ງົວ, ຄວາຍ ຕາຍ 17 ໂຕ ໂດຍບໍ່ຮູ້ສາເຫດ ຢູ່ ເຊໂປນ
2018.08.17

ນັບຕັ້ງແຕ່ເດືອນມິຖຸນາ 2018 ມາເຖິງປັດຈຸບັນ ງົວຄວາຍຂອງປະຊາຊົນ ເມືອງເຊໂປນ ແຂວງສວັນນະເຂດ ຕາຍແບບບໍ່ຮູ້ ສາເຫດຄັກແນ່ ແລ້ວ 17 ໂຕ ຂະນະທີ່ ເຈົ້າຂອງສັດທີ່ຕາຍນັ້ນ ເຊື່ອວ່າ ຕາຍຍ້ອນສານເຄມີ ໃນນໍ້າ ຈາກໂຮງງານຜລິດເຈັ້ຽ ຊັນເປເປີ ຂອງຈີນ ເພາະສັດ ຂອງພວກເຂົາເຈົ້າ ໄປກິນນໍ້າຫ້ວຍທີ່ຢູ່ໃກ້ນັ້ນ ແລະ ເມື່ອຄົວສັດເບິ່ງ ພົບວ່າ ເຫັນເລືອດໝາກຫົວໃຈ ຂອງສັດຜິດປົກກະຕິ.
ຫລັງຈາກເຫດການນັ້ນເກີດຂຶ້ນ ກໍບໍ່ມີຜູ້ໃດກ້າ ໃຫ້ງົວຄວາຍຂອງຕົນ ໄປກິນນໍ້າຫ້ວຍນັ້ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງເຊໂປນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ສິງຫາ:
"ຜ່ານມາຕາຍປະມານ 17 ໂຕນີ້ແຫລະ ມັນເລີຍຕາຍ ແຕ່ເດືອນຫົກ ໄປຫາເດືອນເຈັດ ເດືອນແປດ ຕາຍແບບເຈັບທ້ອງກະມີ ສອງມື້ສາມມື້ ກະຕາຍ ບາດມາຄົວກິນ ມັນເປັນຢູ່ໃນໝາກຫົວໃຈ ແບບເລືອດແຕກເລືອດຫຍັງຫັ້ນນະ."
ທ່່ານກ່າວວ່າ ໄດ້ສເນີບັນຫານີ້ ໄປໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ເພື່ອພິສູດຫາສາເຫດຂອງສັດຕາຍນັ້ນແລ້ວ ແຕ່ບໍ່ໄດ້ສົ່ງຊາກສັດ ໄປໃຫ້ເພີ່ນວິຈັຍ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລົງຄວາມເຫັນວ່າ ງົວຄວາມຕາຍ ຍ້ອນພຍາດຕາມຣະດູການ. ດັ່ງນັ້ນ ຈຶ່ງບໍ່ມີໃຜຮັບຜິດຊອບ ຕໍ່ສັດທີ່ຕາຍນັ້ນ.
ທ່ານກ່າວຕື່ມອີກວ່າ ປັດຈຸບັນ ໂຮງງານຜລິດເຈັ້ຽຈີນ ຍັງສົ່ງກິ່ນເໝັນ ອອກມາຕາມເຄີຍ ຮວມທັງໄປທາງຕລາດເມືອງເຊໂປນ ເຮັດໃຫ້ ປະຊາຊົນໄດ້ຮັບຜົລກະທົບ ແລະ ນໍ້າໃນຫ້ວຍອາລ້ອງ ທີ່ຢູ່ໃກ້ໂຮງງານ ກໍມີຄວາມຮ້ອນປະມານ 30 ອົງສາ ຍ້ອນທາງໂຮງງານ ປ່ອຍ ນໍ້າເສັຍລົງມາໃສ່. ປະຊາຊົນທີ່ຂີ່ເຮືອຂ້າມຫ້ວຍນັ້ນ ຕ້ອງໄດ້ຣະວັງ ເພາະຢ້ານເປັນຕຸ່ມຄັນ.
ມີຣາຍງານວ່າ ໃນມື້ວັນທີ 17 ສິງຫານີ້ ທາງອໍານາດການປົກຄອງເມືອງເຊໂປນ ໄດ້ປະຊຸມກັບ ຄນະບໍຣິຫານໂຮງງານດັ່ງກ່າວ ເພື່ອຫາ ແນວທາງແກ້ໄຂບັນຫາ ທີ່ມີຕໍ່ສິ່ງແວດລ້ອມ ແຕ່ຍັງບໍ່ຮູ້ວ່າ ຜົລການປະຊຸມນັ້ນ ຈະອອກມາ ແນວໃດ.