ກຳນົດເປີດດ່ານ, ສນາມບິນສາກົລ 1 ມົກກະຣາ
ທາງການລາວ ໄດ້ກໍານົດ ເປີດດ່ານສາກົລ ອອກເປັນ ສອງໄລຍະ ໃນມື້ວັນທີ 17 ທັນວາ ທີ່ຜ່ານມານີ້ -ຊຶ່ງໄລຍະ ທໍາອິດທີ່ຈະເປີດ ແມ່ນວັນທີ 1 ມົກກະຣາ ຫາ ວັນທີ 30 ມິນາ ປີ 2022 ໂດຍຈະເປີດ 2 ດ່ານສາກົລກ່ອນ ຄື ສນາມບິນ ສາກົລວັດໄຕ ນະຄອນຫຼວງວຽງຈັນ ແລະ ດ່ານສາກົລ ຂົວມິຕພາບແຫ່ງທີ່ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.
-
ສຸພັດຕາ
2021-12-20 -
-
-
Your browser doesn’t support HTML5 audio
ກະຊວງຖແລງຂ່າວວັທນະທັມແລະທ່ອງທ່ຽວ ໄດ້ກໍານົດການເປີດດ່ານສາກົລ ອອກເປັນ ສອງໄລຍະ ໃນມື້ວັນທີ່ 17 ທັນວາ ທີ່ຜ່ານມານີ້ ເຊິ່ງໄລຍະທໍາອິດທີ່ຈະເປີດ ແມ່ນວັນທີ່ 1 ມົກກະຣາ ຫາ ວັນທີ່ 30 ມິນາ ປີ 2022 ໂດຍຈະເປີດ 2 ດ່ານສາກົລກ່ອນ ຄື ສນາມບິນສາກົລວັດໄຕ ນະຄອນຫຼວງວຽງຈັນ ແລະດ່ານສາກົລ ຂົວມິຕພາບແຫ່ງທີ່ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ແລະເມື່ອເວລາ ທີ່ນັກທ່ອງທ່ຽວມາເຖິງປະເທດລາວແລ້ວ ຈະຕ້ອງໄດ້ກວດຫາເຊື້ອໂຄວິດ-19 ຕື່ມ ແລະຖືກກັກໂຕ 24 ໂມງ ເພື່ອລໍຖ້າຜົນກວດເຊື້ອໂຄວິດ-19 ວ່າຈະອອກມາເປັນບວກ ຫຼືລົບ ຖ້າອອກມາເປັນລົບ ຖືວ່າບໍ່ຕິດເຊື້ຶອໂຄວິດ-19 ແລ້ວກໍສາມາດໄປທ່ອງທ່ຽວຕາມພື້ນທີ່ສີຂຽວໄດ້, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:
“ເປີດໃນເບື້ອງຕົ້ນນ່າ ສນາມບິນສາກົລ ກັບດ່ານໜອງຄາຍ ຕາມແຜນຂອງຣັຖບານ ເພິ່ນກໍວ່າ ວັນທີ່ 1 ເດືອນ 1 ຂອງປີ 2022 ຊິເຣີ່ມເປີດປະເທດ ຕ້ອນນັກທ່ອງທ່ຽວ ຕ້ອງກັກໂຕ 24 ຊົ່ວໂມງ ລໍຖ້າຜົລກວດເດ້ ນັກທ່ອງທ່ຽວທຸກຄົນ ທີ່ຈະເຂົ້າມາປະເທດລາວ ຕ້ອງໄດ້ປະຕິບັດຕາມຣະບຽບ.”
ສ່ວນໄລຍະທີ່ 2 ທາງການລາວ ຈະເຣີ່ມເປີດດ່ານສາກົລອີກ 7 ດ່ານ ໃນວັນທີ່ 1 ເມສາ ຫາວັນທີ່ 30 ມິຖຸນາ ປີ 2022 ປະກອບມີ ສນາມບິນສາກົລຫຼວງພຣະບາງ, ດ່ານສາກົລບໍ່ເຕັນ ລາວ-ຈີນ, ຂົວມິຕພາບທ່າແຂກ-ນະຄອນພະນົມ, ຂົວມິຕພາບສວັນນະເຂດ-ມຸກດາຫານ, ດ່ານສາກົລຊ່ອງເມັກ-ວັງເຕົ່າ ປາກເຊ-ອຸບົນຣາຊທານີ, ດ່ານລາວບາວ ລາວ-ວຽດນາມ ແລະດ່ານຫຼັກຊາວ ລາວ-ວຽດນາມ.
ສໍາລັບແຂວງຫຼວງພຣະບາງ ຜູ້ປະກອບການໂຮງແຮມຕ່າງໆ ກໍໄດ້ຕຽມຄວາມພ້ອມໃນເບື້ອງຕົ້ນໄວ້ແລ້ວຈໍານວນນຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ທີ່ຈະເຂົ້າມາໃນປີໜ້າ, ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ເບື້ອງຕົ້ນພວກເຮົາກໍໄດ້ຕຽມຄວາມພ້ອມ ເພື່ອຮອງຮັບນັກທ່ອງທ່ຽວ ກະມີກະເວົ້າເຣື່ອງຜູ້ປະກອບການນີ້ແຫຼະ ເຂົາເຈົ້າໄດ້ມາຟື້ນຟູກິຈການ ການບໍຣິການຂອງເຂົາເຈົ້າເນາະ ຊິເປັນການບໍຣິການ ໂຮງແຮມ ເຮືອນພັກ ຮ້ານອາຫານ ບໍຣິສັດທົວຕ່າງໆ ແຫຼ່ງທ່ອງທ່ຽວພວກເຮົາກໍໄດ້ຕຽມພ້ອມ ຮັບມືຈໍານວນນຶ່ງຫັ້ນນ່າ.”
ເຈົ້າໜ້າທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ການເປີດຮັບນັກທ່ອງທ່ຽວ ໃນວັນທີ່ 1 ເດືອນມົກກະຣາ ປີ 2022 ທີ່ຈະມາເຖິງນີ້ ເຈົ້າໜ້າທີ່ຫຼາຍໜ່ວຍງານ ກໍຕຽມຄວາມພ້ອມເບື້ອງຕົ້ນໄວ້ແລ້ວ ທັງການຄັດກອງຄົນເຂົ້າ-ຄົນອອກຕາມສະຖານທີ່ຕ່າງໆ ແລະທາງການລາວ ຈະຮັບນັກທ່ອງທ່ຽວ ສະເພາະກຸ່ມທົວກ່ອນ ຍັງບໍ່ຮັບນັກທ່ອງທ່ຽວທົ່ວໄປເທື່ອ:
“ຮັບເປັນກຸ່ມແບບແພັກແກັດທົວ ເພິ່ນກໍຈະຄວບຄຸມປະມານນັ້ນກ່ອນ ໂຕຢ່າງວ່າ ຄັນວ່າມີເຊື້ອເຂົ້າມາ ຈາກກຸ່ມນີ້ ຢູ່ຕົງນີ້ປຸ໊ບ ມັນຈະເປັນແບບໃດ ສົມມຸດວ່າຈັ່ງຊີ້ຫັ້ນນ່າ ເຂົ້າສະຖານທີ່ໃດ ຕ່າງໆນີ້ຖືວ່າແມ່ນມີການຄັດກອງ ວ່າຊັ້ນສາ ມີການກວດອຸນຫະພູມ ມີການກວດວັກຊິນແມ່ນຫຍັງຕ່າງໆຫັ້ນລະ.”
ພ້ອມດຽວກັນນີ້ ທາງສນາມບິນສາກົລວັດໄຕ ກໍມີຄວາມພ້ອມຢູ່ແລ້ວ ແລະຈະຮັບສະເພາະນັກທ່ອງທ່ຽວທີ່ມາກັບບໍຣິສັດທົວກ່ອນ ແລະກ່ອນທີ່ຈະຜ່ານເຂົ້າມາ ເຈົ້າໜ້າທີ່ສາທາຣະນະສຸຂ ກໍໄດ້ຕັ້ງຈຸດຄັດກອງໄວ້ຢູ່ແລ້ວ, ດັ່ງເຈົ້າໜ້າທີ່ສນາມບິນສາກົລວັດໄຕ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ສນາມບິນພ້ອມຢູ່ແລ້ວ ທາງດ້ານວິຊາການແຫຼະ ກ່ຽວກັບພວກຄັດກອງເນາະ RT PCR ມາ ແນ່ນອນມັນຕ້ອງໄດ້ເກັບໂຕຢ່າງປັ້ບນີ້ກະ ເຂົ້າໄປຕາມຣຸດຂອງສີຂຽວເພິ່ນຫັ້ນ ເຮັດປົກກະຕິ ຄືຊ່ວງບໍ່ມີໂຄວິດ ກະບໍ່ແມ່ນຄົນທັມມະດາຢາກມາແບບວີຊ່າ ວິຊິດເຕີ້ກະບໍ່ແມ່ນ ຈະເຂົ້າມາຈະຕ້ອງ ໄປຊື້ຜ່ານບໍຣິສັດທົວ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ໂຮງແຮມໃນນະຄອນຫຼວງວຽງຈັນຫຼາຍແຫ່ງ ກໍເປີດບໍຣິການໃຫ້ແຂກຢູ່ພາຍໃນກັນແລ້ວ ແຕ່ເບື້ອງຕົ້ນນີ້ ໂຮງແຮມຂອງຕົນເອງ ຍັງບໍ່ທັນໄດ້ເຂົ້າຮ່ວມໂຄງການ ທ່ອງທ່ຽວສີຂຽວເທື່ອ ແຕ່ວ່າ ທາງໂຮງແຮມກໍມີມາຕການປ້ອງກັນເຊື້ອໂຄວິດ-19 ຢູ່ ແລະກໍສົນໃຈທີ່ຈະເຂົ້າຮ່ວມໂຄງການດັ່ງກ່າວ ແຕ່ຕ້ອງລໍຖ້າທາງການ ແຈ້ງການອີກເທື່ອນຶ່ງກ່ອນ ວ່າລາຍຣະອຽດເປັນແນວໃດ:
“ເພິ່ນກະມີແຜນແລ້ວ ໂຕນີ້ເພິ່ນບໍ່ທັນໄດ້ແຈ້ງຫຍັງມາເທື່ອນ່າ ພວກເຮົາກໍມີຄວາມສົນໃຈ ທີ່ຈະເຂົ້າເນາະ ເຮົາກໍຮັບນັກທ່ອງທ່ຽວຢູ່ ຖ້າເປັນກໍຣະນີ ທີ່ເຂົ້າມາແຕ່ຕ່າງປະເທດ ເຂົ້າມາວຽງຈັນນີ້ ຈະຕ້ອງໄດ້ເຂົ້າກັກໂຕຢູ່ໂຮງແຮມທີ່ທາງພາກຣັຖເພິ່ນກໍານົດ ຕາມແຜນຈະເປີດວັນທີ່ 1 ນີ້ຫັ້ນນ່າ ກະບໍ່ທັນເຂົ້າໃຈວ່າ ແຂກສາມາດໄປພັກ ໂຮງແຮມໃດກໍໄດ້ບໍ ຫຼືວ່າຕ້ອງຢູ່ໃນໂຮງແຮມ ທີ່ເພິ່ນກໍານົດໄວ້ ນີ້ຍັງຕອບບໍ່ທັນໄດ້ເທື່ອ.”
ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ໃນແຂວງຫຼວງພຣະບາງ ກໍກ່າວວ່າ ເບື້ອງຕົ້ນ ທາງໂຮງແຮມ ກໍມີຄວາມພ້ອມໃນເຣື່ອງຄວາມປອດພັຍ ແລະມາຕການປ້ອງກັນເຊື້ອໂຄວິດ-19 ຢູ່ແລ້ວ ເພາະປັດຈຸບັນ ກໍເປີດໃຫ້ຄົນລາວພາຍໃນປະເທດເຂົ້າມາພັກໄດ້ແລ້ວ, ດັ່ງທ່ານກ່າວວ່າ:
“ສໍາລັບແຂກນີ້ເນາະ ເຂົ້າມາປະຕູ ກໍໄດ້ແທກອຸນຫະພູມ ເຂົ້າມາທາງລ໊ອບບີ້ ເຮົາຈະມີບ່ອນວັດແທກອຸນຫະພູມອີກ ເຮົາຈະມີນໍ້າຢາເຈວລ້າງມື ຢູ່ເຄົ້າເຕີ້ທຸກເຄົ້າເຕີ້ເລີຍ ແລະກະກ່ອນເຊັກອິນ ເຮົາໃຫ້ລູກຄ້າຫັ້ນເອົາໃບຢັ້ງຢືນແລ້ວກໍ ລູກຄ້າຕື່ມແບບຟອມ ມີອາການແມ່ນຫຍັງບໍ່ ເຈັບຫົວ ເຈັບຄໍ ເປັນໄອ ແມ່ນຫຍັງບໍ່ ອອກນອກປະເທດມາບໍ ໃກ້ຊິດກັບຜູ້ປ່ວຍໂຄວິດບໍ່.”
ໃນມື້ວັນທີ່ 16 ທັນວາ 2021 ນີ້ ຣັຖບານໂປແລນ ກໍໄດ້ມອບວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ ແອສຕ້າເຊນິກ້າ ຈໍານວນ 138,600 ໂດສ ໃຫ້ແກ່ຣັຖບານລາວ.
ໃນວັນທີ່ 17 ທັນວາ 2021 ຣັຖບານມາເລເຊັຍ ກໍໄດ້ມອບວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ ແອສຕ້າເຊນິກ້າ ຈໍານວນ 283,400 ໂດສ ໃຫ້ແກ່ຣັຖບານລາວ ແລະໃນວັນທີ່ 19 ທັນວາ 2021 ນີ້ ຣັຖອອສເຕເລັຍ ກໍໄດ້ມອບວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ ແອສຕ້າເຊນິກ້າ ໃຫ້ແກ່ຣັຖບານລາວເຊັ່ນກັນ ຈໍານວນ 100,000 ໂດສ.
ສໍາລັບການຕິດເຊື້ອໂຄວິດ-19 ໃນລາວ ໃນວັນທີ່ 20 ທັນວາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອໃໝ່ເພີ່ມອີກ ຈໍານວນ 824 ຄົນ ໃນນີ້ ສ່ວນໃຫຍ່ແມ່ນຕິດເຊື້ອໃນຊຸມຊົນ ເສັຍຊີວິດໃໝ່ສໍາລັບມື້ນີ້ 1 ຄົນ. ມາເຖິງປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 99,396 ຄົນ ແລະເສັຍຊີວິດສະສົມ 274 ຄົນ.