ຊາວຄ້າຂາຍຢູ່ວັງວຽງ ບໍ່ຢາກຍ້າຍ
ຊາວບ້ານ ທີ່ ເປີດຮ້ານຂາຍເຄື່ອງ ຢູ່ ເດີ່ນເຮືອບິນ ເກົ່າ ເມືອງວັງວຽງ ຍັງລັງເລ ບໍ່ຢາກຍ້າຍ ອອກໃຫ້ ໂຄງການພັທນາ ຂອງ ນັກລົງທຶນ ຈີນ.
-
ສຸພັດຕາ
2019-02-14 -
-
-
Your browser doesn’t support HTML5 audio
ຊາວບ້ານທີ່ເປີດຮ້ານຂາຍເຄື່ອງປະມານ 30 ຮ້ານ ແລະ ຕລາດສົດຢູ່ເດີ່ນເຮືອບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ, ບໍ່ຢາກຍ້າຍໄປຂາຍ ເຄື່ອງຢູ່ບ່ອນໃໝ່ ເພາະວ່າພວກຂະເຈົ້າ, ຍັງຊອກຫາພື້ນທີ່ຕັ້ງຮ້ານໃໝ່ບໍ່ໄດ້. ຕາມການເປິດເຜີຍຂອງຊາວບ້ານ ທີ່ຕັ້ງຮ້ານຂາຍເຄື່ອງຢູ່ ເດີ່ນເຮືອບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ, ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ກຸມພາ ນີ້:
“ພວກຕະຫຼາດຂາຍຂອງກິນສຸກ, ເຂົາຍັງບໍ່ອອກ, ເຂົາກໍຂາຍຢູ່ບ່ອນເກົ່າຫັ່ນແຫຼະ, ຕົວໃດທີ່ວ່າຖືກແລ້ວ, ຮົ້ວແລ້ວ, ເຂົາກໍຕ້ອງອັດໆມາຢູ່ ທາງໜ້າເດີ່ນເລກ 13 ເໜືອນີ້, ບາດນີ້ສິມ້າງໝົດແລ້ວເນາະ, ຖ້າລົມນໍາເຂົາຢູ່ ເຂົາບີບມາຄັກໆ ກ່ອນຄ່ອຍຍ້າຍ, ຈັ່ງຄ່ອຍໜີອອກບາດ ສຸດທ້າຍ, ຊອກບ່ອນເຊົ່າ, ເຂົາທາແລ້ວ, ສິເຮັດປຸບປັບເຮັດໂລດເນາະ, ຂົນຈອກຂົນຈັກມາແລ້ວ ຈັ່ງສິຍ້າຍໃຫ້ເຂົາ, ຊອກບ່ອນຢູ່ບ່ອນເຊົາ ກ່ອນ.”
ທ່ານກ່າວຕື່ມອີກວ່າ, ນັບແຕ່ມື້ຣັຖບານລາວອະນຸຍາດໃຫ້ບໍຣິສັດຈີນ ເຂົ້າມາສັມປະທານເດີ່ນຍົນເກົ່າ, ທາງການລາວກໍບອກພຽງແຕ່ວ່າ ໃຫ້ໂຍກຍ້າຍອອກຈາກເດີ່ນຍົນໂດຍໄວທີ່ສຸດ, ແລ້ວກໍ່ບໍບອກວ່າ ຈະໃຫ້ຍ້າຍໄປຂາຍເຄື່ອງຢູ່ບ່ອນໃດ, ເຮັດໃຫ້ຊາວບ້ານອຸກໃຈ, ຍ້ອນ ຫລາຍຄົນກໍທຸກຍາກ, ຈຶ່ງພາກັນມາຂາຍເຄື່ອງຢູ່ຮ້ານນ້ອຍໆນີ້, ພໍຫາເງິນຊື້ເຂົ້າໃຫ້ຄອບຄົວກິນໄປແຕ່ລະມື້, ບາງຄົນກໍຕ້ອງຫາເງິນເພື່ອ ສົ່ງລູກຮຽນໜັງສືນໍາ.
ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງວັງວຽງທ່ານນຶ່ງເວົ້າວ່າ, ບໍຣິສັດລາວ ຢີຈີນ ກຣຸບ (Lao Yijin Group), ຂອງຈີນ ເຂົ້າມາປັກຫລັກ ລ້ອມຮົ້ວເດີ່ນຍົນເກົ່າ ເກືອບສໍາເຣັດ ຮ້ອຍສ່ວນຮ້ອຍແລ້ວ, ປັດຈຸບັນຍັງລໍຖ້າແຕ່ຊາວບ້ານ ທີ່ເປີດຮ້ານຂາຍເຄື່ອງ ແລະ ຕລາດສົດຍ້າຍອອກໄປ, ໂດຍບໍ່ຈ່າຍຄ່າຊົດເຊີຍໃດໆ, ຍ້ອນທາງການບອກວ່າ ດິນບ່ອນນີ້ ເປັນດິນຂອງຣັຖ ດັ່ງທ່່ານກ່າວວ່າ:
“ຍັງບໍ່ໄດ້ເລີ່ມຍັງບໍ່ໄດ້ເຮັດ, ເພິ່ນສິໃຫ້ອອກແລ້ວ, ແຕ່ວ່າດຽວນີ້ເພິ່ນຍັງບໍ່ໄດ້ໂຄງການ, ມີແຕ່ເພິ່ນເລີ່ມ ເຄັຽຄົນຢູ່, ຍັງຫຼາຍປີກວ່າສິແລ້ວ.”
ຣັຖບານລາວ ອະນຸຍາດໃຫ້ ບໍຣິສັດ ລາວ ຢີຈິນ ກຣຸບ (Lao Yijin Group) ຂອງຈິນ, ສັມປະທານເດີ່ນຍົນເກົ່າ ເມືອງວັງວຽງ ໃນເນື້ອທີ່ 16 ພັນປາຍເຮັກຕາ ແຕ່ມື້ວັນທີ່ 15 ກຸມພາ 2018 ເປັນຕົ້ນມາ ເປົ້າໝາຍເພື່ອພັທນາເປັນແຫຼ່ງທ່ອງທ່ຽວ ຄົບວົງຈອນ ຊຶ່ງໃນນັ້ນຮວມທັງ ໂຮງແຮມຫລູຫລາ 5 ດາວ, ໂຮງໝໍເອກກະຊົນ ທີ່ທັນສມັຍ, ແລະໂຮງກາຊິໂນ (Casino) ໃນມູນຄ່າກໍ່ສ້າງ ປະມານ 200 ລ້ານໂດລາ ສະຫະຣັຖ, ໂດຍຄາດວ່າ ຈະສ້າງສໍາເຣັດ ໃນປີ 2021.