ການປາບພວກຄ້າສັດປ່າຍັງ ຍາກຢູ່
ເຈົ້າຫນ້າທີ່ ອະນຸຮັກ ສັດປ່າ ສາກົນ ເວົ້າວ່າ ເປັນການຍາກ ທີ່ ຈະປາບປາມ ການຄ້າ ສັດປ່າ ໃນລາວ ໃຫ້ຫມົດໄປ ໄດ້.
-
ສິດນີ
2016-10-05 -
-
-
ສັດປ່າທີ່ຊາວບ້ານຫາມາໄດ້
RFA
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ອະນຸຮັກ ສັດປ່າ ສາກົນ ເວົ້າວ່າ ເປັນການຍາກ ທີ່ ຈະປາບປາມ ການຄ້າ ສັດປ່າ ໃນລາວ ໃຫ້ຫມົດໄປ ໄດ້ ເຖິງວ່າ ທາງການລາວ ຈະ ໃຫ້ສັນຍາ ຕໍ່ ກອງປະຊຸມ ປົກປ້ອງ ສັດປ່າ ສາກົນ ກໍຕາມ, ຍ້ອນວ່າກຸ່ມ ຄ້າສັດປ່າ ຂ້າມຊາດ ໃນລາວ ມີເຄືອຂ່າຍ ກັບ ເຈົ້າຫນ້າທີ່ ຣັຖ ບາງກຸ່ມ ແລະ ຄົນລາວ ທ້ອງຖິ່ນ ກໍຖື ການໂຮ່ ແລະ ຂາຍສັດປ່າ ທີ່ຕ້ອງຫ້າມ ນັ້ນຄື ອາຫານ ການກິນ ແລະ ຣາຍໄດ້ ເຂົ້າຄອບຄົວ.