ ຢູ່ ຖໍ້າຜາລີງ ພາກເໜືອ ຂອງ ລາວ ເຮັດໃຫ້ ນັກ ວິທຍາສາດ ຮູ້ວ່າ ມະນຸດ ສມັຍ ກ່ອນ ມີຄວາມ ຫຼາກຫຼາຍ ທາງ ຮ່າງກາຍ ແລະ ກໍ ບົ່ງບອກ ເຖິງການ ອົພຍົບ ເຂົ້າມາ ເຂດ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ແຕ່ ດົນນານ ກວ່າທີ່ ຄາດຄິດ ກັນ ໄວ້ກ່ອນ ນັ້ນ. ແລະວ່າ ທັງ ຫົວກະໂຫຼກ ແລະ ຊາກ ຄາງກະໄຕ ເປັນຂອງ ມະນຸສ ສມັຍ ຣະຫວ່າງ 46 ພັນ ຫາ 63 ພັນ ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.