ເຈົ້າຂອງຣົດບໍ່ເສັຽຄ່າທາງ ຈະຖືກ ປັບໃໝ
2021.04.13

ກະຊວງການເງິນຂອງລາວ ຈະເລິ່ມປັບໃໝ ຜູ້ທີ່ເສັຽຄ່າທໍານຽມທາງ ຂອງຍວດຍານພາຫະນະ ລ່າຊ້າ ຫລື ກາຍວັນທີ 31 ມິນາ ຕັ້ງແຕ່ເດືອນ ເມສາ 2021 ນີ້ ເປັນຕົ້ນໄປ.
ຜູ້ບໍ່ເສັຍຄ່າທໍານຽມທາງ ສະເພາະປີ 2020 ຈະຖືກປັບໃໝ 40% ຂອງຄ່າທໍານຽມປົກກະຕິ ແລະຜູ້ທີ່ບໍ່ເສັຽມາຕັ້ງແຕ່ ປີ 2017 ຫາ ປີ 2019 ຈະຖືກປັບໃໝ 60% ດັ່ງ ເຈົ້າໜ້າທີ່ ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມິນາ ນີ້ວ່າ:
“ແມ່ນແຈ້ງການອອກມາຈັ່ງຊັ້ນ ເສັຽຄ່າທາງມື້ສຸດທ້າຍ ມື້ນີ້ວັນທີ 31 ຂອງເດືອນ 3 ເນາະກະບໍ່ຮູ້ນະວ່າເພິ່ນ ສິປັບຈັ່ງໃດນະກະບໍ່ຮູ້.”
ປັດຈຸບັນ ຜແນກການເງິນຂອງແຂວງຕ່າງໆ ໃນທົ່ວປະເທດ ກໍາລັງກວດກາ ຫາຜູ້ບໍ່ເສັຽຄ່າທໍານຽມທາງ ປະຈໍາປີ 2021 ວ່າມີຫຼາຍ ໜ້ອຍເທົ່າໃດ ແລະຈະເລິ່ມປັບໃໝ ຜູ້ທີ່ບໍ່ໄດ້ເສັຽ ຕັ້ງແຕ່ວັນທີ 1 ເມສາ ນີ້ເປັນຕົ້ນໄປ. ຕາມຂໍ້ມູນເບື້ອງຕົ້ນ ຍັງມີຜູ້ບໍ່ເສັຽຄ່າທໍານຽມ ທາງຢູ່ຫຼາຍ, ດັ່ງເຈົ້າໜ້າທີ່ຜແນກ ການເງິນແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ໂຕນີ້ນະຈັ່ງວ່າແຫຼະ ເພາະວ່າເຮົາບໍ່ໄດ້ກວດເບິ່ງ ຣະບົບນະ ກະໜ້າສິມີຫຼາຍຢູ່ ແຕ່ວ່າເປັນໄປໄດ້ເສັຽໄວ້ເລີຍ ຄັນຖ້າເປັນມື້ອຶ່ນໄປ ແລ້ວ ພິ່ນສິໄລ່ປັບໃໝຢ້ອນຫລັງ.”
ໃນຂນະດຽວກັນ ເຈົ້າຂອງຣົດຜູ້ນຶ່ງເວົ້າວ່າ ເຣື່ອງການເສັຍຄ່າທໍານຽມທາງ ປະຈໍາປີນີ້ ຕົນໄດ້ໄປເສັຽແລ້ວຕາມເຄີຍເຮັດມາ ຍ້ອນ ຢ້ານວ່າຖ້າເສັຽຊ້າ ຈະຖືກປັບໃໝ ແລະຈະໄດ້ເສັຽ ຫຼາຍກວ່າປົກກະຕິ:
“ກະເກັບ ເກັບປົກກະຕິເປັນຄັນໄປ 2 ແສນ 2 ແສນຫ້າ ຖືວ່າຄ່າທາງກໍຕ້ອງ ໄດ້ເສັຽທຸກປີລະຕາມລະບຽບ ແຕ່ລະປີກໍຄືວ່າໝົດ ເດືອນ 3 ເນາະເພິ່ນໃຫ້ກໍານົດ 3 ເດືອນ ເດືອນ 1 ຮອດເດືອນ 3 ແລ້ວມື້ອື່ນຫັ້ນເປັນ ເດືອນ 4 ເພິ່ນກໍເລີ່ມປັບໃໝແຫຼະ ໃຜບໍ່ເສັຽ.”
ແລະຊາວລາວອີກຜູ້ນຶ່ງ ກໍເວົ້າວ່າ ຕົນເອງກໍໄດ້ເສັຽຄ່າທໍານຽມທາງ ເປັນທີ່ຮຽບຮ້ອຍແລ້ວ. ເຖິງແມ່ນວ່າປີນີ້ ທາງການເພິ່ນບໍ່ມີການ ຍົກເວັ້ນ ຫລືຫລຸດຄ່າທໍານຽມນັ້ນກໍຕາມ ແຕ່ຕົນ ກໍພ້ອມທີ່ຈະຈ່າຍເພື່ອ ປະກອບສ່ວນເຂົ້າຣັຖ:
“ໂອ໋ ກະບໍ່ເປັນຫຍັງ ເຮົາກະປະກອບສ່ວນເຂົ້າພັກຣັຖ ເພິ່ນຫັ້ນນະ ເຮົາກະແລ່ນປົກກະຕິ ຣົດຫັ້ນນະ ກະປະມານ 2 ແສນ ຫັ້ນແຫຼະ ຕໍ່ປີ ເພິ່ນກະໄລ່ຕາມເປີເຊັນຫັ້ນແຫຼະ ຄັນວ່າກາຍ ກໍານົດ.”
ຜູ້ປະກອບການຣົດຕູ້ ນໍາທ່ຽວທ່ານນຶ່ງເວົ້າວ່າ ຕົນກໍໄດ້ເສັຍຄ່າທໍານຽມທາງ ເປັນປະຈໍາຄືປີຜ່ານໆມາ, ບໍ່ໄດ້ຂັດຂ້ອງຫຍັງ ແລະໃນ ໄລຍະນີ້ ມີລູກຄ້າ ໃຊ້ບໍຣິການປົກກະຕິ ມີຣາຍໄດ້:
“ໂອ໋ ຄ່າທາງ ປີນີ້ມັນກະເສັຽຄືກັນຫັ້ນແຫຼະ ມັນໄດ້ເສັຽທຸກປີເດ໋ ເກັບຄືເກົ່າ ບໍ່ເວັ້ນໆ 2 ແສນ 5 ໝື່ນ ກີບ ຈ່າຍຕໍ່ປີເດ໋.”
ເມື່ອປີກາຍ ຫຼາຍແຂວງຂອງລາວ ບໍ່ສາມາດເກັບຄ່າທໍານຽມທາງ ໄດ້ຕາມເປົ້າໝາຍ ຍ້ອນຜົລສະທ້ອນ ຈາກການຣະບາດຂອງ ໂຄວິດ-19 ທີ່ເຮັດໃຫ້ເຈົ້າຂອງ ຍວດຍານພາຫະນະ ຫຼາຍຄົນ ບໍ່ມີເງິນຈ່າຍ.
ອີງຕາມການລາຍງານຂອງກະຊວງການເງິນ ໃນມື້ວັນທີ 17 ກໍຣະກະດາ 2020, ຣັຖບາລເກັບຄ່າທໍານຽມທາງ ໄດ້ 60 ຕື້ກີບ ຄືເກັບໄດ້ພຽງ 36% ຂອງແຜນການ, ເກັບໄດ້ນໍາພຽງ 3 ແສນຄັນ. ປີກາຍ ຢູ່ລາວ ມີຍານພາຫະນະ ທີ່ຈົດທະບຽນຖືກຕ້ອງ ຕາມກົດໝາຍ ແລະຕ້ອງໄດ້ເສັຍຄ່າທໍານຽມທາງ ປະມານ 1,400,000 ຄັນ.
ອີງຕາມມາດຕຣາ 5 ຂອງຣັຖບັນຍັດ ປະທານປະເທດລາວ ວ່າດ້ວຍຄ່າທໍານຽມທາງ ວັນທີ 20 ກັນຍາ 2017, ອັດຕຣາເສັຍຄ່າ ທໍານຽມທາງ ຕໍ່ຄັນຕໍ່ປີ ຄື ຣົດຈັກ ຫລື ຣົດ 3 ລໍ້ ຕ້ອງເສັຽຕັ້ງແຕ່ 15,000 ກີບຫາ 200,000 ກີບ, ຣົດຂົນສົ່ງໂດຍສານ ສ່ວນຕົວ ເປັນຕົ້ນຣົດເກັງ, ຣົດກະບະ ແລະຣົດຕູ້ ຕ້ອງເສັຍແຕ່ 150,000 ກີບຫາ 500,000 ກີບ ແລະ ຣົດຂົນສົ່ງ ໂດຍສານ ສາທາຣະນະ ຕ້ອງເສັຍຕັ້ງແຕ່ 50,000 ກີບຫາ 400,000 ກີບ. ແລະໃນມາດຕຣາ 6 ແມ່ນຍົກເວັ້ນການເກັບ ຄ່າທໍານຽມທາງ ໃຫ້ຍານພາຫະນະ ທີ່ຮັບໃຊ້ການ ຈັດຕັ້ງຂອງຣັຖບາລ, ຣົດກູ້ພັຍ, ຣົດກົນຈັກໜັກ ທີ່ໃຊ້ໃນໂຄງການ ກໍ່ສ້າງຕ່າງໆ, ຣົດຮັບໃຊ້ ຜູ້ເສັຍອົງຄະ, ຣົດປະຈໍາ ສະຖານທູດ ແລະ ອົງການຈັດຕັ້ງສາກົນ.