ສະຫະຣັຖຊ່ອຍເຫຼືອ ດ້ານການສຶກສາ ຢູ່ລາວ
2020.09.22
ຈົນເຖິງປັດຈຸບັນ ສະຫະຣັຖອາເມຣິກາ ໄດ້ໃຫ້ເງິນຊ່ວຍເຫຼືອ ແກ່ສປປລາວ ແລ້ວກວ່າ 120 ລ້ານ ໂດ່ລ້າຣສະຫະຣັຖ ເພື່ອປັບປຸງ ການສຶກສາ ຂອງລາວໃຫ້ດີຂຶ້ນ. ຫຼ້າສຸດ, ເມື່ອອາທິດທີ່ຜ່ານມາ ອົງການພັທນາສາກົລ ຂອງສະຫະຣັຖ ຫຼື ຢູເສດ USAID ໄດ້ມອບປື້ມອ່ານ ຈຳນວນ 29,000 ຫົວ ໃຫ້ແກ່ໂຮງຮຽນ ຕຣຽມປະຖົມ ແລະ ຈະມອບ ປື້ມອ່ານຕື່ມອີກ 81,000 ຫົວ ໃຫ້ແກ່ໂຮງຮຽນປະຖົມ ນັບແຕ່ປໍ 1 ຈົນເຖິງປໍ 4 ໃນ 4 ແຂວງ ເປົ້າໝາຍຄື ແຂວງວຽງຈັນ, ຊຽງຂວາງ, ອັຕປື ແລະ ຈຳປາສັກ. ຢູເສດ ຫຼືທາງການສະຫະຣັຖ ມອບປື້ມອ່ານ ໃຫ້ເດັກນ້ອຍ ນັກຮຽນລາວ ເທື່ອນີ້ ເປັນສ່ວນນຶ່ງ ຂອງການຊ່ວຍເຫຼືອ ທາງດ້ານສຶກສາ ໃນໂຄງການ ສົ່ງເສີມການຮຽນອ່ານ ເພື່ອເພີ່ມຄວາມສາມາດ ໃນການອ່ານພາສາລາວ ຂອງເດັກນ້ອຍ ນັກຮຽນລາວ ໃຫ້ດີຂຶ້ນ ເປັນຕົ້ນ ເດັກນ້ອຍນັກຮຽນຊົນເຜົ່າ.
ພິທີມອບ-ຮັບປື້ມ ເທື່ອນີ້ ຈັດຂຶ້ນທີ່ ໂຮງຮຽນປະຖົມສະກ້າ, ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 15 ເດືອນກັນຍາ ປີ 2020 ນີ້. ເຈົ້າໜ້າທີ່ ຫ້ອງການສຶກສາ ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ອະທິບາຍ ໃຫ້ນັກຂ່າວ ວິທຍຸເອເຊັຽເສຣີ ຟັງໃນວັນທີ່ 21 ກັນຍາ 2020 ນີ້ວ່າ:
“ໂຄງການສົ່ງເສີມການຮຽນອ່ານ ເຂົາເຈົ້າຈະຊ່ວຍ ອະນຸບານ ປໍຕຽມ ກັບປໍ1 ນຳ ເພາະວ່າ ມັນກະບໍ່ພຽງພໍ ຕໍ່ຈຳນວນນັກຮຽນມອບແຫຼະ ມອບກັນມື້ຫັ້ນ ນິທານ. ທູດຂອງອາເມຣິກາ ທ່ານປີເຕີ ເຣມ່ອນ ມາມອບ ເພາະນັກຮຽນ ກະມີປື້ມນິທານ ປື້ມອ່ານ ຢູ່ໃນໂຮງຮຽນເຂົາເຈົ້າ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ຜ່ານມາ ທາງຢູເສດ ໄດ້ແຈກປື້ມໃຫ້ຟຣີ ແກ່ໂຮງຮຽນ ທີ່ຂາດເຂີນ ປື້ມອ່ານແລ້ວ 13 ໂຮງຮຽນ ໃນເຂດເມືອງ ໂພນໂຮງ. ຢູ່ຊຽງຂວາງ, ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ທ່ານນຶ່ງ ເລົ່າສູ່ວິທຍຸເອເຊັຽເສຣີ ຟັງວ່າ ເຈົ້າໜ້າທີ່ຢູເສດ ໄດ້ແຈກຢາຍປື້ມ ໃຫ້ແກ່ໂຮງຮຽນ ໃນເຂດເມືອງແປກ, ເມືອງຄູນ ແລະ ເມືອງພູກູດ ແລ້ວ ເມື່ອວັນທີ່ 16 ກັນຍານີ້. ໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອ ລ້ວນແລ້ວແຕ່ ເປັນໂຮງຮຽນ ທີ່ຂາດປື້ມອ່ານ ແລະ ມີນັກຮຽນຊົນເຜົ່າຫຼາຍ, ເຊິ່ງຫຼາຍຄົນ ປາກເວົ້າ ແລະ ອ່ານພາສາລາວ ບໍ່ໄດ້ດີ ແລະ ປື້ມແຈກຢາຍນັ້ນ, ກໍແມ່ນປື້ມນິທານ ເປັນພາສາລາວ ທີ່ອາຈຊ່ວຍ ເຮັດໃຫ້ເດັກນ້ອຍຊົນເຜົ່າ ອ່ານເຂົ້າໃຈງ່າຍຂຶ້ນ. ດັ່ງເຈົ້າໜ້າທີ່ ທ່ານນັ້ນ ໃຫ້ຣາຍຣະອຽດ ຕື່ມວ່າ:
“ໂຄງການເຂົາເຈົ້າ ມາແຈກແລ້ວນ່າ ເຂົາເຈົ້າເບິ່ງຂໍ້ມູນ ແລ້ວເຫັນວ່າ ປື້ມອ່ານ ມັນບໍ່ມີີ ປື້ມກ່ຽວກັບນິທານ ເສີມການຮຽນການສອນ ເພາະວ່າ ມາເບິ່ງນັກຮຽນເຮົານີ້ ພາສາລາວ ມັນບໍ່ເກັ່ງເນາະ ໂດຍສະເພາະຊົນເຜົ່າ ທີ່ເປັນເຜົ່າມົ້ງເນາະ. ປື້ມນິທານນີ້ ອ່ານເສີມໃຫ້ເຂົາເຈົ້າ ພາເຂົາເຈົ້າ ເລົ່ານິທານ ເຂົາເຈົ້າອ່ານແລ້ວ ເຂົາເຈົ້າຈະເລົ່າໄດ້.”
ສ່ວນເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງອັຕປື ທີ່ເປັນແຂວງ 1 ໃນ 4 ແຂວງເປົ້າໝາຍ ກໍໄດ້ສະແດງຄວາມດີໃຈ ທີ່ທາງການ ສະຫະຣັຖອາເມຣິກາ ໄດ້ສນັບສນູນ ການສຶກສາໃນລາວ ເຊັ່ນ ໄດ້ມີໂຄງການຮຽນອ່ານ ທີ່ຈະເຮັດໃຫ້ ເດັກນ້ອຍນັກຮຽນລາວ ໄດ້ມີໂອກາດ ໄດ້ເຝິກຮຽນ ເຝິກອ່ານ ພາສາລາວ ຫຼາຍຂຶ້ນ:
“ແຕ່ການຊ່ວຍປື້ມອ່ານ ເທື່ອນີ້ ກໍຍັງບໍ່ພຽງພໍ ກັບຄວາມຕ້ອງການ. ໂຮງຮຽນຫຼາຍແຫ່ງ ໃນແຂວງອັຕປື ຍັງຂາດເຂີນ ປື້ມຮຽນ ປື້ມສອນ ແລະ ປື້ມອ່ານຫຼາຍ. ຕາມຈຳນວນ ທີ່ເພິ່ນໃຫ້ ມັນພໍ ມັນກະບໍພໍຫັ້ນແລ້ວ. ອັນດຽວນີ້ ຫັ້ນນ່າ ກໍໃຫ້ສະເພາະ ເປັນຫ້ອງ ທີ່ຢູ່ໃນເປົ້າໝາຍ ຂອງໂຄງການ ຊັ້ນຮຽນອື່ນ ຄື ປໍ 2 ປໍ 3 ທີ່ຍັງບໍທັນເຂົ້າໂຄງການ ກະບໍໄດ້ ຫັ້ນເນາະ.”
ເຈົ້າໜ້າທີ່ ສະຖານທູຕ ສະຫະຣັຖອະເມຣິກາ ທ່ານນ່ຶງ ທີ່ບໍ່ປະສົງບອກຊື່ ຕຳແໜ່ງ ແລະ ບໍ່ຢາກອອກສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ໂຄງການຮຽນອ່ານ ເປັນໂຄງການ 5 ປີ ໃນລາວ ເຣີ່ມແຕ່ປີ 2018 ຈົນເຖິງປີ 2023 ແລະ ມີມູລຄ່າທັງໝົດ 19,4 ລ້ານ ໂດລ້າຣສະຫະຣັຖ. ທາງອົງການພັທນາສາກົລ ຂອງສະຫະຣັຖ ຫຼືຢູເສດ ໃຊ້ເງິນຈຳນວນນັ້ນ ເພື່ອພິມປື້ມອ່ານ ແລ້ວນຳໄປແຈກຢາຍ ໃຫ້ເດັກນ້ອຍນັກຮຽນລາວ ທີ່ຂາດເຂີນ ພ້ອມທັງເຝິກອົບຮົມຄຣູ ໃຫ້ຊ່ວຍພານັກຮຽນອ່ານ ແລະ ນັກຮຽນ ກໍສາມາດ ຢືມປື້ມໄປອ່ານ ຢູ່ເຮືອນໄດ້. ການທີ່ເດັກນ້ອຍ ໄດ້ອ່ານພາສາລາວ ຢູ່ເຮືອນ ຈະຊ່ວຍໃຫ້ເດັກນ້ອຍຊົນເຜົ່າ ໄດ້ອ່ານປາກ-ເວົ້າ ພາສາລາວ ຫຼາຍຂຶ້ນ ແທນທີ່ຈະປາກເວົ້າ ແຕ່ພາສາ ຂອງພວກເຂົາເຈົ້າ.
ນອກຈາກການຊ່ວຍເຫຼືອ ທາງດ້ານການສຶກສາແລ້ວ ທາງການສະຫະຣັຖ ກໍຍັງໄດ້ຊ່ວຍເຫຼືອ ປະເທດລາວ ໃນຫຼາຍດ້ານ ເປັນຕົ້ນ ດ້ານສາທາຣະນະສຸຂ; ຕົວຢ່າງ ເມື່ອເດືອນ 7 ທີ່ຜ່ານມາ ແວບໄຊຕ໌ ສະຖານທູຕ ສະຫະຣັຖອະເມຣິກາ ປະຈຳລາວ ໄດ້ອອກຂ່າວຣາຍງານວ່າ ທ່ານ ປີເຕີ ເຮມ໋ອນ, ເອກອັກຄະຣັຖທູຕ ສະຫະຣັຖ ອາເມລິກາປະຈໍາລາວ ໄດ້ມອບມຸ້ງເຄືອບຢາ ຈໍານວນ 88,000 ດາງ ໃຫ້ແກ່ ທ່ານ ຮສ. ດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ, ເຊິ່ງພິທີມອບ–ຮັບ ໄດ້ຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ກໍຣະກະດາ ທີ່ຜ່ານມາ.
ມຸ້ງເຫຼົ່ານີ້ ຈະຖືກນຳໄປ ແຈກຢາຍໃຫ້ແກ່ປະຊາຊົນ ໃນເຂດຫ່າງໄກສອກຫຼີກ, ໂດຍສະເພາະ ບ່ອນທີ່ຍັງພົບຜູ້ຕິດເຊື້ອ ມາເລເຣັຽສູງ. ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ສະຫະຣັຖອາເມຣິກາ ໄດ້ສືບຕໍ່ຮ່ວມມື ກັບສປປລາວ ແລະ ເພື່ອປ້ອງກັນ ພຍາດມາເລເຣັຽ. ໃນໄລຍະ 10 ປີ ທີ່ຜ່ານມາ, ຜູ້ປ່ວຍພຍາດມາເລເຣັຽ ໃນລາວ ໄດ້ມີຈຳນວນຫຼຸດລົງທຸກໆປີ; ຣັຖບານລາວ ມີເປົ້າໝາຍ ຈະຫຼຸດຈຳນວນ ຜູ້ຕິດເຊື້ອມາເລເຣັຽ ລົງເຖິງ 90 ສ່ວນຮ້ອຍ ຈາກຈຳນວນສູງສຸດ 50,000 ໃນປີ 2014.
ນອກຈາກນັ້ນ, ຣັຖບານ ສະຫະຣັຖອາເມຣິກາ ຍັງໄດ້ເພີ່ມທຶນ ການຊ່ວຍເຫຼືອ ຈຳນວນ 2.5 ລ້ານໂດລາສະຫະຣັຖ ຕື່ມອີກ ເພື່ອຫຼຸດຜ່ອນ ແລະ ປ້ອງກັນ ການແຜ່ຣະບາດ ພຍາດໂຄວິດ19 ໃນ ສປປ ລາວ, ເຊິ່ງມາຮອດປັດຈຸບັນ ໃນດ້ານນີ້ ທາງການສະຫະຣັຖ ໄດ້ໃຫ້ເງິນຊ່ວຍເຫຼືອ ທັງໝົດແລ້ວ 7.5 ລ້ານໂດລາ.