ຄົນງານວຽດນາມ ທີ່ແຂວງຫົວພັນ


2013.04.22
F-huaphanh ຫີນຕັ້ງ ໃນແຂວງ ຫົວພັນ
RFA

ຄົນງານ ວຽດນາມ ຫລັ່ງໄຫລ ເຂົ້າມາເຮັດວຽກ ໃນໂຄງການ ສ້າງສນາມບິນ ນານາຊາດ ທີ່ ແຂວງຫົວພັນ.

ປັດຈຸບັນ ບໍຣິສັດ ຫົງອານໄກລານ ໄດ້ເລີ້ມນຳ ແຮງງານ ວຽດນາມ ຢ່າງຫລວງຫລາຍ ເຂົ້າມາເຮັດວຽກ ໃນໂຄງການ ສ້າງສນາມບິນ ນານາຊາດ ທີ່ບ້ານ ຫນອງຄ້າງ ເມືອງຊຳເຫນືອ ແຂວງຫົວພັນ ຫລັງຈາກ ມີິພິທີ ວາງສີລາເຣິກ ເມື່ອບໍ່ດົນ ຜ່ານມາ. ເຈົ້າຫນ້າທີ່ ແຂວງຫົວພັນ ທ່ານນຶ່ງເວົ້າວ່າ:

"ແຮງງານ ກຳລັງເລີ້ມມາ ເຂົາກໍໄປ ແຄ້ມຢູ່ພຸ້ນໂລດ ແຫລະ ເຂົາກໍໄປ ບ່ອນສນາມ ເຮັດວຽກ ປະມານ 30 ກິໂລແມັດ".

ທ່ານກ່າວ ຕໍ່ໄປວ່າ ໃນເບື້ອງຕົ້ນ ທາງ ບໍຣິສັດ ບໍ່ໄດ້ໃຫ້ ຂໍ້ມູນວ່າ ຈະເອົາແຮງງານ ມາຈາກໃສ ແຕ່ໃນ ປັດຈຸບັນ ກໍຮູ້ວ່າ ມີແຕ່ແຮງງານ ວຽດນາມ ເທົ່ານັ້ນ ແລະ ກໍຍັງບໍ່ ຮູ້ວ່າ ຂະເຈົ້າຈະຈ້າງ ແຮງງານລາວ ຫລືບໍ ຊຶ່ງໃນເວລານີ້ ເຈົ້າຫນ້າທີ່ ລາວກຳລັງ ລໍຖ້າຄຳຕອບ ຈາກ ບໍຣິສັດ ວຽດນາມ ຢູ່.

ເຖິງຢ່າງໃດ ກໍຕາມ ທ່ານຍອມຮັບວ່າ ໂຄງການສ້າງ ສນາມບິນ ແຫ່ງນີ້ ມີຄວາມ ເປັນໄປໄດ້ ສູງທີ່ຈະຈ້າງ ແຮງງານ ວຽດນາມ ຫລາຍກວ່າ ແຮງງານລາວ ເພາະຄ່າຈ້າງຖືກ ແລະ ແຮງງານລາວ ກໍຂາດຝີມື ທ່ານກ່າວ ເພີ້ມອີກວ່າ:

"ຄ່າແຮງງານ ບາງເທື່ອ ກໍຂ້ອນຂ້າງຖືກ ຄົນວຽດນາມ ແລ້ວກໍ ກຳລັງເຂົາ ຫລາຍຢູ່ ເຮົາກຳລັງ ກໍບໍ່ຫລາຍ ຊີ່ໄປເຮັດວຽກ ບາງເທື່ອ ກໍບໍ່ດຸເທົ່າເຂົາ ບໍ່ເກ່ັງເທົ່າເຂົາ".

ວ່າງຫລັງໆ ມານີ້ ຣັຖບານລາວ ມີແຜນການ ຈະເຊັນສັນຍາ ກັບ ຣັຖບານ ວຽດນາມ ເພື່ອຈະເອົາ ແຮງງານ ວຽດນາມ ເຂົ້າມາ ເຮັດວຽກ ໃນໂຄງການ ຕ່າງໆໃນລາວ ໃນອະນາຄົດ ແລະ ຣັຖບານລາວ ກໍຍອມຮັບວ່າ ຈຳເປັນຕ້ອງໄດ້ ເພີ່ງແຮງງານ ວຽດນາມ ເພື່ອໃຫ້ ຣະບົບ ເສຖກິດ ລາວ ມີການ ຂຍາຍຕົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.