ນ້ຳຂອງປ່ຽນສີ ສັນຍານ ຜິດປົກກະຕິ

ສະ​ພາບ​ນ້ຳ​ຂອງ ຜິດ​ປົກ​ກະ​ຕິ ກາຍ​ເປັນ​ສີ​ຄາມ ທີີ່ແຂວງນະ​ຄອນ​ພ​ຣະ​ນົມ ປະ​ເທດ​ໄທ​ຍ ເຮັດ​ໃຫ້ຫຼາຍ​ຝ່າຍ​ກັງ​ວົນ (ຮູບ​ຖ່າຍ​ເມື່ອ ຕົ້ນເດືອນທັນ​ວາ 2019)
ສະ​ພາບ​ນ້ຳ​ຂອງ ຜິດ​ປົກ​ກະ​ຕິ ກາຍ​ເປັນ​ສີ​ຄາມ ທີີ່ແຂວງນະ​ຄອນ​ພ​ຣະ​ນົມ ປະ​ເທດ​ໄທ​ຍ ເຮັດ​ໃຫ້ຫຼາຍ​ຝ່າຍ​ກັງ​ວົນ (ຮູບ​ຖ່າຍ​ເມື່ອ ຕົ້ນເດືອນທັນ​ວາ 2019) (ຂອບ​ໃຈຮູບ​​ຈາກ: ສູນຂ່າວນະຄອນພຣະນົມ)

0:00 / 0:00

ນັກ​ເຄື່ອນ​ໄຫວ ​ດ້ານ​ສິ່ງ​ແລດ​ລ້ອມ ແລະ ​ນັກ​ວິ​ຊາ​ການໄທຍ ເວົ້າ​ວ່າ ​ນ້ຳ​ຂອງ​ໃສ ​ຜິດ​ປົກ​ກະ​ຕິ ທີ່​ກຳ​ລັງ​ເກີດ​ຂຶ້​ນ ​ຢູ່​ໃນ​ຫຼາຍເຂດ​ແຂວງ ຂອງ​ໄທຍ ແລະ​ ລາວ ຕັ້ງ​ແຕ່​ແຂວງ​ໄຊ​ຍະ​ບູ​ຣີ ລົງ​ໄປ​ເຖິງ ​ແຂວງ​ຈຳ​ປາ​ສັກ ​ເວ​ລາ​ນີ້ ແມ່ນເປັນ​ຍ້ອນ ​​ເຂື່ອນ​ໄຟ​ຟ້າ ​​ກັ້ນ​ແມ່​ນ້ຳ​ຂອງ ຫຼາຍ​ເຂື່ອນ ​ຢູ່​ປະ​ເທດຈີນ ແລະ ​ເຂື່ອນໄຊ​ຍະ​ບູ​ຣີ ​​ໃນ​ລາວ ​ກັກ​ຝຸ່ນ​ຕົມ ແລະ ​ແຮ່​ທາດ ​ທີ່​ອຸ​ດົມ​ໄວ້. ຖ້າ​ຫາກ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຍັງ​ບໍ່​ເລັ່ງ ​ແກ້​ໄຂ​ ເຣື້ອງ​ທີ່​ວ່າ​ນີ້ ​ໂດຍ​ໄວ ກໍ​ຈະ​ເກີດ​ ຜົລ​ກະ​ທົບ ​ຕໍ່​ປາ, ຕໍ່​ຄຸນ​ນະ​ພາບ​ນ້ຳ ແລະ ​ດິນ​ ຢູ່​ແຄມ​ຝັ່ງ ​ແມ່​ນ້ຳ​ຂອງ ຢ່າງ​ຮ້າຍ​ແຮງ​ໃນ​ອະ​ນາ​ຄົດ ​ອັນ​ໃກ້​ນີ້. ດັ່ງ​ທ່ານ ນິ​ວັດ ຣ້ອຍ​ແກ້ວ, ປະ​ທານ​ກຸ່ມ​ ຮັກ​ຊຽງ​ຂອງ ແຂວງ​ຊຽງ​ຣາຍ ​ຂອງ​ໄທຍ ກ່າວ​ຕໍ່​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 5 ທັນ​ວາ ​ນີ້ວ່າ:

"ມັນກຳ ລັງ ​​ ຈະເປັນ ສັນ ຍານ ຊີ້ ໃຫ້ ເຫັນ ວ່າ ແມ່ ນ້ຳ ຂອງ ກຳ ລັງ ຈະ ຣີ່ມ ປ່ຽນ ແປງ ແລ້ວ . ຕາມ ການ ຄາດ ການ ກໍ ຄື ຝຸ່ນ ຕົມ ຫຼື ແຮ່ທາດ ທີ່ ອຸ ດົມ ສົມ ບູນ ຖືກ ເຂື່ອນ ກັກ ໄວ້ . ອັນ ນີ້ ເປັນ ສິ່ງ ທີ່ ກຳ ລັງ ເກີດ ຂຶ້ນ . ຖ້າ ນ້ຳ ຂອງໃສ ຍ້ອນ ຝຸ່ນ ຕົມ ຖືກ ກັກ , ກໍ ​​ ໝາຍ ຄວາມ ວ່າ ຄວາມ ອຸ ດົມ ສົມ ບູນ ຂອງ ແມ່ ນ້ຳ ຂອງ ຫາຍ ໄປ ແທ້ ຄື ກັນ ກັບ ​​ ຜົ ລການ ສຶກ ສາ ຂອງ ຄນະ ກຳ ມາທິ ການ ແມ່ ນ້ຳ ຂອງ ຫລື MRC ທີ່ ຣະ ບຸ ວ່າ ປີ 2040 ຝຸ່ນ ຕົມ ຈະ ຫາຍ ໄປ ຈາກ ປາກ ແມ່ ນ້ຳ ຂອງ ຢູ່ ວຽດ ນາມ . ນີ້ ຄື ສັນ ຍານ ທີ່ບອກວ່າ ນ້ຳ ໃນ ແມ່ ນ້ຳ ຂອງ ຣີ່ມ ໃສ ຂຶ້ນ ຄື ຝຸ່ນ ຕົມ ອາ ​ເ ຣີ່ມ ຫາຍ ໄປ ແລ້ວ ."

ດ​ຣ. ເຊົາ​ວະລິດ ວິດ​ທະ​ຍາ​ນັນ, ນັກ​ວິ​ຊາ​ການ​ໄທຍ ​ດ້ານ​ປາ​ແມ່​ນ້ຳ​ຂອງ ກໍ​ເວົ້າ ​ໃນ​ມື້​ດຽວ​ກັນ​ນັ້ນ​ວ່າ ນ້ຳ​ໃນ​ແມ່​ນ້ຳ​ຂອງ​ ໃສ​ຜິດ​ປົກ​ກະ​ຕິ​ ນອກ​ຈາກ​ຈະ​ສົ່ງ ​ຜົລ​ກະ​ທົບ​ ຕໍ່​ປາ​ແລ້ວ, ຍັງ​ເຮັດ​ໃຫ້​ ຕາ​ຝັ່ງ​ແຄມ​ຂອງ ​ເຈື່ອນ​ນຳ​ດ້ວຍ.

"ທ່ານ ກ່າວ ​​ ດັ່ງ ມີ ເນື້ອ ໃນວ່າ ນ້ຳ ໃນ ແມ່ ນ້ຳ ຂອງ ໃຕ້ ເຂື່ອນ ໄຊ ຍະ ບູ ຣີ ໃສ ແມ່ນ ຍ້ອນ ເຂື່ອນ ກັກ ຝຸ່ນ ຕົມ ທີ່ ອຸ ດົມ ສົມ ບູນ ເອົາ ໄວ້ , ຍ້ອນຄວາມ ໄວ ຂອງ ນ້ຳ ຫຼ ປ່ຽນ ແປງ ຈາກ ການ ຫຼ ​​ ປົກ ກະ ຕິ ຕາມ ທັມ ຊາດ ມາ ຫຼ ​​ ຊ້າ ເຮັດ ໃຫ້ ຝຸ່ນ ຕົມ ສ່ວນ ນຶ່ງ ຕົກ ລົງ ໃຕ້ ພື້ນ ນ້ຳ , ຈະ ເຮັດ ໃຫ້ ດິນ ຕາ ຝັ່ງ ເຈື່ອນ ໄວ ຂຶ້ນ ."

ແລະ ​ຜູ້​ປະ​ສານ​ງານ​ ເຄືອ​ຂ່າຍ​ແມ່​ນ້ຳ​ຂອງ​ ພາກ​ອີ​ສານ ​ຂອງ​ໄທຍ ຜູ້ບໍ່​ປະ​ສົງ​ ອອກ​ຊື່​ ທ່ານ​ນຶ່ງ ກໍ​ເວົ້າ​ ຄ້າຍ​ຄື​ກັນ​ນັ້ນວ່າ:

"ນ້ຳ ປ່ຽນ ສີ ເຮັດ ໃຫ້ ການ ວາງ ໄຂ່ ຂອງ ປາ ຕ້ອງ ໄດ້ ປັບ ໂຕ , ກະ ທົບ ໃສ່ ປາ ທຸກ ນິດ , ​ ຈະ ເຮັດ ໃຫ້ ສັດ ນ້ຳ ຫຼຸດ ລົງ ແນ່ນອນ . ການ ປູກ ພືດ ຜັກ ຕາມ ແຄມ ຂອງ ບໍ່ ໄດ້ ແລະ ອາຈເຖິງ ຂັ້ນ ​​ ແມ່ ນ້ຳ ຂອງ ວິ ບັດ ໄປ ເລີຍ ."

​ພ້ອມ​ກັນ​ນັ້ນ, ເຈົ້າ​ໜ້າ​ທີ່ ​ດ້ານ​ສິ່ງ​ແວດ​ລ້ອມ​ຢູ່ ນະ​ຄອນ​ຫຼວງວຽງ​ຈັນ ​ທ່ານ​ນຶ່ງ ກໍ​ເວົ້າ​ວ່າ ປັດ​ຈຸ​ບັນ ທາງ​ການ​ ຍັງ​ບໍ່​ໄດ້​ວິ​ໃຈ ເຣື້ອງນ້ຳ​ຂອງ​ໃສ, ຍັງ​ລໍ​ຖ້າ​ເບິ່ງ ​ຜົນ​ການ​ວິ​ໃຈ ​ຈາກ​ໄທ​ຢູ່, ແຕ່​ສ່ວນ​ໂຕ​ແລ້ວ​ ຄິດ​ວ່າ ນ້ຳ​ຂອງ​ປ່ຽນ​ສີ ບໍ່​ເປັນ​ເຣື້ອງ​ດີ.

"ບໍ່ ຕ້ອງ ມາ ຖາມ ລາວດອກ ລາວ ບໍ່ ຮູ້ ຄັນ ໄທ ຍວ່າ ຈັ່ງ ​​ ຊັ້ນ ມັນ ກໍ ເປັນ ຈັ່ງ ຊັ້ນ . ຕາມ ຄິດ , ທາງ ໄທ ​ຍ ໄດ້ ວິ ໃຈ ມາ ແລ້ວ ແມ່ນ ບໍ່ ? ເພາະ ວ່າ ນ້ຳ ຂອງ ມັນ ກໍ ເຊັ່ນ ດຽວ ກັນ ມັນ ກໍ ອັນ ດຽວ ກັນ ນ້ຳ ອັນ ດຽວ ກັນ ແຕ່ ກໍ ຮູ້ ສຶກ ໃນ ທາງ ລົບ ຮູ້ ສຶກວ່າ ມີ ຄວາມ ເປັນ ຫ່ວງ ຣື້ອງ ພັຍ ທັມ ຊາດ ​ເນາະ. ​ ມັນເ ຣີ່ມ ເຂົ້າ ສູ່ ໄລ ຍະ ວິກິ ນໍ ມັນ ກໍ ຣີ່ມ ວິ ກິ ໄປ ເລື້ອຍໆ ."

ແລະ​ປະ​ຊາ​ຊົນ​ລາວ ​ທ່ານ​ນຶ່ງ ເວົ້າ​ເຖິງ​ການ​ປ່ຽນ​ແປງ ຂອງ​ນ້ຳ​ໃນ​ແມ່​ນ້ຳ​ຂອງ ໃນ​ປີ 2019 ຕັ້ງ​ແຕ່​ນ້ຳ​ຖ້ວມ ນ້ຳ​ແຫ້ງ​ມາ​ນັ້ນ​ວ່າ:

"ເຮົາ ກໍ ຄິດ ແລ້ວ ວ່າ ມັນ ຕ້ອງ ມີ ອັນ ທີ່ ປ່ຽນບໍ່ ດີ ບໍ່ ແມ່ນ ອັນ ປ່ຽນ ທີ່ ດີ , ແຕ່ ຖາມ ຄົນ ສ່ວນ ຫຼາຍ ວ່າ ຂະ ເຈົ້າ ເຫັນ ດີ ບໍ່ ? ຂະ ເຈົ້າ ຈະ ບອກວ່າ ບໍ່ ເຫັນ ດີ ຂະ ເຈົ້າ ຈະ ບອກວ່າ ມັນ ບໍ່ ແມ່ນ ແລ້ວ ມັນ ບໍ່ ແມ່ນ ວິ ຖີ ທາງ ທັມ ຊາດ ແລ້ວ . ຫຼາຍໆ ຄົນ ກໍ ສິ ມີ ຄວາມ ເປັນ ຫ່ວງ ."

ການ​ປ່ຽນ​ແປງ ​ຂອງ​ແມ່​ນ້ຳ​ຂອງ ທີ່​ນັກ​ວິ​ຊາ​ການ ​ແລະ​ ຜູ້ປົກ​ປ້ອງ ​ສິ່ງ​ແວດ​ລ້ອມ ເວົ້າ​ວ່າ​ເປັນ​ຜົລມາ​ຈາກ ​ເຂື່ອນ​ຈີນ ໃນ​ແມ່​ນ້ຳ​ຂອງ 11 ແຫ່ງ ແລະ​ ເຂື່ອນ​ໄຊ​ຍະ​ບູ​ຣີຢູ່​ເມືອງ​ປາກ​ລາຍ ​ຂອງ​ລາວນັ້ນ, ນອກ​ຈາກ ​ຈະ​ສົ່ງ​ຜົລກະ​ທົບ​ ຕໍ່​ພັນ​ປາ​ຫຼຸດ​ລົງ ຍ້ອນ​ຂາດ​ຝຸ່ນ​ຕົມ ແລະ​ແຮ່​ທາດ ​ທີ່​ເປັນ​ສານ​ອາ​ຫານ​ແລ້ວ, ຍັງ​ຈະ​ສົ່ງ​ຜົລ​ ໃຫ້​ເກີດ​ດິນ​ເຈື່ອນ, ບໍ່​ສາ​ມາດ​ປູກ​ພືດ​ຜັກ ຕາມ​ແຄມ​ຂອງ​ໄດ້.