ລາວ ອາດກາຍເປັນ ຕລາດງາຊ້າງ ແຫ່ງໃໝ່

ສິດນີ
2018.01.23
f-elephant ຊ້າງທີ່ແຂວງໄຊຍະບູຣີ
RFA

ກອງທຶນ ປົກປ້ອງສັດປ່າສາກົນ ຫຼື WWF ເປັນຫວ່ງຢ້ານວ່າ ສປປລາວ ຈະກາຍເປັນ ຕລາດການຄ້າງາຊ້າງ ແຫ່ງໃໝ່ ຫລັງຈາກ ທາງການຈີນ ຫ້າມການຄ້າງາຊ້າງ ໃນປະເທສ ຂອງຕົນ ໃນປີ 2017 ຜ່ານມາ, ຊຶ່ງຈີນເປັນ ຕລາດການຄ້າງາຊ້າງ ທີ່ໃຫຍ່ ທີ່ສຸດໃນໂລກ, ດັ່ງເຈົ້າຫນ້າທີ່ ກອງທຶນ ປົກປ້ອງສັດປ່າ ສາກົລ ປະຈຳລາວ ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ມົກຣານີ້ວ່າ:

"ຈີນ ໄດ້ປະກາດໄປແລ້ວ ແລ້ວກໍຮູ້ສືກວ່າ ຕລາດການຄ້າງາຊ້າງຢູ່ຈີນ ຈະຂຍັບເຂົ້າມາລາວ ເນືຶ່ອງຈາກ ຢູ່ພຸ້ນຫາ ກໍປະກາດ ບໍ່ໃຫ້ມີ ແລ້ວກໍ ຂາຍ ແລ້ວກໍຜິດ ກົດໝາຍ ແລ້ວຕລາດ ກໍຈະເຄື່ອນມາ ຝັ່ງລາວ ພີ້ຄິດວ່າ ໃນການສັງເກດແລ້ວກໍຕາມ ບົດລາຍງານ ຂອງຫລາຍພາກສ່ວນ."

ອີງຕາມຣາຍງານ ຂອງອົງການ ເຄືອຄ່າຍຄວບຄຸມ ການຄ້າສັດປ່າ ຫຼື TRAFFIC ແລະ ອົງການ ກອງທືນປົກປ້ອງສັດປ່າ ສາກົລ ຫຼື WWF, ການປິດຕລາດ ການຄ້າງາຊ້າງ ໃນຈີນຄັ້ງນີ້ ໄດ້ຮັບ ການຕອບຮັບ ຢ່າງກວ້າງຂວາງ ຈາກຫຼາຍປະເທສ ໃນໂລກ ແລະ ເປັນ ແນວໂນ້ມ ທີ່ສຳຄັນ ໃນການຫລຸດປະຣິມານ ການຄ້າສັດປ່າ ໃນຈີນ ຢ່າງຈິງຈັງ.

ແຕ່ອາດຈະເຮັດໃຫ້ ຕລາດການຄ້າສັດປ່າ ຂຍັບໄປຍັງ ປະເທດອື່ນ ທີ່ເປັນພັນທະມິດ ກັບຈີນ ເປັນຕົ້ນ ກຳພູຊາ, ລາວ, ວຽດນາມ ແລະ ໄທ, ຊຶ່ງເປັນປະເທດ ທີ່ນັກທ່ອງທ່ຽວຊາວຈີນ ສ່ວນຫຼາຍ ນິຍົມກັນ ເຂົ້າມາຊື້ຜລິຕພັນ ງາຊ້າງ ແລະ ສັດປ່າ. ກຸ່ມປະເທດດັ່ງກ່າວ ຍັງບໍ່ສາມາດ ຄວບຄຸມ ການຄ້າສັດປ່າໄດ້ ທັ້ງໆ ທີ່ມີກົດໝາຍ ຫ້າມ.

"ອັນນີ້ເປັນ ຮູ້ວ່າຕາມສັງເກດ ມັນເປັນໄປຕາມຕລາດ ງາຊ້າງ ຂະເຈົ້າ ຢູ່ພຸ້ນປະກາດປິບເນາະ ຢູ່ພີ້ ຍັງບໍ່ທັນບັງຄັບໃຊ້ ກົດໝາຍເຂັ້ມແຂງ ກໍເລີຍເຮັດໃຫ້ ຕລາດ ມັນຍ້າຍມາໂອໂຕມະຕິກ ເອົາສີນຄ້າ ມາເປີດຂາຍ ຢູ່ພີ້ວ່າຊັ້ນຊະ."

ແຕ່ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ສປປລາວ ກໍມີການປາບປາມ ກຸ່ມຄ້າສັດປ່າຢ່າງເຄັ່ງຄັດ ໂດຍສເພາະ ໃນແຫລ່ງທ່ອງທ່ຽວ ທີ່ສຳຄັນ ໃນລາວ ແລະ ໃນເຂດຫົວເມືອງໃຫຍ່ໆ ທີ່ມີການລັກຄ້າສັດປ່າ ແຕ່ການບັງຄັບໃຊ້ ກົດຫມາຍ ຍັງບໍ່ແຂງແຮງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.