ເງິນເບັ້ຽລ້ຽງ ເຂື່ອນແຕກ ມິດ 5 ເດືອນແລ້ວ

ສຸພັດຕາ
2020.11.25
F-allowance-dam ການເບີກຈ່າຍເງິນ ອັດຕຣາກິນ ແລະ ເງິນແຮຖົງ ເດືອນ 4-5 ໃຫ້ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື. ຮູບຖ່າຍເມື່ອ: ເດືອນກັນຍາ ປີ 2020
ນັກຂ່າວພົລເມືອງລາວ

ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຫຼາຍຄົນ ທີ່ອາສັຍ ຢູ່ສູນພັກ ຊົ່ວຄາວ ເມືອງສນາມໄຊ ແຂວງອັດຕະປື ເວົ້າວ່າ ມາຮອດປັດຈຸບັນ, ບໍ່ໄດ້ຮັບ ເງິນເບັ້ຽລ້ຽງ ເປັນເວລາ 5 ເດືອນແລ້ວ ນັບແຕ່ເດືອນ 6 ເປັນຕົ້ນມາ ຈົນຮອດເດືອນ 10. ຕາມປົກກະຕິ, ຜູ້ປະສົບພັຍເຂື່ອນແຕກ ຈະໄດ້ຮັບ ເງິນເບັ້ຽລ້ຽງ 5 ພັນກີບ ຕໍ່ຄົນຕໍ່ມື້ ແລະ ເງິນແຮຖົງ 1 ແສນກີບ ຕໍ່ຄົນ ຕໍ່ເດືອນ ຮວມທັງໝົດ ເປັນ 250,000 ກີບ ຕໍ່ຄົນ ຕໍ່ເດືອນ.

ຜູ້ປະສົບພັຍເຂື່ອນແຕກ ໄດ້ຮັບເງິນເບັ້ຽລ້ຽງ ແລະ ເງິນແຮຖົງ ສໍາລັບເດືອນ 1,2,3 ແລ້ວ ແຕ່ຕົ້ນເດືອນ 4 ແລະ ຕໍ່ມາໃນເດືອນ 9 ກໍໄດ້ຮັບເງິນເບັ້ຽລ້ຽງ ແລະ ເງິນແຮຖົງ ສໍາລັບເດືອນ 4 ແລະ ເດືອນ 5 ແລະ ສ່ວນທີ່ເຫຼືອ ຂອງເດືອນ 6,7,8,9 ແມ່ນຍັງບໍ່ທັນ ໄດ້ຮັບເທື່ອ. ດັ່ງຊາວບ້ານ ໃນສູນດົງບາກ ຄົນນຶ່ງ ເລົ່າສູ່ວິທຍຸອເຊັຽເສຣີ ຟັງ ເມື່ອວັນທີ 20 ພຶສຈິກາ ນີ້ວ່າ:

“ແຕ່ກ່ອນ ກະໃຫ້ຈ່າຍເປັນເດືອນ ໄລຍະທໍາອິດຫັ້ນນ່າ ເດືອນຕໍ່ມາ ກະ 2-3 ໃຫ້ເທື່ອນຶ່ງ, ຊັ້ນນ່າ. ກະໃຫ້ເບິດຢູ່ດອກ ລະຕໍ່ມາກະ 5-6 ຕໍ່ມາເລີຍໆ ກະ 5-6 ເພີ່ມເຂົ້າໄປ ເພີ່ມເຂົ້າໄປ, ຊັ້ນນ່າ. ແມ່ນໆ ແຕ່ເບື້ອງຕົ້ນຫັ້ນນ່າ ບາດນີ້ເພິ່ນ ເງິນເພິ່ນຈັກຈັ່ງໃດແຫຼະ ບໍ່ຮູ້ຈັກນໍາເພິ່ນ ຈັ່ງວ່າມາຈ່າຍ 2 ເດືອນ ຈັ່ງວ່າເດືອນ 4 ເດືອນ 5 ນີ້ແຫຼະ. ປັດຈຸບັນນີ້, ກະຍັງບໍ່ທັນໄດ້ 5 ເດືອນ ກັບຄາຢູ່ດຽວນີ້ແຫຼະ ບໍ່ທັນໄດ້ ໄລ່ມາເລີຍ ຈົນວ່າຮອດເດືອນ 10 ເດ້. ແຕ່ກ່ອນຫັ້ນ, ໄລ່ມາ ຈົນຮອດເດືອນ 10 ນ່າ ຄັນຊິເວົ້າຫັ້ນ ບາດນີ້ ມັນມາຄ້າງ ເດືອນ 10 ຫາເດືອນ 11 ມັນກະບໍ່ທັນໄດ້ອີກ ງວດໂຕນີ້ ເພິ່ນວ່າຊິໂອນ ເຂົ້າບັນຊີເອົາ ແມ່ນແຫຼະ ບັນຊີເກົ່າຫັ້ນແຫຼະ ເກົ່າແຕ່ກ່ອນ, ພຸ້ນແຫຼະ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ຄອງຖ້າເງິນ ເຂົ້າບັນຊີ ຕາມທີ່ເພິ່ນ ບອກໄວ້ນັ້ນ ປານນີ້ ກໍຍັງບໍ່ເຫັນເງິນເຂົ້າເທື່ອ:

“ຄອງຄອຍຫັ້ນແຫຼະ ຢາກໄດ້ໃຊ້ຄືກັນ ຢາກໄດ້ໃຊ້ ໄດ້ຈ່າຍຄືກັນ, ແຕ່ວ່າ ມັນບໍ່ມີໃຊ້ ມີຈ່າຍຄືກັນ ມັນເວົ້າບໍ່ໄດ້ຄືກັນ ກ່ອນຊິວ່າຫັ້ນ ບອກບໍ່ໄດ້ ຫັ່ນຕິ. ຊິຕອບກະຕອບບໍ່ໄດ້ ຂອງເຂົາບໍ່ມີ ກໍານົດໃຫ້ເຮົາ ຊິໄດ້ມື້ໃດ ກະຍັງບໍ່ຈັກ ຄືກັນນ່າ ຄືໄດ້ຍິນວ່າ ຊິໄດ້ມໍ່ໆນີ້ລະ. ຍິນຄົນທາງນອກ ເຂົາລົມກັນ ທາງນອກຊື່ໆຫັ່ນນ່າ.”

ໃນຂນະດຽວກັນ, ຊາວບ້ານ ໃນສູນດຽວກັນນີ້ ທີ່ບໍ່ປະສົງອອກສຽງ ກໍເວົ້າກັບວິທຍຸເອເຊັຽເສຣີວ່າ:

"ຈັກຊິເປັນແນວໃດ ຊິໄດ້ຫຼືບໍ່ໄດ້ ກໍບໍ່ຮູ້ເງິນຫັ້ນ. ກະໄດ້ຕັ້ງແຕ່ 2 ເດືອນ ຍັງ 4 ເດືອນ. 4 ເດືອນ ເພິ່ນວ່າຊິໂອນ ເຂົ້າບັນຊີໃຫ້, ແຕ່ພຸ້ນມາ ເທົ້າປັດຈຸບັນ ກໍຍັງບໍ່ທັນ ຮູ້ໜ້າຮູ້ຫຼັງຊໍ້າ. ບາດນີ້, ກາຍມື້ກາຍວັນມານີ້ ເດືອນທີ 5 ນີ້ ມັນກະເຣີ່ມ ຊິເຕັມມາລະເດ້ ຄືຈັ່ງວ່າ ຫຼາຍຄົນກະຈົ່ມ ວິພາກວິຈານ, ຫັ້ນແຫຼະ. ປະຊາຊົນຜູ້ໃດ ກະຄອງຄອຍ ຢາກໄດ້ເງິນມາໃຊ້ ຢາກຈ່າຍເນາະ ແນວບໍ່ໄດ້ຄຶດ ໄດ້ຫາຫຍັງເດ້.”

ຊາວບ້ານ ໃນສູນຫາດຍາວ ຄົນນຶ່ງ ກໍເວົ້າຄືກັນວ່າ ຄອງຖ້າເງິນນັ້ນ ຢູ່ທຸກມື້ ເພາະໄດ້ຍິນ ເພິ່ນວ່າ ຈະໃຫ້ຕັ້ງແຕ່ວັນຈັນ ເມື່ອອາທິດ ທີ່ຜ່ານມາ, ແຕ່ມາຮອດມື້ນີ້ ກໍຍັງບໍ່ໄດ້ຮັບເທື່ອ ຄອບຄົວຂອງຕົນ ກໍທຸກຍາກ ເງິນຊົດເຊີຍທີ່ມີ ກໍໃຊ້ຈ່າຍໄປໝົດແລ້ວ ເງິນຊື້ຢູ່ ຊື້ກິນໃນທຸກມື້ນີ້ ແມ່ຕ້ອງໄດ້ໄປຢືມ ນໍາພີ່ນໍານ້ອງ ມາຊື້ສູ່ລູກໆກິນ. ດັ່ງນາງເວົ້າວ່າ:

“ນີ້ກະຄອງມື້ຢູ່ ຢູ່ເຮືອນດຽວກນີ້ ກະອົດເຊົ້າ ອົດແລງຢູ່ ແບບບໍ່ມີເງິນ ອອກຕລາດ ໃຄແນ່ ແຕ່ມີເຂົ້າຫັ້ນແຫຼະ ອີ່ແມ່ໄປເລາະ ຢືມເຂົາແຫຼະ ຄົນຮູ້ຈັກ ຢືມນໍາເອຶ້ອຍ ນໍານ້ອງ ເທື່ອ 50, 60, ແສນນຶ່ງ ພໍໄດ້ອອກຕລາດ.”

ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມ ກ່ຽວກັບເຣື່ອງທີ່ວ່ານີ້ ໄປຍັງອໍານາດ ການປົກຄອງບ້ານ ບ້ານທ່າແສງຈັນ ທ່ານເລົ່າສູ່ຟັງວ່າ:

"ໂຕເງິນອັດຕຣາກິນບໍ 1,2,3 ຫັ້ນ ໄດ້ແລ້ວ. ບາດນີ້, ເພິ່ນມາຈ່າຍເດືອນ 4-5 ເຫຼືອນັ້ນ ລະເພິ່ນຈະເອົາ ເຂົ້າບັນຊີ ເພິ່ນວ່າແນວນັ້ນ. ດຽວນີ້, ເພິ່ນກໍາລັງ ເອົາເຂົ້າແຕ່ລະບ້ານ ແຕ່ລະບ້ານແລ້ວ ໃກ້ແລ້ວ ເພິ່ນວ່າໃກ້ ຕລອດຢູ່ດອກ ຫາກທຸກມື້ ລະວ່າໃກ້ ມື້ອື່ນມື້ຮື ມື້ຮືອື່ນ. ຫາກຍັງບໍ່ທັນແລ້ວເທື່ອ ອັນດຽວນີ້ຫັ້ນ ມື້ວັນສຸກນີ້ ຂ້ອຍມາແຕ່ກອງປະຊຸມ ອັນນ່າ ວ່າຍັງ 15 ຄອບຄົວ ບໍ່ທັນເໝິດ ອັນເຂົ້າບັນຊີ ຄັນບໍ່ເໝິດຄອບຄົວ ໃນ 5 ໝູ່ບ້ານ ທີ່ຖືກຜົລກະທົບ ໜັກຫັ້ນ ກະບໍ່ໄດ້ຫັ້ນແຫຼະ ຕ້ອງໄດ້ເໝິດຄອບຄົວ ລະຈັ່ງໄດ້."

ກ່ຽວກັບເຣື່ອງທີ່ວ່າ ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ໄດ້ຮັບເງິນເບັ້ຽລ້ຽງ ແລະເງິນແຮຖົງ ຫຼ້າຊ້າ ມາຫຼາຍເດືອນນັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໃນແຂວງອັດຕະປື ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ອະທິບາຍ ສູ່ຟັງວ່າ:

“ດຽວນີ້ຫັ້ນ ພວກເຮົາ ໄດ້ເຈຣະຈາກັບ PNPC ແລ້ວໃນວັນທີ່ 10 ເດືອນ 4 ຫັ້ນ ແລະ ພວກເຮົາ ກໍໄດ້ຂໍອະນັດ ເບື້ອງຣັຖບານ ຕາມມູລຄ່າ ທີ່ເຮົາໄດ້ເຈຣະຈາຫັ້ນ ລະກະເບື້ອງ PNPC ກະຂໍອະນຸມັດ ນໍາຂາຫຸ້ນ ມັນລະແກ່ເວລາມາ ແກ່ເວລາມາ ແກ່ເວລາມາແລ້ວ ເງິນກະໂອນບໍ່ໄດ້. ຖ້າຫາກວ່າ ບໍ່ໄດ້ຮັບຮອງ ທັງສອງຝ່າຍ ບາດເງິນແຂວງ ເຮົາພະຍາຍາມ ມີເທົ່າໃດກະຈ່າຍ ມັນກະເໝິດ ກະເລີຍວ່າ ຖ້າ ຖ້າ ຖ້າ ແລ້ວຖ້າອີກ, ຫັ້ນນ່າ. ກະເລີຍວ່າ ຈົນຮອດເດືອນ 8 ບໍ ເພິ່ນຈຶ່ງໄດ້ອະນຸມັດ ຈຶ່ງຄ່ອຍໄດ້ຈ່າຍ ຄືນຫຼັງ ໃຫ້ປະຊາຊົນ, ຫັ້ນນ່າ. ຈຶ່ງຄ່ອຍອະນຸມັດຈ່າຍ ຈ່າຍຈົນຮອດເດືອນ 9 ທາງແຂວງນີ້ ອະນຸມັດ ຈ່າຍຮອດເດືອນ 9 ແລ້ວເນາະ.”

ນອກຈາກນີ້, ເອເຊັຽເສຣີ ຍັງໄດ້ຕິດຕໍ່ສອບຖາມ ເຣື່ອງດັ່ງກ່າວ ໄປຍັງບໍຣິສັດ ຜູ້ພັທນາ ໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເຈົ້າໜ້າທີ່ທ່ານນຶ່ງ ຂອງບໍຣິສັດ, ເຊິ່ງບໍ່ປະສົງອອກຊື່ ແລະ ສຽງ  ກ່າວວ່າ:

“ແມ່ນຄວາມຈິງ ທີ່ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຍັງບໍ່ໄດ້ຮັບເບັ້ຽລ້ຽງ ແລະ ເງິນແຮຖົງ ມາເປັນເວລາ 5 ເດືອນ ຍ້ອນທັງ ບໍຣິສັດ ບໍ່ທັນໄດ້ຈ່າຍເງິນນັ້ນ ໃຫ້ແກ່ທາງການ ແຂວງອັດຕະປືເທື່ອ  ເພາະວ່າ ຜ່ານມາຫັ້ນ ມັນຈະເປັນສອງຊ່ວງເນາະ ຊ່ວງອັນປົກກະຕິພຸ້ນ ແມ່ນມັນມີ ເງິນສຸກເສີນ ແກ້ໄຂ. ຊ້ວງບັນເທົາທຸກ ຈ່າຍໄປໝົດແລ້ວ, ຍັງແຕ່ຊ້ວງ ການບູຣະນະໃໝ່ ແມ່ນຍັງຄ້າງ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ທ່ານດຽວກັນນີ້ ກ່າວຕື່ມອີກວ່າ ຕາມທີ່ຈື່ໄດ້ ທາງການ ແມ່ນໄດ້ຈ່າຍເງິນ ເບັ້ຍລ້ຽງ ແລະ ເງິນແຮຖົງ ໃຫ້ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກ ໄປແດ່ແລ້ວ ບາງບ້ານ ແລະ ມີບາງບ້ານ ຕ້ອງໄດ້ກວດກາ ຂໍ້ມູນຄືນ ຖ້າໂຕໃດບໍ່ຈະແຈ້ງ ກໍຕ້ອງຈ່າຍຕາມພາຍຫຼັງ. ດັ່ງທ່ານກ່າວວ່າ:

“ຍັງໆ ໂຕໃດບໍ່ຊັດເຈນ ກະຊິແມ່ນຈ່າຍນໍາຫຼັງ ໃຫ້ມັນຊັດເຈນ ຈັ່ງຄ່ອຍຈ່າຍ ອ້າຍຄຶດວ່າໄດ໋. ບໍ່ຮູ້ວ່າ ພວກປະຕິບັດຕົວຈິງ ຊິເຮັດແນວໃດນໍ້ ເພາະມັນຕ້ອງ ໃຫ້ຄວາມຍຸຕິທັມ ເບິດທຸກຄົນເດ້ ເຈົ້າບໍ່ທັນຊັດເຈນ, ແຕ່ 10 ປາຍຄອບຄົວ ບາດຄົນຕັ້ງເປັນ ຮ້ອຍຄອບຄົວ ຊິຖ້າເຈົ້າຜູ້ດຽວ ມັນບໍ່ໄດ້ແຫຼະ.”

ສໍາລັບເຫດຜົລ ທີ່ທາງການ ບໍ່ໄດ້ຈ່າຍເງິນເບັ້ຽລ້ຽງ ແລະ ເງິນແຮຖົງ 250,000 ກີບ ຕໍ່ຄົນ ຕໍ່ເດືອນ ໃຫ້ປະຊາຊົນ 5 ບ້ານ ບາດດຽວນັ້ນ, ເພິ່ນໃຫ້ເຫດຜົລວ່າ ການທີ່ວ່າ ຖືເງິນສົດ ໄປເປັນຈໍານວນຫຼາຍ  ມັນກໍມີຄວາມສ່ຽງ ເຣື່ອງຄວາມປອດພັຍ ຢ້ານຖືກປຸ້ນຈີ້ ເພິ່ນຈຶ່ງບອກວ່າ ຂໍເອົາເງິນສົດນັ້ນ ໄປໃຫ້ປະຊາຊົນ ແຕ່ລະຄອບຄົວກ່ອນ 2 ເດືອນ. ສໍາລັບ ສ່ວນທີ່ຍັງເຫຼືອ ແມ່ນຈະໂອນ ເຂົ້າບັນຊີໃຫ້. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອັດຕະປື ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ເພາະວ່າ ເພິ່ນຊິໂອນເຂົ້າ ເພິ່ນຊິໂອນ ເຂົ້າບັນຊີນາງ ມັນກະເລີຍ ບໍ່ອັນນີ້ ກໍມາຫັ້ນນ່າ. ເລຂບັນຊີ ມັນບໍ່ທັນຖືກ ເຂົາເລີຍໂອນ ລົງບໍ່ໄດ້. ທນາຄານ ເຂົາໂອນບໍ່ໄດ້ ໂຕໃດຖືກ ເຂົາກະໂອນ ລົງເລີຍ, ບໍ່ຖືກ ເຂົາກະໂຈະໄວ້ກ່ອນ, ຊ່ອງໜ້າກັນກ່ອນ ກັບເຈົ້າຂອງບັນຊີ, ຫັ້ນນ່າ. ເຮົາຖືເງິນໄປ ມັນກະມີຄວາມສ່ຽງເດ່ ເຮົາໄປຈ່າຍ ເຮົາກະມີຄວາມສ່ຽງໄດ໋ນາງ. ຖືເງິນໄປຫຼາຍ ກະໝູ່ປຸ້ນໝູ່ຈີ້ ນໍາທາງ ເຮັດຈັ່ງໃດ.”

ເຖິງແນວໃດຕາມ, ກໍຍັງມີຊາວບ້ານ ບ້ານຫີນລາດ ຄົນນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກໍເວົ້າກັບ ວິທຍຸເອເຊັຽເສຣີວ່າ ເມື່ອ 2 ອາທິດທີ່ແລ້ວ ຕາມທີ່ທ່ານເຈົ້າແຂວງ, ທ່ານ ເລັດ ໄຊຍະພອນ ເພິ່ນລົງມາພົບພໍ້ ກັບປະຊາຊົນ ເພິ່ນເວົ້າວ່າ ຄ່າເບັ້ຽລ້ຽງ, ເງິນແຮຖົງ ຫຼືວ່າເປັນເຂົ້າ ເປັນຫຍັງຕ່າງໆ ເພິ່ນວ່າ ຍັງຈະສືບຕໍ່ ເບິ່ງແຍງ ປະຊາຊົນຢູ່ ຈົນກວ່າວ່າ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບໜັກ ໄດ້ຢູ່ເຮືອນຖາວອນ ເປັນທີ່ຮຽບຮ້ອຍແລ້ວ ຈຶ່ງຈະຢຸດຊ່ອຍເຫຼືອ, ແຕ່ວ່າ ປັດຈຸບັນນີ້ ຈັກຊິວ່າແນວໃດ ວ່າເພິ່ນ ຍັງເບິ່ງແຍງ ປະຊາຊົນຢູ່ ຫຼືບໍ່ນັ້ນ ກໍບໍ່ຮູ້ ເພາະວ່າ ເປັນທໍ່ໃດເດືອນແລ້ວ ກໍຍັງບໍ່ໄດ້ຮັບ ເງິນຊ່ອຍເຫຼືອນັ້ນປານນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.