ຊາວບ້ານບວມອໍ້ ໃນບ້ານຈັດສັນ ເດືອດຮ້ອນ ຍ້ອນບໍ່ມີທາງເຂົ້າເຖິງ ພື້ນທີ່ກະສິກັມ
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກຮົຖໄຟ ລາວ-ຈີນ ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ຍັງບໍ່ມີເສັ້ນທາງ ເຂົ້າເຖິງພື້ນທີ່ການຜລິດ ດັ່ງທີ່ເຄີຍມີມາກ່ອນໜ້າ ທີ່ຈະຖືກໃຫ້ຍົກຍ້າຍ ສ້າງຄວາມຫຍຸ້ງຍາກເພີ່ມ ໃຫ້ກັບຊາວບ້ານ ທີ່ອາໄສການຜລິດ ກະສິກັມລ້ຽງຊີບ.
-
ພອນ ພູມມີທອນ
2023-09-27 -
-
-
Your browser doesn’t support HTML5 audio
ເປັນເວລາເກືອບ 2 ປີແລ້ວ ຊາວບ້ານບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພຣະບາງ ຈຳນວນ 102 ຄອບຄົວ, 107 ຫລັງຄາເຮືອນ ຮວມທັງໝົດ 430 ປາຍຄົນ ໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນໃໝ່ ຫລັງຈາກ ຖືກຜົລກະທົບຈາກ ໂຄງການທາງຣົຖໄຟ ລາວ-ຈີນ.
ທີ່ຜ່ານມາ ໂຄງການຣົຖໄຟລາວ-ຈີນ ໄດ້ຈັດສັນເນື້ອທີ່ປູກສ້າງ ໃຫ້ຄອບຄົວລະ 20 x30 ແມ້ດ ໂດຍບໍ່ມີພື້ນທີ່ທຳການຜລິດໃຫ້ ຍ້ອນສາມາດໄປເຮັດການຜລິດ ຢູ່ບ່ອນເກົ່າໄດ້, ແຕ່ປັຈຸບັນ ກໍຍັງບໍ່ມີເສັ້ນທາງ ໄປຍັງບ່ອນຜລິດເທື່ອ ເຮັດໃຫ້ຊາວບ້ານຕ້ອງຢ່າງຂຶ້ນພູ ໂດຍໃຊ້ເວລາເກືອບ 2 ຊົ່ວໂມງ ເພື່ອໄປຍັງບ່ອນການຜລິດເກົ່າ.
ດັ່ງຊາວບ້ານ ຢູ່ບ້ານບວມອໍໍ້ ເມືອງຊຽງເງິນ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ່ 27 ກັນຍາ ນີ້ວ່າ:
“ກໍປ່ຽນໄປຫລາຍ ດີຂຶ້ນກວ່າໜ້ອຍນຶ່ງ ຢາກໃຫ້ໄດ້ເສັ້ນທາງໄປທຳການຜລິດຢູ່ບ້ານເກົ່າພຸ້ນ ຕ້ອງການແຕ່ເສັ້ນທາງທຸກມື້ນີ້ ອັນອື່ນແທ້ກໍພໍຢູ່ໄດ້ ມີເຮືອນຊານ ອິຫຍັງກໍດີໝົດ ຢາກໄດ້ແຕ່ເສັ້ນທາງ ບໍ່ມີ (ເສັ້ນທາງ) ເລີຍນະ ມີແຕ່ຢ່ງທາງຂຶ້ນພູ ຂຶ້ນດອຍ ນັ້ນແຫລະ ຢາກໃດ້ເສັ້ນທາງ ຄັນມີຫົນທາງໄປທຳການຜລິດຢູ່ບ້ານເກົ່າ ຖ້າມີແນວນີ້ແທ້ຈະສະດວກສະບາຍ.”
ຍານາງກ່າວຕື່ມວ່າ ນອກຈາກເຣື່ອງເສັ້ນທາງແລ້ວ ຍັງຢາກໃຫ້ ມີໂຄງການເຂົ້າມາຊ່ວຍເຫລືອ ດ້ານການປູກຝັງ ແລະ ລ້ຽງສັດນຳ ຍ້ອນປັຈຸບັນ ຍັງຕ້ອງໄປລ້ຽງສັດຢູ່ບ່ອນການຜລິດເກົ່າ ເພາະ ບໍຣິເວນໂຄງການຈັດສັນ ຍັງບໍ່ມີບ່ອນລ້ຽງ.
ອີກທັງ ບັນຫາດິນເຈື່ອນ ແລະ ນໍ້າທ້ວມຢູ່ບໍຣິເວນບ້ານຈັດສັນ ກໍຍັງສ້າງຄວາມກັງວົນໃຫ້ຊາວບ້ານຕໍ່ເນື່ອງ ຍ້ອນບໍຣິເວນບ້ານ ຢູ່ໃກ້ພູທີ່ຊັນຫລາຍ.
ທີ່ຜ່ານມາຊາວບ້ານ ປະສົບບັນຫາເຣື່ອງດິນຢຸບ ແລະ ເຮືອນແຕກຕໍ່ເນື່ອງ ແລະ ເຖິງແມ່ນວ່າທາງບໍຣິສັດຜູ້ຮັບຜິດຊອບ ໄດ້ເຂົ້າມາເບິ່ງແຍງ ແລະ ສ້ອມແປງແລ້ວ ແຕ່ກໍຍັງມີບັນຫາເດີມໆ ເກີດຂຶ້ນເລື້ອຍໆ ສ່ວນໃນໄລຍະຣະດູຝົນ ທີ່ຜ່ານມາ ກໍເກີດນໍ້າທ້ວມເຂົ້າເຮືອນປະຊາຊົນນຳ.
ດັ່ງຊາວບ້ານບວມອໍ້ ເມືອງຊຽງເງິນ ອີກນາງນຶ່ງ ກ່າວວ່າ:
“ເຈື່ອນ ກໍຍັງເຈື່ອນຢູ່ 2-3 ເທື່ອແລ້ວເຂົາມາຈົກຫັ້ນ ຍັງເຈື່ອນຄືເກົ່າ ເຮືອນຕາກະໂລນຶ່ງ ຟູຂຶ້ນ ແຕກໝົດ ເຂົາກໍມາແປງ ແປງຊຸດນຶ່ງແລ້ວ ຍັງແຕກຕື່ມ ມັນຟູຂຶ້ນ ໂອ ຄັນຝົນຕົກແລ້ວຢູ່ບໍ່ໄດ້ ໄດ້ຊະແຕ່ນໍ້າຫັ້ນອອກ ນໍ້າເຂົາເຮືອນ ແປຫັ້ນສັ້ນໂພດ ປ້ອງຢ້ຽມບໍ່ດີ ມັນເຂົ້າ ຄືຝົນຕົກ ປຽກໝົດ.”
ເມື່ອຍ້າຍໄປຢູ່ບ້ານຈັດສັນແລ້ວ ຊາວບ້ານຢູ່ບ້ານບວມອໍ້ບາງສ່ວນ ທີ່ບໍ່ມີບ່ອນທຳມາຫາກິນ ກໍຕ້ອງປ່ຽນອາຊີບ ໄປເຮັດກັມມະກອນ ໃນເຂດບ້ານອ້ອມຂ້າງ ແລະ ໃນໂຕເມືອງ.
ດັ່ງຊາວບ້ານຢູ່ບ້ານມູດ ເຊິ່ງຢູ່ຕິດກັບບ້ານບວມອໍ້ ກ່າວໃນມື້ດຽວກັນວ່າ:
“ກໍຖືວ່າປ່ຽນໄປຫລາຍ ເຂົ້າເຈົ້າເປັນແບບກັມມະກອນເນາະ ຈາກການເຮັດໄຮ່ໃນໄລຍະທີ່ຜ່ານມາຫັ້ນນ່າ ເຂົາເຈົ້າກໍເປັນກັມມະກອນເລີຍ ຢູ່ຕາມບ້ານ ກັມມະກອນກໍ່ສ້າງບໍ່ ຊີ້ນ່າ ແມ່ນໆ ຜ່ານມາເຂົາເຈົ້າກໍເຮັດໄຮ່ ສ່ວນຫລາຍອາຊີບຫລັກ ອາຊີບຫລັກເຮັດໄຮ່ ຜ່ານມາເນາະ ເຂົາເຈົ້າກໍປູກພືດ ໝາກບວບໝາກນ້ອຍຕາມຣະດູການຫັ້ນນ່າ.”
ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຫ້ອງການປົກຄອງ ເມືອງຊຽງເງິນ ແຂວງຫລວງພຣະບາງ ວ່າຈະມີໂຄງການຊ່ວຍເຫລືອ ດ້ານການຜລິດ ການປູກຝັງ ແລະ ລ້ຽງສັດໃຫ້ແກ່ຊາວບ້ານ ບ້ານບວມອໍ້ ແລະ ບ້ານອື່ນໆ ທີ່ໄດ້ຮັບຜົລກະທົບຈາກໂຄງການຣົຖໄຟລາວ-ຈີນ ຕື່ມບໍ່ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນເຣື່ອງນີ້.
ກ່ຽວກັບເຣື່ອງເສັ້ນທາງ ໄປຍັງບ່ອນການຜລິດເກົ່ານັ້ນ ປັຈຸບັນຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງຊຽງເງິນ ແຂວງຫລວງພຣະບາງ ໄດ້ຮັບງົປມານຈາກຣັຖບານແລ້ວ ແລະ ອາດເຣີ່ມດຳເນີນການ ສ້າງເສັນທາງເພື່ອທະລຸ ໄປຍັງບ່ອນຜລິດເກົ່າ ຂອງປະຊາຊົນໄດ້ໃນຣະດູແລ້ງ ໄລຍະທ້າຍປີນີ້.
ດັ່ງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ:
“ເຮົາໄດ້ຮັບຮອງ ທາງງົປມານຂອງຣັຖບານ ພວກເຮົານີ້ແຫລະ ທີີ່ໄດ້ຊ່ວຍ ເພື່ອທະລຸໃຫ້ປະຊາຊົນແລວທາງຫັ້ນກໍຖືວ່າ ທາງເບື້ອງໂຍທາທິການກໍໄດ້ໄປສຳຣວດໝົດແລ້ວ ຢູ່ບ້ານບວມອໍ້ມີຢູ່ຈຸດນຶ່ງເນາະ ເມືອງເຮົາມີ 3 ຈຸດເນາະ ພວກເຮົາຈະໄດ້ທະລຸເສັ້ນທາງໄປໃຫ້ປະຊາຊົນ.”
ທ່ານ ກ່າວຕື່ມວ່າ ບັນຫາເຣື່ອງດິນເຈື່ອນທີ່ເກີດຂຶ້ນ ໃນຣະດູຝົນທີ່ຜ່ານມາ ບໍຣິສັດຜູ້ຮັບເໝົາກໍໄດ້ເຂົ້າໄປແກ້ໄຂບັນຫາແລ້ວ ແລະ ຫາກໄດ້ຮັບງົປມານເພີ່ມຕື່ມ ກໍຈະປູກຕົ້ນໄມ້ບໍຣິເວນພູ ເພື່ອປ້ອງກັນດິນເຈື່ອນໃນໄລຍະຍາວ.
ໂຄງການກໍ່ສ້າງຣົຖໄຟ ລາວ-ຈີນ ຜ່ານເມືອງຊຽງເງິນ ມີຄວາມຍາວ 50 ກິໂລແມັດ ໃນນັ້ນມີ 16 ບ້ານໄດ້ຮັບຜົລກະທົບ ຄືບ້ານ ແອນສວັນ, ບ້ານລ້ອງອໍ້, ບ້ານສວນຫຼວງ, ບ້ານບວມ, ບ້ານມຸດ, ບ້ານດອນໂມ, ບ້ານກີ່ວຈະລວງ, ບ້ານພູຂວາ, ບ້ານກີ່ວໝາກນາວ, ບ້ານນໍ້າມີ່ງ, ບ້ານກີ່ວຕະລຸມ 2, ບ້ານຫ້ວຍຮາວ, ບ້ານລ້ອງ, ບ້ານພູດຳ, ບ້ານກີ່ວກະຈຳ ແລະ ບ້ານພູທາດ, ໂດຍທັງໝົດນີ້ ໄດ້ຮັບຜົລກະທົບ ດ້ານທີ່ດິນປູກສ້າງ ແລະຜົລປູກຂອງຣັຖ ແລະປະຊາຊົນ 300 ຄອບຄົວ.