ຊາວວຽດນາມລັກກັບເຂົ້າມາ ຂ.ບໍຣິຄຳໄຊ

ອຸ່ນແກ້ວ ສຸກສະຫວັນ
2016.12.08
F-Viet ຄົນວຽດນາມ ທີ່ ຄ້າຂາຍເຄື່ອງໃຊ້ ເຄື່ອນທີ່ ໃນລາວ
Screen captured from Laomade video

ຄົນງານວຽດນາມ ທີ່ບໍ່ໄດ້ຂຶ້ນ ທະບຽນ ແຮງງານ ຢ່າງຖືກຕ້ອງ ຕາມກົດໝາຍ ຍັງພາກັນລັກ ເຂົ້າມາ ເຮັດວຽກ ຢູ່ ແຂວງ ບໍຣິຄຳໄຊ ອີກ ຫຼັງຈາກ ທີ່ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ ກວດພົບ ຄົນງານ ທີ່ບໍ່ມີ ໃບອະນຸຍາດ ເຮັດວຽກ ແລະ ສົ່ງ ກັບຄືນ ປະເທດແລ້ວ ປະມານ 4 ພັນຄົນ ນັບແຕ່ ເດືອນກັນຍາ ຫາເດືອນ ຕຸລາ 2016 ຜ່ານມາ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ບໍຣິຄຳໄຊ ທ່ານນຶ່ງ ຕໍ່ເອເຊັຽ ເສຣີ ໃນວັນທີ 7 ທັນວາ ວ່າ:

"ຕອນຊ້ວງລະຍະເຮົາລົງກວດ ສະຖິຕິ ທີ່ວ່າ ເຮົາເກັບໄດ້ ແລະ ເຮົາຜັກດັນ ອອກເມືອ ຣະຫວ່າງ ທ້າຍເດືອນ 9 ທີ່ວ່າ ຖືກຜັກດັນກັບ ນີ້ນະ 4 ພັນ ມັນອອກຈາກ ດ່ານນະ ດ່ານຊາຍແດນ ເກັບ ສະຖິຕິໄດ້ 4 ພັນປາຍ ແລະ ຣະຫວ່າງ ທ້າຍເດືອນ 9 ນີ້ ມັນອອກ ໄປແລ້ວ ດຽວນີ້ ກໍທະຍອຍ ອອກມາອີກແລ້ວ ແຕ່ຍັງ ເກັບກຳບໍ່ໄດ້ ສະຖິຕິ ເຂົ້າມາໃໝ່ ນີ້".

ເຈົ້າໜ້າທີ່ກ່າວວ່າ ຈຳນວນແຮງງານ ທີ່ ຂຶ້ນທະບຽນ ຖືກກົດໝາຍ ມີປະມານ 2 ພັນຄົນ, ແຕ່ວ່າ ຈຳນວນທີ່ ຜິດກົດໝາຍ ເຈົ້າໜ້າທີ່ ກຳລັງ ຕິດຕາມ ກວດກາ ແລະ ເກັບກຳຂໍ້ມູນ ໂດຍ ພົວພັນ ກັບກົງສູນ ວຽດນາມ.

ຫລ້າສຸດ ກໍມີຣາຍງານວ່າ ມີຊາວວຽດນາມ ເຂົ້າມາທາງ ດ້ານຊາຍແດນ ລາວ-ວຽດນາມ ຫລື ດ່ານ ນ້ຳພາວ ໂດຍ ໃຊ້ວີຊາ ນັກທ່ອງທ່ຽວ ແຕ່ຫລັງຈາກ ເຂົ້າມາແລ້ວ ເຂົາເຈົ້າຈະຫາ ວຽກເຮັດ ແລະ ຢູ່ເລີຍ. ອີງຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່. ດັ່ງທ່ານ ກ່າວວ່າ:

"ສ່ວນຫຼາຍ ເຂົາເຈົ້າມາໃຊ້ ພັສປອດ ເຂົ້າມາແລ້ວ ໜີຊ້ອນຢູ່ ຂະເຈົ້າມານີ້ ແບບວ່າ ເຮັດແບບ ກໍ່ສ້າງ ຄາຣາໂອເກະ ເສີມສວຍ ຕົວນີ້ ສ່ວນຫຼາຍ ເຮົາມອບໃຫ້ ອ້າຍນ້ອງ ທາງເມືອງເຮົາ ເປັນຄົນຕິດຕາມ ລົງກວດກາ ເບິ່ງແຕ່ລະ ໜ່ວຍບ້ານ ດຽວນີ້ ທີມເຮົາ ກໍໄດ້ລົງ ກວດກາ ກ່ຽວກັບ ຜູ້ທີ່ວ່າ ບໍ່ໄດ້ຂຶ້ນ ທະບຽນ ຢູ່ເຮົານີ້ ລົງກວດແລ້ວ ເຮົາກໍຈະໄດ້ ມີການປັບໃໝ, ປັບໃໝແລ້ວ ເຮົາກໍເອົາ ສ່ວນເງິນ ຂອງ ຜູ້ຮ່ວມປັບໄໝ ເຂົ້າ ງົບປະມານ ຂອງຣັຖ ແລ້ວ ເຮົາກໍຜັກດັນ ກັບ".

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ການປັບໃໝ ຜູ້ທີ່ບໍ່ໄດ່ລົງທະບຽນນັ້ນ ຈະຕົກຢູ່ ຄົນລະ 1 ລ້ານ 2 ແສນກີບ ຫລັງຈາກນັ້ນ ຈະສົ່ງເຂົາເຈົ້າ ກັບຄືນ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.