ໂຄງການນໍ້າສະອາດ ໃນເຂດຊົນນະບົດ
2013.02.04

ມູນນິທິ ອະເມຣິກັນ ໃຫ້ທຶນໃນມູນຄ່າ 5 ແສນ ໂດລາ ສະຫະຣັດ ສຳລັບ ນຳໄປກໍ່ສ້າງ ຣະບົບ ນໍ້າປະປາ ຂນາດນ້ອຍ ຫລືນໍ້າບາດານ ຢູ່ຕາມເຂດ ຊົນນະບົດ ຫລາຍແຫ່ງ ເພື່ອຊາວບ້ານ ຫລາຍຮ້ອຍ ຄອບຄົວ ຈະມີ ນໍ້າສະອາດໃຊ້. ສຳຫບັບກິນ ແລະໃຊ້.
ໜັງສືພີມ ວຽງຈັນທາມສ໌ ໄດ້ແຈ້ງ ໃນມື້ວັນຈັນ ນີ້ວ່າ ໂຄງການຊ່ວຍເຫລືອ ດັ່ງກ່າວ ມີການລົງນາມ ໃນບັນທຶກ ຄວາມເຂົ້າໃຈ ຫຼື (MOU) ໃນມື້ວັນສຸກ ຜ່ານມາ ຣະຫວ່າງ Dr. Luc Janssens ປະທານ ມູນນິທິ (Lao Rehabilitation Foundation) ແລະ Dr. Kongkham Myboun ຮອງອະທິບໍດີ ຂອງ ສູນກາງແຫ່ງຊາດ ດ້ານ ສະພາບແວດລ້ອມ ແລະ ນໍ້າ (Environment Health and Water Supply) ໂດຽມີ ເຈົ້າໜ້າທີ່ ຣະດັບ ຣັຖບານ ທ້ອງຖີ່ນ ຫລາຍທ່ານ ເຂົ້າຮ່ວມນໍາ. ທຶນການຊ່ວຍເຫລືອ ດັ່ງກ່າວ ເປັນໂຄງການ ຣະຍະ 5 ປີ ເຣີ້ມແຕ່ ປີ 2013 ໄປຫາ ປີ 2017 ຈະສ້າງຣະບົບ ນໍ້າປະປາ 4 ແຫ່ງ ພ້ອມດ້ວຍ ໂຄງການເຈາະ ນໍ້າບາດານ 20 ແຫ່ງ ຢູ່ ແຂວງອຸດົມໄຊ ຄໍາມ່ວນ ສວັນນະເຂຕ ແລະ ແຂວງວຽງຈັນ.
ນອກຈາກ ຣະບົບ ນໍ້າປະປາ ແລະ ນໍ້າບາດານ ແລ້ວ ໃນລະຍະ 5 ປີ ຜ່ານມາ ທາງມູນນິທິ ກໍໄດ້ຊ່ວຍ ຣັຖບານລາວ ໃນເຣື້ອງເຄື່ອງໃຊ້ ອຸປກອນ ແລະ ສ້າງສູນປິ່ນປົວ ຜູ້ປ່ວຍ ໃນຫລາຍແຂວງ ຢູ່ທາງພາກເໜືອ ຂອງລາວ ເຊັ່ນ ແຂວງ ອຸດົມໄຊ ຫລວງນໍ້າທາ ບໍ່ແກ້ວ ແລະ ຜົ້ງສາລີ.