ຄຣູອາສາ ຕັດໃຈລາ ປ່ຽນ ອາຊີບ

ຄຣູອາສາ ທີ່ ແຂວງໄຊຍະບູລີ ສອນມາຫຼາຍປີ ບໍ່ມີໂອກາດ ໄດ້ໂຄຕ້າ ເປັນຣັຖກອນ ເລີຍລາອອກ ໄປເຮັດວຽກ ຢູ່ ເກົາຫຼີໃຕ້ ເພື່ອ ໃຫ້ຄວາມຫວັງ ໃນຊີວິດ ຂອງຕົນເອງ.

ຊາຍໜຸ່ມລາວຫຼາຍໆຄົນ ທີ່ ຮຽນພາສາເກົາຫຼີ ແລ້ວໄປເຮັດວຽກ ຢູ່ເກົາຫຼີໃຕ້ RFA/SY

ຊາຍໜຸ່ມຈາກ ແຂວງໄຊຍະບູລີ ໄດ້ໃຫ້ສຳພາດ ຕໍ່ RFA ເມື່ອວັນອັງຄານ 4 ມິຖຸນາ ຜ່ານມາວ່າ  ຕ້ອງຕັດສິນໃຈ ລາອອກຈາກການເປັນ ຄຣູອາສາ ດ້ວຍຄວາມຈຳໃຈ ເຖິງແມ່ນວ່າຄວາມຫວັງ ຂອງເຂົາແມ່ນຕ້ອງການເຂົ້າເປັນຣັຖກອນ ແຕ່ກໍ່ທົນບໍ່ໄຫວ ສອນມາສາມປີ ບໍ່ມີເງິນ ເດືອນ ບໍ່ມີສະຫວັດດີການ ທີ່ສຳຄັນຍັງບໍ່ໄດ້ໂຄຕ້າ ທີ່ຈະສອບເສັງເຂົ້າເປັນຣັຖກອນ ໃນຂນະທີ່ບັນຫາຄຣູ ເຫຼືອບໍ່ພໍນັ້ນ ຍັງເປັນບັນຫາໃຫຍ່ ສຳລັບການບັນຈຸຣັຖກອນຄຣູ. ເຂົາຈຶ່ງຕັດສິນໃຈລາອອກ ແລ້ວຫັນປ່ຽນຈາກການເປັນຄຣູ.

ຈາກນັ້ນ ເຂົາກໍມາຮຽນພາສາເກົາຫຼີ ແລ້ວໄດ້ຜ່ານການຄັດເລືອກໄປເຮັດວຽກ ຢູ່ເກົາຫຼີໃຕ້ເປັນຊ່າງເຮັດປະຕູ. ເມື່ອຖາມວ່າ ວຽກໃໝ່ໄດ້ເງິນ ເດືອນພໍກິນບໍ່ ລາວຕອບວ່າ ພໍຢູ່ພໍກິນ ຊີວິດດີກວ່າແຕ່ກ່ອນ ແລະ ຈະອົດທົນເຮັດໃຫ້ເຖິງທີ່ສຸດ ເພາະໂອກາດ ແບບນີ້ ຫາບໍ່ໄດ້ອີກແລ້ວ. ເຊີນທ່ານຮັບຟັງ ການສຳພາດ.

ປັດຈຸບັນ ຜູ້ກ່ຽວພ້ອມດ້ວຍໝູ່ເພື່ອນ ພາກັນຕັ້ງໃຈເຮັດວຽກ ເພື່ອໃຫ້ໂອກາດຕົນເອງ ເຖິງແມ່ນວ່າການເຮັດວຽກຢູ່ຕ່າງປະເທສ ມັນຈະໜັກ ແດ່, ແຕ່ເມື່ອທຽບໃສ່ກັບຣາຍໄດ້ ຂອງປະເທສລາວແລ້ວ ແມ່ນສາມາດຊ່ອຍເຮັດໃຫ້ຕົນເອງ ແລະ ຄອບຄົວມີຊີວິດ ທີ່ດີຂຶ້ນໄດ້ໄວ ກໍຄືດີ ກວ່າຕອນເປັນຄຣູອາສາ ເຊິ່ງບໍ່ມີຄວາມຫວັງຫຍັງເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org