ປີນີ້ ຊ້າງປ່າລາວ ອາລະວາດ ຢ່າງໜັກ
ປີນີ້ ຊ້າງປ່າ ອອກມາ ອະລະວາດ ທຳຣາຍສວນ, ທຳຣາຍສັດລ້ຽງ ແລະ ທຳຣາຍຄົນ ຈົນເສັຽຊີວິດ ຢູ່ຫຼາຍແຂວງ. ເຮັດໃຫ້ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ.
-
ໄຊຍາ
2019-12-18 -
-
-
Your browser doesn’t support HTML5 audio
ໃນປີນີ້ ເກີດເຫຕການ ຊ້າງປ່າ ອອກມາອາລະວາດ ທຳຣາຍສວນ, ທຳຣາຍສັດລ້ຽງ ແລະ ທຳຣາຍຄົນ ຈົນເສັຽຊີວິດ ເກີດຂຶ້ນ ຢູ່ຫຼາຍແຂວງ. ເຮັດໃຫ້ປະຊາຊົນ ທີ່ອາສັຍ ທຳມາຫາກິນ ຢູ່ໃນເຂດ ທີ່ມີປ່າໄມ້ ໄດ້ຮັບ ຄວາມເດືອດຮ້ອນ.
ດັ່ງປະຊາຊົນ ຢູ່ບ້ານນໍ້າແດງ, ເມືອງສິງ ແຂວງຫຼວງນໍ້າທາ ທີ່ໄດ້ຮັບ ຜົລເສັຽຫາຍ ຈາກການ ອອກມາທຳຣາຍ ຂອງຊ້າງປ່າ ເມື່ອທ້າຍ ເດືອນຕຸລາ ຜ່ານມາ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວເອເຊັຽເສຣີ ວ່າ: ຊ້າງປ່າ ຈຳນວນ 10 ປາຍໂຕ ໄດ້ອອກ ມາທຳຣາຍ ສວນຢາງພາຣາ ເກືອບ 200 ຕົ້ນ.
“ມັນແມ່ນຊ້າງປ່າ ຢູ່ມາຫຼາຍປີ ມັນກາບໍ່ເຫັນ. ມາສອງສາມປີ ມານີ້ ມັນມາທຸກປີ, ທຸກປີບໍ່ມາ, ຫຼາຍປີນີ້ ມາຫຼາຍ. ຫຼາຍຈຸ ປະມານ 10 ປາຍໂຕເບາະ ທໍ່ໃດບຸ. ເຫັນໄກໆ ລະມັນອອກ ແຕ່ກາງຄືນ ບໍ່ເຫັນ. ການໄປ ການມາ ການກິນ ໝົດຫຼາຍ ປະມານວ່າຫຼາຍໂຕ ຈັກທໍ່ໃດ. ຢູ່ເຂດຟາກຊ້າຍ ໄປທາງເມືອງສິງ ຫັ້ນເດ, ທາງຕາເວັນອອກ ຢູ່ມໍ່ທາງບ້ານນ້ຳແດງ ຂຶ້ນເມືອຫັ້ນແຫຼະ. ຊ້າງກໍຢຽບຢາງຫຼາຍໂອ ປະມານ 100 ຫາ 200 ຕົ້ນໂອ.”
ນອກຈາກ ແຂວງຫຼວງນໍ້າທາແລ້ວ, ຢູ່ບ້ານຫາດນິກ, ເມືອງຫຼາ ແຂວງອຸດົມໄຊ ກໍຖືກຝູງຊ້າງປ່າ ອອກມາທຳຣາຍໄຮ່ເຂົ້າ ເຖິງ 03 ເຮັກຕ້າຣ໌. ໃນນັ້ນ, ມີ 06 ຄອບຄົວ ທີ່ໄດ້ຮັບຜົລເສັຽຫາຍ, ໂດຍອຳນາດ ການປົກຄອງ ບ້ານຫາດນິກ ໄດ້ຣາຍງານ ຕໍ່ສື່ມວນຊົນ ທ້ອງຖິ່ນ ວ່າ: ເຣີ້ມແຕ່ປີ 2013 ຝູງຊ້າງປ່າ ໄດ້ຍ້າຍຖິ່ນຖານ ເຂົ້າມາຢູ່ເຂດ ເມືອງຫຼາ ແຂວງອຸດົມໄຊ. ອີງຕາມຂໍ້ມູນ ອ້າງວ່າ ມີຊ້າງ 19 ໂຕ ເພດຜູ້ຈຳນວນ 4 ໂຕ ເພດແມ່ ຈຳນວນ 15 ໂຕ ໄດ້ເຂົ້າມາອາສັຍ ຢູ່ເຂດພູແທ່ນ, ເຊິ່ງກວມເອົາ 5 ບ້ານຄື: ບ້ານປາງສະບັດ, ບ້ານລາງລີງ, ບ້ານໂພນສວັດ, ບ້ານພູແທ່ນ ແລະ ບ້ານປາງສົມ. ໃນປີ 2015, ຊ້າງໄດ້ຕາຍ ຢູ່ເຂດບ້ານພູແທ່ນ 1 ໂຕ, ປີ 2016 ຕາຍຢູ່ ບ້ານຫາດແອ່ນ 1 ໂຕ ແລະ ປີ 2017 ຕາຍຢູ່ ບ້ານຫົວແກ້ງ 1 ໂຕ.
ໄລຍະຜ່ານມາ, ນັບຕັ້ງແຕ່ປີ 2014 ຈົນເຖິງປີ 2018, ຢູ່ເມືອງຫຼາ ແຂວງອຸດົມໄຊ ຝູງຊ້າງ ໄດ້ທຳຣາຍ ເຂົ້າໄຮ່່, ເຂົ້ານາ ຂອງປະຊາຊົນ ຈົນເຮັດໃຫ້ ເກີດມີການຂັບໄລ່ ເຮັດໃຫ້ຝູງຊ້າງປ່າ ໄດ້ເຄື່ອນຍ້າຍ ລົງມາຮອດ ເຂດນາສຳພັນ ກວມເອົາ 5 ບ້ານຄື: ບ້ານຫາດແອ່ນ, ຫາດນິກ, ຫ້ວຍແພ, ຫ້ວຍຈາຍ ແລະ ຫ້ວຍແກ້ງ.
ສ່ວນໃນເດືອນພຶສຈິກາ ປີ 2019, ຝູງຊ້າງປ່າ ອອກມາທຳຣາຍ ເຂດສຳພັນໄຊ ເຮັດໃຫ້ຜົລລະປູກ ຂອງຊາວບ້ານຫາດນິກ ເສັຽຫາຍ ເປັນຈຳນວນຫຼາຍ. ຕໍ່ເຫດການ ດັ່ງກ່າວ, ທາງຫ້ອງການ ປົກຄອງເມືອງ ກໍໄດ້ຈ່າຍຄ່າຊົດເຊີຍ ຜົລເສັຽຫາຍ ພ້ອມທັງຮຽກຮອ້ງ ໃຫ້ປະຊາຊົນ ໃນທ້ອງຖິ່ນ ໃຫ້ອະນຸຮັກຊ້າງ ຢ່າເຂົ້າໄປຂ້າ, ພ້ອມທັງຂໍ ໃຫ້ເຈົ້າໜ້າທີ່ ມາຂຶ້ນທະບຽນ ແລະ ສ້າງເປັນຈຸດ ແຫຼ່ງທ່ອງທ່ຽວ ຂອງແຂວງ.
ມາທີ່ພາກກາງ, ຊ້າງປ່າ ກໍໄດ້ເຂົ້າມາທຳຣາຍ ສວນໝາກໂມ, ສວນໝາກແຕງ, ສວນໝາກກ້ວຍ, ສວນໝາກນັດ, ສວນໝາກຖົ່ວດິນ ຂອງປະຊາຊົນ ບ້ານທາດ, ເມືອງວີລະບູຣີ ແຂວງສວັນນະເຂດ. ເຫຕການ ດັ່ງກ່າວ, ເກີດຂຶ້ນ ເມື່ອວັນທີ 29 ພຶສາຈິກາ ຜ່ານມາ ດັ່ງປະຊາຊົນ ບ້ານທາດ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ:
“ໂຢ້! ຄັນວ່າ 5 ສ່ວນນີ້ກະ ເສັຽ 4 ພຸ້ນແຫຼະ, ຍັງແຕ່ສ່ວນດຽວ ຍັງແຕ່ໜ່ວຍນ້ອຍ ໜ່ວຍໃຫຍ່ ມັນໄປຫາຢຽບໝົດ. ນີ້ກະກໍຢາກຂໍໃຫ້ ທາງພັກ-ຣັຖ ຂັ້ນເທິງຫັ້ນແຫຼະ ຊ່ອຍເຫຼືອ ທົດແທນ ບາງເລັກນ້ອຍ ເນາະ. ອັນນີ້ກະຂໍເຫັນ ໝົກເຫັນໃຈ ປະຊາຊົນ ທີ່ຫາເຊົ້າກິນຄໍ່າ ນີ້ແຫຼະເນາະ. ເຮັດໃດ ສັດເປັນຜູ້ທຳຣາຍ ນີ້ກະສູນເສັຽໄປ ຫຼາຍແຫຼະອັນນີ້.”
ຕໍ່ກັບເຫຕການ ດັ່ງກ່າວ, ອຳນາດ ການປົກຄອງ ບ້ານທາດ ແລະ ຂັ້ນເມືອງ ກໍໄດ້ລົງມາກວດກາ ແລະ ກໍໄດ້ມອບ ເງິນຊ່ອຍເຫຼືອ ຈຳນວນນຶ່ງ ໃຫ້ກັບສອງຄອບຄົວ ທີ່ໄດ້ຮັບຜົລເສັຽຫາຍ ຈາກຊ້າງປ່າ ອອກມາທຳຣາຍສວນ ໃນເທື່ອນີ້.
ອີກຈຸດນຶ່ງ, ທີ່ປະຊາຊົນ ໄດ້ຣາຍງານ ເມື່ອວັນທີ 12 ພຶສຈິກາ ໃນປີ 2019, ໄດ້ເກີດເຫຕ ສະຫຼົດໃຈ ເມື່ອມີຊ້າງປ່າ ບໍ່ຮູ້ຈຳນວນ ບຸກເຂົ້າມາສວນ ຂອງຊາວບ້ານ ແລະ ທຳຮ້າຍຊາວບ້ານ ເສັຽຊີວິດ 1 ຄົນ. ເຫຕການນີ້ ເກີດຂຶ້ນທີ່ ບ້ານຊໍ້, ເມືອງສັງທອງ ນະຄອນຫຼວງວຽງຈັນ.
ຫຼ້າສຸດ ເມື່ອວັນທີ 11 ທັນວາ ປີ 2019, ຊ້າງປ່າ ໄດ້ອອກມາ ອາລະວາດ ທຳຣາຍສັດລ້ຽງ ຂອງປະຊາຊົນ ຢູ່ເຂດນາຄຳ ບ້້ານໂນນຫີນແຫ່, ບ້ານຜາຫຼວງ, ເມືອງເຟືອງ ແຂວງວຽງຈັນ. ໂດຍຜູ້ເຫັນ ເຫຕການ ເລົ່າວ່າ ຊ້າງສອງໂຕ ທີ່ອອກມາ ອາລະວາດນີ້ ຮ້າຍຫຼາຍ ໄລ່ຄົນ ທຳລາຍເຮືອນ ແລະ ສວນຂອງປະຊາຊົນ. ຕໍ່ເຫດການນີ້, ເຈົ້າໜ້າທີ່ ເມືອງເຟືອງ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີ ເມື່ອວັນທີ 11 ທັນວາ ວ່າ ຂໍແຈ້ງເຕືອນ ໃຫ້ປະຊາຊົນ ເຂດບ້ານຜາຫຼວງ, ບ້ານນາຄຳ, ບ້ານຜາສັງ, ບ້ານໂພນສວ່າງ ແລະ ບ້ານນາເມືອງ ໃຫ້ຣະມັດຣະວັງ ຊ້າງປ່າ ສອງໂຕນີ້.
“ໄດ້ສຸມໃສ່ໝົດ ທັງທະຫານ ທັງພະນັກງານ ໄດ້ສຸມໃສ່ໝົດ ເຮັດນຳກັນໝົດ. ເຈົ້າເມືອງສັ່ງການ ໂດຍກົງເລີຍ ວ່າ ໃຫ້ໄປໄລ່ຊ້າງປ່າ ໄປຫາ ບ່ອນມັນ ທຳມາຫາກິນພຸ້ນ. ສີ່ຫ້າມື້ຫັ້ນນ່າ ເຂົາເຈົ້າໄປໄລ່ຫັ້ນນ່າ ໄປໄລ່ຊ້າງປ່າ ບໍ່ໃຫ້ມັນລົບກວນ ປະຊາຊົນ.”
ຕໍ່ກັບເຫຕການ ດັ່ງກ່າວ, ທາງທີມງານ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ນັກວິຊາການ ທີ່ລ້ຽງຊ້າງ ຂອງສູນອະນຸຮັກຊ້າງ ແຂວງໄຊຍະບູຣີ ກໍໄດ້ຄຳຕອບວ່າ:
“ຖ້າວ່າມັນ ເວລາມັນຍ້ອຍ ມັນກະອອກມາ ເວລາມັນບໍ່ຍ້ອນ ມັນກາບໍ່ອອກມາເນາະ. ຄວາມໝາຍວ່າ ຄວາມຍ້ອຍນີ້ ມັນຍ້ອຍແດງ ມັນຍ້ອຍຫຍັງນ່າ ຫຼືວ່າມັນຢາກມາ ສົມມຸດວ່າແມ່ນຄົນບໍ່ ກາຢາກມີ ຮ້າຍໃຫ້ ຊັ່ນນ່າ. ມັນບໍ່ກ່ຽວກັນ ມັນລັກສະນະວ່າ ມັນຍ້ອຍ ກະບໍ່ກິນອາຫານຫຍັງ ແບບວ່າມັນເປັນຄົນ ຄືກິນຢາບ້ານີ້ນ່າ ມັນໄປໃສ ມັນກະຕຳຫັ້ນ. ເອີ່, ມັນຕົກມັນ. ຊ້າງຕົກມັນນີ້ ມັນກະຍ້ອຍໄປ ມັນມີຫຍັງກວນມັນ ມັນກະໄລ່ຂ້າຈົນຕາຍ ຫັ້ນແຫຼະ. ເອີ່ມັນແບບລັກສະນະວ່າ ມັນຕົກມັນ ມັນກະເລາະໄປເລີຍ. ແຕ່ວ່າຢູ່ເມືອງທົ່ງ ເພາະວ່າ ມັນອອກຈາກ ຢູ່ເມືອງທົ່ງພີ້ນ່າ ຊາຍແດນເມືອງທົ່ງ ບໍ່ເບັ້ຽ ມັນກະອອກມາແລ້ວ. ຊ້າງມັນກະຕົກມັນ ມັນກະອອກມາ, ມັນອອກມາຫຼາຍລະ ດຽວນີ້. ເອີ່, ຕົກມັນ ມັນກະຢູ່ບໍ່ໄດ້ ມັນກະຊອກໄປຊີ້ລະ. ຖ້າມີໂຕແມ່ ມັນກະ ຕົກມັນ ມັນກະເຊີງ.”
ກ່ຽວກັບ ຊ້າງປ່າໃນລາວ ກົມກວດກາປ່າໄມ້ ຂອງກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣະບຸວ່າ ຕາມການສຳຫຼວດ ເມື່ອປີ 2016, ຈຳນວນຊ້າງປ່າ ຍັງເຫຼືອ ປະມານ 400 ໂຕ ແລະ ຊ້າງບ້ານ 400 ໂຕ, ໃນຂນະທີ່ ການອະນຸຮັກຊ້າງ ແລະ ການຂຍາຍພັນຊ້າງ ເພື່ອປົກປ້ອງ ບໍ່ໃຫ້ສູນພັນ ຍັງຕ້ອງການ ງົບປະມານ ເປັນຈຳນວນຫຼາຍ ເພື່ອມາສຸມໃສ່ ວຽກດັ່ງກ່າວ.
ປັດຈຸບັນ, ມີພຽງແຕ່ ອົງການກອງທຶນ ອະນຸຮັກ ທັມຊາດໂລກ ປະຈຳລາວ ໄດ້ໃຫ້ການ ສນັບສນູນ ແລະ ເຮັດວຽກ ຮ່ວມກັບ ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ. ຕລອດໄລຍະ 10 ປີ ທີ່ຜ່ານມາ, ປະຊາກອນຊ້າງ ໃນສູນອະນຸຮັກຊ້າງ ເຂດປ່າສງວນ ແຫ່ງຊາຕ ນໍ້າປຸ໋ຍ ໄດ້ເພີ້ມຂຶ້ນ ຄາດວ່າ ມີປະມານ 70-80 ໂຕ ທີ່ໄດ້ຮັບ ການຄຸ້ມຄອງ.
ສູນອະນຸຮັກ ແຫ່ງດັ່ງກ່າວ ໄດ້ຈັດສັນ ເປັນແຫຼ່ງທ່ອງທ່ຽວ ແລະ ທາງແຂວງໄຊຍະບູຣີ ກໍມີການຈັດ ບຸນຊ້າງ ຂຶ້ນທຸກປີ ນັບແຕ່ມີການ ຕັ້ງສູນແຫ່ງນີ້ ຂຶ້ນມາ. ງານບຸນຊ້າງ ຄັ້ງທີ 14 ຈະຈັດຂຶ້ນ ໃນຣະຫວ່າງ ວັນທີ 18-21 ກຸມພາ ປີ 2020, ຈະມີຊ້າງ ທັງໝົດ 71 ໂຕ ເຂົ້າຮ່ວມຂະບວນແຫ່.