ຜູ້ເຄາະຮ້າຍເຂື່ອນແຕກ ຕ້ອງການ ວຽກເຮັດງານທໍາ

ສຸພັດຕາ
2020.06.04
F-Sanamxay ຜູ້ປະສົບພັຍ ເຂື່ອນເຊປ່ຽນ-ເຊນໍ້ານ້ອຍ ແຕກ ເມືອງສນາມໄຊ ແຂວງອັດຕະປື
Korea CSO group

ຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ຕ້ອງການວຽກເຮັດງານທໍາ ເພື່ອສ້າງຣາຍໄດ້ ຫຼັງຈາກການເຮັດໄຮ່ເຮັດນາ ແລ້ວ, ເປັນຕົ້ນ ເຮັດວຽກກັບບໍຣິສັດຈີນ ທີ່ເຂົ້າມາລົງທຶນ ໃນໂຄງການປູກຕົ້ນໄມ້ ກິນໝາກ ຢູ່ພາຍໃນເມືອງສນາມໄຊ ຫຼືບໍ່ ກໍໄປຮັບຈ້າງເຮັດວຽກ ຢ່າງອື່ນ, ດັ່ງຊາວບ້ານ ໃນເມືອງສນາມໄຊ ຜູູ່ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມິຖຸນາ ນີ້ວ່າ:

“ຍາມນີ້ຫັ້ນ ຍາມນາ, ເຂົາຍັງຄາເຮັດນາ ຖ້າວ່າໄປເຮັດນາ ກໍບໍ່ໄດ້ເຮັດ ທາງນີ້ຍາມດໍານາແລ້ວພຸ້ນ ຍາມເຂົາຄາວຽກ ເຂົາກະບໍ່ໄດ້ໄປ, ຍາມແລ້ວ ເຂົາຫຼິວເຮັດນາ ເດືອນເກົ້າ ເດືອນສິບພຸ້ນ ເຂົາບໍ່ມີວຽກເຮັດ ແຫຼະເຂົາຈັ່ງໄປ.”

ຊາວບ້ານອີກຄົນນຶ່ງ ກໍເວົ້າວ່າ ຕ້ອງເບິ່ງກ່ອນວ່າ ຣາຍໄດ້ຂັ້ນຕໍ່າ 50 ພັນກີບ ຕໍ່ມື້ຫຼືບໍ່ ແລະຈ້າງເປັນເດືອນ ເດືອນເທົ່າໃດ ໂຕນີ້ຕ້ອງໄດ້ ຖາມຄົນໃນຄອບຄົວກ່ອນ, ເພາະປັດຈຸບັນ ກໍເລີ້ມເຮັດນາແລ້ວ:

“ເຂົາເຮັດໄຮ່ ເຮັດນາ ກັນແລ້ວ ປັດຈຸບັນນີ້ ຍາມວ່າງພຸ້ນແຫຼ້ວ ປຶກສານໍາອັນນີ້ເພິ່ນກ່ອນ ບັນຫາ ມີຜູ້ຢາກໄປ ຄັນຜູ້ບໍ່ມີ ເຂົາກໍຈະໄປຢູ່ ດອກ ຜູ້ບໍ່ມີດິນ ບໍ່ມີດອນ.”

ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງສນາມໄຊ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍຣິສັດຈີນ ທີ່ເຂົ້າມາລົງທຶນນັ້ນ ເປັນໂຄງການປູກໝາກໄມ້ກິນໝາກ ຢູ່ເມືອງສນາມໄຊ ແຂວງອັດຕະປື.

ຕົ້ນໄມ້ໃຫ້ໝາກ ທີ່ຈະປູກ ກໍມີໝາກກ້ວຍ, ໝາກທຸລຽນ, ໝາກກ້ຽງ, ໝາກມີ້ ແລະມັນຕົ້ນ ເບື້ອງຕົ້ນໄດ້ເລີ່ມດໍາເນີນການແລ້ວ ວ່າງຕົ້ນ ເດືອນ ເມສາ ຜ່ານມານີ້ ຈະປູກຢູ່ 5 ບ້ານ ຄື ບ້ານ ໄຊດອນໂຂງ, ປິ່ນດົງ, ໜອງຫິນ, ໜອງໝາກມ່ວງມະກາ ແລະ ເຂດບ້ານປຸຍ ອຸດົມສຸກ:

“ທັງໝົດໃນການລົງທຶນ ກໍປະມານເກືອບ 3 ພັນກວ່າເຮັກຕ່າ ເພິ່ນຈະປູກແຕກຕ່າງກັນ ໄປກໍຈະປູກໝາກມີ້, ໝາກກ້ວຍ, ໝາກທຸລຽນ, ໝາກມັງກອນ ມັນຫັ້ນຫຼາຍ ມັນຈະປູກຢູ່ໄຊດອນໂຂງ, ໜອງຫິນ, ປິ່ນດົງ ໜອງໝາກມ່ວງມາກາ ແລະ ທາງເຂດປຸ໋ຍອຸດົມສຸກ ຕາມ ຄວາມເໝາະສົມຂອງພຶດ.”

ທ່ານກ່າວຕື່ມວ່າ ເປົ້າໝາຍຂອງໂຄງການນີ້ ແມ່ນຈະສົ່ງໝາກໄມ້ກິນໝາກຕ່າງໆ ອອກໄປຕ່າງປະເທດ ແລະເປັນການສ້າງຣາຍຮັບໃຫ້ ຊາວບ້ານພາຍໃນທ້ອງຖິ່ນ ໃຫ້ມີວຽກເຮັດງານທໍານໍ້າດ້ວຍ:

“ເປົ້າໝາຍເພິ່ນຈະສົ່ງເສີມ ປະຊາຊົນ ສ້າງຣາຍຮັບໃຫ້ປະຊາຊົນຫັ້ນແຫຼະ ປູກລະກໍເກັບກູ້ຜົນຜລິດເຂົາຫັ້ນແຫຼະ ສ່ວນໃຫຍ່ເພິ່ນສົ່ງອອກ ຕ່າງປະເທດ ກັມມະກອນສ່ວນໃຫຍ່ ຄົນໃນພື້ນທີ່ນີ້ແລ້ວສ່ວນນຶ່ງ ເພິ່ນກໍມາແຕ່ຕ່າງແຂວງ ທັງແຮງງານປະຈໍາແລະແຮງງານຣາຍວັນ ກະມີ.”

ຢ່າງໃດກໍຕາມ ໂຄງການປູກໝາກໄມ້ກິນໝາກ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃນນັ້ນ ມີທັງບໍຣິສັດຈີນ ແລະບໍຣິສັດວຽດນາມ ທີ່ເຂົ້າມາ ລົງທຶນ ຄືບໍຣິສັດ ຈ້ຽມຕ້າ ອັດຕະປື ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ບໍຣິສັດຈິ້ນໂກ້ ລາວຈໍາກັດ ຜູ້ດຽວ ແລະ ບໍຣິສັດ ຮ່ວງແອງ ຈໍາກັດ ຜູ້ດຽວ ໂດຍມີໄລຍະ ສັມປະທານ 25 – 30 ປີ ແລ້ວແຕ່ຄວາມເໝາະສົມ ຂອງພື້ນທີ່ ແລະສັນຍາ ຂອງ ແຕ່ລະບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.