ເດັກນ້ອຍພະເນຈອນ ໃນວຽງຈັນ


2013.07.15
F-beggars ເດັກນ້ອຍລາວ ຖືກປ່ອຍປະ ຂາດຄວາມ ສົນໃຈ ເບີ່ງແຍງ ຢ່າງໃກ້ຊິດ
experience-southeastasia

 

ເດັກນ້ອຍລາວ ບາງຈໍາພວກ ຖືກປະປ່ອຍ ຢູ່ໄປຕາມ ລໍາພັງ ໃນ ນະຄອນຫລວງ ວຽງຈັນ ແລະ ໃນເມືອງໃຫຍ່ ອື່ນໆ ຂອງລາວ ແລະ ສ່ວນນຶ່ງ ກໍເປັນເຫຍື່ອ ຂອງ ການ ຄ້າມະນຸດ. ເຈົ້າໜ້າທີ່ ອົງການ ຊ່ວຍເຫລືອເດັກນ້ອຍ ຢູ່ລາວ ໃຫ້ຂໍ້ມູນ ກ່ຽວກັບ ເຣື່ອງ ນີ້ຕື່ມວ່າ:

“ຕ່າງແຂວງ ກໍມີ ນະຄອນຫລວງ ກໍມີ ສິແມ່ນ ຂະເຈົ້າ ຫລົງມາກັບ ພໍ່ແມ່ ພໍ່ແມ່ ຂະເຈົ້າມາປະ ຢູ່ພີ້ ສິມີທັງ ຂໍທານ ກໍມີ ຖືກຄ້າມະນຸດ ກໍມີ ທາງນາຍໜ້າ ເພິ່ນຕົວະມາ ກໍມີ ຄືກັນ ທີ່ວ່າ ຊອກຫາ ຄອບຄົວ ບໍ່ໄດ້ ທາງເຈົ້າໜ້າທີ່ ເພິ່ນ ເອົາມາໃຫ້ ແລ້ວເຮົາ ກໍຊອກຕິດຕໍ່ ຫາຄອບຄົວ ຂະເຈົ້າ.”

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ໃນຈຳນວນ ເດັກນ້ອຍ ເຍົາວະຊົນ ທີ່ ຖືກປະປ່ອຍ ນັ້ນ ມີເດັກນ້ອຍ ນຶ່ງຄົນ ຖືກຂາຍໄປ ໄທ; ແລ້ວກະຊວງ ການຕ່າງ ປະເທດລາວ ຕິດຕໍ່ ປະສານງານ ກັບ ເຈົ້າໜ້າທີ່ ທາງການ ໄທ ທີ່ຊ່ວຍເຫລືອ ເດັກນ້ອຍລາວ ອອກມາໄດ້ ແລະ ໄດ້ຈັດສົ່ງ ກັບຄືນ ແລະ ທາງການລາວ ກໍສົ່ງໃຫ້ ອົງການ ຊ່ວຍເຫລືອ ເດັກນ້ອຍ ເພື່ອ ຊອກຫາ ພໍ່ແມ່ ພີ່ນ້ອງ ຂອງ ເຂົາເຈົ້າ.

ຈົນເຖິງ ປັດຈຸບັນ ທາງ ອົງການ ຊ່ວຍເຫລືອ ເດັກນ້ອຍ ສາມາດ ຈັດສົ່ງ ເດັກນ້ອຍ ກັບຄືນ ສູ່ຄອບຄົວ ປະມານ 20 ຄົນ. ເຈົ້າໜ້າທີ່ ຊ່ວຍເຫລືອ ເດັກນ້ອຍ ເວົ້າວ່າ ຢູ່ ນະຄອນຫລວງ ວຽງຈັນ ຍັງມີ ເດັກນ້ອຍ ຈາກ ຕ່າງແຂວງ ຫລາຍຄົນ ທີ່ ຍັງບໍ່ທັນໄດ້ ຮັບການ ຊ່ວຍເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.