ຊາວບ້ານ ບໍ່ພໍໃຈ ຄ່າຊົດເຊີຽຕ່ຳ
2021.09.03
ຊາວບ້ານ 93 ຄອບຄົວ ຢູ່ ເມືອງດາກຈຶງ ແຂວງເຊກອງ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງ ສາຍສົ່ງ ໄຟຟ້າແຮງສູງ 220 ກິໂລໂວນ ຂອງໂຄງການ ເຂື່ອນໄຟຟ້າ ນ້ຳອີ່ມູນ ໄດ້ຮັບຄ່າຊົດເຊີຍ ໃນວັນທີ 1 ກັນຍາ 2021 ທີ່ຜ່ານມາ ແຕ່ຊາວບ້ານ ຈຳນວນນຶ່ງ ເຫັນວ່າ ມູນຄ່າຊົດເຊີຍ ໜ້ອຍຫຼາຍ.
ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ທ່ານນຶ່ງ ໃນເມືອງດາກຈຶງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“29 ຄອບຄົວ ໄດ້ຮັບໝົດແລ້ວ ກະຊ່ຳໂຕຈິງແລ້ວ ໄດ້ຜູ້ລະ 2-3 ແສນ ກະມີ ສູງສຸດ 30 ລ້ານ ກີບ ເຂົາກະໄລ່ ຕາມລະບຽບກົດໝາຍໄດ໋ ເຂົາອິງຕາມ ກົດໝາຍ ຮ້ອງຫຼາຍ ກະບໍ່ໄດ້ ເພາະວ່າ ກົດໝາຍເດ້ ກົດໝາຍວ່າ ແນວນັ້ນ ຂໍ້ຕົກລົງ ຂອງເຈົ້າເມືອງ ເຈົ້າແຂວງ ວ່າແນວນັ້ນ ກະແນວນັ້ນແຫຼະ.”
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ການຊົດເຊີຍ ເງິນໃຫ້ຊາວບ້ານ ເປັນໄປ ຕາມຂໍ້ມູນຕົກລົງ ລະຫວ່າງ ທາງການ ແຂວງເຊກອງ ແລະ ທາງການ ເມືອງດາກຈຶງ ໂດຍຜ່ານມາ ບໍ່ໄດ້ໄປ ສອບຖາມ ຄວາມຄິດຄວາມເຫັນ ຂອງຊາວບ້ານວ່າ ຊາວບ້ານ ຕ້ອງການ ທໍ່ໃດ ເຖິງຈະ ສົມເຫດສົມຜົລ ທັງສອງຝ່າຍ ເມື່ອຂໍ້ຕົກລົງ ອອກມາແລ້ວ ກໍບໍ່ມີ ຊາວບ້ານຄົນໃດ ຄັດຄ້ານໄດ້.
ຊາວບ້ານ ທີ່ເສັຽດິນນາ ດິນສ່ວນ ໃຫ້ກັບໂຄງການ ສາຍສົ່ງ ໄຟຟ້າແຮງສູງ ແລະ ໄດ້ຮັບ ຜົລກະທົບຫຼາຍ ກໍຕ້ອງໄດ້ໄປ ຊອກຫາກິນ ຕາມທັມຊາດ. ຊາວບ້ານ ຜູ້ທີ່ໄດ້ ຮັບຜົລກະທົບ ອີກທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
“ຢູ່ບ້ານພໍ່ຫັ້ນ ໃບຕາດິນ ມັນໝົດແລ້ວ ນັບແຕ່ ດິນສວນ ດິນນາ ດິນຫຍັງ ກະສ່ວນຫຼາຍ ກະໄດ້ໃຫ້ ບໍຣິສັດ, ກິນ… ຫາກິນແຖວນັ້ນ ຫັ້ນແລ້ວ ກະແຖວປ່າແຖວດົງ ໄປຊັ້ນແຫຼະ.”
ໂຄງການ ສາຍສົ່ງໄຟຟ້າ ຕັດຜ່ານ 9 ບ້ານ ຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ມີ 93 ຄອບຄົວ ໄດ້ຮັບ ຜົລກະທົບ ແລະ ເຈົ້າໜ້າທີ່ ກໍໃຫ້ ເຫດຜົລວ່າ ຄ່າຊົດເຊີຽ ເປັນໄປ ຕາມດຳຣັດ ເລກທີ 84 ວ່າ ດ້ວຍການທົດແທນ ຄ່າເສັຽຫາຍ ແລະ ການຈັດສັນ ໂຍກຍ້າຍ ປະຊາຊົນ ຈາກໂຄງການ ພັທນາ.
ເຈົ້າໜ້າທີ່ ເມືອງດາກຈຶງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ເຣື່ອງຊົດເຊີຍ ຫັ້ນແມ່ນ ເຂົາເຮັດແລ້ວ ເຂົາຈ່າຍແລ້ວ ປະມານ 700 ກວ່າລ້ານ ຖືວ່າ ປະຊາຊົນ ກະໄດ້ ເອກພາບແລ້ວ ເຣື່ອງການຊົດເຊີຍ ຫັ້ນນ່າ ມັນມີ 93 ຄອບຄົວ ກະໄດ້ຈ່າຍ ໝົດແລ້ວ, ເອີ ກະອີງຕາມ ຜົລກະທົບ ໂຕຈິງ ຕາມລະບຽບ ຂອງຣັຖບານ ກະ 84 ເນາະ ຂອງແຂວງກະ 74.”
ໂຄງການສາຍສົ່ງ ໄຟຟ້າແຮງສູງ 220 ກິໂລໂວນ ເປັນສ່ວນນຶ່ງ ຂອງໂຄງການ ເຂື່ອນໄຟຟ້າ ນ້ຳອີ່ມູນ ໄດ້ຮ່ວມທຶນ ພັທນາ ກັບນັກລົງທຶນ ຈາກປະເທດວຽດນາມ ແລະ ປັດຈຸບັນ ໄດ້ເຣີ່ມບຸກເບີກ ທີ່ດິນ ໄປແລ້ວ ໂດຍມີຄວາມກວ້າງ ປະມານ 25-30 ແມັດ ແລະ ຄວາມຍາວປະມານ 50 ກິໂລແມັດ ຈາກເຂື່ອນໄຟຟ້າ ນ້ຳອີ່ມູນ ເຖິງຊາຍແດນ ລາວ-ວຽດນາມ ຊຶ່ງໂຄງການ ດັ່ງກ່າວ ຈະສຳເຣັດ ພາຍໃນປີ 2022.
ເຈົ້າໜ້າທີ່ ບໍຣິສັດ ຈະເລີນເຊກອງ ພລັງງານ ຈຳກັດ ທ່ານນຶ່ງ ທີ່ເປັນເຈົ້າຂອງ ໂຄງການ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ກະສາຍສົ່ງເນາະ ກະຄືວ່າ ຕອນນີ້ຫັ້ນ ເປັນບໍຣິສັດ ຂອງຄົນລາວ ແຕ່ວ່າ ມັນກະຮ່ວມມື ກັບວຽດນາມ ແມ່ນແຫຼະ ເຣີ່ມເຮັດແລ້ວ ເຣີ່ມບຸກເບີກແລ້ວ ປີໜ້າ ບໍ່ເກີນປີດຽວ ສຳເຣັດ.”
ເຖິງຢ່າງໃດ ກໍຕາມ, ທາງການ ແຂວງເຊກອງ ແລະ ບໍຣິສັດ ທີ່ພັທນາ ໂຄງການ ບໍ່ໄດ້ເປີດເຜີຍ ຜົລການປະເມີນ ຜົລກທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ສາທາຣະນະ ໄດ້ຮັບຮູ້ ຢ່າງລະອຽດ ລວມເຖິງ ງົບປະມານ ໃນການກໍ່ສ້າງ ຈາກໂຄງການ ສາຍສົ່ງໄຟຟ້າ ແຮງສູງ.
ສ່ວນໂຄງການ ເຂື່ອນໄຟຟ້າ ນໍ້າອີ່ມູນ ມີກຳລັງ ຕິດຕັ້ງ 131 ເມກາວັດ ໂດຍມີ ບໍຣິສັດ ຈະເລີນເຊກອງ ພລັງງານ ຈຳກັດ ເປັນຜູ້ລົງທຶນ 100% ແລະ ມີບໍຣິສັດ SongDa-5 Join Stock ຈຳກັດ ປະເທດວຽດນາມ ເປັນຜູ້ຮັບເໝົາ ກໍ່ສ້າງ ມູນຄ່າ ການລົງທຶນ 235 ລ້ານໂດລາ ຊຶ່ງເຣີ່ມ ກໍ່ສ້າງມາ ແຕ່ຕົ້ນປີ 2019 ແລະ ມີການກຳນົດ ສ້າງສຳເຣັດ ໃນປີ 2021 ນີ້.
ແຕ່ດ້ວຍ ສະພາບ ການຣະບາດ ຂອງໂຄວິດ-19 ເຮັດໃຫ້ ປັດຈຸບັນ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ນ້ຳອີ່ມູນ ມີຄວາມຄືບໜ້າ ໄປໄດ້ ພຽງແຕ່ 50 ເປີເຊັນ ອີງຕາມ ການຣາຍງານ ຂອງບໍຣິສັດ ຈະເລີນເຊກອງ ພລັງງານ ຈຳກັດ.
ສ່ວນໄຟຟ້າ ທີ່ຜລິດທັງໝົດ ແມ່ນຈະສົ່ງຂາຍ ໃຫ້ກັບ ບໍຣິສັດ ວິຫາຫະກິຈ ໄຟຟ້າ ວຽດນາມ ຕາມທີ່ໄດ້ ເຊັນສັນຍາ ຊື້-ຂາຍ ໄຟຟ້າ ໃນໃນວັນທີ 4 ມົກກະຣາ 2020 ທີ່ຜ່ານມາ.