ຊາວລາວວ່າບໍ່ຄວນສ້າງ ເຂື່ອນ ຊະນະຄາມ
2020.05.13
ຫລັງຈາກຣັຖບານລາວ ສເນີຈະດຳເນີນຂະບວນການປຶກສາຫາລື ລ່ວງໜ້າ ຫລື PNPCA ຕໍ່ຄະນະກັມມາທິການແມ່ນໍ້າຂອງສາກົລ ກໍມີ ປະຊາຊົນໄດ້ສະແດງຄວາມເຫັນຕໍ່ໂຄງການ ເຂື່ອນຊະນະຄາມ ເປັນ ຈຳນວນຫຼາຍ.
ດັ່ງປະຊາຊົນລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ພຶສພາ ວ່າ ຮູ້ສຶກເປັນຫ່ວງ ແລະ ເຫັນວ່າແຜນການສ້າງເຂື່ອນໃສ່ແມ່ນໍ້າຂອງຫຼາຍ ແຫ່ງຂອງທາງການລາວເປັນສິ່ງທີ່ເກີນ ຄວາມຈຳເປັນພ້ອມນີ້ຍັງກໍ່ໃຫ້ ເກີດພັຍແລ້ງເພີ່ມຂື້ນອີກ.
"ຖືວ່າມັນເກີນຄວາມຈຳເປັນເນາະ ໃນປັດຈຸບັນກາຖືວ່າມັນຫລາຍເກີນໄປເນາະເຈົ້າ, ໂຕນີ້ຄວາມຄິດກະບໍ່ຢາກໃຫ້ມີເພີ່ມແຫຼະເພາະວ່າຄິດ ເຖິງຄົນທີ່ຢູ່ລຸ່ມນໍ້າເດ້ເນາະ ເພາະວ່າການສ້າງເຂື່ອນໄປນີ້ ມັນມີແຕ່ ຊິມີພັຍແຫ້ງແລ້ງໄປຕລອດຫັ່ນນ່າ. ຄືປັດຈຸບັນນີ້ເນາະ ນໍ້າຂອງບໍ່ເຄີຍ ເຫືອດແຫ້ງຫລາຍປານນີ້ຫັ້ນນ່າ ແຕ່ປັດຈຸບັນນີ້ ກະຖືວ່າວິກິດນີ້ແຫຼະ."
ສ່ວນປະຊາຊົນ ຊາວນະຄອນຫລວງວຽງຈັນ ໄດ້ໃຫ້ຄວາມເຫັນຕໍ່ ເອເຊັຽເສຣີ ວ່າ, ເປົ້າໝາຍຂອງຣັຖບານລາວ ຕ້ອງການເປັນໜໍ້ໄຟເອເຊັຽ ໂດຍການສ້າງເຂື່ອນໄຟຟ້າເປັນຈຳນວນຫລາຍ ໃນທົ່ວປະເທດ ແຕ່ ປະຊາຊົນລາວຍັງຈ່າຍຄ່າໄຟຟ້າແພງ.
"ຕາມແນວຄິດສ່ວນໂຕເພາະວ່າເຮົາລະສ້າງເຂື່ອນໄຟຟ້າ ບໍ່ຈັກວ່າເທົ່າໃດ ຢາກເປັນໝໍ້ໄຟອາຊີເນາະ ສີ່ງທີ່ເຮົາເຮັດໄດ້ແມ່ນຄວນຣາຄາຖືກ ແມ່ນເບາະ ເຮັດໃຫ້ປະຊາຊົນຮັບໃຊ້ແນວຖືກສ້າງທໍ່ ໃດລະແຮງ ແພງ."
ສ່ວນປະຊາຊົນເມືອງຊະນະຄາມ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າເຫັນຄະນະກັມມາທິການແມ່ນໍ້າຂອງ ຣາຍງານແລ້ວແຕ່ຍັງບໍ່ທັນ ເຫັນຣາຍງານຜົລກະທົບ ດ້ານສີ່ງແວດລ້ອມ ແລະສັງຄົມແຕ່ຖ້າ ໂຄງການເຂື່ອນຊະນະຄາມ ກໍ່ສ້າງຂຶ້ນແທ້ ບ້ານເໜືອເຂື່ອນ ທີ່ອາສັຍຢູ່ ແມ່ນໍ້າຂອງ ຈະກາຍເປັນອ່າງເກັບນໍ້າທັນທີ ແລະຈະບໍ່ສາມາດເຂົ້າໄປ ຢູ່ຫາກິນໄດ້.
"MRC ຂະເຈົ້າກະວ່າເຂົາຊິເດີນໜ້າກ່ຽວກັບ ເຂື່ອນໂຕຊະນະຄາມຫັ້ນ ເຂື່ອນໂຕນັ້ນກາຊິໃກ້ກັບບ້ານຫ້ວຍລ້າ, ບ້າຍຫ້ວຍລ້າແມ່ນໃກ້ທີ່ ສຸດແຫຼະ ກັບໂຕເຂື່ອນຫັ້ນ ແລ້ວອີກສອງບ້ານ ມັນຊິຢູ່ເໜືອເຂື່ອນ ຄັນວ່າຕັນແທ້ໆ ກະເປັນອ່າງເກັບນໍ້າໂລດແຫລະ ເປັນໂຊນເທີງອ່າງ ເກັບນໍ້າໂລດ."
ທາງດ້ານເຈົ້າໜ້າທີ່ຜແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຍັງບໍ່ທັນໄດ້ຮັບຮູ້ລາຍຣະອຽດຂອງໂຄງການ.
"ໂຕສິ່ງແວດລ້ອມກະຖາມບໍຣິສັດເລີຍເດີ້ ບໍ່ຮູ້ບໍ່ໄດ້ເຮັດຕິໂຄງການນີ້ ບໍ່ທັນໄດ້ຮັບອະນຸມັດ."
ກ່ຽວກັບການສ້າງເຂື່ອນໃນລາວ ນັກເສຖສາຕລາວທ່ານນຶ່ງ ໄດ້ໃຫ້ຄຳເຫັນຕໍ່ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ເນື່ອງຈາກລາວມີທ່າແຮງດ້ານ ນີ້ກໍຄື ຊັພຍາກອນນ້ຳ ຈຶ່ງເປັນຈຸດສຳຄັນ ເຮັດໃຫ້ມີການລົງທຶນສ້າງ ເຂື່ອນໄຟຟ້າ, ເຊິ່ງຈະຊ່ອຍໃຫ້ເກີດຜົລປໂຍດ ທາງອ້ອມຫຼາຍແນວ ຕາມມາໃນການພັທນາເສຖກິຈ-ສັງຄົມ ເປັນຕົ້ນວ່າມູລຄ່າທີ່ດິນເພີ່ມຂຶ້ນ, ສາມາດພັທນາເຂື່ອນ ໃຫ້ເປັນແຫຼ່ງທ່ອງທ່ຽວໄດ້ ແລະ ສາມາດ ກັກນໍ້າໄປໝູນໃຊ້ ໃນການກະເສຕໄດ້ ແຕ່ການສ້າງເຂື່ອນໄຟຟ້າ ໃນລາວຫຼາຍແຫ່ງ ກໍຍັງຖືວ່າຍັງເປັນສິ່ງທີ່ມີຄວາມສ່ຽງ. ດັ່ງທ່ານກ່າວວ່າ:
"ກະມີເຂື່ອນຫຼາຍມັນກະມີຄວາມສ່ຽງເຣື່ອງພະລັງງານ ນີ້ມັນກາສຳຄັນມີນໍ້າຫຼາຍ ຢາກໃຊ້ນໍ້າສໍາລັບເປັນພະລັງງານໄຟຟ້າ ເຊິ່ງເປັນສິ່ງທີ່ ສຳຄັນຫລາຍສຳລັບການພັທນາເສຖກິດ. ຜົລປໂຍດໄດ້ຈາກ ສ້າງເຂື່ອນກະບໍ່ແມ່ນແຕ່ໄຟຟ້າ ມັນກະເຮັດໃຫ້ເນື້ອທີ່ດິນ ບາງບ່ອນມີຄ່າຂຶ້ນ ມີຜົລດີຂຶ້ນຕໍ່ການພັທນາການ ທ່ອງທ່ຽວຕໍ່ການເຮັດຊົລປະທານ ສຳລັບກະສິກັມ."
ອີງຕາມຣາຍງານຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ Environmental and Social Impact Assessment ຫຼື ESIA) ຂອງ ໂຄງການ ເຂື່ອນຊະນະຄາມ ຣະບຸວ່າ ປະຊາຊົນທີ່ອາສັຍຢູ່ແຄມນໍ້າຂອງ ຈຳນວນ 03 ບ້ານ, 267 ຄອບຄົວ ຮວມ 1,127 ຄົນ ຈະຖືກ ໂຍກຍ້າຍອອກຈາກບ້ານເດີມດັ່ງນີ້. ບ້ານໂຊກ ເມືອງຊະນະຄາມ ແຂວງວຽງຈັນ ຈຳນວນ 36 ຄອບຄົວ ປະຊາກອນ 155 ຄົນ.
ບ້ານຫ້ວຍລ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈຳນວນ 81 ຄອບຄົວ ປະຊາກອນ 323 ຄົນ ແລະ ບ້ານແຄ ເມືອງແກ່ນທ້າວ ແຂວງ ໄຊຍະບູລີ ຈຳນວນ 150 ຄອບຄົວ ປະຊາກອນ 649.
ນອກຈາກນີ້ຍັງມີປະຊາຊົນ ທີ່ອາສັຍຢູ່ເໜືອເຂື່ອນຊະນະຄາມ ຈຳນວນ 10 ບ້ານ 354 ຄອບຄົວ ປະຊາກອນ 1.808 ຄົນ ຮວມທັງໝົດ 03 ເມືອງ ຄື ເມືອງຊະນະຄາມ ແຂວງວຽງຈັນ, ເມືອງແກ່ນທ້າວ ແລະ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ຈະໄດ້ຮັບຜົລກະທົບ ເຣື່ອງ ທີ່ດິນ ແລະໂຍກຍ້າຍອອກຈາກທີ່ຢູ່ ອາສັຍດັ້ງເດີມ.