ໂຮງງານຜລິຕຊີເມັນຈີນ ຈະຣະວັງ ຣະເບີດຜາຫີນ
2019.11.13

ໂຮງງານຜລິຕຊິເມັນ ເກັດທາວ ລາວ ຈຳກັດ ຂອງຈີນ ກຽມແຜນຣະເບີດຜາຫີນ ໃນປີໜ້າ ເພື່ອບໍ່ໃຫ້ເກີດເຫຕການຊໍ້າຮ້ອຍ ຄືກັບການຣະເບີດຜາຫີນ ໃນໄລຍະຜ່ານມາ
ໂຮງງານຜລິຕຊິເມັນ ເກັດທາວ ລາວ ຈຳກັດ ຂອງຈີນ ກຽມແຜນຣະເບີດຜາຫີນ ໃນປີໜ້າ ເພື່ອເອົາມາເປັນວັດຖຸດິບ ປ້ອນໂຮງງານ ແລະ ເພື່ອບໍ່ໃຫ້ເກີດເຫຕການຊໍ້າຮ້ອຍ ຄືກັບການຣະເບີດ ຜາຫີນ ໃນໄລຍະຜ່ານມາ ເຮັດໃຫ້ປະຊາຊົນ ເສັຽຊີວິຕ ແລະ ເຮືອນຊານ ເປ່ເພ. ທາງການເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ໃຫ້ທາງໂຮງງານ ແລ່ນເອກະສານ ເຊັນບົດບັນທຶກ ຖ້າເກີດຄວາມເສັຽຫາຍ ທາງໂຮງງານຊິເມັນ ຕ້ອງຮັບຜິດຊອບ ແລະ ກ່ອນຣະເບີດ ຕ້ອງແຈ້ງເຕືອນປະຊາຊົນ ໃຫ້ຮັບຊາບ. ດັ່ງເຈົ້າໜ້າທີ່ເມືອງນໍ້າບາກ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 12 ພຶສຈິກາ ວ່າ:
“ການຣະເບີດນີ້ ຈະໃຫ້ຣະເບີດຄືຢູ່ເມືອງໄທຍ, ຈີນ ເບາະ. ຂະເຈົ້າເອົາຣະເບີດ ເປັນພາກເປັນພາກ ລົງມາເບາະ ໃຫ້ເຮັດຄືເກົ່າ, ແຕ່ວ່າ ຕ້ອງໃຫ້ແລ່ນເອກະສານ ໃຫ້ມັນຄົບມັນຖ້ວນ ມີບົດບັນທຶກເບື້ອງຕົ້ນ ແລ້ວວ່າຕໍ່ໄປນີ້ ຕ້ອງນຶ່ງ ເພິ່ນຕ້ອງຣະເບີດທັມມະດາ ຣະເບີດໜ້ອຍ ສອງມາ ກາຕ້ອງມີການແຈ້ງເຕືອນ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ຄາດວ່າແຜນການຣະເບີດຜາຫີນ ຂອງໂຮງງານຊິເມັນນັ້ນ, ຈະໄດ້ເຣີ່ມໃນປີໜ້າ. ປະຈຸບັນ, ໂຮງງານຊິເມັນ ປິດຊົ່ວຄາວ ເພື່ອສ້ອມແປງອຸປະກອນບາງສ່ວນ ທີ່ໄດ້ຮັບຜົລກະທົບ ຈາກການຣະເບີດຜາຫີນ ເມື່ອວັນທີ 05 ຕຸລາ ຜ່ານມາ. ອີງຕາມແຫຼ່ງຂາວໃນໂຮງງານ ແຈ້ງໃຫ້ຮູ້ວ່າ ທາງໂຮງງານຊິເມັນແຫ່ງນີ້ ມີແຜນຈະຂຍາຍໂຮງງານ ໃຫ້ໃຫຍ່ກ່ວາເກົ່າ ໃນປີໜ້າ.
ໂຮງງານຜລິຕຊິເມັນ ເກັດທາວ ລາວ ຈຳກັດ ເປັນໂຮງງານທີ່ລົງທຶນໂດຍນັກທຸຣະກິຈຈີນ ຕັ້ງຢູ່ບ້ານໂພນມະນີ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໂຮງງານດັ່ງກ່າວ ເມື່ອກ່ອນເປັນຂອງຄົນລາວ ແລະ ໄດ້ຂາຍກິຈການໃຫ້ກັບຈີນ.
ກ່ອນໜ້ານີ້, ເມື່ອວັນທີ 05 ຕຸລາ ຜ່ານມາ ເຫດການຣະເບີດຜາຫີນ ເພື່ອທຳລາຍຣະເບີດ ຂອງທ້າວ ລາວເຈົ່າ ທີ່ເປັນວິຊາການຣະເບີດຫີນ ໃຫ້ໂຮງງານເກົ່າ, ເຊິ່ງໝົດສັນຍາຈ້າງນັ້ນ, ການຣະເບີດດັ່ງກ່າວ ເຮັດໃຫ້ປະຊາຊົນ ບ້ານໂພນມະນີ ໄດ້ຮັບບາດເຈັບ 23 ຄົນ ເສັຽຊີວິດ 1 ຄົນ ແລະ ເຮືອນຊານເປ່ເພ ເສັຽຫາຍ ຫຼາຍຫຼັງ. ປະຈຸບັນ, ທ້າວ ລາວເຈົ່າ ກຳລັງດຳເນີນການຈ່າຍ ຄ່າຊົດເຊີຍ ໃຫ້ກັບປະຊາຊົນຜູ້ເສັຽຫາຍ ໃນເຫຕການຣະເບີດຜາຫີນ.