ເຂື່ອນເຊປຽນ ເຊນ້ຳນ້ອຍ ເຣີ້ມຜລິຕ ໄຟຟ້າ

ອຸ່ນແກ້ວ
2019.12.20
ພື້ນທີ່ການກໍ່ສ້າງ ບ້ານພັກຖາວອນ ໃຫ້ປະຊາຊົນ ຜູ້ປະສົພພັຍ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ
Photo Courtesy of: Korea CSO group

ຫວນຄືນເຫຕ​ການ ​ເຂື່ອນເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ ເມື່ອເດືອນ ​ກໍ​ຣະ​ກະ​ດາ 2018 ເຮັດ​ໃຫ້​ມີ ຄົນ​ເສັຽຊີ​ວິດ 71 ຄົນ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ ຫຼາຍ​ພັນ​ຄົນ ຢູ່​ເມືອງ​ສນາມ​ໄຊ ​ແຂວງອັຕະ​ປື ຂາດ​ທີ່​ຢູ່​ອາ​ໄສ.

ຫຼ້າສຸດນີ້, ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ສຳ​ເຣັຈ ການກໍ່​ສ້າງ ສັນ​ເຂື່ອນ D ແຫ່ງ​ໃໝ່ ແທນ ​ສັນ​ເຂື່ອນ​ເກົ່າ ທີ່​ແຕກ​ ແລະ ເຣີ້ມ​ຜ​ລິຕ ​ກະ​ແສ​ໄຟ​ຟ້າ​ແລ້ວ ໃນ​ເດືອນ ທັນ​ວາ 2019.

ດັ່ງເຈົ້າ​ໜ້າ​ທີ່ ບໍ​ຣິ​ສັດ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ:

“ແລ້ວ​ວຽກ​ງານ ກໍ່​ສ້າງ​ແລ້ວ ລວມ 10 ເດືອນ, COD ​ກຳນົດວັນ ຈ່າຍ​ໄຟ​ຟ້າ ​ເຂົ້າ​ຣະ​ບົບ ໃໝ່​ນີ້ ​ແມ່ນ​ວັນ​ທີ 6 ເດືອນ 12, 2019 ເພາະ​ວ່າ​ ທາງ​ຝ່າຍ ​ຣັ​ຖ​ບານ ເພິ່ນ​ກໍ​ສົ່ງ ​ຄ​ນະ​ກວດ​ກາ ​ຣັ​ຖ​ບານ ​ລົງ​ມາ​ກວດ​ ເພື່ອ Safety ຄວາມ​ປອດ​ໄພ ໃຫ້​ມັນ​ສູງ​ຂຶ້ນ.”

ເຈົ້າ​ໜ້າ​ທີ່ ບໍຣິ​ສັດ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ກ່າວ​ຕື່ມ ​ອີກວ່າ: ທຸກ​ຂັ້ນ​ຕ້ອນ ​ໃນ​ການກໍ່​ສ້າງ ສັນ​ເຂື່ອນ​ແຫ່ງໃໝ່​ ແທນ ​ສັນ​ເຂື່ອນ​ເກົ່າ​ ທີ່​ແຕກ​ໄປ ຜ່ານ​ການກວດ​ກາ ດ້ານ​ມາ​ຕ​ຖານ ແລະ ເທັກ​ນິກ ທຸກ​ຂັ້ນ​ຕອນ ​ຈາກ​ໜ່ວຍ​ງານ ​ຂອງ​ຣັ​ຖ​ບານ​ລາວ.

ໃນ​ເວ​ລາ​ດຽວ​ກັນ ບໍ​ຣິ​ສັດ ຣາ​ຊ ກຼຸບ ຈຳ​ກັດ​ ມະ​ຫາ​ຊົ​ນ​ ຂອງ​ໄທຍ RATCH, ເຊິ່ງ​ເປັນ​ກຸ່ມ​ ບໍ​ຣິ​ສັດນຶ່ງ ​ທີ່​ຖື​ຫຸ້ນຢູ່ ​ໃນ​ໂຄງ​ການ​ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້ເປີດ​ເຜີຍ​ວ່າ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ໄດ້​ເຣີ້ມ​ຜລິຕ ກະ​ແສ​ໄຟ​ຟ້າ ອອກ​ຂາຍ​ແລ້ວ.

ອີງ​ຕາມ ບໍ​ຣິ​ສັດ ຣາ​ຊ ກຼຸບ ຈຳ​ກັດ​ ມະ​ຫາ​ຊົ​ນ ​ຂອງ​ໄທຍ, ເຂື່ອນ​ດັ່ງ​ກ່າວ ຈະ​ຜ​ລິຕ​ໄຟ​ຟ້າ ​ປີ​ລະ 1,800 ກິ​ກະ​ວັຕ​ໂມງ ເພື່ອ​ຂາຍ​ໃຫ້ ການ​ໄຟ​ຟ້າ ຝ່າຍ​ຜ​ລິຕ ​ແຫ່ງ​ປະ​ເທດ​ໄທຍ ຫຼື EGAT ແລະ ຣັ​ຖ​ວິ​ສາ​ຫະ​ກິຈ ​ໄຟ​ຟ້າລາວ ຫຼື EDL.

ເຈົ້າ​ໜ້າ​ທີ່ ກວດ​ກາ​ ຣັ​ຖ​ບານ ໄດ້​ມີ​ການກວດ​ກາ ສັນ​ເຂື່ອນ​ D ທີ່​ສ້າງ​ໃໝ່ແລ້ວ ແລະ ເຫັນ​ວ່າ ບໍ່​ມີ​ບັນ​ຫາ​ຫ​ຍັງ, ດັ່ງທ່າ​ນ ສິງ​ເພັດ ບຸນ​ສະ​ຫວັດ​ທິ​ພັນ, ຮອງ​ປະ​ທານ​ອົງ​ການ ກວດ​ກາ ​ຣັ​ຖ​ບານ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສຣີ ວ່າ:

“ເຂົາ​ເຈົ້າ ​ທົດ​ລອງ​ແລ້ວ ພວກ​ເຮົາ​ເຮັດ ​ການກວດ​ການີ້ ກໍ​ເຫັນ​ວ່າ ເຂົາ​ເຈົ້າ​ ກໍ​ກຽມ​ພ້ອມ ​ໝົ​ດ​ແລ້​ວ ອາຈ​ຊິ​ແມ່ນ ເດືອນ 12 ນີ້​ແຫຼະ ເພ​າະ​ວ່າ ເຂົາ​ປະ​ຊຸມ​ກັນ ​ວານນີ້ [12 ທັນ​ວາ] ໃຫ້​ມັນ​ໄດ້ ​ຕາມ​ແຜນ​ການ​ ທີ່​ວາງ​ໄວ້. ບໍ່​ມີ​ບັນ​ຫາ ບໍ່​ມີ​ບັນ​ຫາ ຕ້ອງ​ໄດ້ ເພາະ​ວ່າ ເຮົາ​ກວດ​ກາ ​ເບິ່ງ​ໝົດ​ແລ້ວ, ບໍ່​ມີ​ບັນ​ຫາ​ແຫຼະ. ການກໍ່​ສ້າງ​ ພື້ນ​ຖານ​ໂຄງ​ຮ່າງ ແມ່ນ​ຫ​ຍັງ ເຂົາ​ເຈົ້າ​ກໍ​ເຮັດ ​ແລ້ວ​ໝົດ​ແລ້ວ​ເດ້.”

ທ່ານ ສິງ​ເພັດ ກ່າວ​ຕື່ມ​ອີກວ່າ ຣັ​ຖ​ບານ​ລາວ ​ຢືນ​ຢັນວ່າ ການ​ເລັ່ງ​ກໍ່​ສ້າງ ​ສັນ​ເຂື່ອນ D ແຫ່ງ​ໃໝ່ ສຳ​ເຣັຈພາຍ​ໃນ 10 ເດືອນ, ບໍ່​ໄດ້​ມີ​ເງື່ອນ​ງຳ​ຫ​ຍັງ ເພາະ​ຕ້ອງ​ການ ​ໃຫ້​ໂຄງ​ການ ​ຜ​ລິຕ​ໄຟ​ຟ້າ ເປັນ​ໄປ​ຕາມ​ແຜນ ແລະ ຮັບ​ປະ​ກັນ​ວ່າ ໂຄງ​ສ້າງ ຂອງ​ສັນ​ເຂື່ອນ D ແຫ່ງ​ໃໝ່ ໄດ້​ມາ​ຕ​ຖານ ​ໝັ້ນ​ຄົງແຮງ​ແຮງ ຕາມ​ການອອກ​ແບບ.

ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ມີ​ກຳ​ລັງ​ການ​ຜ​ລິຕ 410 ເມ​ກະ​ວັຕ, ໂດຍ​ມີ​ບໍ​ຣິ​ສັດ ​ທີ່​ເປັນ​ຫຸ້ນ​ສ່ວນ ​ຄື ບໍ​ຣິສັດ SK Engineering and Construction ຈາກ​ເກົາ​ຫຼີ​ໃຕ້ ຖື​​ຫຸ້ນ 26%, ບໍ​ຣິ​ສັດ Korea Western Power 25%, ບໍ​ຣິ​ສັດ ຣາ​ຊ ກຼຸບ ຈຳ​ກັດ​ ມະ​ຫາ​ຊົ​ນ ​ຂອງ​ໄທຍ RATCH 25% ແລະ ບໍ​ຣິ​ສັດ ຣັຖ​ວິ​ສາຫະ​ກິຈ ຖື​ຫຸ້ນ​ລາວ 24%. ລວມ​ມູລ​ຄ່າ ​ການ​ລົງ​ທຶນ​ທັງ​ໝົດ ປະ​ມານ 1 ຕື້ໂດ​ລາຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.