ໂຄງການຣົດໄຟຍັງບໍ່ ຊົດເຊີຍ ຊາວວຽງຈັນ

ສຸພັດຕາ
2020.02.18
f-railway-vangvieng ການກໍ່ສ້າງ ທາງຣົດໄຟ ໃນເຂດເມືອງວັງວຽງ ແຂວງວຽງຈັນ
RFA/AS

ປະຊາຊົນບ້ານຫິນເຫີບໃຕ້ ເມືອງຫິນເຫີບແຂວງວຽງຈັນ ຈໍານວນ 10 ຄອບຄົວທີ່ເສັຽດິນນາ ໃຫ້ແກ່ໂຄງການສ້າງທາງຣົດໄຟ ລາວ-ຈີນ ຍັງລໍຖ້າ ການຊົດເຊີຍ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ ເຊິ່ງພວກເຂົາເຈົ້າ ໄດ້ຮັບຄວາມເດືອດຮ້ອນຫຼາຍ ຍ້ອນບໍ່ມີດິນປູກເຂົ້າແລະພືດຕ່າງໆ ໄດ້ອີກ ນັບຕັ້ງແຕ່ທາງການ ໄດ້ເອົາເນື້ອທີ່ດັ່ງກ່າວ ໃຫ້ໂຄງການສ້າງທາງຣົດໄຟ ແຕ່ການຊົດເຊີຍນັ້ນ ພັດຫຼ້າຊ້າ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກຸມພານີ້ວ່າ:

“ການຊົດເຊີຍ ສໍາລັບທາງຣົດໄຟນິ່ ຖືວ່າຍັງບໍ່ທັນໄດ້ຊົດເຊີຍເນາະ ເປັນຂອງພໍ່ແມ່ປະຊາຊົນຫັ່ນນະ ຫຼືວ່າເປັນດິນດອນຕ່ອນຫຍ້າ ຍັງບໍ່ ທັນໄດ້ແຕະຕ້ອງຈັກໜ່ອຍຫັ້ນນະ ກໍຢາກໃຫ້ຮູ້ເຫດຜົນ ວ່າຢາກໃຫ້ທາງການຊົດເຊີຍ ເພື່ອວ່າສ້າງພັທນາດິນນາ ດິນຫຍັງຄືນໃໝ່ຫ່ັນນາ.”

ທ່ານເວົ້າວ່າ ຮອດປັດຈຸບັນ ທາງຄນະຮັບຜິດຊອບ ເຣື່ອງການຊົດເຊີຍ ຜົນກະທົບ ຍັງບໍ່ໄດ້ແຈ້ງຄວາມຄືບໜ້າ ມາວ່າຈະມີການຊົດເຊີຍແກ່ ປະຊາຊົນ ອີກຕື່ມເມື່ອໃດ ເຖິງແມ່ນວ່າ ຈະທວງຖາມໄປແລ້ວກໍຕາມ, ສ່ວນປະຊາຊົນທີ່ເສັຍ ເຮືອນ ໃຫ້ແກ່ໂຄງການນີ້ ສ່ວນໃຫຍ່ກໍໄດ້ ຮັບຄ່າຊົດເຊີຍໄປແລ້ວ ແລະເອົາເງິນນັ້ນໄປຊື້ດິນ ແລະປຸກເຮືອນຫຼັງໃໝ່ ແຕ່ກໍມີບາງຄອບຄົວ ຈົ່ມວ່າ ຄ່າຊົດເຊີຍ ບໍ່ພໍຕໍ່ການສ້າງເຮືອນ ຕ້ອງໄດ້ໄປກູ້ຢືມເງິນມາຕື່ມ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການປົກຄອງ ເມືອງຫິນເຫີບ ເພື່ອຖາມກ່ຽວກັບ ຄວາມຄືບໜ້າ ການຊົດເຊີຍ ຄ່າດິນນາ ຂອງ ປະຊາຊົນ ໄດ້ຮັບຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ບໍ່ສະດວກໃຫ້ຂໍ້ມູນ.

ໃນຂນະດຽວກັນ ປະຊາຊົນ ຈໍານວນນຶ່ງ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການນີ້ເທື່ອ ຍ້ອນ ຍັງມີບັນຫາ ເຣື່ອງໃບຕາດິນທີ່ຈະຕ້ອງໄດ້ຮັບການແກ້ໄຂ ຊຶ່ງທາງໂຄງການ ຍັງບໍ່ສາມາດສ້າງຫຍັງ ໃສ່ດິນຂອງພວກເຂົາເຈົ້າ ໄດ້ເທື່ອ, ດັ່ງປະຊາຊົນ ຄົນນຶ່ງກ່າວວ່າ:

“ໃບຕາດິນ ຂອງເພິ່ນ ບໍ່ແມ່ນໃບຕາດິນຖາວອນ ແລ້ວຂະເຈົ້າຊິຈ່າຍແຕ່ຄ່າປຸກສ້າງ ຂະເຈົ້າຫັ່ນບອກວ່າບໍ່ໄດ້ ຂະເຈົ້າຕ້ອງໄດ້ຄ່າດິນ ເພາະວ່າຂະເຈົ້າຊື້ມາ ທາງການຈັດຕັ້ງ ເພິ່ນກະວ່າ ຄັນບໍ່ໄດ້ແລ້ວບໍ່ຟ້າວອອກ ຄັນອອກແລ້ວ ຢ້ານບ້ານເພິ່ນ ກະສູ້ໃຫ້ບໍ່ໄດ້ ກະໃຫ້ ເພິ່ນຢູ່ຫັ່ນໄປກ່ອນ.”

ສ່ວນປະຊາຊົນ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ມີແຜນຈະໄດ້ຮັບ ການຊົດເຊີຍ ເພີ້ມຕື່ມ ພາຍໃນເດືອນນີ້ ມູນຄ່າການຊົດເຊີຍ ປະມານ 60 ປາຍຕື້ກີບ ແຕ່ຍັງບໍ່ທັນຮູ້ວ່າ ຈະໄດ້ຈັກ ຄອບຄົວ, ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ແມ່ນເບື້ອງອາທິດໜ້າຕິ ເຂົ້າວ່າ ງວດທີສາມ ມີຫຼາຍບ້ານຢູ່.”

ເມື່ອເດືອນ ພຶສຈິກາ ປີ 2019 ຜ່ານມານີ້ ຄນະກັມມະການ ໄກ່ເກັ່ຽສິ່ງກີດຂວາງ ໂຄງການສ້າງທາງຣົດໄຟ ລາວ-ຈີນ ຂັ້ນທ້ອງຖິ່ນ ຣາຍງານວ່າ ໄດ້ຈ່າຍຄ່າຊົດເຊີຍ ສິ່ງກີດຂວາງ ໃນໂຄງການດັ່ງກ່າວ ສໍາເຣັດແລ້ວ 5 ງວດ ໃນທົ່ວ ປະເທດ ຫຼືພຽງອີກ 2 ງວດ ກໍຈະຊົດເຊີຍສໍາເຣັດ 100%, ມາຮອດປັດຈຸບັນ ໂຄງການສ້າງທາງຣົດໄຟ ລາວ-ຈີນ ມີຄວາມຄືບໜ້າແລ້ວ ປະມານ 80 ປາຍສ່ວນຮ້ອຍ ໂດຍມີກໍານົດເປີດໃຊ້ ໃນທ້າຍປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.