ຊາວບ້ານຊຽງດາກັງວົນນໍາ ທີ່ດິນ

ຈໍາປາທອງ
2015.12.24
F-Xiengda ເສັ້ນທາງໃນເຂດ ບຶງທາດຫຼວງ ທີ່ຈະມີການພັທນາ
Screen captured from That Luang Marshlands video

ປັດຈຸບັນ ຊາວບ້ານ ຊຽງດາ 40 ຄົນ ຢູ່ເມືອງ ໄຊເສດຖາ ບໍ່ພໍໃຈນໍາ ຜົລກະທົບ ຕໍ່ທີ່ດິນ ຂອງພວກຕົນ ຈາກໂຄງການ ທາງ ດ່ວນ ຈາກ ບ້ານດອນ ນົກຂຸ້ມ ຜ່ານ ເຂດ ເສຖກິດ ບຶງທາດຫຼວງ ເຖິງ ບ້ານຊຽງດາ ຫລັງຈາກ ຮູ້ວ່າ ຈະໄດ້ຮັບ ຄ່າຊົດເຊີຍ ພຽງແຕ່ 10 ໂດລາ ສະຫະຣັຖ ຕໍ່ ແມັດມົນທົນ ຫລືອາຈ ໜ້ອຍກວ່ານັ້ນ ຊຶ່ງ ເປັນຣາຄາ ຕໍ່າກວ່າຣາຄາ ຕລາດຫຼາຍ. ຕາມຄໍາເວົ້າ ຂອງ ຊາວບ້ານ ຊຽງດາ. ທ່ານເວົ້າວ່າ:

“ໂຄງການ ດັ່ງກ່າວ ຈະກວມເອົາ ດິນ ຂ້າງທາງ ເບື້ອງລະ 200 ແມັດ ໃນໄລຍະ ທາງ 9.5 ກິໂລແມັດ ຊຶ່ງ ສ່ວນໃຫຍ່ ຈະກວມເອົາ ພື້ນທີ່ ການຜລິດ ຂອງ ປະຊາຊົນ". ຜ່ານມາ ຕົນກໍເຄີຍ ໄດ້ຍິນຫາງສຽງ ໃນສັງຄົມ ຈົ່ມເຖິງ ເຣຶ່ອງນີ້ຢູ່ ແຕ່ບໍ່ຮູ້ສຶກ ເຖິງຄວາມ ບໍ່ພໍໃຈ ປານໃດ ເພາະ ບໍ່ໄດ້ຮັບ ຜົລກະທົບ ນໍາ”.

ກ່ຽວກັບ ເຣຶ່ອງນີ້ ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ທ່ານນຶ່ງ ກ່າວວ່າ ໂຄງການ ທາງດ່ວນ ທີ່ວ່ານັ້ນ ຍັງເປັນ ແຜນການ ໃນ ອະນາຄົດ, ຍັງບໍ່ທັນໄດ້ ອອກແບບ ຣະອຽດເທື່ອ ວ່າຈະຕັດ ຜ່ານ ເຂດໃດແດ່ ແລະ ຂ່າວທີ່ວ່າ ຈະເອົາດິນ ເບື້ອງລະ 200 ເເມັດ ນັ້ນ, ບໍຣິສັດ ກໍ່ສ້າງ ແລະ ທາງການລາວ ຍັງບໍ່ເປັນ ເອກພາບ ກັນເທື່ອ:

"ບໍ່ ໂຕນີ້ ເບື້ອງລະ 200 ແມັດ ແມ່ນເປັນສເນີ ຣະຫວ່າງ ຜູ້ທີ່ ສິເຮັດທາງ ໝາຍເຖິງວ່າ ຜູ້ພັທນາຫັ້ນ ທາງເຮົາ ຍັງບໍ່ທັນ ໄດ້ ຕົກລົງກັນ ເທື່ອ ວ່າສິເຮັດ ແບບໃດແທ້ ແລະ ທາງ ສິອອກ ເສັ້ນໃດແທ້ ພວກເຮົາ ຍັງບໍ່ໄດ້ ມີຣາຍະອຽດ ຕົວນັ້ນ ຕົວນີ້ແມ່ນ ເພິ່ນຍັງໂຈະໄວ້ ຢູ່".

ແຕ່ ໜັງສືພິມ ທາງການລາວ ຣາຍງານວ່າ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ໄດ້ ປະກາດ ໃຫ້ ປະຊາຊົນ ທີ່ ມີດິນຢູ່ ເສັ້ນທາງ ດັ່ງກ່າວ ຮູ້ແລ້ວ ໃນ ວັນທີ 16 ທັນວາ 2015, ເຮັດໃຫ້ ຊາວບ້ານ ຕົກໃຈ ເມື່ອເຫັນຊື່ ຂອງຕົນ ຢູ່ໃນບັນຊີ ຣາຍຊື່ ຜູ້ທີ່ຈະໄດ້ ຮັບ ຜົລກະທົບ ແລະ ໄດ້ຄ່າຊົດເຊີຍ ຄວາມເສັຽຫາຍ ພຽງ 10 ໂດລາ ສະຫະຣັຖ ຕໍ່ດິນ 1 ແມັດ ມົນທົນ ເພາະ ກ່ອນໜ້ານັ້ນ ເຄີຍມີ ນັກລົງທຶນ ມາຂໍຊື້ ດິນ ໃນຣາຄາ 115 ໂດລາ ສະຫະຣັຖ ຕໍ່ ແມັດມົນທົນ, ແຕ່ ຕົນບໍ່ຂາຍ. ຖນົນ ສາຍນີ້ ມີມູນຄ່າ ການກໍ່ສ້າງ ຫຼາຍ ກວ່າ 150 ລ້ານ ໂດລາ ສະຫະຣັຖ. ເມື່ອ ກໍ່ສ້າງແລ້ວ ຈະກວ້າງ 25 ແມັດ ໂດຍ ບໍ່ນັບທາງ ຄົນຍ່າງ ເຂົ້ານໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.