ບັນຫາການຂາດຄົນງານ ຢູ່ລາວ
2015.03.30
ການ ສຳມະນາ ທີ່ ຈັດຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ ໃນ ວັນ ພະຫັດ ໃນ ຈຸດປະສົງ ກໍແມ່ນ ເພື່ອ ຊ່ອຍ ຜ່ອນຄາຍ ບັນຫາ ຫຍຸ້ງ ຍາກ ໃນການ ຈ້າງ ແຮງງານ ຂອງ ບໍຣິສັດ ວຽດນາມ ທີ່ ດຳເນີນ ທຸຣະກິດ ໃນ ລາວ. ການ ສຳມະນາ ຈັດຂຶ້ຶ້ນ ໂດຍ ກະຊວງ ແຮງ ງານ ແລະ ສວັດດີການ ສັງຄົມ ສປປລາວ ເປັນ ປະທານ ໂດຍ ຍານາງ ບົວຄຳ ຂັດຕະຍະ ຮອງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ຮ່ວມດ້ວຍ ທີ່ ປືກສາ ຈາກ ກະຊວງ ຂອງ ວຽດນາມ ທ່ານ ຕຣັນ ມັນກົວ ພ້ອມທັງ ຕົວແທນ ບໍຣິສັດ ຈາກ ທັງສອງ ປະເທດ ເຂົ້າຮ່ວມ ນໍາ.
ການ ສຳມະນາ ຄັ້ງນີ້ ແມ່ນ ເພື່ອ ແນະນຳ ໃຫ້ ກະຊວງ ແຮງງານ ແລະ ຫນ່ວຍງານ ທີ່ ກ່ຽວຂ້ອງ ບັງຄັບ ໃຊ້ ຂໍ້ ຕົກລົງ ການ ຮ່ວມມື ທາງດ້ານ ແຮງງານ ທີ່ ລົງນາມ ຮ່ວມກັນ ຣະຫວ່າງ ສອງ ຣັຖບານ,ລາວ ແລະ ວຽດນາມ ພ້ອມທັງ ໃຫ້ ສິດ ພິເສດ ແກ່ ນັກ ທຸຣະກິດ ວຽດນາມ ໃນການ ລົງທຶນ ຢູ່ລາວ.
ທາງການ ລາວ ແລະ ກະຊວງ ແຮງງານ ລາວ ຖືວ່າ ແຮງງານ ວຽດນາມ ເປັນ ພາກສ່ວນ ຂອງ ແຮງງານ ໃນລາວ ຮອງ ຣັຖມົນຕຣີ ແຮງງານ ລາວ ຍັງໄດ້ ຮຽກຮ້ອງ ໃຫ້ ບັນດາ ນັກ ທຸຣະກິດ ການຄ້າ ວຽດນາມ ແລະ ແຮງງານ ວຽດນາມ ໃນ ລາວ ປະຕິບັດ ຕາມ ກົດຫມາຍ ແລະ ຣະບຽບ ແຮງງານ ຂອງ ປະເທດ ເຈົ້າພາບ ເພື່ອ ຄ້ຳ ປະກັນ ຄວາມ ສຳເຣັດ ແລະ ຄວາມ ສະດວກ ສະບາຍ ໃນ ການ ມາ ເຮັດວຽກ ແລະ ລົງທຶນ ໃນລາວ.