ປ່າໄມ້, ສັດປ່າ ຖືກທຳລາຍ ຈາກໄຟໄໝ້ປ່າ ຍ້ອນການຈູດໄຮ່

ໄຟໄໝ້ປ່າ ຢູ່ປະເທດລາວ ໄດ້ທຳລາຍປ່າໄມ້, ສັດປ່າ ແລະ ເຄື່ອງປ່າຂອງດົງ ຢ່າງຫຼວງຫຼາຍ ໂດຍສະເພາະ ໃນພາກເໜືອ ມີພູນັບ 100 ແຫ່ງ ຖືກໄຟໄໝ້ ກາຍເປັນພູຫົວໂລ້ນ ແລະ ຫ້ວຍໜອງຄອງບຶງ ກໍບົກແຫ້ງ ຊຶ່ງກະທົບຕໍ່ສັດນໍ້າ, ສັດປ່າ ເຮັດໃຫ້ຫຼຸດໜ້ອຍລົງ ແລະສ່ຽງສູນພັນ.

ສະພາບໄຟໄໝ້ປ່າ ເຂດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ. ນັກຂ່າວ ພົລເມືອງ

ນັບແຕ່ເດືອນມີນາ ຈົນເຖິງປາຍເດືອນເມສາ ຂອງທຸກປີ ຈະມີການຈູດໄຮ່, ຈູດປ່າ ແລະໄຟໄໝ້ປ່າ ຢູ່ປະເທດລາວ ຊຶ່ງໄດ້ທຳລາຍປ່າໄມ້, ຕົ້ນໄມ້, ສັດປ່າ ແລະ ເຄື່ອງປ່າຂອງດົງ ຢ່າງຫຼວງຫຼາຍ ໂດຍສະເພາະ ໃນພາກເໜືອ ມີພູນັບ 100 ແຫ່ງຖືກໄຟໄໝ້ ກາຍເປັນພູຫົວໂລ້ນ ແລະ ຫ້ວຍໜອງ ກໍບົກແຫ້ງ ຊຶ່ງກະທົບຕໍ່ສັດນໍ້າ, ສັດປ່າ ຫຼຸດໜ້ອຍລົງ ແລະສ່ຽງສູນພັນ.

ດັ່ງຊາວບ້ານຜູ້ນຶ່ງ ໃນແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ພຶສພາ ນີ້ວ່າ:

ແບບວ່າຫັ້ນແຫຼະ ມັນກາໄໝ້ໝົດ ພວກເຄື່ອງປ່າ ຂອງດົງ ການຫາ ການອັນນັ້ນ ກາໜ້ອຍລົງ ມາເວົ້າເຣື່ອງການຫາກິນ ຕາມທັມມະຊາຕນີ້ ກາຢາກຍາກແດ່ແລ້ວ.

ຊາວລາວຜູ້ນີ້ ກ່າວອີກວ່າ ການຈູດໄຮ່ ແລະການເຜົາພື້ນທີ່ ທຳການກະເສຕ ໃນລາວນັ້ນຖື ເປັນວິຖີຊີວິດຂອງຊາວບ້ານ ເຖິງຊາວບ້ານຈະເຂົ້າໃຈດີວ່າ ການຈູດໄຮ່ ແລະເຜົາພື້ນທີ່ ທຳການກະເສຕ ສ້າງມົລພິດທາງອາກາດ ຢ່າງໜັກໜ່່ວງ, ກະທົບຕໍ່ປ່າໄມ້ ແລະ ສັດປ່າ ຢ່າງຫຼວງຫຼາຍ ກໍຕາມ. ສິ່ງທີ່ຊາວບ້ານຮັບຮູ້ໄດ້ ເຖິງຜົລກະທົບ ກໍຄືຈຳນວນເນື້ອທີ່ປ່າໄມ້ ຫຼຸດລົງທຸກປີ ນັ້ນໝາຍຄວາມວ່າ ສະບຽງອາຫານ ຂອງຊາວບ້ານ ເປັນຕົ້ນໜໍ່ໄມ້, ຜັກປ່າ, ສັດປ່າ ແລະ ສັດນໍ້າ ກໍຫຼຸດລົງເລື້ອຍໆ.

ຊາວບ້ານອີກຜູ້ນຶ່ງ ໃນແຂວງບໍ່ແກ້ວ ກ່າວວ່າ ປີນີ້ຊາວບ້ານພາກກັນຈູດໄຮ່, ຈູດປ່າ ແລະ ຍັງເກີດໄຟໄໝ້ປ່າອີກ ຫຼາຍຈຸດ ຖືວ່າໜັກໜ່ວງຫຼາຍສົມຄວນ ໃນປີນີ້ນອກຈາກສັດນໍ້າ, ສັດປ່າ ຈະໄດ້ຮັບຜົລກະທົບແລ້ວຍັງເຮັດໃຫ້ ສະພາບອາກາດ ພາຍໃນແຂວງມືດຄື້ມ ແລະເປັນສີສົ້ມແດງ ປະຊາຊົນສ່ວນໃຫຍ່ເກີດອາການລະຄາຍເຄືອງ ໃນຕາ, ບາງຄົນກໍໄອຈາມ ຕລອດເວລາ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຊ່ວງຣະດູການຈູດເນື້ອທີ່ ທຳການຜລິດຫັ້ນ ມັນກາອາກາດ ມັນກາບໍ່ສົດຊື່ນສົດໃສ ຫຍັງແຫຼະ ມັນກາມືດຄື້ມ ຄວັນໄຟບ່ອນຖິ່ນຢູ່ອາສັຍ ສັດເສັຍຫາຍ.

ຂະນະທີ່ດາວທຽມ Moderate Resolution Imaging Spectroradiometer (MODIS) ຂອງນ່າຊ້າປະເທດສະຫະຣັຖ ອາເມຣິກາ ໄດ້ຣາຍງານໃຫ້ຮູ້ວ່າ ລະຫວ່າງວັນທີ 10-11 ມີນາ 2023 ຜ່ານມາ ພົບຈຸດຄວາມຮ້ອນ ຈາກການຈູດໄຮ່, ຈູດປ່າ ແລະ ເຜົາພື້ນທີ່ ທຳການກະເສຕ ໃນລາວສູງເຖິງ 1,656 ແຫ່ງ ຫຼາຍທີ່ສຸດໃນພາກພື້ນ ຮອງຈາກປະເທດພະມ້າ.

ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ກ່າວວ່າ ການຈູດໄຮ່ ແລະໄຟໄໝ້ປ່າ ປີນີ້ຖືວ່າໜັກໜ່ວງ ແລະ ຮຸນແຮງທີ່ສຸດ ຊຶ່ງຄາດວ່າພືດຜັກ, ປ່າໄມ້ ແລະ ສັດນໍ້າ, ສັດປ່າ ຈະຖືກທຳລາຍໄປຈຳນວນຫຼາຍ ແຕ່່ບໍ່ມີໜ່ວຍງານໃດ ລົງເກັບກຳຂໍ້ມູນ ເປັນສະຖິຕິເທື່ອ. ຕາມສັງເກດ ໃນໄລຍະນີ້ ຈະເຫັນວ່າປະຣິມານ ເຄື່ອງປ່າຂອງດົງ ບໍ່ມີຂາຍເປັນຫຼາຍຄືແຕ່ກ່ອນ ເພາະເນື້ອທີ່ປ່າໄມ້ ຫຼຸດລົງຫຼາຍ ໃນປັດຈຸບັນ. ສ່ວນທີ່ເຫຼືອ ເປັນເຂດປ່າປ້ອງກັນ, ເຂດປ່າສງວນແຫ່ງຊາຕ ຊຶ່ງເປັນເຂດອະນຸຮັກໄວ້ຈຶ່ງບໍ່ອະນຸຍາດໃຫ້ ບຸກຄົນໃດເຂົ້າໄປຫາຢູ່ ຫາກິນ.

ດັ່ງເຈົ້າໜ້າທີ່ທ່ານນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ປີນີ້ມີໄໝ້ຫຼາຍ ສັດ ປູ ສັດປ່າ ມີການໂຍກຍ້າຍ ຫຼືວ່າເສັຍຊີວິດ (ຕາຍ) ຫາຍາກ ຫາຍາກ ແລ້ວບໍ່ມີແລ້ວນ່າ ມັນບໍ່ມີເປັນພື້ນທີ່ຫຍັງແລ້ວນ່າ ກ່ອນຊິຈູດກ່ອນຊິຫຍັງນີ້ ໃຫ້ເຕົ້າໂຮມຊາວໜຸ່ມ ແລ້ວກາປ້ອງກັນສຸດທ້າຍກາຍັງເກີດຄືເກົ່າຢູ່ຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຊຽງຂວາງ ກ່າວວ່າ ຣະດູການຈູດໄຮ່ ແລະເຜົາພື້ນທີ່ ທຳການກະເສຕ ຂອງຊາວບ້ານຖືເປັນໄລຍະເວລາ ທີ່ເກີດມົລພິດທາງອາກາດ ຢ່າງໜັກໜ່ວງແຕ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດປະຕິບັດມາຕການຫຍັງໄດ້ ສ່ວນຜົລກະທົບ ທີ່ເຫັນຄືຜູ້ຄົນສ່ວນໃຫຍ່ ຈະເກີດອາການລະຄາຍເຄືອງ ໃນຕາ ໄອ-ຈາມ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກາຫາກຢູ່ຍາກແທ້ແລ້ວ ມົລພິດເດ້ຫວ່າງແລ້ວນີ້ນ່າ ມີຊ່ວງນຶ່ງຫັ້ນເນາະ ເປັນຢ້ານຫັ້ນນ່າຈູດ ໝົດຫຼາຍໃດເນາະ ແຕ່ວ່າມັນເວົ້າບໍ່ໄດ້ຄືວ່າຫັ້ນແຫຼະ ມັນຢູ່ໄກເນາະນໍ້າກາບໍ່ມີ.

ສຳລັບໄຟໄໝ້ປ່າ ໃນປີ 2023 ນີ້ ເຖິງຈະຍັງບໍ່ມີຣາຍງານ ຄວາມເສັຍຫາຍຢ່າງເປັນທາງການ ແຕ່ໃນເບື້ອງຕົ້ນ ພົບວ່າເກີດໄຟໄໝ້ປ່າ ຢູ່ແຂວງພາກເໜືອຂອງລາວຫຼາຍສິບພັນ ເຮັກຕ້າຣ໌ ສະເພາະແຂວງອຸດົມໄຊ ເນື້ອທີ່ປ່າໄມ້ ເກືອບເຖິງເຄິ່ງນຶ່ງ ຖືກໄຟໄໝ້. ສ່ວນຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ແລະເມືອງວຽງຄຳ ແຂວງຫຼວງພຣະບາງ ໄຟໄໝ້ປ່າ ຢ່າງໜ້ອຍ16,137 ເຮັກຕ້າຣ໌. ອີງຕາມຂໍ້ມູນ ຈາກກົມປ່າໄມ້, ກະຊວງກະສິກັມ ແລະປ່າໄມ້, ຢູ່ລາວ ໃນໄລຍະ 8 ປີຜ່ານມາ ຄືປີ (2014-2022) ມີປ່າຖືກໄຟໄໝ້ໄປແລ້ວ ຫຼາຍກວ່າ 320,000 ເຮັກຕ້າຣ໌, ໂດຍໃນປີ 2021 ໄຟໄໝ້ລາມປ່າ ຫຼາຍກວ່າໝູ່ ຄື 209,682 ເຮັກຕ້າຣ໌, ເຊິ່ງກະທົບຫຼາຍສຸດ ຢູ່ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.

ສ່ວນສາເຫດຕົ້ນຕໍ ທີ່ພາໃຫ້ເກີດມີໄຟໄໝ້ປ່າ ໃນຂອບເຂດທົ່ວປະເທດ ແມ່ນຍ້ອນກິຈກັມ ຂອງສັງຄົມໂດຍສະເພາະ ການບຸກເບີກ ແລະຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການກະເສຕ ເປັນຕົ້ນຈູດໄຮ່ ເພື່ອປູກເຂົ້າ, ປູກມັນຕົ້ນ, ປູກສາລີ, ຢາງພາຣາ ແລະ ພືດເສຖກິຈອື່ນໆ, ຈູດປ່າເພື່ອຫາຢູ່ຫາກິນ ໃນປ່າເຊັ່ນລ່າສັດ ແລະ ຈູດເພື່ອຂຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ .

ພ້ອມດຽວກັນນັ້ນ ສະພາບການປ່ຽນແປງ ຂອງດິນຟ້າອາກາດ ທີ່ເຮັດໃຫ້ຝົນຕົກຊ້າ ຫຼື ຕົກບໍ່ທົ່ວເຖິງໃນປີ 2023 ນີ້ ເຮັດໃຫ້ພື້ນທີ່ປ່າໄມ້ ມີຄວາມແຫ້ງແລ້ງ ຂະນະທີ່ກິ່ງໄມ້, ໃບໄມ້ ທີ່ຕາຍ ແລະແຫ່ວແຫ້ງຍັງສາມາດກາຍເປັນ ເຊື້ອເພີງໄດ້ (ດີ ຕິດໄຟໄດ້ງ່າຍ).

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org