ນະຄອນຫຼວງວຽງຈັນ ນຳໃຊ້ລະບົບການເສັຍພາສີ ອອນລາຍນ໌

ນະຄອນຫລວງວຽງຈັນ ປ້ອງກັນການສໍ້ຣາສບັງຫລວງ ໂດຍໃຫ້ທຸຣະກິຈທຸກປະເພດ ຈ່າຍອາກອນຜ່ານລະບົບ ເອເລັກໂທຣນິກ (ອອນລາຍນ໌) ແລະທະນາຄານເທົ່ານັ້ນ ເຊິ່ງລະບົບນີ້ ອາດສາມາດປ້ອງກັນການເກັບເງິນພາສີ ບໍ່ໃຫ້ລອດຫຼຸດ ອອກນອກລະບົບຫຼາຍ ເມື່ອທຽບໃສ່ການເກັບເງິນສົດ.

ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ, ເດືອນສິງຫາ ປີ 2023. ນັກຂ່າວ ພົລເມືອງ

ຫ້ອງການສ່ວຍສາອາກອນ ປະຈໍານະຄອນຫລວງວຽງຈັນ ແຈ້ງໃຫ້ພະນັກງານ ສ່ວຍສາອາກອນ 9 ຕົວເມືອງ, ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີີ່ມີຫ້ອງແຖວ, ຕຶກອາຄານ, ອາຄານພານິດ ແລະຫົວໜ່ວຍວິສາຫະກິຈ ທຸກປະເພດ ແຈ້ງ ແລະມອບອາກອນ ດ້ວຍຕົນເອງ ໃນແບບອອນລາຍນ໌ ຜ່ານລະບົບເກັບລາຍຮັບພາສີ-ອາກອນ TaxRIS ແລະຊໍາລະຜ່ານລະບົບທະນາຄານ,  ຫ້າມເດັດຂາດບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະການຈັດຈັ້ງ ຊໍາລະພັນທະອາກອນ ຫລືມອບເງິນສົດ ຜ່ານເຈົ້າໜ້າທີ່ສ່ວຍສາອາກອນ, ພະນັກງານອາສາສມັກ ເພື່ອໄປມອບເງິນແທນຕົນເອງ ແລະຫ້າມເດັດຂາດບໍ່ໃຫ້ສ່ວຍສາອາກອນປະຈໍາເມືອງ ແຕ່ງຕັ້ງອາສາ ສມັກລົງໄປພົວພັນ, ຄິດໄລ່ເກັບພັນທະອາກອນນັ້ນ, ການຊໍາລະເງິນຕ້ອງຜ່ານທະນາຄານ, ຜ່ານລະບົບ TaxRIS ເພື່ອຫລີກລ່ຽງການສໍ້ຣາສ ບັງຫລວງ ແລະເງິນຮົ່ວໄຫລ.

ດັ່ງເຈົ້າໜ້າທີ່ ຜແນກການເງິນ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ສິງຫານີ້ວ່າ:

ຕ້ອງໄດ້ຜ່ານທະນາຄານກະໄດ້ເນາະ ເຄົ້າເຕີກະໄດ້. ເສັຽຢູ່ໃນລະບົບ Tax Service ເນາະ ເວລາເຮົາຈະຢູ່ຕ່າງປະເທດ, ຢູ່ຕ່າງແຂວງກະໄດ້ ຂໍແຕ່ໃຫ້ມີເລກ ແລ້ວກະເຮົາແຈ້ງເສັຽອາກອນ ເປັນແຕ່ລະເດືອນຫັ້ນເນາະ. ພົບບັນຫາຫຍັງ ບ່ອນທີ່ວ່າບໍ່ມີສັນຍານ ສັນຍານອິນເຕີແນັດຫັ້ນນ່າ ມັນໄປບໍ່ທົ່ວບໍ່ເຖິງຫັ້ນ.

ທ່ານກ່າວຕື່ມວ່າ ການຈ່າຍອາກອນ ຜ່ານລະບົບທີ່ວ່ານັ້ນ ຈະຊ່ອຍໃຫ້ນະຄອນຫລວງວຽງຈັນ ສາມາດເກັບອາກອນໄດ້ ຕາມເປົ້າໝາຍ ແລະບໍ່ເກີດການຮົ່ວໄຫລ ຄືທີ່ຜ່ານມາ ຊຶ່ງກວດສອບບໍ່ໄດ້, ແຕ່ການເສັຍອາກອນແບບທີ່ວ່ານີ້ ຍັງຈະບໍ່ທັນປະຕິບັດໄດ້ທົ່ວ ນະຄອນຫລວງວຽງຈັນ ເພາະບາງເມືອງ, ບາງເຂດໄກຕົວເມືອງ ບໍ່ມີສັນຍານອິນເຕີເນັດ ຍັງຈະມີການຈ່າຍ ເປັນເງິນສົດຢູ່, ແຕ່ເຈົ້າໜ້າທີ່ ທີ່ໄປເກັບນັ້ນ ຕ້ອງໄດ້ຖືກແຕ່ງຕັ້ງ ຈາກຜແນກການເງິນນະຄອນຫລວງ ແລະມີໃບຢັ້ງຢືນຄັກແນ່.

ຜູ້ປະກອບການ ໃນນະຄອນຫລວງວຽງຈັນ ຄົນນຶ່ງເວົ້າໃນມື້ດຽວກັນນີ້ວ່າ ດຽວນີ້ ຈ່າຍອາກອນຜ່ານລະບົບ TaxRIS ຫລື ຈ່າຍຜ່ານທະນາຄານ ມີຄວາມສະດວກກວ່າເກົ່າ ແລະໝັ້ນໃຈວ່າ ເງິນພາສີ-ອາກອນ ທີ່ມອບໃຫ້ຣັຖຈະບໍ່ຮົ່ວໄຫລໄປໃສ, ບໍ່ໄດ້ຈ່າຍເງິນ ສົດໃຫ້ເຈົ້າໜ້າທີ່ ຄືໄລຍະທີ່ຜ່ານມາ.

ເພາະວ່າດຽວນີ້ ເຂົາບໍ່ຢາກໃຫ້ຜ່ານມືບຸກຄົນຫັ້ນແຫລະ ເຂົາໃຫ້ໄປຖອກຢູ່ອາກອນເລີຍ ແຕ່ກ່ອນລະພະນັກງານອາກອນລົງໄປເກັບ. ດຽວນີ້ບໍ່ ເຂົາໃຫ້ໄປຖອກເອງ ຢູ່ຫ້ອງການຄັງເງິນເລີຍ.

ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ວິທີການຈ່າຍເງິນແບບທີ່ວ່ານັ້ນ ເປັນແນວທາງປະຕິບັດທີ່ດີ ເພາະມັນຈະຊ່ອຍໃຫ້ກວດສອບໄດ້ ເພາະທີ່ຜ່ານມາ ບໍ່ສາມາດກວດສອບໄດ້ ເນື່ອງຈາກວ່າ ຈ່າຍອາກອນ ເປັນເງິນສົດ ແລະບໍ່ມີໃບຢັ້ງຢືນ ເປັນຫລັກຖານ ຂະນະທີ່ມາຕການປາບປາມ ການສໍ້ຣາສບັງຫລວງ ບໍ່ເຂັ້ມງວດເທົ່າທີ່ຄວນ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 21 ສິງຫານີ້ວ່າ:

ຖ້າວ່າເງິນພາສີ ອາກອນຮົ່ວໄຫລອອກ ແນ່ນອນລາຍຮັບຂອງປະເທດຈະໄດ້ຮັບໜ້ອຍລົງເນາະ ຄໍຣັບຊັ້ນຫລາຍຄົນກໍຈົ່ມຢູ່ໄດ໋. ຄັນວ່າເຂົ້າອອນລາຍກະຊິໄຄໜ້ອຍນຶ່ງ ເພາະວ່າມັນບໍ່ໄດ້ຜ່ານຄົນເນາະ.

ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ທີ່ມີທຸຣະກິຈ ຂົນສົ່ງສິນຄ້າ ເວົ້າວ່າ ຄວນຈະມີການເກັບພາສີ-ອາກອນ ແບບທີ່ວ່ານັ້ນ ເພາະມັນດີກວ່າທີ່ຜ່ານມາ, ເງິນປະຊາຊົນ ແລະຫົວໜ່ວຍທຸຣະກິຈ ຈ່າຍໃຫ້ຣັຖໃນແຕ່ລະປີ ເປັນຈໍານວນມະຫາສານ ແຕ່ມັນຮົ່ວໄຫລ ໂດຍມີເຈົ້າໜ້າທີ່ຣັຖສໍ້ໂກງເອົາໄປ, ອີງຕາມຄໍາເວົ້າ ຂອງສະມາສິກສະພາແຫ່ງຊາຕ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ແຕ່ລະສໄມ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ກະດີກວ່າແລ້ວ ເພາະວ່າມັນຕ້ອງຣັຖໝົດເດ້ ເພາະວ່າດຽວນີ້ ມັນຈ່າຍເປັນເງິນສົດເນາະ ໄປເສັຽແລ້ວມັນເຂົ້າຖົງເສື້ອພະນັກງານ ແຕ່ລະຜແນກ ບາງສ່ວນເງິນມັນກະຫາຍໄປເດ໋.

ເມື່ອເດືອນກໍຣະກະດາ ທີ່ຜ່ານມາ ສ່ວຍສາອາກອນ ປະຈໍາເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ແຈ້ງໃຫ້ 685 ຫົວໜ່ວຍວິສາຫະກິຈ ຢູ່ພາຍໃນເມືອງ ມອບພັນທະອາກອນ ຜ່ານລະບົບ TaxRIS, ຖ້າຫາກບໍ່ຈ່າຍອາກອນ ຕາມກໍານົດ ຈະຖືກລົບລ້າງໃບອະນຸຍາດ ວິສາຫະກິຈ ອອກຈາກລະບົບ ຕາມລະບຽບກົດໝາຍ.

ສໍາລັບຢູ່ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງເວົ້າວ່າ ກະຊວງການເງິນຄວນເກັບພາສີ-ອາກອນຜ່ານລະບົບ TaxRIS ແລະຜ່ານລະບົບທະນາຄານ ໃນທົ່ວປະເທດ ແລະປະຕິບັດມາຕການ ຢ່າງເຂັ້ມງວດ ຕໍ່ເຈົ້າໜ້າທີ່ ພັກ-ຣັຖ ຄົນໃດກໍຕາມ ທີ່ກວດພົບເຫັນວ່າ ສໍ້ຣາສບັງຫລວງ ຫລືເຮັດໃຫ້ເງິນຮົ່ວໄຫລ ຍ້ອນວ່າມີພະນັກງານສໍ້ໂກງຫລາຍ ເພື່ອສ້າງຄວາມໝັ້ໜໃຈ ໃຫ້ປະຊາຊົນ ວ່າຣັຖບານຈະເກັບລາຍຮັບເຂົ້າງົບປະມານ ໄດ້ຕາມເປົ້າໝາຍ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເຂົາບໍ່ເປີດເຜີຍດອກ ເຣື່ອງບັນຫາໂຕນີ້ ພະນັກງານໂຕສໍ້ກົງນີ້ ມັນຫລາຍຫັ້ນແລ້ວຄັນສິເວົ້າ ພະນັກງານໂຕໃດສໍ້ກົງ ຕ້ອງເຮັດໃຫ້ມັນຈະແຈ້ງໂລດ ໄຜກະຢ້ານແລ້ວບາດນີ້ ເຂົາຈັ່ງໝັ້ນໃຈໄດ໋ ເຣື່ອງພໍ່ແມ່ປະຊາຊົນ. 

ການເກັບພາສີ-ອາກອນ ແບບອອນລາຍນ໌ ຜ່ານລະບົບເກັບລາຍຮັບພາສີ-ອາກອນ TaxRIS ແລະຊໍາລະຜ່ານລະບົບ ທະນາຄານຂອງຣັຖນີ້ ໄດ້ຮັບເງິນສນັບສນູນ ແລະພັທນາ ຈາກກອງທຶນຮ່ວມື ພັທນາເສຖກິຈຂອງປະເທດເກົາຫລີໃຕ້ ຫລື EDCF (Economic Development Cooperation Fund). 

ລະບົບດັ່ງກ່າວ ໄດ້ປະຕິບັດຕັ້ງແຕ່ວັນທີ 5 ພຶສພາ 2018 ເປັນຕົ້ນມາ, ທໍາອິດໄດ້ເຣີ່ມຢູ່ 5 ແຂວງ ຄືນະຄອນຫລວງວຽງຈັນ, ແຂວງຫລວງພຣະບາງ, ແຂວງວຽງຈັນ, ສວັນນະເຂດ ແລະ ແຂວງຈໍາປາສັກ. ຕໍ່ມາ ປີ 2019 ກະຊວງການເງິນ ໄດ້ຂຍາຍໄປແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ ແລະແຂວງອື່ນໆ, ແຕ່ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ຂຍາຍໄປທົ່ວປະເທດ ເປັນຕົ້ນເມືອງທຸກຍາກ ແລະເຂດຫ່າງໄກ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງຣັຖ ກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 22 ທັນວາ 2022 ວ່າ ງົບປະມານທີ່ມີການຮົ່ວໄຫລ ແລະນໍາໃຊ້ບໍ່ຖືກຕ້ອງນັ້ນ ເປັນຍ້ອນເຈົ້າໜ້າທີ່ຣັຖ ບໍ່ໄດ້ປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ໂດຍມີການພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານ ແຫ່ງຣັຖ ເປັນຈໍານວນ 141.30 ຕື້ກີບ ແລະພົບເຫັນໜ່ວຍງານ ຂອງຣັຖຢູ່ຫລາຍແຂວງ ນໍາໃຊ້ເງິນຄັງແຂວງ ແລະງົບປະມານແຫ່ງຣັຖ ບໍ່ຖືກຕ້ອງຕາມເປົ້າໝາຍ, ສ້າງຄວາມເສັຍຫາຍ ເປັນຈໍານວນ 78.46 ຕື້ກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org