ສ້າງເດີ່ນຍົນ ອັດຕະປື ຜິດຈຸດປະສົງ

ເສັ້ນທາງເຂົ້າສນາມບິນອັດຕະປື ຫຼັງຈາກປິດບໍຣິການມາ ງົວ-ຄວາຍ ກໍເຂົ້າມາກິນຫຍ້າ ແລະ ຖ່າຍມູນ (ຂີ້) ໃສ່ ຕາມທີ່ເຫັນຢູ່ໃນພາບ, ເດືອນມິຖຸນາ 2017
ເສັ້ນທາງເຂົ້າສນາມບິນອັດຕະປື ຫຼັງຈາກປິດບໍຣິການມາ ງົວ-ຄວາຍ ກໍເຂົ້າມາກິນຫຍ້າ ແລະ ຖ່າຍມູນ (ຂີ້) ໃສ່ ຕາມທີ່ເຫັນຢູ່ໃນພາບ, ເດືອນມິຖຸນາ 2017 (ນັກຂ່າວ ພົລເມືອງ)

0:00 / 0:00

ສ​ນາມ​ບິນ ແຂວງ​ອັດ​ຕະປື ຢຸດ​ໃຫ້​ການ​ບໍ​ຣິ​ການ ​ມາ​ໄດ້​ຫຼາຍ​ປີ ຍ້ອນບໍ່​ມີ​ຜູ້​ໂດຍ​ສານ ມາ​ໃຊ້​ບໍ​ຣິ​ການ ຈົນ​ເຮັດ​ໃຫ້​ສ​ນາມ​ບິນ​ດັ່ງ​ກ່າວ ຖືກ​ປະ​ຮ້າງ​ໄວ້​ຫຼາຍ​ປີ. ສ​ນາມ​ບິນ​ດັ່ງ​ກ່າວ ຂາດ​ການ​ບຳ​ລຸງ​ຮັກ​ສາ ຈົນ​ມີ​ສັດ​ລ້ຽງ​ປະ​ເພດ​ງົວ​-ຄວາຍ ​ຂອງ​ປະ​ຊາ​ຊົນເຂົ້າ​ໄປ​ກິນ​ຊະ​ຊາຍໃນ​ສ​ນາມ​ບິນ. ໃນວັນທີ 26 ຕຸລາ 2016 ເປັນ​ວັນ​ສຸດທ້າຍ ທີ່​ສ​ນາມ​ບິນ​ດັ່ງ​ກ່າວ ໃຫ້​ການ​ບໍ​ຣິ​ການຜູ້​ໂດຍ​ສານ

ທ່ານ ສົມບູນ ດາວສະຫວັນ ຜູ້ບໍຣິຫານ ສະໜາມບິນ ທົ່ວປະເທດ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນວັນທີ 18 ຕຸລາ 2016.

"ເຫດຜົນກະຊິແມ່ນ ຜູ້ໂດຍ ສານຫຼຸດລົງວືບວາບ ໄປບາດດຽວຫັ້ນແຫຼະ ກະເຮັດໃຫ້ການບິນລາວບໍ່ສາມາດແບກຫາບພາລະ ໜີ້ສິນຫັ້ນ".

ສາ​ສ​ດາ​ຈານ Ian Baird ຈາກ​ມະ​ຫານ​ວິ​ທະ​ຍາ​ໄລ ວິສຄອນຊິນ-ເມດີເຊິນ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຜູ້​ທີ່​ເຄີຍ​​ລົງ​ໄດ້​ໂອ້​ລົມ​ກັບ​ປະ​ຊາ​ຊົນ ທີ່​ຢູ່​ໃກ້​ສ​ນາມ​ບິນ ແລະ ເຈົ້າ​ໜ້າ​ທີ່ຢູ່​ສນາມ​ບິນ ໄດ້​ໃຫ້​ສັມ​ພາດ​ກ່ຽວ​ກັບ​ເຣື່ອງ​ສ​ນາມ​ບິນ​ວ່າ.

ນັກ​ຂ່າວ:

ເປັນ​ຈັ່ງ​ໃດ ສ​ນາມ​ບິນ​ແຂວງ​ອັດ​ຕະ​ປື ທີ່​ເຮົາ​ເຄີຍ​ໄດ້​ໄປ​ສຳ​ຜັດ ​ມາ​ກ່ອນ​ໜ້ານີ້​ຫັ້ນ​ນ່າ?

ສ​າ​ສ​ດາ​ຈານ Ian Baird:

ເອີ ອັນ​ເຣື່ອງ​ອັນ​ເດີ່ນ​ຍົນ ຢູ່​ອັດ​ຕະ​ປື​ເນາະ ມັນ​ເປັນ​ເຣື່ອງ​ທີ່​ໜ້​າ​ເສັຽດາຍ​ເນາະ ເພາະ​ວ່າ ເບື້ອງ​ຕົ້ນ​ເນາະ ຕອນ​ທີ່​ເຂົາ​ຊິ​ສ້າງ ເດີ່ນ​ຍົນ​ຢູ່​ຫັ້ນ ມັນ​ກະ​ເກີດ​ບັນ​ຫາ​ ກັບ​ປະ​ຊາ​ຊົນ​ກ່ອນ ຄື​ໄດ້​ໄລ່​ປະ​ຊາ​ຊົນ​ອອກ​ຈາກ​ພີ້ນ​ທີ່ ເພື່ອ​ຊິ​ສ້າງ​ໂຕນີ້​ຂຶ້ນ​ມາ. ກະ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ເຂົາ​ເຈົ້າ ​ຫຼາຍ​ພໍ​ສົມ​ຄວນ​ຢູ່​ໄດ໋ ແລະ ກະ​ການ​ຕອບ​ແທນ​ໃຫ້​ເຂົາ​ເຈົ້າ ມັນ​ກະ​ບໍ່​ຄົບ​ຖ້ວນ ລະ​ກະ​ບໍ່​ພຽງ​ພໍ ອັນ​ນີ້ກະ ອັນ​ນີ້​ກະ​ແມ່ນ​ເບື້ອງ​ຕົ້ນ​ເນາະ. ບາດນີ້ ຫຼັງ​ຈາກ​ຂະ​ເຈົ້າ ​ຖືກ​ໄລ່​ອອກ​ຈາກ​ພື້ນ​ທີ່​ແລ້ວ ໝາຍ​ຄວາມ​ວ່າ ໄຮ່​ນາ​ຂອງ​ເຂົາ​ເຈົ້າ​ກະ​ຖື​ກ​ຢຶດ​ເອົາ​ແຫຼວ ເພາະ​ວ່າ ມັນ​ເປັນ​ພື້ນ​ທີ່​ດິນ​ສ​ເມີ [ດິນ​ພຽງ] ນີ້​ນະ ຈຶ່ງ​ຊິ​ເຮັດ​ເດີ່ນ​ຍົນ​ໄດ້. ບາດນີ້ ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ອ​ອກ​ໄປ​ໄດ້​ແລ້ວລະ ລະ​ກະ​ສ້າງ​ຂຶ້ນ​ມາ ສ້າງ​ຂຶ້ນ​ມາ ກະ​ໃຊ້​ເງິນ​ພໍ​ສົມ​ຄວນ ແລະ ກະ​ສ້າງ​ຂຶ້ນ​ມາ ໃຫ້​ກັບ​ບໍ​ຣິ​ສັດ ຮ່ວງ​ອານ ສ້າງ​ໃຫ້​ຣັ​ຖ​ບານ​ລາວ ໂດຍ ຮ່ວງ​ອານ ອອກ​ທຶນ​ກ່ອນ ແລ້ວ​ຫຼັງ​ຈາກ​ນັ້ນ​ແລ້ວ ຣັ​ຖ​ບານ​ລາວ ຕ້ອງ​ໄດ້​ສົ່ງ​ຄືນ ໃຫ້​ຂະ​ເຈົ້າ ອັນ​ນີ້ ແມ່ນ​ຂໍ້​ຕົກ​ລົງ​ໃນ​ເບື້ອ​ງ​ຕົ້ນ. ບາດນີ້ ຫຼັງ​ຈາກ​ສ້າງ​ຂຶ້ນ​ມາ​ແລ້ວນີ້ ມັນ​ກະ​ບໍ່​ມີ​ໃຜ ໝາຍ​ຄວາມ​ວ່າ ການ​ຕ​ລາດນີ້ ມັນ​ຄຶດບໍ່​ຖືກ​ນ່າ ມັນ​ຄົນ​ຢູ່​ໃນ​ຫັ້ນ ມັນ​ກະ​ບໍ່​ພຽງ​ພໍ ມັນ​ກະ​ຄວາມ​ຕ້ອງ​ການ​ຊິ​ໃຊ້​ເດີ່ນ​ຍົກ ມັນ​ກະ​ບໍ່​ມີ ແລະ ກະ​ມັນ​ກະ​ບໍ່​ຄຸ້ມ​ຫັ້ນ​ນ່າ ທີ່​ຊິ​ໃຫ້​ຍົນ​ລົງ​ຢູ່​ຫັ້ນ. ມັນ​ກະ​ບິນ​ໄປ​ບໍ່​ຫຼາຍ​ຖ້ຽວນີ້​ນ່າ ມັນ​ກະ​ເລີຍ ຢຸດ​ໄປ ເພາະ​ວ່າ ມັນ​ບໍ່​ມີ ບໍ່​ມີ​ຜູ້​ໂດຍ​ສານ ບາດນີ້ ມັນ​ກະ​ເລີຍບໍ່​ໄປ ບໍ່​ມາ​ເນາະ ມັນ​ກະ​ເລີຍ ເວ​ລາ​ຍົນ​ບໍ່​ໄປ ມັນ​ກະ​ເລີຍບໍ່​ມີ​ລາຍ​ໄດ້​ເນາະ ບໍ່​ມີ​ລາຍ​ໄດ້ ມັນ​ກະ​ບໍ່​ເງິນ​ທີ່​ຈະ​ສົ່ງ​ໃຫ້​ຮ່ວງ​ອານ. ແລ້ວ​ໃນ​ເວ​ລາ​ດຽວ​ກັນ ຮ່ວງ​ອານກະ ຂະ​ເຈົ້າ​ກະ​ປູກ​ຢາງ​ພາ​ຣາ​ເນາະ ຢູ່​ໃນ​ແຖວ​ໃກ້ໆ​ຫັ້ນ ເພາະ​ເຫດ​ຜົ​ລ​ທີ່​ສ້າງ​ເດີ່ນ​ຍົກ​ຢູ່​ຫັ້ນ ເບື້ອງ​ຕົ້ນ​ແມ່ນ ເຈົ້າ​ຂອງ​ຂອງ​ບໍ​ຣິ​ສັດ ຮ່ວງ​ອານ ລາວ​ມີ​ຍົນ ລາວ​ຢາກ​ຂີ່​ຍົນ​ຂອງ​ລາວ​ເອງ ເຂົ້າ​ມາ​ເມືອງ​ລາວ ຈາກວຽດ​ນາມ​ຫັ້ນ​ນ່າ ທຽວ​ໄປ ທຽວ​ມາ ລະ​ກ​ະ​ເລີຍ​ຢາກ​ລົງ​ຢູ່​ຫັ້ນ ເພາະ​ວ່າ ມັນ​ຢູ່​ໃກ້​ກັບ​ຫ້ອງ​ການ. ແຕ່​ວ່າ ມັນ​ບໍ່​ໃກ້​ກັບ​ຜູ້​ໂດຍ​ສານ​ທີ່​ຈະ​ໄປ​ຫັ້ນ​ນ່າ ມັນ​ກະ​ເລີຍບໍ່​ເໝາະ​ສົມ​ແຕ່​ເບື້ອງ​ຕົ້ນ​ຫັ້ນ​ນ່າ ມັນ​ກະ​ເລີຍບໍ່​ເປັນ​ທີ່​ເຂົ້າ​ໃຈ​ງ່າຍ​ຫັ້ນ​ນ່າວ່າ ເຣື່ອງ​ໂຕນີ້ ມັນ​ວາງ​ແຜນບໍ່​ຖືກ ລະ​ກະ​ເສັຽ​ເງິນ​ໄປ. ບາດ​ສຸດ​ທ້າຍ ຣັ​ຖ​ບານ​ລາວ ບໍ່​ມີ​ເງິນ ທີ່​ຈະ​ຈ່າຍ​ໃຫ້​ຮ່ວງ​ອານ ບາດນີ້ ຮ່າງ​ອານ ບໍ່​ມີ​ເງິນ ຫຼັງ​ຈາກ​ເຂົາ​ປູກ​ຢາງ​ພາ​ຣາ​ຂຶ້ນ​ມາ ບໍ່​ມີ​ເງິນ​ຊິ​ສົ່ງ​ຄ່າ​ດິນ ຄ່າ​ສຳ​ປະ​ທານ​ໃຫ້​ຣັ​ຖ​ບານ​ລາວ ຕ່າງ​ຝ່າຍ​ຕ່າງບໍ່​ສົ່ງ ຈາວ​ກັນ​ເລີຍ. ມັນ​ກະ​ເລີຍ​ຢຸດ​ຕິ ລະ​ກະ​ບໍ່​ມີ​ໃຜ​ໃຊ້​ເນາະ ມັນ​ກະ​ຊຸດ​ໂຊມ​ຢູ່​ໃນ​ຫັ້ນ​ແລ້ວ ຈົນ​ເຖິງ​ດຽວນີ້ ຂະ​ເຈົ້າ​ກະ​ມອບ​ໃຫ້ທະ​ຫານ​ອາ​ກາດ​ເນາະ.

ນັກ​ຂ່າວ:

ແຕ່​ວ່າ ຕາມ​ທີ່​ເຮົາ​ໄດ້​ໄປ​ເບິ່ງ​ຫັ້ນ ມັນ​ຊຸດ​ໂຊມ​ຈັ່ງ​ໃດ ສ​ນາມ​ບິນ​ໂຕ​ນັ້ນ ຂາດ​ການ​ບຳ​ລຸງ​ຮັກ​ສາ​ຫວະ?

ສ​າ​ສ​ດາ​ຈານ Ian Baird:

ມັນ​ອາ​ຈະ ອັນ​ນີ້​ກະ​ຊິ​ມີ​ສ່ວນ ເພາະ​ວ່າ ຫຼັງ​ຈາກ​ຄົນ​ບໍ່​ໃຊ້​ເນາະ ມີ​ແຕ່​ງົວ-ຄວາຍ ໄປ​ຍ່າງ​ຢູ່​ແຖວ​ນັ້ນ​ນີ້​ນ່າ ມັນ​ບໍ່​ມີ​ຄົນ​ຢູ່ ບາດນີ້ ອັນ​ນີ້ ກະ​ຊິ​ມີ​ສ່ວນ​ໂຕ​ນັ້ນ ມັນ​ກະ​ບໍ່​ມີ​ໃຜ​ບົວ​ລະ​ບັດ​ຮັກ​ສານີ້​ນ່າ ອັນ​ນັ້ນ ບັນ​ຫາ​ທີ 1, ບັນ​ຫາ​ທີ​ 2 ນີ້ ອາ​ຈະ​ກ່ຽວ​ກັບ​ການກໍ່​ສ້າງ​ ແຕ່​ເບື້ອງ​ຕົ້ນ ເພາະ​ວ່າບາງ​ອັນ​ທີ່​ສ້າງ​ຂຶ້ນ​ມາ​ແລ້ວນີ້​ນ່າ ມັນ​ກະ​ບໍ່​ດົນ ມັນ​ກະ​ຄື​ເຂົາ​ປູ​ຢາງນີ້​ເນາະ ປູ​ຢາງ​ສຳ​ລັບ​ໃນ​ເດີ່ນ​ຍົກ​ນີ້​ນ່າ ມັນ​ກະ​ບໍ່​ຮູ້​ຈັກ​ວ່າ ເຂົາ​ປູກບໍ່​ຖືກບໍ່ ຫຼື​ວ່າ ມັນ​ຂາດ​ຄຸນ​ພາບນີ້​ນະ ລະ​ມັນ​ກະ​ເລີຍບໍ່​ສ​ເມີນີ້​ນະ ມັນ​ກະ​ເລີຍບໍ່​ສ​ເມີ ມັນ​ກະ​ເລີຍ​ເປັນ​ແບບນີ້ ຄື​ກັນ. ອັນ​ນີ້ ກະ​ບໍ່​ແນ່​ໃຈ​ວ່າ ມັນ​ຊິ​ສ້ອມ​ແປງ​ໄດ້​ງ່າຍ ຫຼື ບໍ່​ງ່າຍນີ້​ນ່າ ແຕ່​ວ່າ ມັນ​ກະ​ເຫັນ​ວ່າ ບໍ່​ຄ່ອຍ​ສົມ​ບູນນີ້​ນ່າ.

ນັກ​ຂ່າວ:

ເທົ່າ​ທີ່​ໄດ້​ລົມ​ກັບ​ປະ​ຊາ​ຊົນ ຫຼື​ວ່າຜູ້​ທີ່​ເຮັດ​ວຽກ​ຢູ່​ສ​ນາມ​ບິນ​ນັ້ນ ເຂົາ​ເຈົ້າ​ວ່າ ຈັ່ງ​ໃດ?

ສາ​ສ​ດາ​ຈານ Ian Baird:

ກະ​ໄດ້​ເວົ້າ​ຢູ່ກັບ​ສ​ມັຍ​ນັ້ນ​ເນາະ ມັນ​ກະ​ເຂົາ​ເປີດ​ໃໝ່ ມັນ​ກະ​ມີ​ຜູ້​ຈັດ​ການ​ຢູ່​ໃນ​ຫັ້ນເນາະ ກະ​ໄດ້​ເວົ້າ​ນຳ​ເພິ່ນ​ຢູ່ ເພິ່ນ​ໝັ້ນ​ໃນ​ວ່າ​ຊິ​ເປີດ ລະ​ກະ​ວ່າ​ຊິ​ໄດ້​ໃຊ້ປົກ​ຕິ ແຕ່​ວ່າຄວາມ​ເປັນ​ຈິງ ມັນ​ກະ​ບໍ່​ໄດ້​ໃຊ້​ລະ ມັນ​ກະ​ບໍ່​ເປັນ​ໄປ​ຕາມ​ແຜນ​ຫັ້ນ​ນ່າ. ເພາະ​ວ່າ ຄວາມ​ຕ້ອງ​ການ ​ຂອງ​ຄົນ​ໃນ​ອັດ​ຕະ​ປືນີ້​ນ່າ ເພາະ​ວ່າ ເຈົ້າ​ຊິ​ຂີ່​ຍົນ​ໄປ​ວຽງ​ຈັນ ເຈົ້າ​ກະ​ຕ້ອງ​ຂີ່​ຣົ​ຖ​ໄປ​ໄກ​ພໍ​ສົມ​ຄວນ ກ່ອນ​ຈະ​ໄປ​ຮອດ​ສ​ນາມ​ບິນ ບາດ​ນັ້ນ​ຈາກ​ນັ້ນ​ນີ້ ເສັຽ​ເງິນ​ຫຼາຍ​ເຕີບ ກ່ອນ​ຊິ​ຮອດ ວຽງ​ຈັນ. ສ​ມັຍ​ນີ້​ ທາງ​ຣົ​ຖ​ມັນ​ດີກວ່າ​ເກົ່າ ລະ​ກະ​ຄົນ​ກະ​ເລີຍ ບາງ​ທີ​ກະ​ຢາກ​ຂີ່​ຣົ​ຖ​ໄປ​ເລີຍ ໄປ​ວຽງ​ຈັນ​ບໍ່​ຢາກ​ຂີ່​ຍົນ​ປານ​ໃດ ໝາຍ​ຄວາມ​ວ່າ ມັນ​ແພງ ລະ​ກະ ມັນ​ກະ​ບໍ່​ຄ່ອຍ​ສະດວກ ກະ​ເລີຍບໍ່​ມີ​ຄົນ ລະ​ກະ​ຄົນ​ຊິ​ໄປ​ວຽງ​ຈັນ​ກະ​ບໍ່​ຫຼາຍ​ປານ​ໃດ​ນະ.

ນັກ​ຂ່າວ:

ສະ​ເພາະ​ຢູ່​ອັດ​ຕະ​ປື ແມ່ນບໍ່​ນີ້?

ສາ​ສ​ດາ​ຈານ Ian Baird:

ເພາະ​ວ່າ ເດີ່ນ​ຍົກ​ໂຕນີ້​ນະ ມັນ​ບໍ່​ຢູ່​ໃຈ​ກາງ​ຂອງ​ເມືອງ​ອັດ​ຕະ​ປື​ໄດ໋ ມັນ​ຢູ່ເຂດນອກ ທາງ​ໄປ​ວຽດ​ນາມນີ້​ໄດ໋. ມັນ​ກະ​ເລີຍ​ຕ້ອງ​ ເດີ​ນ​ທາງ​ຈາກ​ໂຕ​ແຂວງນີ້​ນ່າ ໄປ​ຫາ​ເດີ່ນ​ຍົນ ມັນ​ກະ​ໄກ​ພໍ​ສົມ​ຄວນ​ຢູ່​ໄດ໋ ມັນ​ກະ 20-30 ຫຼັກ ໄກ​ພໍ​ສົມ​ຄວນ​ນະ.

ນັກ​ຂ່າວ:

ຄັນ​ຊັ້ນ​ສ້າງ ມັນ​ບໍ່​ຖືກ​ເປົ້າ​ໝາຍ ມັນ​ກະ​ໝົດ​ເງິນ​ໄປ​ຊື່ໆ ຕົ່ວ​ຊັ້ນ?

ສ​າ​ສ​ດາ​ຈານ Ian Baird:

ເອີ ກະ​ເງິນນີ້ ກະ​ຖິ້ມ​ໄປ​ຊື່ໆ ນີ້​ລະ ແຕ່​ວ່າ ບໍ່​ຮູ້​ວ່າ ເຂົາ​ຊິ​ໄດ້​ໃຊ້​ແນວ​ອື່ນບໍ່ ກະ​ບໍ່​ແນ່​ໃຈ ມັນ​ກະ​ຜ່ານ​ມາ ກະ​ຖື​ວ່າ ໃຊ້​ເງິນ​ຫຼາຍ ກະ​ແຕ່​ວ່າ ມັນ​ບໍ່​ມີ​ຜົ​ລ​ປ​ໂຍດ​ຫຍັງ​ເລີຍ.

ປະ​ຊາ​ຊົນຊາວ​ອັດ​ຕະ​ປື ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ມັນ​ບໍ່​ມີ​ຄົນ ບໍ່​ມີ​ຄົນ​ຂີ່ ແລະ ກໍ​ໄດ້​ເປີດ​ບໍ​ຣິ​ການ​ໄປ​ໄລ​ຍະ​ນຶ່ງ ແລ້ວກໍ​ໄປ​ບໍ່​ລອດ ແລະ ກໍ​ປິດ​ໃຫ້​ການ​ບໍ​ຣິ​ການ.”

ຊາວ​ແຂວງ​ອັດ​ຕະ​ປື ທ່ານ​ນີ້ ກ່າວ​ຕື່​ມ​ອີກວ່າ:

“ເນຶ່ອງ​ຈາກ ທີ່​ຕັ້ງ​ສ​ນາມ​ບິນ ກໍ​ຢູ່​ໄກຈາກ​ເທ​ສ​ບານ​ແຂວງ​ປະ​ມານເກືອບ 30 ກິ​ໂລ​ແມັດ ຊຶ່ງ​ຖື​ວ່າ ຢູ່​ໄກ​ຫຼາຍ ແລະ ລະ​ບົບ​ຣົ​ຖ​ໂດຍ​ສານ ທີ່​ຈະ​ຂີ່​ໄປ​ສ​ນາມ​ບິນ ແລະ ຈາກ​ສ​ນາມ​ບິນ​ເຂົ້າ​ມາ​ໂຕ​ເມືອງ​ອັດ​ຕະ​ປື ກໍ​ບໍ່​ມີ.”

ນອກ​ຈາກນີ້ ເຈົ້າ​ໜ້າ​ທີ່​ກ່ຽວ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່​ເອ​ເຊັຽເສຣີ:

“ໂອ ເພິ່ນມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຕ່​ວ່າ ກະ​ບໍ່​ຮູ້​ນຳ​ເພິ່ນ​ແຫຼ ເພິ່ນມອບ​ໃຫ້​ທາງ​ນັ້ນ​ຮອບ​ຜິ​ດ​ຊອບ ກະ​ຊວງ​ໂຍ​ທາ ເປັນ​ຜູ້ມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.”

ກົມ​ການ​ບິນ​ພົ​ລ​ເຮືອນ ກະ​ຊວງໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ໄດ້​ມອບ​ນາມ​ບິນ​ ອັດ​ຕະ​ປື ໃຫ້​ກະ​ຊວງ​ປ້ອງ​ການ​ປະ​ເທດ​ເປັນ​ຜູ້​ຄຸ້ມ​ຄອງ ໃນ​ວັນ​ທີ 5 ກຸມ​ພາ 2022 ທີ່​ຜ່ານ​ມາ. ສ​ນາມ​ບິນ​ແຂວງ​ອັດ​ຕະ​ປື ສ້າງ​ສຳ​ເລັດ ໃນ​ປີ 2015 ໂດຍ ໃຊ້​ງົ​ປ​ມານ​ການກໍ່​ສ້າງເກືອບ 37 ລ້ານ​ໂດ​ລາ.