1,018 ຄອບຄົວ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ

ການໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ຂອງປະຊາຊົນ ທັງພາຍໃນ ແລະຕ່າງປະເທດ, ວັນທີ 31 ເດືອນພຶສພາ ປີ 2022.
ການໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ຂອງປະຊາຊົນ ທັງພາຍໃນ ແລະຕ່າງປະເທດ, ວັນທີ 31 ເດືອນພຶສພາ ປີ 2022. (Photo: RFA)

0:00 / 0:00

ໃນກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 23 ທັນວາທີ່ຜ່ານມານີ້ ທ່ານ ຄຳພັນ ພົມມະທັດ ປະທານອົງການ ກວດກາແຫ່ງຣັຖ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາ ສະມາຊິກສະພາແຫ່ງຊາຕ ກ່ຽວກັບການກວດກາ ບ້ວງເງິນຄ່າຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ວ່າປັດຈຸບັນຍັງເຫລືອ ຊາວບ້ານອີກຈຳນວນ 1,018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການນີ້ ຄິດເປັນມູນຄ່າປະມານ 233 ຕື້ກີບ ຍ້ອນຍັງມີຂໍ້ມູນຜົນກະທົບ ດ້ານທີ່ດິນ ແລະສິ່ງປຸກສ້າງ ຈຳນວນນຶ່ງທີ່ບໍ່ທັນຈະແຈ້ງ ແລະຍັງຕົກລົງມູນຄ່າ ຊົດເຊີຍບໍ່ທັນໄດ້ເທື່ອ ໂດຍສະເພາະຊາວບ້ານ ທີ່ໄດ້ຮັບຜົນກະທົບ ໃນການກໍ່ສ້າງ ເສັ້ນທາງເຂົ້າສູ່ ສະຖານີຣົຖໄຟແຕ່ລະແຫ່ງ.

ດັ່ງທ່ານ ຄຳພັນ ພົມມະທັດ ກ່າວໃນຕອນນຶ່ງວ່າ:

" ໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຜູ້ໄດ້ຮັບຜົນກະທົບ ທັງໝົດ 6,855 ຄອບຄົວ ໄດ້ເບີກຈ່າຍໃຫ້ຄອບຄົວ ທີ່ຖືກຜົນກະທົບແລ້ວ 5,837 ຄອບຄົວ ມູນຄ່າ 1,483 ຕື້ກີບຍັງຄ້າງ 1,018 ຄອບຄົວ ມູນຄ່າ 232 .86 ຕື້ກີບ."

ກ່ຽວກັບເຣື່ອງນີ້ ຊາວບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງ ຣົຖໄຟ ລາວ-ຈີນ ນາງນຶ່ງກ່າວວ່າ ສາເຫດທີ່ຍານາງຍັງບໍ່ທັນໄດ້ ຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການນີ້ເທື່ອນັ້ນ ຍ້ອນຍັງບໍ່ພໍໃຈກັບຈຳນວນເງິນ ທີ່ພາກສ່ວນກ່ຽວຂ້ອງ ໄດ້ສເນີມາໃຫ້ ຊຶ່ງຕລອດໄລຍະທີ່ຜ່ານມາ ກໍເຫັນວ່າເຈົ້າໜ້າທີ່ບາງພາກສ່ວນ ບໍ່ມີຄວາມຈິງໃຈ ໃນການແກ້ໄຂເຣື່ອງເງິນຄ່າຊົດເຊີຍ ໃຫ້ຊາວບ້ານ ແລະມີແຕ່ຖິ້ມໂທດໃສ່ຊາວບ້ານ ຜູ້ໄດ້ຮັບຜົນກະທົບ.

ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ທັນວາ ນີ້ວ່າ:

" ກາບໍ່ຍອມເອົາແຫລະແມັດລະ 80,000 ກີບ ກາບໍ່ຍອມເອົາເພາະວ່າ ກ່ອນໜ້ານີ້ເຄີຍລົງມາ ວ່າຊິໃຫ້ປະຊາຊົນແມັດນຶ່ງ 210,000 ກີບ ປະຊາຊົນ ກໍຍອມເຊັນເອກະສານ ໃຫ້ຍອມໃຫ້ ເພາະວ່າ ຕາງຊ່ອຍພັກ ຊ່ອຍຣັຖ ພັດລົງມືເຮັດໄປແລ້ວ ພັດມາປີ້ນຄວາມ. "

ສ່ວນຊາວບ້ານ ຢູ່ແຂວງອຸດົມໄຊ ນາງນຶ່ງກ່າວວ່າ ສຳລັບຢູ່ໃນເຂດບ້ານ ຂອງນາງເອງກໍຍັງມີຊາວບ້ານອີກຈຳນວນນຶ່ງ ທີ່ຍັງບໍ່ທັນຕົກລົງຮັບເອົາເງິນ ຄ່າຊົດເຊີຍຈາກໂຄງການ ດັ່ງກ່າວ ຍ້ອນເຫັນວ່າ ບໍ່ເໝາະສົມ ກັບຄວາມເສັຽຫາຍ ໂຕຈິງ ຊຶ່ງກຳລັງຢູ່ໃນຂັ້ນຕອນ ການຕົກລົງກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ແຕ່ຍັງບໍ່ມີທ່າທີວ່າ ຈະສາມາດຕົກລົງນຳກັນໄດ້ ໃນໝໍ່ໆນີ້.

ດັ່ງຍາງນາງ ກ່າວວ່າ:

" ບໍ່ເໝາະສົມ ເຂົາບໍ່ເອົາຫລາຍຄອບຄົວ ໂອຮອດ 20- 30 ຄອບຄົວພຸ້ນ ທາງພັກ-ຣັຖ ເພິ່ນຂຶ້ນມາ ຢູ່ບ້ານຫັ້ນແຫລະ ວ່າຕົ້ນປາຍສາເຫດນັ້ນ ບໍ່ມັກອັນໃດກໍເຊັນແລ້ວ ກໍບໍ່ມັກອັນໃດເວົ້າມາວ່າຊັ້ນ. "

ສ່ວນຊາວລາວອີກທ່ານນຶ່ງ ທີ່ເຄີຍໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ໃນກ່ອນໜ້ານີ້ກ່າວວ່າ ທ່ານເອງກໍເຫັນຂ່າວຢູ່ເລື້ອຍໆວ່າ ຍັງມີຊາວບ້ານອີກຫລາຍຄອບຄົວ ທີ່ຍັງບໍ່ໄດ້ຮັບເອົາເງິນຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ຊຶ່ງສາເຫດຫລັກກໍແມ່ນບໍ່ພໍໃຈ ກັບເງິນຄ່າຊົດເຊີຍ ທີ່ທາງພາກສ່ວນກ່ຽວຂ້ອງ ໄດ້ສເນີໃຫ້ ແຕ່ທ່ານເອງກໍບໍ່ໄດ້ຕິດຕາມ ການແກ້ໄຂບັນຫານີ້ຢ່າງລະອຽດ.

ດັ່ງທ່ານກ່າວວ່າ:

" ເພິ່ນຍັງບໍ່ທັນແກ້ໝົດ ກາມີແຫລະບາງຄົນ ກໍບໍ່ຢາກໄດ້ເຮືອນບາງຄົນ ກາຢາກໄດ້ເງິນຄືເກົ່າ ບໍ່ຢາກຄືບໜ້າເທື່ອ ກາຍັງຄືເກົ່າຢູ່ ເຮົາບໍ່ເຂົ້າໃຈນຳເຂົາເຈົ້າ ອັນນີ້ນ່າເຮົາບໍ່ໄດ້ໄປລວມນຳເຂົາ ເຮົານີ້ບໍ່ມີຫຍັງກ່ຽວຂ້ອງແລ້ວ ຖືວ່າເຮົາເອົາໝົດແລ້ວນີ້. "

ທາງດ້ານນັກວິຊາການ ທ່ານນຶ່ງກ່າວວ່າ ການທີ່ຊາວບ້ານຫລາຍຄອບຄົວ ຍັງບໍ່ຮັບເອົາເງິນຄ່າຊົດເຊີຍຈາກໂຄງການດັ່ງກ່າວ ເທື່ອນັ້ນກໍເກີດຂຶ້ນ ຍ້ອນຫລາຍສາເຫດ ຊຶ່ງສາເຫດນຶ່ງທີ່ທ່ານເອງ ເຄີຍເຫັນມາໃນກ່ອນໜ້ານີ້ ກໍແມ່ນຊາວບ້ານຈຳນວນນຶ່ງ ຮູ້ສຶກບໍ່ພໍໃຈທີ່ໄດ້ຮັບເງິນຄ່າຊົດເຊີຍ ແບບເປັນງວດດັ່ງນັ້ນພວກເຂົາເຈົ້າ ຈຶ່ງຍັງບໍ່ຮັບເອົາເງິນ ຄ່າຊົດເຊີຍ.

ດັ່ງທ່ານກ່າວວ່າ:

" ກາບໍ່ໄດ້ ຕ່າງແຂວງຫລາຍເມືອງ ກາຍັງບໍ່ໄດ້ ຊ້າໆ ປະຊາຊົນກາຈົ່ມຢູ່ ແບ່ງຈ່າຍຫລາຍງວດຊີ້ນ່າ ກາບໍ່ມັກ ເພາະມັນເປັນເງິນກີບ ແລ້ວເງິນເຮົາມັນເຟີ້. "

ເມື່ອວັນທີ 07 ທັນວາ 2022 ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເຖິງສາເຫດ ທີ່ວຽກງານການເບີກຈ່າຍ ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໄດ້ດຳເນີນການ ໄປແບບຫລ້າຊ້າ ແລະ ບໍ່ທັນສຳເຣັດນັ້ນ ເປັນຍ້ອນຊາວບ້ານ ຈຳນວນນຶ່ງບໍ່ຍອມ ຮັບລາຄາເງິນຊົດເຊີຍ ຕາມທີ່ສະພາໄດ້ຮັບຮອງໄວ້.

ສ່ວນຊາວບ້ານຈຳນວນນຶ່ງ ໄດ້ໃຫ້ຂໍ້ມູນຕໍ່ວິທຍຸ ເອເຊັຽ ເສຣີ ຕື່ມວ່ານອກຈາກ ສາເຫດດັ່ັງກ່າວ ກໍຍັງມີອີກຫລາຍສາເຫດ ທີ່ເຮັດໃຫ້ຊາວບ້ານ ຍັງບໍ່ໄດ້ຮັບເງິນຊົດເຊີຍ ເປັນຕົ້ນບັນຫາການທັບຊ້ອນ ທີ່ດິນລະຫວ່າງເຈົ້າຂອງຜູ້ໃໝ່ ແລະ ຜູ້ເກົ່າ ທີ່ຍັງບໍ່ສາມາດໄກເກັ່ຽກັນໄດ້ ເທື່ອເຮັດໃຫ້ພາກສ່ວນ ທີກ່ຽວຂ້ອງຈຶ່ງຍັງບໍ່ສາມາດ ໃຫ້ເງິນຄ່າຊົດເຊີຍ ແກ່ທີ່ດິນທີ່ຍັງມີບັນຫາ ຂໍ້ຂັດແຍ່ງນັ້ນໄດ້.