ຊາວບ້ານຈາກເຂື່ອນ ນໍ້າທາ1 ຂໍດິນ ປູກຝັງ
2021.01.29
ຊາວບ້ານຈໍານວນ 28 ບ້ານ ປະມານ 10 ພັນຄົນ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນ ໄຟຟ້ານໍ້າທາ 1 ແລະຖືກໃຫ້ໂຍກຍ້າຍໄປຢູ່ເຂດ ບ້ານຈັດສັນໃໝ່ ທີ່ໄດ້ສ້າງສໍາເຣັດທັງໝົດ ເມື່ອປີກາຍນັ້ນ ຮຽກຮ້ອງໃຫ້ທາງ ໂຄງການເຂື່ອນໄຟຟ້າ ເລັ່ງບຸກເບີກດິນ ໃຫ້ຊາວບ້ານ ເພື່ອເຮັດການຜລິດໄວທີ່ສຸດ ຍ້ອນໂຍກຍ້າຍໄປຢູ່ ແລ້ວ ພັດບໍ່ມີດິນປູກຝັງ ລ້ຽງສັດ ບໍ່ມີວຽກເຮັດງານທໍາ ດັ່ງຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບ ຜົລກະທົບ ແລະໄດ້ຖືກໃຫ້ໂຍກຍ້າຍ ນັ້ນກ່າວຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ໃນມື້ວັນທີ 29 ມົກຣາ ນີ້ວ່າ:
“ຍ້າຍແລ້ວໆ ເອີ... ອັນທຸກອັນຍາກ ກະບໍ່ມີບ່ອນທໍາການຜລີດ ບໍ່ມີທົ່ງໄຮ່ທົ່ງນາ ມີການທໍາການຜລີດ ຖາງປ່າເຮັດໄຮ່ຫັ້ນແລ້ວມີແຕ່ ປູກເຂົ້າໄຮ່ຫັ້ນແຫລະ. ຄັນມີທົ່ງນາ ມີການຜລິດ ກະຫາກສະບາຍຢູ່ ແຕ່ເຣື່ອງໄຟເຣື່ອງທາງ ເຣື່ອງໂຮງໝໍສະດວກຢູ່ບໍ່ເປັນຫຍັງ.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ພື້ນທີ່ທໍາການຜລິດ ແລະ ລ້ຽງສັດ ຂອງຊາວບ້ານ ຖືກນໍ້າຖ້ວມໄປຈົນໝົດ ບໍ່ເຫລືອຍັງຫຍັງ, ດຽວນີ້ຊາວບ້ານ ສ່ວນຫຼາຍໄດ້ອອກໄປຊອກຫາພື້ນທີ່ ທໍາການຜລິດເອົາເອງ, ໄປຖາງປ່າຕາມພູດອຍເພື່ອເອົາໄວ້ປູກເຂົ້າໃນຍາມຝົນ, ສ່ວນຍາມແລ້ງ ປູກຫຍັງບໍ່ໄດ້ເລີຍ ຍ້ອນບໍ່ມີນໍ້າພຽງພໍ.
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກຜູ້ນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເມື່ອຕົນໄດ້ໂຍກຍ້າຍ ມາຢູ່ເຮືອນຈັດສັນໃໝ່ ກໍແຮງທຸກ ຍາກກວ່າເກົ່າ ບໍ່ມີດິນທໍາການຜລິດ ບໍ່ມີອາຊີບ ບໍ່ມີຮອດນໍ້າສະອາດ ສິກິນ ຍ້ອນໄດ້ຖືກຈັດສັນໄປຢູ່ບ່ອນສູງເກີນໄປ:
“ໂຕນີ້ກະຍັງບໍ່ໄດ້ຮູ້ຄືກັນ ຈັກປານໃດເຂົາສິປັນ ສິແບ່ງໃຫ້ຢາກຖາງກະບໍ່ພໍຖາງ ບ້ານຢູ່ເທິງ ຕັ້ງບໍ່ມີນໍ້າກິນ ຕັ້ງແຕ່ຂຶ້ນມາ.”
ແລະຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກຜູ້ນຶ່ງ ກໍກ່າວຕໍ່ RFA ໃນມື້ວັນທີ 29 ມົກຣາ ນີ້ວ່າ ເຮືອນຊານທີ່ເພິ່ນຈັດສັນໃຫ້ກະດີຢູ່ມີ ຫົນທາງ ມີໄຟຟ້າ ຫາກແຕ່ວ່າ ມັນຢູ່ສູງເກີນໄປ ແລະ ມີຄວາມສ່ຽງ ທີ່ຈະເກີດດິນຍຸບລົງ ແລະໄລຍະນີ້ກໍເປັນເປັນໄລຍະ ຣະດູແລ້ງ ເຮັດໃຫ້ບໍ່ມີນໍ້າໃຊ້ພຽງພໍ, ນໍ້າດື່ມ ກະຕ້ອງເອົາມາຕົ້ນກ່ອນ ຈຶ່ງກິນໄດ້ ຍ້ອນນໍ້າມີຝຸ່ນປູນ ເຈືອປົນມານໍາ
“ຫາກດີຢ່າງນຶ່ງ ຫາກບໍ່ມີດີຢ່າງນຶ່ງ ຫັ້ນແຫລະ ມັນຢູ່ສູງໂພດ ຍ່າງລົງໄປເນາະເກືອບເຄິ່ງຊົ່ວໂມງ ພຸ້ນແຫລະ ຕັ້ງແຕ່ທ່ານໍ້າຂຶ້ນເມືອ ສຸດບ້ານນີ້ 2 ຫລັກພຸ້ນ ຂາດນໍ້າກິນນະ ບໍ່ພຽງພໍ ປານໃດ ກິນນໍ້າດິບບໍ່ໄດ້ ມາຕົ້ມກິນເອົາ ມັນມີຝຸ່ນປູນເດ໋ ລັກສນະເຂົາເຮັດມານີ້ ແບບວ່າ ນໍ້າດື່ມຊື່ໆນ່າ ມັນບໍ່ແມ່ນນໍ້າປະປາ.”
ສໍາລັບບ້ານຈັດສັນໃໝ່ນີ້ ມີທັງໝົດ 11 ຈຸດ, 28 ບ້ານ. ແຕ່ລະຈຸດ ສ້າງຢູ່ເທິງພູດອຍ ກະຈາຍກັນຢູ່ລຽບ ລໍານໍ້າທາ ໃນເຂດເມືອງ ຜາອຸດົມ ແຂວງບໍ່ແກ້ວ. ໃນຈໍານວນຊາວບ້ານ ທີ່ໄດ້ຮັບຜົລກະທົບ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ເຂດຈັດສັນໃໝ່ນັ້ນ ມີພຽງສ່ວນໜ້ອຍ ທີ່ມີດິນທໍາການຜລິດ ແລະ ລ້ຽງສັດ ຍ້ອນວ່າຖືກນໍ້າຖ້ວມບ້ານເກົ່າຈົນໝົດ ແລະທາງໂຄງການ ເຂື່ອນນໍ້າທາ 1 ກະຍັງບໍ່ທັນມີແຜນທີ່ ຈະບຸກເບີກດິນ ໃຫ້ຊາວບ້ານເທື່ອ ດັ່ງເຈົ້າໜ້າທີ່ຜແນກ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:
“ຢູ່ແຖວຈາກໂຄງການເຂື່ອນໄຟຟ້ານໍ້າທາ 1 ສ່ວນຫຼາຍຍັງບໍ່ທັນໄດ້ມີດິນກໍ໋ ຂະເຈົ້າຫາກໍໄປຈັດສັນໃຫ້ ໂຕນີ້ອັນນີ້ ໂຕນີ້ຍັງບໍ່ທັນ ໄດ້ມີແຜນຈັດສັນດິນ ເພິ່ນຍັງບໍ່ໄດ້ວ່າຫຍັງເທື່ອກໍ້."
ທ່ານກ່າວຕື່ມວ່າ ສໍາລັບການບຸກເບີກດິນ ທໍາການຜລິດໃຫ້ຊາວບ້ານ ກໍອາດຍັງເປັນບັນຫາໃຫຍ່ ເນື່ອງຈາກພື້ນທີ່ສ່ວນໃຫຍ່ເປັນ ພູດອຍ ມີແຕ່ປ່າໄມ້ ແລະບໍ່ມີແຫລ່ງນໍ້າ ເຮັດໃຫ້ ການຊອກດິນເປັນ 1 ພັນ ເຮັກຕາ ເພື່ອບຸກເບີກເປັນບ່ອນທໍາການຜລິດນັ້ນ ເປັນສິ່ງທ້າທາຍຄືກັນ.
ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ກ່າວຕໍ່ RFA ໃນມື້ວັນທີ 29 ມົກຣາ ນີ້ວ່າທາງໂຄງການເຂື່ອນນໍ້າທາ 1 ຢືນຢັນວ່າ ໄດ້ຈັດສັນດິນ 2 ປະເພດໃຫ້ຊາວບ້ານ ທີ່ໄດ້ຮັບ ຜົລກະທົບທຸກຄອບຄົວແລ້ວ ທັງດິນທໍາການຜລິດ ແລະ ດິນເຮືອນ ຊຶ່ງປັດຈຸບັນ ທາງໂຄງການກໍາລັງ ລົງຊຸກຍູ້ ແລະສົ່ງເສີມອາຊີບ ເພື່ອໃຫ້ຊາວບ້ານ ມີວຽກເຮັດງານທໍາ ຢ່າງຍືນຍົງຕໍ່ໄປ.
ແຕ່ເມື່ອຖາມວ່າ ທາງໂຄງການບຸກເບີກດິນ ໃຫ້ຊາວບ້ານທີ່ວ່ານັ້ນ ຢູ່ຈຸດໃດແດ່ ແລະ ແບ່ງໃຫ້ຄອບຄົວລະຈັກເຮັກຕາ ນັ້ນ ເຈົ້າໜ້າທີ່ ມີພຽງແຕ່ ເວົ້າແບບລວມໆວ່າ ມີດິນປູກຝັງ ແລະ ດິນຕັ້ງເຮືອນ ໃຫ້ຊາວບ້ານ ດັ່ງທີ່ທ່ານກ່າວວ່າ:
“ມີ ເຈົ້າ ມີດິນທໍາມາຫາກິນ ເພາະວ່າ ເຮົາໄດ້ຈັດສັນທັງດິນ ເອີ້ນວ່າດິນປູກຝັງເນາະ ແລ້ວກະດິນທີ່ວ່າ ຂະເຈົ້າຕັ້ງເຮືອນຢູ່ ເພາະວ່າ ປັດຈຸບັນ ນີ້ ເຮົາກໍາລັງດໍາເນີນວຽກ ສົ່ງເສີມການ ທໍາມາຫາກິນ ຂອງຂະເຈົ້ານັ້ນແຫລະ.”
ເຂື່ອນໄຟຟ້ານໍ້າທາ 1, ຂນາດ 186 ເມກາວັດ ຕັ້ງຢູ່ຣະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຫລວງນໍ້າທາ, ໄດ້ເຣີ່ມກໍ່ສ້າງມາ ແຕ່ປີ 2014 ແລະ ສ້າງສໍາເຣັດໃນປີ 2018. ບໍຣິສັດຈີນ China Southern Power Grid ເປັນຜູ້ລົງທຶນ ແລະ ຮັບເໝົາກໍ່ສ້າງ ດ້ວຍມູນຄ່າ 450 ລ້ານໂດລາ ສະຫະຣັຖ.
ໂຄງການເຂື່ອນໄຟຟ້າ ນໍ້າທາ 1 ຖືກສ້າງຂຶ້ນພາຍໃຕ້ ຂອບຂອງການຮ່ວມມື 1 ແລວ 1 ເສັ້ນທາງ ຫລື Belt and Road Initiative ຂອງຈີນ. ໄຟຟ້າທີ່ຜລິດໄດ້ຈາກ ເຂື່ອນນີ້ ສົ່ງໄປ ເຂດເສຖກິດພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເຂດເສຖກິດພິເສດ ບໍ່ເຕັນ ແຂວງຫລວງນໍ້າທາ, ແຂວງທ່າຂີ້ເຫລັກ ປະເທດພະມ້າ ແລະພາກໃຕ້ຂອງມົນທົນ ຍຸນນ່ານ ປະເທດຈີນ, ມີອາຍຸ ສໍາປະທານ 28 ປີ.