ບ. ສົບຂີງ ດິນເຈື່ອນ ແຕກແຫງ
2020.11.10

ຊາວບ້ານ ບ້ານສົບຂີງ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຟຟ້າ ນໍ້າອູ3 ເປັນວິຕົກັງວົນ ຢ້ານດິນເຈື່ອນ ແລະ ຮອຍແຕກແຫງ ຢູ່ອ້ອມຮອບ ບໍຣິເວນ ບ້ານຈັດສັນໃໝ່ ທີ່ທາງໂຄງການເຂື່ອນ
ໄຟຟ້າ ນໍ້າອູ 3 ສ້າງທົດແທນ ໃຫ້ເປັນທີ່ຢູ່ຖາວອນ ແທນທີ່ຢູ່ເດີມ. ໂດຍບ້ານຈັດສັນໃໝ່ນີ້, ຊາວບ້ານ ບ້ານສົບຂີງ ຫາກໍຍ້າຍມາຢູ່ ຕົ້ນປີ 2020 ນີ້. ດັ່ງຊາວບ້ານຜູ້ນຶ່ງ ຢູ່ບ້ານສົບຂີງ ໄດ້
ກ່າວຕໍ່ເອເຊັຽເສຣີ ໃນວັນທີ 09 ພຶສຈິກາ ວ່າ:
"ແມ່ນແຫຼະເປັນຕາຢ້ານ ຢູ່ຢູ່ສູງໂພດ ມັນເຊາະມັນເຈື່ອນ ມັນຍຸບມັນແຕກຫັກ. ຫຼັກໄຟແຖວນັ້ນກາຍຸບ ຂະເຈົ້າກາຢ້ານ ມັນກາຫຍຸ້ງຍາກ ຢາກເຮັດແບບກັນເຈື່ອນໃສ່."
ຊາວບ້ານໄດ້ກ່າວຕື່ມວ່າ ເຂດຈັດສັນ ທີ່ທາງໂຄງການເຂື່ອນໄຟຟ້າ ນໍ້າອູ 3 ຈັດສັນໃຫ້ນັ້ນ, ມີລັກສະນະສູງຊັນ, ສ້າງຄວາມຢ້ານກົວ ໃຫ້ຊາວບ້ານ ຜູ້ຢູ່ອາສັຍ ເພາະບໍ່ໄດ້ເຮັດກັນເຈື່ອນ. ເວລາຝົນຕົກໜັກ ເຮັດໃຫ້ດິນຍຸບ ມີຄວາມສ່ຽງຫຼາຍ ທີ່ເຮືອນຂອງຊາວບ້ານ ຈະພັງລົງ.
ໃນເຂດບ້ານຈັດສັນ ມີເຮືອນ ຂອງຊາວບ້ານຫຼັງນຶ່ງ ທີ່ຍຸບໂຕລົງຫຼາຍເຕີບ ຈົນເກີດມີຮອຍແຕກແຫງ ໃນໂຕເຮືອນ ໃນໄລຍະຝົນຕົກໜັກ ທີ່ຜ່ານມານີ້ ເພາະເຮືອນຕັ້ງຢູ່ແຄມສັນພູ. ເບື້ອງຕົ້ນ, ໄດ້ແຈ້ງໄປຫາ ພາກສ່ວນທີ່ກ່ຽວຂ້ອງ ແລະ ໂຄງການເຂື່ອນໄຟຟ້າ ນໍ້າອູ3 ແລ້ວ, ແຕ່ຍັງບໍ່ທັນໄດ້ຮັບ ການແກ້ໄຂ ມາເປັນເວລາ 2 ເດືອນແລ້ວ. ດັ່ງຊາວບ້ານ ທີ່ເຮືອນມີຮອຍແຕກແຫງ ແລະ ບາງບ່ອນຍຸບໂຕລົງ ກ່າວວ່າ:
"ເຈົ້າກາແມ່ນລະເບາະ, ແຕ່ວ່າ ກາມີບາງຈຸດຊື່ໆເນາະ. ບາງຫຼັງມັນຍຸບ ລົງຫຼາຍເຕີບຢູ່. ເຂົາກາສເນີ ໄປຫາທາງການແລ້ວ, ທາງການເພິ່ນກາບໍ່ເວົ້າ ບໍ່ວ່າຫຍັງອັນນີ້. ມັນກາເປັນຄວາມສ່ຽງຢູ່ ຫາກມັນຍຸບລົງໄປ ກາຢ້ານເນາະ."
ຊາວບ້ານໄດ້ກ່າວຕື່ມວ່າ ເຖິງຈະຍັງບໍ່ມີເຮືອນ ຂອງຊາວບ້ານ ພັງເສັຽຫາຍ, ແຕ່ຊາວບ້ານທຸກຄອບຄົວ ຕ້ອງການໃຫ້ໂຄງການ ມາສ້າງກັນເຈື່ອນ ໃຫ້ແຂງແຮງ ເພື່ອປ້ອງກັນຄວາມສ່ຽງ ບໍ່ໃຫ້ເຫດການດິນເຈື່ອນ ເກີດຂຶ້ນ.
ໃນຂນະທີ່ ເຈົ້າໜ້າທີ່ ຂອງຂແນງການ ທີ່ກ່ຽວຂ້ອງ ທີ່ຮັບຜິດຊອບ ຂັ້ນເມືອງງອຍ ຍັງບໍ່ທັນໄດ້ຮັບ ຣາຍງານເຖິງການຮ້ອງຮຽນ ຕໍ່ກໍຣະນີຊາວບ້ານ ທີ່ຢູ່ບ້ານຈັດສັນ ສົບຂີງ ໄດ້ຮ້ອງຮຽນເຂົ້າມາເທື່ອ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ແລະ ຫ້ອງການຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ເມືອງງອຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຍັງບໍ່ທັນໄດ້ ຮັບຮູ້ເຣື່ອງດັ່ງກ່າວ ແລະ ຍັງບໍ່ເຫັນຊາວບ້ານ ຮ້ອງຮຽນເຂົ້າມາເທື່ອ. ໃນສ່ວນຂອງເຈົ້າໜ້າທີ່ ຮັບຜິດຊອບ ຣະດັບຂັ້ນແຂວງຫຼວງພຣະບາງ ກໍຍັງບໍ່ຮູ້ເຣື່ອງຜົລກະທົບ ດັ່ງກ່າວເທື່ອ. ແຕ່ຖ້າຊາວບ້ານ ຮ້ອງຮຽນຜ່ານເມືອງໄປແລ້ວ, ແຕ່ຖ້າຍັງບໍ່ມີ ຄວາມຄືບໜ້າ ກໍໃຫ້ເຮັດໜັງສື ຮ້ອງຮຽນເຂົ້າມາຫາ ຂັ້ນແຂວງ ເພື່ອໃຫ້ຄນະຮັບຜິດຊອບ ວຽກງານດັ່ງກ່າວ ລົງໄປກວດເບິ່ງ ໃນພື້ນທີ່ເກີດເຫດ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ທີ່ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ມາຫາໜ່ວຍງານ ຜແນກເລີຍ ມັນຕ້ອງເອົາເອກະສານ ເຂົ້າມາຂໍຄວາມເຫັນ ຜ່ານຫົວໜ້າ ຫົວໜ້າຈະມອບໃຫ້ ໜ່ວຍງານຄນະກັມມະການ ຂະເຈົ້າເນາະ. ຂະເຈົ້າຕ້ອງປຶກສາກັນ ລົງໄປ, ແຕ່ວ່າ ມື້ໃດ ບໍ່ທັນໃຫ້ຄຳຕອບ."
ຄນະຮັບຜິດຊອບ ໂຄງການເຂື່ອນໄຟຟ້າ ນໍ້າອູ 3, ທ່ານ ອາຟາງ ໄດ້ຊີ້ແຈງວ່າ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຟຟ້າ ນໍ້າອູ 3 ມີທັງໝົດ 18 ບ້ານ, 13 ບ້ານ ຢູ່ເມືອງຂວາ, 1 ບ້ານ ຢູ່ເມືອງໃໝ່ແຂວງຜົ້ງສາລີ ແລະ 4 ບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ. ໂຄງການນີ້, ມີປະຊາຊົນ 10 ເມືອງ ຂອງແຂວງຜົ້ງສາລີ ແລະ ແຂວງຫຼວງພຣະບາງ 2,300 ຫຼັງຄາເຮືອນ ແລະ ປະມານ 12,000 ຄົນ ຖືກໂຍກຍ້າຍ ອອກຈາກ ຖິ່ນທີ່ຢູ່ອາສັຍເດີມ.
ຕໍ່ກໍຣະນີ ຜົລກະທົບ ຂອງເຂື່ອນນໍ້າອູ 3 ໃນໄລຍະຜ່ານມາ ຍານາງ ຄຳຈັນ ພົມແສງສວັນ, ຮອງປະທານ ສູນກາງແນວລາວສ້າງຊາດ ກ່າວໃນກອງປະຊຸມສະພາແຫ່ງຊາດ ເມື່ອທ້າຍປີ 2019 ວ່າ ເຂື່ອນໄຟຟ້າ ນໍ້າອູ 3 ປະຊາຊົນໄດ້ຮັບ ຄ່າຊົດເຊີຍ ບໍ່ເໝາະສົມ,ການໂຍກຍ້າຍ ປະຊາຊົນ ໄດ້ໂຍກຍ້າຍຫຼາຍເທື່ອ ເນື່ອງຈາກການຈັດສັນ ບໍ່ເໝາະສົມ.
ເຂື່ອນໄຟຟ້າ ນໍ້າອູ 3 ຕັ້ງຢູ່ບໍຣິເວນ ກ້ອງບ້ານສົບຂີງເກົ່າ, ເມືອງງອຍ ແຂວງຫຼວງພຣະບາງ. ປັດຈຸບັນ, ເຂື່ອນນໍ້າອູ 3 ກຳລັງທົດລອງ ແລ່ນຈັກຜລິຕກະແສໄຟຟ້າ. ເຂື່ອນໄຟຟ້າ ນໍ້າອູ1 ຫາ ເຂື່ອນໄຟຟ້າ ນໍ້າອູ 7 ທັງ 7 ເຂື່ອນໄຟຟ້າ ລົງທືນສ້າງໂດຍ ບໍຣິສັດ Power China ດ້ວຍຮູບແບບ BOT ກໍຄືບໍຣິສັດເປັນຜູ້ກໍ່ສ້າງ, ດຳເນີນງານ ແລະ ມອບໃຫ້ລາວ ຄຸ້ມຄອງ ນໍາໃຊ້ ພາຍຫຼັງໝົດອາຍຸ ການສັມປະທານ. ມູລຄ່າການລົງທຶນ 2,800 ລ້ານ ໂດລ້າຣ ສະຫະຣັຖ.