ທະນາຄານໂລກຊ່ອຍລາວ ພົ້ນທຸກ

ສິດນີ
2015.08.18
F-World-bank ທະນາຄານ ໂລກ ສນອງ ທຶນ 68 ລ້ານ ໂດລາ ໃຫ້ ແກ່ ສປປລາວ
Courtesy of Tholakhong

ໃນ ອາທິດ ນີ້ ທາງການ ລາວ ແລະ ທະນາຄານ ໂລກ ໄດ້ ລົງນາມ ຂໍ້ຕົກລົງ ການຊ່ອຍເຫຼືອ ໃນ 3 ໂຄງການ ອີກໃຫມ່, ໃນນັ້ນ ກໍມີ ໂຄງການ ເຊື່ອມຕໍ່ ກະແສ ໄຟຟ້າ, ໂຄງການ ອາຫານ ແລະ ສຸຂພາບ ແມ່ແລະເດັກ ແລະ ໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ທີ່ ຈຳເປັນ ປະເພດ ຕ່າງໆ, ດັ່ງ ໂຮງຮຽນ ສຸຂສາລາ ຖນົນ ແລະ ນ້ຳດື່ມ ທີ່ສະອາດ ໃນເຂດ ຊຸມຊົນ ທີ່ທຸກຍາກ ໃນລາວ.

ທັງສາມ ໂຄງການ ດັ່ງກ່າວ ໄດ້ຮັບການ ຊ່ອຍເຫຼືອ ຈາກ ທະນາຄານ ໂລກ ຊຸດໃຫມ່ ຜ່ານ ຫ້ອງການ ຊ່ອຍເຫຼືອ ຕ່າງປະເທດ ຂອງ ທະນາຄານ ໃນຈຳນວນ ເງິນ ປະມານ 68 ລ້ານ ໂລດາ ທີ່ ຖືກ ອະນຸມັດ ແລະ ເຫັນພ້ອມ ຈາກ ຄນະຜູ້ ບໍຣິຫານ ທະນາຄານ ໂລກ ທີ່ ກຸງ ວໍຊິງຕັນ ດີຊີ ໃນ ເດືອນ ມິຖຸນາ ປີ 2015. ໃນ ຈຳນວນ ເງິນ 68 ລ້ານ ໂດລາ ທີ່ ທະນາຄານ ໂລກ ຊ່ອຍເຫຼືຶອ ລາວ ໃນສາມ ໂຄງການ ຄັ້ງນີ້, ຈະແບ່ງ ການໃຊ້ຈ່າຍ ດັ່ງນີ້ ຄື:

1- ໂຄງການ ເຊື່ອມຕໍ່ ກະແສ ໄຟຟ້າ ຫລື power grid ຈະໃຊ້ ເງິນ ປະມານ 32 ລ້ານ 4 ແສນ ໂດລາ, ໂຄງການ ດັ່ງກ່າວ ຈະຊ່ອຍ ຣັດວິສຫະກິດ ໄຟຟ້າ ລາວ ຕໍ່ສາຍສົ່ງ ຈາກ ເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ ໃຫ້ມີ ໄຟຟ້າໃຊ້ ຢ່າງມີ ປະສິດທິພາບ.

2- ໂຄງການ ອາຫານ ແລະ ສຸຂພາບ ແມ່ແລະເດັກ ຈະໃຊ້ເງິນ ປະມານ 26 ລ້ານ 4 ແສນໂດລາ, ໃນນັ້ນ ຈະມີການ ປັບປຸງ ການ ບໍຣິການ ທາງດ້ານ ອາຫານ ແລະ ສຸຂພາບ ແມ່ແລະເດັກ ໃຫ້ດີຂຶ້ນ, ຮ່ວມດ້ວຍ ການ ຫລຸດຜ່ອນ ການຕາຍ ຂອງ ເດັກນ້ອຍ ອາຍຸ ຕ່ຳ ກວ່າ 5 ປີ ລົງມາ ແລະ ການຕາຍ ຂອງ ແມ່ຍິງ ຖືພາມານ, ປັບປຸງ ຍົກຣະດັບ ການລ້ຽງ ລູກ ດ້ວຍນ້ຳນົມ ແມ່.

3- ແມ່ນ ໂຄງການ ຫລຸດຜ່ອນ ຄວາມ ທຸກຍາກ ໃນລາວ ຈະໃຊ້ ເງິນ ປະມານ 11 ລ້ານ 6 ແສນ ໂດລາ ຈະມີການ ສ້າງ ຖນົນ ຫົນທາງ ໂຮງຫມໍ ໂຮງຮຽນ, ນ້ຳ ສະອາດ ແລະ ສຸຂສາລາ ໃນ ຫຼາຍແຂວງ ທີ່ ທຸກຍາກ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.