MRC ຈະມີປະຊຸມໂຄງການ ເຂື່ອນ ຫຼວງພຣະບາງ
2019.09.24
ຄນະກັມມາທິການ ແມ່ນ້ຳຂອງ ສາກົນ ຫລື MRC ຈະຈັດກອງປະຊຸມປຶກສາຫາລື ລ່ວງໜ້າ ກັບອົງການສິ່ງແວດລ້ອມ ແລະ ປະຊາຊົນ ກ່ຽວກັບໂຄງການ ສ້າງເຂື່ອນຫລວງພຣະບາງ ໃນເດືອນຕຸລາ ຈະມາເຖິງນີ້ ຊຶ່ງຈະເປັນເຂື່ອນແມ່ນ້ຳຂອງ ແຫ່ງທີ 5 ໃນແຜນການສ້າງ ເຂື່ອນ ຂອງ ຣັຖບານລາວ, ອີງຕາມຄຳເວົ້າຂອງ ທ່ານ Sopheak Meas ເຈົ້າໜ້າທີ່ຄນະກັມມາທິການ ແມ່ນ້ຳຂອງສາກົນ ທີ່ໄດ້ສົ່ງ ອີແມລ ຕອບຄຳຖາມ ຂອງ ວິທຍຸເອເຊັຽເສຣີ ໃນວັນທີ່ 23 ກັນຍາ 2019 ນີ້ວ່າ:
"ພວກເຮົາຢືນຢັນວ່າ ກອງເລຂາຄນະກັມມາທິການ ແມ່ນ້ຳສາກົນ ໄດ້ຮັບແຈ້ງການຈາກ ຣັຖບານລາວແລ້ວ ກ່ຽວກັບໂຄງການເຂື່ອນ ຫລວງພຣະບາງ ຊຶ່ງຣັຖບານລາວ ໄດ້ຍື່ນຄຳຮ້ອງຂໍໃຫ້ MRC ຈັດກອງປະຊຸມປຶກສາຫາລືລ່ວງໜ້າເປັນເວລາ 6 ເດືອນ. ຄນະກັມມາທິການ ແມ່ນ້ຳສາກົນ ກໍໄດ້ທົບທວນເອກກະສານ ຄົບຖ້ວນແລ້ວ ແລະຈະສົ່ງໄປໃຫ້ ປະເທດສະມາຊິກ ຄືໄທ ກຳພູຊາ ແລະ ວຽດນາມ.”
ໃນຂນະດຽວກັນ ທ່ານ Brian Eyler ນັກວິຊາການ ດ້ານສິ່ງແວດລ້ອມ ແລະ ຜູ້ອຳນວຍການໂຄງການ ເອເຊັຽຕາວັນອອກສ່ຽງໃຕ້ ຈາກສະຖາບັນຄົ້ນຄວ້າ Stimson Center ທີ່ນະຄອນຫລວງ ວໍໍໍຊິງຕັນ ສະຫະຣັດ ອະເມຣິກາ ກໍໄດ້ສົ່ງຄຳເຫັນທາງ ອີແມລ ເຖິງ ວິທຍຸເອເຊັຽເສຣີວ່າ:
“ຂ້າພະເຈົ້າສັງເກດເຫັນ ສິ່ງທີ່ໜ້າສົນໃຈຢ່າງນຶ່ງ ຄື ຣັຖບານລາວໄດ້ແຈ້ງຈຸດປະສົງ ຢາກສ້າງເຂື່ອນຫລວງພຣະບາງ ແຕ່ດົນນານແລ້ວ ແຕ່ເປັນຫຍັງ ຄນະກັມມາທິການ ແມ່ນ້ຳຂອງສາກົນ ຈຶ່ງລໍຖ້າຈົນເຖິງ ຫົກ ອາທິດ ຈຶ່ງປະກາດໃຫ້ຜູ້ອື່ນຮູ້. ໂຄງການ ເຂື່ອນຫລວງພຣະບາງ ເປັນໂຄງການທຳອິດ ທີ່ມີການຮ່ວມມືກັນຣະຫວ່າງ ໄທ ແລະ ວຽດນາມ ແລະເປັນເຣື່ອງທີ່ໜ້າແປກໃຈ ອີກ ກໍຄືບໍຣິສັດວຽດນາມ ຈະຮ່ວມ ລົງທຶນສ້າງເຂື່ອນໃສ່ແມ່ນ້ຳຂອງ ທັງໆທີ່ ຣັຖບານວຽດນາມ ກໍເຄີຍຂັດຄ້ານ ການສ້າງ ເຂື່ອນ ໃສ່ແມ່ນ້ຳສາຍຫລັກ ຢູ່ແລ້ວ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວກັບວິທຍຸເອເຊັຽເສຣີວ່າ:
“ໄດ້ຍິນຢູ່ ແຕ່ວ່າຍັງບໍທັນຮັບຮອງເທື່ອເບາະ ເຮົາກະບໍ່ຮູ້ໜ໋າ ຕາມແຜນຂອງເພິ່ນໂຕນີ້ເນາະ ແຕ່ວ່າການຂົນສົ່ງໂດຍສານ ສາຍໄປຕ່າງ ແຂວງຫັ່ນ ກະສິບໍມີບັນຫາເພາະວ່າ ໄດ້ຍິນວ່າຄັ່ນຫາເກດເຂື່ອນ ກະສິເຮັດປະຕູກັນນ້ຳ ທັນສມັຍກວ່າໂຕ ທີ່ວ່າ ຜ່ານມາຫັ່ນ.”
ສ່ວນພະນັກງານບໍຣິສັດ ຊໍ ການຊ່າງ ຂອງໄທ ຊຶ່ງເປັນນຶ່ງໃນສອງ ບໍຣິສັດ ທີ່ຈະລົງທຶນສ້າງເຂື່ອນ ຫລວງພຣະບາງ ນີ້ ກໍໃຫ້ຂໍ້ມູນແກ່ ວິທຍຸເອເຊັຽເສຣີວ່າ ປັດຈຸບັນ ທາງບໍຣິສັດ ຍັງບໍ່ສາມາດໃຫ້ຣາຍລະອຽດ ກ່ຽວກັບໂຄງການເຂື່ອນ ຫລວງພຣະບາງນີ້ ເທື່ອ ຈົນກວ່າຈະມີ ການເຊັນສັນຍາກັນ ຢ່າງເປັນທາງການ.