ໂຍທາໄຊຍະບູຣີຂາດງົປ ຄ່າໄຟ
2015.11.17
ຫ້ອງການ ໂຍທາ ທິການ ແຂວງ ໄຊຍະບູຣີ ບໍ່ມີເງິນ ຈ່າຍຄ່າ ໄຟຟ້າ.
ໜ່ວຍງານ ບໍຣິການ ຢູ່ ຂົວ ຂ້າມ ນ້ໍາຂອງ ທ່າເດື່ອ-ປາກຄອນ ທີ່ ຂຶ້ນກັບ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ໄຊຍະບູຣີ ບໍ່ມີ ເງິນ ຈ່າຍຄ່າ ໄຟຟ້າ ແລະ ໄດ້ ສະເໜີ ໄປຍັງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເພື່ອ ຂໍເອົາ ງົບປະມານ ກອງທຶນ ທາງ ແລະ ງົບປະມານ ຈາກ ສ່ວນອື່ນ ມາຊໍາລະ ຄ່າ ໄຟຟ້າ ແທນ.
ແຫລ່ງຂ່າວ ຈາກ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ໄຊຍະບູຣີ ໄດ້ ກ່າວວ່າ ນັບແຕ່ ເດືອນ ມິນາ ຫາ ເດືອນ ກັນຍາ ປີ 2015 ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ໄດ້ ຄ້າງຊໍາລະ ຄ່າ ໄຟຟ້າ ມູນຄ່າ ເກືອບ 60 ລ້ານ ກີບ.
ສະນັ້ນ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ໄດ້ຂຽນ ໃບ ສະເໜີ ໃນ ວັນທີ 2 ພືສຈິກາ ທີ່ ຜ່ານມາ ເພື່ອ ແຈ້ງໃຫ້ ກະຊວງ ຮູ້, ເນື່ອງຈາກ ວ່າ ປັດຈຸບັນ ຣັຖວິສາຫະກິດ ໄຟຟ້າ ລາວ ໄດ້ອອກ ຄໍາສັ່ງ ໃໝ່ ໃຫ້ ປະຊາຊົນ ຫລື ໜ່ວຍງານ ທຸຣະກິດ ຂອງຣັຖ ໃຫ້ ມາຊໍາລະ ຄ່າ ໄຟຟ້າ ທຸກໆ ເດືອນ ຖ້າ ບໍ່ດັ່ງນັ້ນ ຈະຖືກຕັດ ບໍຣິການ ໄຟຟ້າ.
ອີງຕາມ ຂໍ້ມູນ ຈາກ ຣັຖວິສາຫະກິດ ໄຟຟ້າ ລາວ ພົບວ່າ ອົງການ ຈັດຕັ້ງ ຂອງຣັຖ ຕິດໜີ້ ຄ່າ ໄຟຟ້າ ປະມານ 100 ຕື້ ກີບໃນ ທົ່ວ ປະເທດ, ຊຶ່ງ ໃນນັ້ນ ຫ້ອງວ່າການ ຣັຖບານ ແມ່ນ ຕິດໜີ້ ຫຼາຍ ກວ່າທຸກ ຜແນກ ຫ້ອງການ.