ຊາວບ້ານຂໍໃຫ້ຣົດໄຟ ເລັ່ງ ຈ່າຍຊົດເຊີຍ

ສຸພັດຕາ
2021.02.10
ຊາວບ້ານຂໍໃຫ້ຣົດໄຟ ເລັ່ງ ຈ່າຍຊົດເຊີຍ ເຂດພື້ນທີ່ ຂອງຊາວບ້ານ ທີ່ຖືກຜົນກະທົບ ຈາກ ການກໍ່ສ້າງ ສະຖານີຣົດໄຟ ເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ
File photo 2019: RFA

ຊາວບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ໃນຫຼາຍທ້ອງຖິ່ນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງການຊົດເຊີຍໃຫ້ແລ້ວໂດຍໄວ ຍ້ອນເຫັນວ່າ ໃນທ້າຍປີນີ້ ໂຄງການດັ່ງກ່າວ ກໍຈະເປີດໃຊ້ຢ່າງເປັນທາງການແລ້ວ, ແຕ່ມາຮອດ ປັດຈຸບັນ ເຫັນວ່າ ການຊົດເຊີຍຜົລກະທົບ ຕໍ່ຊາວບ້ານຍັງຄ້າງຄາຢູ່. ໃນຂນະທີ່ ການກໍ່ສ້າງທາງ ຣົດໄຟ ພັດມີຄວາມຄືບໜ້າໄປ ເລື້ອຍໆ, ດັ່ງຊາວບ້ານ ຢູ່ແຂວງຫຼວງນໍ້າທາ ຄົນນຶ່ງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ກຸມພາ ນີ້ວ່າ:

“ບໍ່ໄດ້ນະ ເຂົາບໍ່ມີຊົດເຊີຍນະ, ມີແຕ່ດິນເຮືອນ ຍັງບໍ່ທັນໄດ້ຊົດເຊີຍນະ, ຜູ້ໄດ້ເຂົາກໍໄດ້ ກໍາລັງຈະໃຫ້ຍ້າຍ ໄປຢູ່ບ່ອນໃໝ່, ກະຕ້ອງຊົດເຊີຍ ຄ່າຂົນເຄື່ອງ, ຄ່າແມ່ນຫຍັງແດ່ບໍ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ເປັນເວລາປະມານ 2 ປີແລ້ວ ທີ່ເຈົ້າໜ້າທີ່ ຄະນະໄກ່ເກັ່ຽຄ່າຊົດເຊີຍສິ່ງກີດຂວາງ ສ້າງທາງຣົດໄຟ ລາວ-ຈີນ ປະຈໍາແຂວງຫຼວງນໍ້າທາ ຊີ້ແຈງວ່າ ຈະໃຫ້ຄ່າ ຊົດເຊີຍ ແຕ່ກໍເລື່ອນໄລຍະເວລາໄປເລື້ອຍໆ ໂດຍບໍ່ໄດ້ບອກວ່າ ເປັນຍ້ອນຫຍັງ, ຊຶ່ງຕົນຄິດວ່າ ເຖິງຢ່າງໃດກໍຕາມ ການຊົດເຊີຍ ຕ້ອງໃຫ້ສໍາເຣັດພາຍໃນປີນີ້ ແລະຕ້ອງມີມູລຄ່າ ເໝາະສົມ ກັບທີ່ດິນທີ່ສູນເສັຍໄປ.

ເຈົ້າໜ້າທີ່ຫ້ອງການແນວລາວສ້າງຊາດ ແຂວງຫຼວງນໍ້າທາ ກ່າວວ່າປັດຈຸບັນ ກໍາລັງລົງພື້ນທີ່ໄປໄກ່ເກັ່ຽຄ່າຊົດເຊີຍ ແກ່ຊາວບ້ານ ຈໍານວນນຶ່ງ ຢູ່ບ້ານນາເຕີຍ ທີ່ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ, ຫຼັງຈາກຊາວບ້ານດັ່ງກ່າວ ໄດ້ຮ້ອງຮຽນຫາຫ້ອງການ ແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ເພື່ອໃຫ້ຊ່ອຍແກ້ໄຂ, ດັ່ງທ່ານກ່າວວ່າ:

“ກໍກໍາລັງມາແກ້ເສັ້ນທາງລາວ-ຈີນ ນີ່ແຫຼະ, ເຮົາກໍແກ້ໄປຕາມຣະບຽບກົດໝາຍ ຕາມຣະບຽບ ຂອງໂຄງການທາງຣົດໄຟ ຫັ້ນວາງ ອອກ, ມີແຕ່ບາງຄອບຄົວ ບໍ່ເຂົ້າໃຈກ່ຽວກັບ ການຊົດເຊີຍ ຈໍານວນນຶ່ງ ແຕ່ພວກເຮົາກໍໄດ້ເອົາໃຈໃສ່.”

ສໍາລັບຂໍ້ມູລອື່ນໆ ເປັນຕົ້ນຜ່ານມາ ມີຊາວບ້ານຢູ່ແຂວງຫຼວງນໍ້າທາ ໄດ້ຮັບຄ່າຊົດເຊີຍ ໄປຈັກຄອບຄົວແລ້ວ ແລະຍັງຊາວບ້ານ ອີກຈັກຄົນ ທີ່ຍັງບໍ່ໄດ້ຄ່າຊົດເຊີຍນັ້ນ, ທາງເຈົ້າໜ້າທີ່ ບໍ່ສາມາດໃຫ້ລະອຽດໄດ້ ແລະໃຫ້ເຮັດເອກະສານ ເຂົ້າໄປພົວພັນ.

ໃນຂນະດຽວກັນ, ການຊົດເຊີຍຜົລກະທົບ ຈາກໂຄງການສ້າງທາງ ຣົດໄຟ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ກໍຍັງບໍ່ທັນສໍາເຣັດ ເທື່ອ, ຍັງມີຊາວບ້ານໃນຫຼາຍທ້ອງຖິ່ນ ທີ່ລໍຖ້າການຊົດເຊີຍຢູ່, ດັ່ງຊາວບ້ານຄົນນຶ່ງ ທີ່ເສັຍດິນ ໃຫ້ແກ່ການສ້າງສະຖານນີຣົດໄຟ ວຽງຈັນໃຕ້ ເວົ້າວ່າ:

"ຊ້າໆ ເພິ່ນວ່າເດືອນ 6 ວ່າຊັ້ນ, ແມ່ນແລ້ວ ເຊັນມອບໃຫ້ແລ້ວ ຕາມແມັດກາເຣ່ ສົມມຸດວ່າ ແມັດນຶ່ງ 2 ແສນກີບ ກະໄລ່ຕາມ ເນື້ອທີ່ ເຮົາເພິ່ນເອົາໄປຫັ້ນແຫຼະ.”

ເຈົ້າໜ້າທີ່ ຢູ່ເມືອງໄຊທານີ ທ່ານນຶ່ງ ກ່າວວ່າ ສໍາລັບຢູ່ເມືອງໄຊທານີ ກໍຍັງມີຄອບຄົວ ອີກຈໍານວນນຶ່ງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການດັ່ງກ່າວເທື່ອ, ຊຶ່ງໄດ້ຕິດຕາມຂ່າວ ຄວາມຄືບໜ້າ ຈາກຄະນະທີ່ກ່ຽວຂ້ອງ ຢູ່ເລືື້ອຍໆຢູ່, ແຕ່ປັດຈຸບັນ ກໍບໍ່ທັນມີ ຄວາມຄືບໜ້າເທື່ອ:

“ຄ່າຣົດໄຟຫັ່ນບໍ, ທາງຄະນະກັມມະການ ຍທຂ. ຂະເຈົ້າສເນີໄປແລ້ວ ຈັກໄດ້ບໍ່ໄດ້ ລະຂະເຈົ້າບໍ່ແຈ້ງຕື່ມຫັ້ນນະ, ວ່າຈະແຈ້ງ ຂຶ້ນມາ, ຕ້ອງໄດ້ກວດກາຄືນກ່ອນ.”

ທາງດ້ານເຈົ້າໜ້າທີ່ທ່ານນຶ່ງ ທີ່ຢູ່ໃນຄະນະໄກ່ເກັ່ຽ ຄ່າຊົດເຊີຍສິ່ງກີດຂວາງ ຂອງໂຄງການສ້າງທາງຣົດໄຟລາວ-ຈີນ ກ່າວວ່າ ການຊົດເຊີຍໃຫ້ແກ່ຊາວບ້ານ ທີ່ຖືກຜົລກະທົບ ຈາກ ໂຄງການນີ້ ຈະສໍາເຣັດພາຍໃນປີນີ້ຢ່າງແນ່ນອນ ກ່ອນຮອດມື້ ພິທີເປີດ ໂຄງການ ທາງຣົດໄຟ ລາວ-ຈີນ, ຊຶ່ງທຸກມື້ນີ້ ເຈົ້າໜ້າທີ່ໃນຫຼາຍແຂວງ ກໍກໍາລັງເລັ່ງວຽກໂຕນີ້ຢູ່, ທ່ານກ່າວວ່າ:

"ປີນີ້ ໃຫ້ມັນແລ້ວໝົດ ຊົດເຊີຍເກືອບໝົດແລ້ວ, ເພິ່ນກະເລັ່ງຢູ່ ມັນມີ ນອກແລວຫັ້ນ, ແລ້ວເພິ່ນກໍາລັງຊິສັງລວມໃໝ, ເພາະວ່າ ມັນຖືກໃນແລວ ແລ້ວເພິ່ນຊິສັງລວມ ຊົດເຊີຍໃຫ້ໃໝ່ ອີກ.”

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາສູນກາງ ຄະນະໄກ່ເກັ່ຽຄ່າຊົດເຊີຍ ສິ່ງກີດຂວາງ ສ້າງທາງຣົດໄຟລາວ-ຈີນ, ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ປະຕິເສດໃຫ້ສັມພາດ ແລະບໍ່ໃຫ້ຂໍ້ມູນ ໃດໆ.

ສໍາລັບການຊົດເຊີຍໃຫ້ແກ່ຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການສ້າງທາງ ຣົດໄຟ ລາວ-ຈີນ ເທື່ອຫຼ້າສຸດ ທີ່ວິທຍຸເອເຊັຽເສຣີ ໄດ້ຮັບຂໍ້ມູນ ເກີດຂຶ້ນຢູ່ບ້ານນາເຕີຍ ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ເມື່ອ ເດືອນກັນຍາ ປີ 2020 ໂດຍມີຊາວບ້ານໄດ້ຮັບ ຄ່າຊົດເຊີຍ ຈໍານວນ 35 ຄອບຄົວ, ແຕ່ບໍ່ມີການເປີດເຜີຍ ຂໍ້ມູນການຄ່າຊົດເຊີຍ.

ໃນບົດຣາຍງານ ຂອງໂຄງການສ້າງທາງ ຣົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ປະຈໍາເດືອນ ພຶສຈິກາ ປີ 2020 ຣະບຸວ່າການ ຊົດເຊີຍຊາວບ້ານ ຢູ່ແຂວງອຸດົມໄຊ ໄດ້ສໍາເຣັດໄປແລ້ວ 4 ງວດ ຮວມທັງໝົດ ຈໍານວນ 1,233 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ ປະມານ 133 ຕື້ກີບ ແລະໃນແຜນຊົດເຊີຍ ໃນງວດທີ່ 5 ມີທັງໝົດ 66 ຄອບຄົວ ມູນຄ່າທັງໝົດ 61 ຕື້ກີບ, ແຕ່ບໍ່ໄດ້ຣະບຸວ່າ ຈະຊົດເຊີຍໃຫ້ມື້ໃດ.

ມາຮອດປັດຈຸບັນ ໂຄງການສ້າງທາງຣົດໄຟລາວ-ຈີນ ຄວາມຍາວ 417 ກິໂລແມັດ ມີຄວາມຄືບໜ້າ ປະມານ 94% ມີກໍານົດເປີດ ພິທີໃຊ້ຢ່າງເປັນທາງການ ກ່ອນວັນຊາດທີ 2 ທັນວາ ປີ 2021 ນີ້, ແຕ່ໃນຂນະດຽວກັນ ມື້ເປີດ ກໍອາຈຖືກເລື່ອນອອກໄປຕື່ມ ຍ້ອນການຂໍທີ່ດິນ ຊາວບ້ານຢູ່ບາງທ້ອງຖິ່ນ ຍັງບໍ່ສາມາດຕົກລົງກັນໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.