ຊຽງຂວາງ ກວດກາ ແລະ ທຳລາຍ ຝິ່ນ

ເຈົ້າໜ້າທີ່ ແຂວງຊຽງຂວາງ ກວດກາ ຜູ້ລັກລອບ ປູກຝິ່ນ ແລະ ໃຫ້ຄວາມຮູ້ ແກ່ປະຊາຊົນ

ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC Poppy field. Photo: UNODC

ເຈົ້າໜ້າທີ່ ຕຳຣວດ ຜແນກ ສະກັດກັ້ນ ແລະ ຕ້ານຢາເສພຕິດ ແຂວງຊຽງຂວາງ ລົງກວດກາ ສະຖານທີ່ປູກຝິ່ນ ໃນ 2 ບ້ານ ຄື: ບ້ານໂພນມີໄຊ ແລະ ບ້ານຫົວ, ເມືອງແປກ ແລະ ກວດເຫັນ ປະຊາຊົນຈຳນວນນຶ່ງ ຍັງປູກຝິ່ນຢູ່, ຈຶ່ງໄດ້ລົງ ທຳລາຍ ສວນຝິ່ນ ທັງໝົດ ຈຳນວນ 132 ຕາລາງແມັດ.

ໃນອະນາຄົດ ເຈົ້າໜ້າທີ່ ຈະມີ ການກວດກາ ຫຼາຍຂຶ້ນ ເພື່ອບໍ່ໃຫ້ ປະຊາຊົນ ປູກຝິ່ນອີກ ແລະ ຈະໄດ້ໃຫ້ຄວາມຮູ້ ກັບປະຊາຊົນ ທີ່ຍັງບໍ່ເຂົ້າໃຈວ່າ ຝິ່ນນັ້ນ ເປັນສ່ວນ​ນຶ່ງ ຂອງສານເຄມີ ທີ່ເອົາໄປຜລິດ ເປັນຢາເສພຕິດ, ດັ່ງເຈົ້າໜ້າທີ່ ຜແນກ ສະກັດກັ້ນ ແລະ ຕ້ານຢາເສພຕິດ ແຂວງຊຽງຂວາງ ກ່າວໃນມື້ວັນທີ 18 ມົກຣາ ວ່າ:

“ບັນຫາ ການປູກຝິ່ນຈຳນວນນຶ່ງ ຂະເຈົ້າ ຍັງບໍ່ເຂົ້າໃຈເນາະ ວ່າຝິ່ນ ມັນເປັນສານເຄມີ ເປັນສານຕົ້ນ ທີ່ເຮັດໃຫ້ເກີດ ເປັນຜລິດ ຢາເສພຕິດ ເຮໂລອິນເນາະ, ປະຊາຊົນ ຂະເຈົ້າບໍ່ເຂົ້າໃຈ ຮີດຄອງປະເພນີ ແຕ່ເກົ່າມາ ພໍ່ແມ່ນັ້ນ ເຄີຍປູກ ກະມີປະຊາຊົນ ຈຳນວນນຶ່ງ ຍັງເສບຝິ່ນຢູ່ ແລະ ເພິ່ນກໍປູກ ເລັກໆໜ້ອຍໆ ເພື່ອເປັນ ຢາບັນເທົາບໍ ຈັ່ງຊິນະ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວບ້ານ ສ່ວນຫຼາຍ ມີອາຊີພ ປູກຜັກຂາຍ ແຕ່ກໍປູກຝິ່ນ ປະປົນ ໄປນຳຜັກ ຊຶ່ງສວນຢາຝິ່ນ ຈຳນວນດັ່ງກ່າວ ບາງສ່ວນ ກໍຍັງເປັນເບັ້ຽຢາ ທີ່ຍັງນ້ອຍ, ບາງສ່ວນ ກໍອອກດອກ ແລະ ເປັນໝາກ ຈຳນວນນຶ່ງແລ້ວ, ທັ້ງນີ້ ເຈົ້າໜ້າທີ່ ຈະລົງກວດກາ ແລະ ທຳລາຍ ສວນຢາຝິ່ນ ຢູ່ໃນພື້ນທີ່ ຕ່າງໆ ພາຍໃນ ແຂວງຊຽງຂວາງ ຕື່ມອີກ ຈຶ່ງຢາກແນະນຳ ໃຫ້ຊາວບ້ານ ຢຸດປູກຝິ່ນ ແລະ ມີການແຈ້ງເຖິງ ຂັ້ນເທິງ ໃຫ້ຊ່ວຍເຫຼືອ ເຣື່ອງການປູກພືດ ຢ່າງອື່ນ ແທນຝິ່ນ ເພື່ອແກ້ໄຂ ບັນຫາ ການລັກລອບ ປູກຝິ່ນ.

“ບໍ່ແມ່ນວ່າ ເປັນອາຊີພ ປູກຝິ່ນນີນະ, ຂະເຈົ້າ ກໍປູກຜັກ ຫັ້ນແຫຼະ ແລ້ວກໍປູກປະປົນ ນຳຜັກຫັ່ນ ຕໍ່ໄປນີ້ ຜູ້ໃດປູກ ກໍແມ່ນ ໃຫ້ຢຸດເຊົາ ບໍ່ໃຫ້ປູກອີກ ຜູ້ທີ່ປູກແລ້ວ ຖ້າເປັນໄດ້ ກໍໃຫ້ທຳລາຍ ແລ້ວກໍໃຫ້ ທາງຂັ້ນເທິງ ເພິ່ນຊ່ວຍເຫລືອ ໃຫ້ຂະເຈົ້າ ມີອາຊີບ ປູກພືດທົນແທນ ໂຕນີ້ ໃຫ້ເພີ້ມຂຶ້ນ.”

ເຖິງຢ່າງໃດກໍຕາມ, ປະຊາຊົນ ໃນເຂດຊົນນະບົດ ຈຳນວນນຶ່ງ ໃນແຂວງຊຽງຂວາງ ຍັງລັກປູກຝິ່ນ ເພາະຝິ່ນ ມີລາຄາແພງກວ່າ ຣາຄາ ເຂົ້າ ເຖິງ 19 ເທົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org