ຊາວວັງວຽງດີໃຈໂຄງການ ແຫຼ່ງທ່ອງທ່ຽວ ຍົກເລີກ
2019.03.11

ຊາວເມືອງວັງວຽງ ແຂວງວຽງຈັນ ຈໍານວນນຶ່ງ ຮູ້ສຶກດີໃຈນໍາ ການຍົກເລີກໂຄງການພັທນາ ແຫລ່ງທ່ອງທ່ຽວ ຂອງກຸ່ມພັທນາເຂດເສຖກິດ ສະເພາະບໍ່ເຕນລາວ ຈໍາກັດຂອງຈີນ ໃນເຂດເມືອງຂອງຕົນ ຍ້ອນວ່າຊາວບ້ານຫຼາຍຄົນ ບໍ່ຢາກເສັຍດິນໄຮ່ດິນນາ ແລະບ້ານເຮືອນໃຫ້ແກ່ ໂຄງການດັ່ງກ່າວ ອັນຈະເຮັດໃຫ້ເກີດຄວາມເດືອດຮ້ອນ ຫລາຍກວ່າທີ່ຈະໄດ້ຜົລປໂຍດ, ອີງຕາມຄໍາເວົ້າຂອງ ຊາວບ້ານປາກເປາະ ເມືອງ ວັງວຽງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິນາ ນີ້:
"ມາເບິ່ງສະພາບກະດີໃຈຫັ້ນແຫລະ, ເປັນໄຮ່ເປັນນາ ກະບໍ່ຢາກເສັຍໄປ ແມ່ນແທ້ເຣຶ່ອງຄ້າເຣຶ່ອງຂາຍ ຂາຍໄປແລ້ວຫັ້ນນະ, ເຮົາສິໄປ ຢູ່ໃສ, ຊອກຢູ່ຫາກິນແບບເດີມໆ ນີ້ມັນກະມັນເຮັດທຸຣະກິດບໍ່ເປັນ ມັນບໍ່ມາກວມວ່າຊັ້ນສະ."
ທ່ານເວົ້າຕື່ມວ່າ ໃນຣະຍະທີ່ທາງບໍຣິສັດດັ່ງກ່າວ ໄດ້ສົ່ງເຈົ້າໜ້າທີ່ ມາວັດແທກດິນປະຊາຊົນ 3 ບ້ານ ຄືບ້ານຫ້ວຍສະຫງົ້າ, ບ້ານພູດິນແດງ ແລະບ້ານປາກເປາະນັ້ນ ຊາວບ້ານຫລາຍຄົນ ຕື່ນຕົກໃຈ ຍ້ອນຢ້ານເສັຍທີ່ດິນ ແລະຖືກໃຫ້ ໂຍກຍ້າຍໄປຢູ່ ບ່ອນໃໝ່. ເຖິງແມ່ນວ່າທາງ ໂຄງການ ຈະໃຫ້ຄ່າຊົດເຊີຍ ແຕ່ກໍເຊື່ອວ່າຈະບໍ່ກຸ້ມກິນ ແລະບໍ່ພຽງພໍທີ່ຈະນໍາໃຊ້ໄດ້ຫຼາຍປີ.
ໃນຂນະດຽວກັນ ກໍມີຊາວບ້ານພູດິນແດງ ທ່ານນຶ່ງກ່າວວ່າ ການທີ່ໂຄງການພັທນາແຫລ່ງທ່ອງທ່ຽວ ຖືກຍົກເລີກໄປນັ້ນ ຕົນບໍ່ຢາກເຫັນດີ ນໍາປານໃດ ຍ້ອນວ່າ ຖ້າບໍ່ມີໂຄງການພັທນາເຂົ້າມາ ກໍຈະເຮັດໃຫ້ທ້ອງຖິ່ນ ນີ້ບໍ່ມີຄວາມຈະເຣີນ ແລະປະຊາຊົນ ກໍຈະທຸກຍາກຢູ່ຄືເກົ່າ; ດັ່ງທີ່ທ່ານກ່າວວ່າ:
"ຢາກໃຫ້ມັນເກີດຫັ້ນແຫລະ ຕ້ອງມີໂຄງການ ຕ້ອງມີບໍຣິສັດເບາະ ອັນໃດອັນນຶ່ງຫັ້ນແຫລະ ເຂົ້າມາພັທນາ ດີແທ້ກະໃຫ້ມັນເກີດຫັ້ນແຫລະ ກະຢາກໃຫ້ມັນມີການພັທນາ."
ກ່ຽວກັບການຍົກເລີກໂຄງການພັທນາ ແຫລ່ງທ່ອງທ່ຽວ ໃນເຂດເມືອງວັງວຽງນັ້ນ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນໄດ້ອອກໜັງສື ແຈ້ງການ ລົບລ້າງໂຄງການສຶກສາ ຄວາມເປັນໄປໄດ້ ໃນການພັທນາແຫລ່ງທ່ອງທ່ຽວ ໃນບ້ານຫ້ວຍ ສະເຫງົ້າ, ບ້ານພູດິນແດງ ແລະບ້ານ ປາກເປາະ ໃນມື້ວັນທີ 1 ກຸມພາ 2019. ແຕ່ບໍ່ໄດ້ຊີ້ແຈງເຫດຜົລ ຂອງການຍົກເລີກຢ່າງຄັກແນ່ ຊຶ່ງກ່ອນໜ້ານີ້ ກຸ່ມພັທນາເຂດເສຖກິດ ສະເພາະ ບໍ່ເຕນລາວຈໍາກັດ ຂອງຈີນ ໄດ້ລົງນາມ ໃນສັນຍາກ່ຽວກັບ ການສຶກສາຄວາມ ເປັນໄປໄດ້ ກັບທາງການແຂວງວຽງຈັນ ເມື່ອວັນທີ 19 ສິງ ຫາ 2018 ທີ່ຜ່ານມາ.