ພັຍພິບັດຄຸກຄາມ ວິຖີຊີວິດ ຊາວລາວ
2020.06.26
ພັຍພິບັດ ຍັງເປັນອຸປສັກອັນໃຫຍ່ຫລວງ ຕໍ່ການພັທນາຄຸນນະພາບ ຊີວິດການເປັນຢູ່ ຂອງຄົນລາວ ສະເພາະ ປີ 2019-2020 ພັຍພິບັດ ທັມມະຊາດ ທັງນໍ້າຖ້ວມ, ພະຍຸຸຖະລົ່ມ, ແຜ່ນດິນໄຫວ, ໄຟໄໝ້ລາມປ່າ, ອາກາດວິກິດ, ພັຍແລ້ງແກ່ຍາວ, ພຍາດສັດລ້ຽງຣະບາດ, ສັດຕຣູ ພືດ ເຫດການເລົ່ານີ້ ລ້ວນແຕ່ເພີ່ມ ຄວາມຍາກລຳບາກ ໃນການ ດຳຣົງຊິວິດ ຂອງຄົນລາວ.
ປີ 2020 ເປັນການເຣິ້ມຕົ້ນປີ ທີ່ເຕັມໄປດ້ວຍບັນຫາ ທີ່ຣັຖບານລາວຕ້ອງປະເຊີນ ກັບພຍາດໂຄວິດ-19 ປັດຈຸບັນຣັຖບານລາວ ໄດ້ປະກາດ ປົດລ໊ອກໄປແລ້ວ ແຕ່ກໍຍັງ ຕ້ອງເຝົ້າຣະວັງ ເພາະບັນດາ ປະເທດ ອ້ອມຂ້າງຍັງຄົງປິດປະເທດ.
ສະເພາະປີນີ້ ພັຍພິບັດທັມມະຊາດ ທີເກີດຂື້ນມາຄຽງຄູ່ກັບ ການຣະບາດຂອງພຍາດໂຄວິດ-19 ເຊີ່ງໄດ້ເກີດພະຍຸ ຣະດູຮອ້ນ ຣະຫວ່າງ ເດືອນ ເມສາ ຫາ ພຶສພາ ພັດເຂົ້າຖະລົ່ມ ເມືອງຜົ້ງສາລີ ແລະ ເມືອງໃໝ່ ແຂວງຜົ້ງສາລີ, ເມືອງຕຸ້ມລານ ແຂວງສາລະວັນ, ເມືອງນານ ແລະ ເມືອງຊຽງເງິນ ຫລວງພຣະບາງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມືອງຄຳ ແລະ ເມືອງແປກ ແຂວງຊຽງຂວາງ, ເມືອງນອງ ແລະ ເມືອງລະຄອນເພັງ ແຂວງສວັນນະເຂດ, ເມືອງນາກາຍ ແຂວງຄຳມ່ວນ, ເມືອງໄຊຍະບູຣີ ແຂວງໄຊຍະບູຣີ, ເມືອງໝື່ນແຂວງວຽງຈັນ ແລະເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ອັນໄດ້ສ້າງຄວາມເສັຍຫາຍ ທັງເຮືອນຊານ, ຮົ້ວສວນ, ສັດລ້ຽງຕາຍເປັນຈຳນວນຫຼາຍ.
ຕໍ່ເຫດການດັ່ງກ່າວຜູ້ປະສົບພັຍ ໄດ້ກ່າວຢັ້ງຢືນຕໍ່ ເອເຊັຽເສຣີ ເມື່ອທ້າຍເດືອນພຶສພາວ່າ : ບໍ່ເຄີຍເກີດພະຍຸມາກ່ອນໃນເຂດນີ້ ແຕ່ເທື່ອນີ້ ເປັນເທື່ອທຳອິດ ທີ່ພະຍຸເຮັດໃຫ້ປໍ້ານໍ້າມັນເສັຍຫາຍ.
"ພໍດີຍ່າງວິດປ້ອມແລ້ວລົມ ກໍມາແຮງປ້ອມກໍລົ້ມລົງ ມີຝົນມີໝາກເຫັບ ລົງມາພ້ອມ ບໍ່ບໍ່ເຄີຍມີກາຄ່ອຍໆ ມີແຕ່ມື້ນີ້ເປັນມື້ທຳອິດ ທີ່ເຫັນແຮງ ທີ່ສຸດ ມີີຣົດຈັກສອງຄັນ ລະກາປ້ອມນໍ້າມັນນີ້."
ອີກນຶ່ງພັຍທັມມະຊາດ ທີ່ມາພ້ອມກັບພະຍຸຣະດູຮ້ອນ ກໍ່ຄືດິນເຈື່ອນ ແລະນໍ້າປ່າໄຫຼຫຼາກ ດັ່ງເຫດການ ຢູ່ບ້ານກີ່ວຕະລຸນ ແລະບ້ານຖິ່ນແກ້ວ ເມືອງເງິນແຂວງຫລວງພຣະບາງ ນໍ້າໄດ້ພັດເອົາ ເຮືອນຂອງປະຊາຊົນ ສູນຫາຍໄປກັບສາຍນໍ້າ ເສັຽຊີວິດ 07 ຄົນ ແລະ ເຮືອນຊານເປ່ເພ ປະມານ 10 ຫລັງ ຍ້ອນດິນເຈື່ອນລົງ. ດັ່ງປະຊາຊົນ ຢູ່ໃນເຫດການໄດ້ກ່າວວ່າ.
"ເຊິ່ງວ່າວັນທີ 24 ເດືອນ 04 ປີ 2020 ນີ້ເກີດມີຝົນຕົກໜັກ ຢ່າງຮ້າຍແຮງເຮັດໃຫ້ມີນໍ້າໄຫລມາຍອດພູພຸ້ນ ແລ້ວເນາະເຊິ່ງໄຫລລົງມາ ແລ້ວຖ້ວມເຮືອນ ປະຊາຊົນເຮັດໃຫ້ເສັຍຫາຍ ຈຳນວນ 10 ຄອບຄົວ ແລະ ຈຳນວນຄົນ 50 ຄົນ."
ສ່ວນພັຍທັມມະຊາດ ທີ່ເກີດຂື້ນທຸກປີ ໃນຍາມຣະດູແລ້ງ ກໍຄືໄຟໄໝ້ລາມປ່າ ສ້າງຄວາມເສັຽຫາຍ ໃຫ້ກັບປ່າໄມ້ໃນລາວເປັນຈຳນວນຫຼາຍ ປີນີ້ໜັກໜ່ວງທີ່ສຸດແມ່ນພາກເໜືອ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ໄດ້ກ່າວຕໍ່ຊື່ມວນຊົນ ໃນວັນທີ 28 ພຶສພາ ວ່າ: ສາເຫດໄຟໄໝ້ລາມ ເກີດຂຶ້ນຍ້ອນສະພາບ ອາກາດປ່ຽນແປງ, ປະຊາຊົນຍັງຣະເມີດ ກົດໝາຍ, ການຈູດປ່າ ເພື່ອດຳເນີນການຜລິດ ແລະ ຈູດປ່າລ້າສັດ ສົ່ງຜົລໃຫ້ເກີດໄຟໄໝ້ລາມປ່າສະເພາະ 2020 ເສັຍຫາຍ 1 ແສນເຮັກຕ້າ ໃນນັ້ນມີແຂວງ ຫຼວງນໍ້າທາ, ໄຊຍະບູຣີ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງຊຽງຂວາງ. ດັ່ງເຈົ້າໜ້າທີ່ປ່າໄມ້ເຂດ ພາກເໜືອໄດ້ກ່າວວ່າ:
"ໄຟໄໝ້ລາມປ່າໃນປີນີ້ຮ້າຍແຮງ ກວ່າໃນປີທີ່ຜ່ານມາ ລະກາເກີດມີ ຫຼາຍຈຸດພ້ອມໆກັນ. ສະນັ້ນພະນັກງານວິຊາການ ໃນການເກັບກຳ ຂໍ້ມູນວາງແຜນການມອດໄຟ ນໍາພາປະຊາຊົນ ປະຕິບັດການ ມອດໄຟໂຕຈິງບໍ່ພຽງພໍບັນຫາ. ທີສອງແມ່ນການເຂົ້າເຖິງຈຸດໄຟໄໝ້ລາມປ່າ ແມ່ນຫຍຸ້ງຍາກຫຼາຍ, ຫຼາຍບ່ອນຕ້ອງໄດ້ໃຊ້ເວລາ ຍ່າງເປັນຫຼາຍຊົ່ວໂມງ ຈຶ່ງົປເຖິງຈຸດເກີດເຫດໄຟໄໝ້ລາມປ່າ ພ້ອມດຽວກັນນັ້ນພວກເຮົາ ກໍມີຄວາມຫຍຸ້ງຍາກ ຂາດເຂີນທາງດ້ານງົບປະມານ ພາຫະນະ ອຸປກອນຮັບໃຊ້ເຂົ້າໃນວຽກງານ ດັບມອດໄຟ."
ແນວໃດກໍ່ຕາມ ຖ້າເບິ່ງຕາມໂຕຈິງແລ້ວ ພາກເໜືອແມ່ນເກີດພັຍທັມມະຊາດ ຫຼາຍກ່ວາໝູ່ດັ່ງແຜ່ນດິນໄຫວ ໃນໄລຍະຜ່ານມາກໍ່ເປັນເຫດ ການສະເທືອນຂັວນປະຊາຊົນລາວຫຼາຍ ເນື່ອງຈາກລາວ ບໍ່ເຄີຍເກີດເຫດການນີ້ມາກ່ອນ.
ດັ່ງໃນທ້າຍປີ 2019 ໄຊຍະບູຣີ ເກີດເຫດ ແຜ່ນດີນໄຫວຂນາດ 6,4 ຣິກເຕີ້ ມີຈຸດໃຈກາງ ຢູ່ເມືອງຫົງສາ ສ້າງຜົລເສັຍຫາຍໃຫ້ເມືອງຫົງສາ ແລະ ເມືອງໄຊສະຖານ ໃນນັ້ນມີເຮືອນ 89 ຫລັງ, ວັດ 05 ແຫ່ງ ແລະ ໂຮງຮຽນ 03 ຫລັງ ນອກນີ້ຍັງມີຮ້ານອາຫານ, ຮ້ານຂາຍເຄື່ອງ, ຕລາດ, ໂຮງໝໍ ບໍ່ມີຣາຍງານຜູ້ ເສັຍຊີວິດມີພຽງບາດເຈັບ 07 ຄົນ.
ປັດຈຸບັນແຂວງໄຊຍະບູຣີ ຍັງມີແຜ່ນດິນໄຫວ ແຕ່ບໍ່ຮຸນແຮງ ຫລ້າສຸດເກີດແຜ່ນດີນໄຫວ 01 ຄັ້ງ ໃນເຂດບ້ານແມດນ້ອຍ, ເມືອງໄຊສະຖານ ເມື່ອວັນທີ 23 ມິຖຸນາ 2020 ອີງຕາມ ການຣາຍງານ ຂອງ ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ.
ບັນຫາພັຍແລ້ງ ເປັນພັຍທັມມະຊາດ ທີ່ແກ່ຍາວ ອັນສົ່ງຜົລກະທົບຕໍ່ກັບການດຳລົງຊີວິດ ແລະ ການຜລິດກະສິກັມຂອງປະຊາຊົນ. ນັບແຕ່ ເດືອນ ພຶສຈິກາ 2019 ມາເຖິງເດືອນພຶສພາ ພັຍແລ້ງຍັງ ເປັນພັຍທີ່ສ້າງຜົລກະທົບໃຫຍ່ຫຼວງ ໂດຍສະເພາະທາງພາກເໜືອ ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ອາສັຍແມ່ນໍ້າຫ້ວຍຮ່ອງ ເພື່ອບໍຣິໂພກ ແລະທໍາການຜລິດກໍ່ຂາດເຂີນ ແມ່ນໍ້າຫຼາຍສາຍແຫ້ງຂອດ.
ເຊັ່ນ, ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພຣະບາງ ແລະແຂວງວຽງຈັນ ອັນສົ່ງຜົລກະທົບ ຕໍ່ການເກັບກ່ຽວຜົລຜລິດ, ດັ່ງຊາວບ້ານ ຊຽງກົກ ເມືອງລອງ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ; ເຂົ້າກິນບໍ່ພຽງພໍ ບໍ່ມີນໍ້າປູກເຂົ້າ ກໍຈຳເປັນຕ້ອງຊອກຫາ ເປັນກັມມະກອນສວນກ້ວຍ ພໍໄດ້ເງີນມາລ້ຽງຄອບຄົວ.
"ອຶດກໍອຶດນັ້ນແຫລະສ່ວນຫລາຍກໍຊື້ກິນ ນີ້ນາບໍ່ໄດ້ດຳໄຮ່ ກໍບໍ່ດີຈ້າງເຂົາ ເຝົ້າສວນອ້ອຍກໍມີ ຄົນຈີນຫັ້ນນ່າ ມາເຮັດຢູ່ບ້ານເຮົານີ້ ມັນກໍຢ້ານ ຢ້ານກໍບໍ່ຢ້ານຄົນມັນ ທຸກຍາກຈັ່ງໃດກໍໄດ້ເຮັດໄປແລ້ວ ໄດ້ມື້ນີ້ ມື້ອື່ນ ຮັບຈ້າງໃໝ່ບໍ່ມີວຽກເຮັດກໍຕ້ອງເຮັດແນວ ນັ້ນພໍໄດ້ເງິນ."
ຄະນະກັມມະການປ້ອງກັນ ແລະ ຄວບຄຸມພັຍພິບັດແຫ່ງຊາດ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານເມື່ອທ້າຍ ປີ 2019 ວ່າ . ປີຜ່ານມາພັຍທັມມະຊາດ ໄດ້ສົ່ງຜົລກະທົບໂດຍກົງ ຕໍ່ປະຊາຊົນເຖີງ 163,000 ຄອບຄົວ, 1,961 ບ້ານ, 128 ເມືອງ 13 ແຂວງ ໃນນີ້ມີແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູຣີ, ຫລວງພຣະບາງ, ຄຳມ່ວນ, ສວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ເຮັດໃຫ້ມີຜູ້ເສັຍຊີວິດ 27 ຄົນ ສູນຫາຍ 07 ຄົນ ແລະບາດເຈັບ 16 ຄົນ ຮວມມູນຄ່າການເສັຽຫາຍ ທັງໝົດ 1,560 ຕື້ກິບ.
ສະເພາະປີ 2020 ໃນໄລຍະ 6 ເດືອນຕົ້ນປີ ບວກກັບການຣະບາດພຍາດໂຄວິດ-19 ທາງຂແນງການກ່ຽວຂ້ອງ ໄດ້ແກ້ໄຂສະພາບການ ສະເພາະໜ້າ ໄປກ່ອນ, ດັ່ງສັດຕຣູພືດ ຣະບາດກໍ່ຊ່ອຍ ຢາສີດກຳຈັດ, ເກັບກ່ຽວຜົລຜລິດບໍ່ໄດ້ ທາງການແຕ່ລະແຂວງ ກໍໄດ້ມີການຊ່ອຍ ເຫລືອມອບເຂົ້າ, ສັດລ້ຽງ ແລະ ແນວພັນໃຫ້, ຊ່່ອຍສ້ອມແປງປຸກສ້າງເຮືອນຊານໃຫ້ ຜູ້ທີ່ໄດ້ຮັບຜົລກະທົບ ຈາກພະຍຸ ຣະດູຮ້ອນ ແລະ ການຊ່ອຍເຫລືອດ້ານອື່ນໆ.
ແຕ່ຍັງບໍ່ທັນໄດ້ສະຫລຸບຜົລເສັຍຫາຍ ອອກມາຢ່າງເປັນທາງການ ເພາະກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນວ່າ ຈະມີຝົນຕົກແຮງໃນໄລຍະ ເດືອນ ກໍຣະກະດາ ໃນຫຼາຍເຂດ ເຊີ່ງອາດຈະກໍໃຫ້ເກີດພັຍພິບັດທາງທັມມະຊາດ.