ຊາວນາຊາຍທອງ ບໍ່ຮັບ ຄ່າຊົດເຊີຍ ທາງດ່ວນ
2019.06.04
ປະຊາຊົນເມືອງນາຊາຍທອງ ນະຄອນນຫຼວງວຽງຈັນ ບໍ່ຍອມຮັບເອົາຄ່າຊົດເຊີຍ ໂຄງການກໍ່ສ້າງທາງດ່ວນ ໄລຍະທີນຶ່ງ ແຕ່ ນະຄອນຫຼວງ ວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ທີ່ຣັຖບານ ໄດ້ສເນີຄ່າຊົດເຊີຍໃຫ້ 50 ພັນກີບ ຕໍ່ແມັດກາເຣ, ດັ່ງຄຳເວົ້າຂອງປະຊາຊົນ ທີ່ໄດ້ ຮັບຜົລກະທົບ ເຂດເມືອງນາຊາຍທອງ ກ່າວເມື່ອ 30 ພຶສພາ ຜ່ານມາວ່າ:
"ຫາງສຽງປະຊາຊົນນຳບ້ານ ຫຼື ນາຍບ້ານຖາມໃຜກະໄດ້ ຢູ່ໃນເຂດນັ້ນ ຖ້າວ່າຣັຖບານ ມາຂໍຊື້ດິນນຳປະຊາຊົນ ໃນຣາຄາແມັດກາເຣລະ 50 ພັນກີບ ຈະມີໃຜຂາຍບໍ່ ຈະໄດ້ຮັບເປັນສຽງດຽວກັນເລີຍ ວ່າບໍ່ມີທາງ ມັນຊິກຸ້ມຄ່າບໍ່ ເພາະບໍ່ມີໃຜຊິຂາຍເນາະ.”
ຕໍ່ບັນຫາດັ່ງກ່າວການໄກ່ເກັ່ຽມາຮອດປັດຈຸບັນ ຍັງບໍ່ທັນມີຄວາມຄືບໜ້າ ຊຶ່ງປະຊາຊົນໃນເຂດດັ່ງກ່າວ ຕ່າງກໍຮຽກຮ້ອງເອົາຄ່າຊົດເຊີຍຈາກ ໂຄງການໃນຣາຄາສູງກວ່ານີ້. ເຖິງແມ່ນວ່າ ກ່ອນໜ້ານີ້ ຄນະໄກ່ເກັ່ຽຂອງພາກຣັຖ ໄດ້ສເນີເອກກະສານ ຢັ້ງຢືນ ຂໍ້ຕົກລົງເພື່ອເປັນບ່ອນອີງ ໃນການສເນີຣາຄາຊົດເຊີຍ 50 ພັນກີບ ຕໍ່ແມັດກາເຣ ກໍຕາມ.
ໄລຍະຜ່ານມາ ໂຄງການໄດ້ຈ່າຍຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ພາຍໃນເມືອງໂພນໂຮງ ແຂວງວຽງຈັນ ໄປແລ້ວຈຳນວນ 80 ຄອບຄົວ ໃນນັ້ນມີ 13 ບ້ານ ຮວມມູນຄ່າ 11 ຕື້ກີບ, ແຕ່ການຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບ ຜົລກະທົບຢູ່ເຂດ ເມືອງໄຊເສດຖາ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຍັງຢູ່ໃນຂັ້ນຕອນການໄກ່ເກັ່ຽ.
ຍານາງ ສຸກສະຫວັນ ໄຊຍະສິນ ປະທານບໍຣິສັດ ທີ່ປຶກສາດ້ານສິ່ງແວດລ້ອມລາວຈຳກັດ ໄດ້ຣາຍງານເມື່ອປີຜ່ານມາວ່າ ໂຄງການກໍ່ສ້າງ ທາງດ່ວນໄລຍະທີນຶ່ງ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໄດ້ເຣີ້ມລົງມືກໍ່ສ້າງ ມາຕັ້ງແຕ່ກາງ ເດືອນ ພຶສຈິກາ ປີ 2018. ມີຄວາມຍາວ 109 ກິໂລແມັດປາຍ ໃນນັ້ນ ຜ່ານເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫິນເຫີບ ແລະເມືອງວັງ ເຊິ່ງໄດ້ສົ່ງ ຜົລກະທົບຕໍ່ເນື້ອທີ່ດິນ ຂອງປະຊາຊົນ ຫຼາຍຮ້ອຍຄອບຄົວ.
ສ່ວນໄລຍະທີ່ຍັງເຫຼືອ ອີກ 3 ຈຸດ ຄື ວັງວຽງ ຫາ ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະ ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ເຊື່ອມຕໍ່ຫາບໍ່ຫານ ຂອງຈີນນັ້ນ ແມ່ນຜູ້ພັທນາໂຄງການ ໄດ້ລົງນາມສັນຍາ ເມື່ອວັນທີ 28 ພຶສາພາ ຜ່ານມາເພື່ອສຶກສາ ສຳຣວດຄວາມ ເປັນໄປໄດ້ ຕາມກອບເວລາ ທີ່ໄດ້ຕົກລົງກັນ ບົນພື້ນຖານກົດໝາຍ ການລົງທຶນຂອງລາວ.
ຕາມການຣາຍງານ ຂອງສື່ທ້ອງຖິ່ນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແຂວງຫຼວງນໍ້າທາ ຄາດວ່າຈະສ້າງ ສຳເຣັດ ໃນທ້າຍປີ 2020 ຮວມມູນຄ່າການລົງທຶນ 1 ຕື້ໂດລາ ສະຫະຣັຖ ລົງທຶນໂດຍ ບໍຣິສັດ ກໍ່ສ້າງແຂວງຢູນານ ຈຳກັດ ສປ ຈີນ.